ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງວົງຄະນະຍາດຊົນເຜົ່າຢ້າວໂລກາງ ຢູ່ແຂວງ ຖ໋າຍງວຽນ

Phuoc Thuan
Chia sẻ

(VOVWORLD) -ຊົນເຜົ່າຢ້າວ ແມ່ນໜຶ່ງໃນ 8 ຊົນເຜົ່າທີ່ມີປະຊາກອນຫຼາຍທີ່ສຸດ ຢູ່ແຂວງ ຖ໋າຍງວຽນ. ພ້ອມກັບບັນດາຊົນເຜົ່ອ້າຍນ້ອງອື່ນໆໃນບໍລິເວນ, ຊາວເຜົ່າຢ້າວໂລາງ ຢູ່ຕາແສງ ເຫີບຕ໋ຽນ, ເມືອງ ດົ່ງຮີ໋, ແຂວງ ຖ໋າຍງວຽນ ກໍໄດ້ ແລະ ພວມຮັກສາສີສັນວັທະນະທຳທີ່ເປັນເອກະລັກສະເພາະໃນການດຳລົງຊີວິດໄວ້ເປັນຢ່າງດີ ແລະ ກາຍເປັນບັນດາຜູ້ທີ່ຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງຊົນເຜົ່າຕົນຢ່າງແທ້ຈິງ.

ຕາແສງ ເຫີບຕ໋ຽນ, ເມືອງ ດົ່ງຮີ໋, ແຂວງ ຖ໋າຍງວຽນ ມີ2/3 ຈຳນວນປະຊາກອນເຖິງ ແມ່ນຊາວເຜົ່າສ່ວນໜ້ອຍ, ໃນນັ້ນ ຕົ້ນຕໍແມ່ນຊາວເຜົ່າຢ້າວ, ຂຶ້ນກັບກຸ່ມຢ້າວໂລກາງ. ໂດຍແມ່ນຊົນເຜົ່າກວມເອົາສ່ວນຫຼາຍໃນທ້ອງຖິ່ນ ສະນັ້ນ ບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງວົງຄະນະຍາດຊົນເຜົ່າຢ້າວ ເຫີບຕ໋ຽນ ຍາມໃດກໍໄດ້ຮັບການຮັກສາ ແລະ ພັດທະນາ.

 ດຳລົງຊີວິດຢູ່ຮ່ວມກັບຫຼາຍຊົນເຜົ່າອື່ນ, ດ້ວຍພາສາປາກເວົ້າ, ຊຸດອາພອນປະຈຳເຜົ່າ ແມ່ນໜຶ່ງໃນບັນດາມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍສີສັນພິເສດຂອງຊົນເຜົ່າຢ້າວແດງໂລກາງ. ບັນດາຊຸດອາພອນທີ່ມີສີສັນ ຫຼາກຫຼາຍ ເປັນການສະແດງເຖິງຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ ແລະ ຄວາມລະອຽດລະອໍໃນການຫຍິບຖັກປັກແສ່ວຂອງບັນດາແມ່ຍິງຊາວເຜົ່າຢ້າວ… ຜ່ານນັ້ນ ກໍໄດ້ປະກອບສ່ວນຖ່າຍທອດໃຫ້ຄົນລຸ້ນຫຼັງເພື່ອໃຫ້ເຂົາເຈົ້າ ເຄົາລົບ ແລະ ປົກປັກຮັກສາຈຸດວັດທະນະທຳຂອງເຜົ່າຕົນ. ບັນດາແມ່ຍິງຊາວເຜົ່າຢ້າວໂລກາງ ຢູ່ ເຫີບຕ໋ຽນ ຍັງຄົງນຸ່ງຊຸດອາພອນປະຈຳເຜົ່າໃນການດຳເນີນຊີວິດປະຈຳວັນ, ການອອກແຮງງານ ແຕ່ເປັນຕົ້ນແມ່ນແມ່ຍິງອາຍຸໄວກາງຂຶ້ນໄປ. ແຕ່ເຖິງຢ່າງໃດກໍຕາມ, ປັດຈຸບັນ ຢູ່ ເຫີບຕ໋ຽນ ກໍມີໄວໜຸ່ມຫຼາຍຄົນ ໄດ້ ແລະ ພວມຮຽນການຫຍິບຖັກປັກແສ່ວ, ການປະດັບປະດາລວດລາຍໃນຊຸດອາພອນຂອງຊົນເຜົ່າຕົນຄືນໃໝ່. ການຕັດຫຍິບຊຸດອາພອນ ກໍຍັງໄດ້ໝູນໃຊ້ຈັກຫຍິບ ເພື່ອເຮັດໃຫ້ຊຸດອາພອນນັ້ນງາມກວ່າເກົ່າ.

ເອື້ອຍ ຈ້ຽວທິຖູຍ, ຊາວເຜົ່າຢ້າວ ຢູ່ຄຸ້ມບ້ານ ໝໍຊັດ, ໃນແຕ່ລະປີ ຍັງຕັດຫຍິບຊຸດອາພອນຊົນເຜົ່ານັບສິບໆຊຸດ ດ້ວຍຈັກຫຍິບ. ກໍພ້ອມກັບເຄື່ອງນຸ່ງຂອງຖືທີ່ຕັດຫຍິບຕາມຄວາມຕ້ອງການຂອງແມ່ຍິງຊາວເຜົ່າຢ້າວ ຢູ່ໃນທ້ອງຖິ່ນນັ້ນ, ເອື້ອຍ ຖູຍ ກໍໄດ້ສຸມຈິດສຸມໃຈໃນການຮ່ຳຮຽນ ແລະ ຜະລິດອອກບັນດາຜະລິດຕະພັນເຄື່ອງປັກແສ່ວທີ່ມີສີສັນຊົນເຜົ່າຢ້າວ. ເອື້ອຍ ຈ້ຽວທິຖູຍ ໃຫ້ຮູ້ວ່າ:

ກ່ອນນີ້ພຽງເຮັດດ້ວຍມືເທົ່ານັ້ນ, ໂສ້ງເສື້ອກໍລ້ວນແຕ່ຖືກຫຍິບດ້ວຍມື, ຕັດເອງ ຫຍິບເອງ. ເມື່ອຮູ້ໃຊ້ຈັກຫຍິບ, ແມ່ຂ້າພະເຈົ້າໄດ້ເວົ້າວ່າ ດຽວນີ້ຮູຫຍິບດ້ວຍຈັກແລ້ວ ແມ່ນເຮົາຫຍິບດ້ວຍຈັກຈະງາມກວ່າ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ເອື້ອຍນ້ອງແມ່ຍິງຊົນເຜົ່າເຮົາ ຈະຮັກສາສີສັນຊົນເຜົ່າ ແລະ ຮັກສາຊຸດອາພອນຂອງຊົນເຜົ່າຕົນໄວ້.

ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງວົງຄະນະຍາດຊົນເຜົ່າຢ້າວໂລກາງ ຢູ່ແຂວງ ຖ໋າຍງວຽນ - ảnh 1

ຊຸດອາພອນຂອງເຈົ້າສາວຊາວເຜົ່າຢ້າວ ຢູ່ແຂວງຖ໋າຍງວຽນ

(ພາບ:baothainguyen.org.vn) 

ພ້ອມກັບການຮັກສາ ແລະ ເສີມຂະຫຍາຍຈຸດວັດທະນະທຳຜ່ານຊຸດອາພອນແລ້ວ, ຊາວເຜົ່າຢ້າວ ຢູ່ ເຫີບຕ໋ຽນ ກໍຍັງຮັກສາຮີດຄອງປະເພນີການເຫຼື້ອມໃສທີ່ເປັນມູນເຊື້ອ. ນອກຈາກພິທີປະດັບຍົດສັກໃຫ້ເພດຊາຍທີ່ໄດ້ຮູ້ຈັກກັນດີແລ້ວນັ້ນ, ມີຫຼາຍຄອບຄົວ ເມື່ອຈັດງານດອງໃຫ້ລູກຫຼານ ກໍຍັງດຳເນີນພິທີບູຊາພາວະນາ, ຮັບໄພ້ມາເຮືອນດ້ວຍແກປີເລ. ງານດອງຂອງຊາວເຜົ່າຢ້າວ ແມ່ນໜຶ່ງໃນບັນດາຮີດຄອງປະເພນີທີ່ເປັນໜ້າຈັບອົກຈັບໃຈ ແລະ ເປັນເອກະລັກສະເພາະດ້ວຍບັນດາຂັ້ນຕອນຕາມຮີດຄອງທີ່ມີຄວາມໝາຍຊື່ກົງ, ແທ້ຈິງຄືດັ່ງຈິດໃຈຂອງຊາວເຜົ່າຢ້າວ. 

ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງວົງຄະນະຍາດຊົນເຜົ່າຢ້າວໂລກາງ ຢູ່ແຂວງ ຖ໋າຍງວຽນ - ảnh 2ໝໍພອນກຽມເຄື່ອງຮ້ານບູຊາບັນພະບຸລຸດຢູ່ເຮືອນເຈົ້າບ່າວ ເພື່ອກະກຽມຮັບເຈົ້າສາວ

(ພາບ:baothainguyen.org.vn) 

ເຖິງຢ່າງໃດກໍຕາມ, ເພື່ອເຫັນປະຈັກຕາເວລານາທີທີ່ເປັນໜ້າຈັບອົກຈັບໃຈນັ້ນ ແມ່ນຕ້ອງໄປເຮືອນຂອງຊາວເຜົ່າຢ້າວ ແຕ່ຍາມຮຸ່ງເຊົ້າ, ຍ້ອນຕາມຄວາມສຳນຶກຂອງພໍ່ແມ່ພີ່ນ້ອງຊາວຊົນເຜົ່າແລ້ວ, ເລື່ອງຮັບໄພ້ມາເຮືອນຜົວ, ການເຮັດພິທີບູຊາຕ້ອງດຳເນີນແຕ່ຕອນທ່ຽງຄືນເຖິງຮຸ່ງເຊົ້າ. ນັ້ນແມ່ນຊ່ວງເວລາທີ່ດີສຳລັບລູກໄພ້ ແລະ ລູກເຂີຍໃນພາຍພາກໜ້າ. ພໍ່ເຖົ້າ ຈ້ຽວຕ໋ຽນແທ່ງ ຢູ່ຄຸ້ມບ້ານ ໝໍຊັດ ໃຫ້ຮູ້ວ່າ: ແຕ່ລະຄອບຄົວຈະເລືອກເອົາໂມງເອົາຍາມເພື່ອຮັບໄພ້ຕາມຮີດຄອງປະເພນີສະເພາະ, ຄອບຄົວຂອງພໍ່ເຖົ້າ ແມ່ນຕ້ອນຮັບຄະນະຄອບຄົວເຈົ້າສາວມາຮອດເວລາ 4 ໂມງເຊົ້າ ແລະ ຮັບໄພ້ເຂົ້າເຮືອນເວລາ 5 ໂມງ.

ຕາມຮີດຄອງປະເພນີຂອງຊົນເຜົ່າຕົນແລ້ວ ແມ່ນຕ້ອງເລືອກເອົາມື້, ເອົາຍາມທີ່ດີ. ມືສັນວັນດີແມ່ນຕ້ອງໄດ້ເລືອກ ແລະ ເລືອກໄວ້ກ່ອນ 2 3 ເດືອນ. ແຕ່ລະມື້ກໍມີ 3 ຊ່ວງເວລາທີ່ດີ ເພື່ອເຮັດງານດອງ.

ດ້ວຍການມີສະຕິໃນການອະນຸລັກຮັກສາສີສັນວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງຊົນເຜົ່າຄືແນວນັ້ນ, ພໍ່ແມ່ຊາວເຜົ່າຢ້າວໂລກາງ ເຫີບຕ໋ຽນ ໄດ້ມີຄວາມເປັນກຽດເປັນໜຶ່ງໃນບັນດາຊາວເຜົ່າດີເດັ່ນຕາງໜ້າໃຫ້ວັດທະນະທຳຊາວເຜົ່າຢ້າວ ຖ໋າຍງວຽນ ເຂົ້າຮ່ວມລາຍການສະແດງໃນຂອບເຂດວັນບຸນວັດທະນະທຳຊົນເຜົ່າຢ້າວ ທົ່ວປະເທດ ຄັ້ງທຳອິດ ເຊິ່ງໄດ້ຈັດຂຶ້ນຢູ່ແຂວງ ຕວຽນກວາງ ໃນເດືອນ ກັນຍາ 2017 ທີ່ຜ່ານມາ. ທ່ານ ບ່ານຟຸກແທ່ງ, ພະນັກງານຢູ່ຕາແສງ ເຫີບຕ໋ຽນ ໃຫ້ຮູ້ວ່າ:

ຕາແສງ ເຫີບຕ໋ຽນ ແມ່ນຕາແສງຕັ້ງຢູ່ເຂດພູດອຍ, ມີຊົນເຜົ່າສ່ວນໜ້ອຍເປັນຈຳນວນຫຼວງຫຼາຍ ພໍ່ແມ່ປະຊາຊົນບັນດາຊົນເຜົ່າມານີ້ດຳລົງຊີວິດເຖິງ 4 5 ເຊັ່ນຄົນແລ້ວ, ແຕ່ຮີດຄອງປະເພນີຂອງພໍ່ແມ່ປະຊາຊົນເຜົ່າຢ້າວ ຢູ່ທີ່ນີ້ ຍັງຄົງອະນຸລັກຮັກສາໄວ້ໄດ້. ຂ້າພະເຈົ້າຖືວ່າ ການອະນຸລັກຮັກສາເສີມຂະຫຍາຍບັນດາຈຸດວັທະນະທຳທີ່ເປັນເອກະລັກສະເພາະນັ້ນ ແມ່ນສິ່ງສຳຄັນທີ່ສຸດ. ພິເສດ ພໍ່ແມ່ພີ່ນ້ອງຊົນເຜົ່າຢ້າວ ຕ້ອງສືບຕໍ່ຮັກສາ, ໂຄສະນາເຜີຍແຜ່, ເສີມຂະຫຍາຍບັນດາມູນເຊື້ອອັນດີງາມຂອງຕົນ.

ສີສັນວັດທະນະທຳແມ່ນສິ່ງສັກກະລະບູຊາ, ລ້ຳຄ່າ, ໄດ້ສ້າງເປັນບັນດາຈຸດພິເສດສະເພາະຂອງຊົນເຜົ່າຢ້າວ ເວົ້າລວມ ແລະ ຢູ່ຕາແສງ ເຫີບຕ໋ຽນ,  ຊົນເຜົ່າຢ້າວໂລກາງ ເວົ້າສະເພາະ. ດ້ວຍຄວາມເອົາໃຈໃສ່ຂອງລັດ ເຮັດໃຫ້ຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈຂອງພໍ່ແມ່ພີ່ນ້ອງນັບມື້ນັບພັດທະນາ, ພ້ອມກັນນັ້ນ ອົງການປົກຄອງທຸກຂັ້ນ ກໍໄດ້ໂຄສະນາເຜີຍແຜ່ເຖິງບັນດາເຈົ້າກົກເຈົ້າເຫຼົ່າ, ຜູ້ອາຍຸສູງໄດ້ຮັບ ຄວາມເຊື່ອຖື ເພື່ອຂົນຂວາຍວົງຄະນະຍາດໃນການຮັກສາສີສັນຊົນເຜົ່າຢ່າງຕັ້ງໜ້າ. ຊາວເຜົ່າຢ້າວໂລກາງ ຢູ່ຕາແສງ ເຫີບຕ໋ຽນ ໄດ້ປັບປຸງ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ, ກາຍເປັນໜຶ່ງໃນບັນດາເຂດວັດທະນະທຳເຜົ່າຢ້າວທີ່ພົ້ນເດັ່ນຂອງແຂວງ ຖ໋າຍງວຽນ .

ຕອບກັບ