ຂະບວນຄົນຈາກເຮືອນຂອງໝໍພອນເຄື່ອນຍ້າຍໄປປ່າເພື່ອທຳພິທີ |
ຊາວເຜົ່າໂລໆ ເຊື່ອໝັ້ນວ່າການເຄື່ອນໄຫວທຸກຢ່າງໃນຊີວິດປະຈຳວັນ ລ້ວນແຕ່ແມ່ນເທວະດາຟ້າແຖນຄອບງຳ. ໜຶ່ງໃນບັນດາເທວະດາເຫຼົ່ານີ້ ແມ່ນເທວະດາຝົນ ດັ່ງນັ້ນບັນດາພິທີກຳມາຮອດປັດຈຸບັນ ຍັງຖືຊາວໂລໆ ເກັບຮັກສາໄວ້ ໃນນັ້ນມີພິທີພາວະນາໃຫ້ຟ້າຝົນ. ຊາວເຜົ່າໂລໆມີຄວາມຫວັງໃນປີ ຝົນຈະຕົກເພື່ອຫົດນ້ຳໃຫ້ຕົ້ນໄມ້ໃບຫຍ້າ ເພື່ອຊາວບ້ານທຳການຜະລິດໃຫ້ໄດ້ຮັບຜົນດີ, ມະນຸດມີສຸຂະພາບແຂງແຮງ ສັດລ້ຽງເຕັມຄອກ ການດຳລົງຊີວິດອີ່ມໜຳສຳລານ ແລະ ຜາສຸກ. ທ່ານ ຈີວັນເຊີນ ຢູ່ເມືອງ ບ໋າວຫຼາກ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:
“ພິທີໄຫ້ວບູຊາພາວະນາໃຫ້ຟ້າຝົນແມ່ນມີຄວາມໝາຍ ຫວັງໃຫ້ລະດູການຜະລິດໄດ້ຮັບຜົນດີ. ໃນປີພິທີພາວະນາໃຫ້ຟ້າຝົນຖືກຈັດຂຶ້ນໃນເດືອນ 3 ໄລ່ຕາມຈັນທະປະຕິທິນ ເພື່ອພາວະນາໃຫ້ຝົນຕົກ ດິນຟ້າອາກາດອຳນວຍຄວາມສະດວກ”.
ງານບຸນພາວະນາໃຫ້ຟ້າຝົນຖືກຈັດຂຶ້ນເປັນເວລາໜຶ່ງວັນ ແຕ່ເຂົາເຈົ້າຕ້ອງກະກຽມກ່ອນນັ້ນ ນັບເປັນເດືອນດ້ວຍວຽກງານຫຼາຍຢ່າງ. ກ່ອນທີ່ຈະຈັດຕັ້ງງານບຸນ, ຊາວບ້ານກໍ່ໂຮມປະຊຸມ ເພື່ອເລືອກເອົາມື້ສັນວັນດີ, ເຊື້ອເຊີນໝໍພອນມາທຳພິທີ ແລະ ກະກຽມຊຸດອາພອນ ແລະ ເຄື່ອງຂອງຖວາຍບູຊາ… ສະຖານທີ່ທຳພິທີ ເຄີຍຖືກຈັດຂຶ້ນໃນປ່າ ເຊິ່ງຊາວຍ້ານເມື່ອກ່ອນນີ້ໄດ້ເຄີຍເລືອກເອົາເພື່ອທຳພິທີໄຫວ້ບູຊາ. ພິທີພາວະນາໃຫ້ຟ້າຝົນ ຖືກຈັດແບ່ງເປັນສອງຂັ້ນຕອນ ນັ້ນແມ່ນຂັ້ນຕອນຈັດພິທີກຳ ແລະ ຂັ້ນຕອນຈັດງານບຸນ. ໃນຂັ້ນຕອນຈັດພິທີກຳ ໝໍພອນຈະເປັນເຈົ້າພາບປະຕິບັດທຸກໆຂັ້ນຕອນໃນພິທີໄຫວ້ບູຊາ. ເມື່ອຮອດມື້ທຳພິທີ, ບັນດາຜູ້ເຂົ້າຮ່ວມພິທີຈະຖືກແຕ່ງຕັ້ງໄປກິນເຂົ້າເຊົ້າຢູ່ເຮືອນໝໍພອນ. ຫຼັງຈາກນັ້ນຂະບວນຄົນຈະເຄື່ອນຍ້າຍຈາກເຮືອນຂອງໝໍພອນໄປຮອດປ່າເພື່ອທຳພິທີ. ຄວາຍຈະຖືກຈູງໄປທາງໜ້າ ຖັດມາແມ່ນພາເຄື່ອງຂອງຖວາຍບູຊາ ຕໍ່ຈາກນັ້ນແມ່ນຄະນະໝໍພອນ ແລະ ໄປນຳຫຼັງແມ່ນຊາວບ້ານ. ເຄື່ອງຂອງຖວາຍບູຊາລວມມີໄກ່, ເຂົ້າໜຽວ, ເຫຼົ້າສາລີ, ເຈ້ຍສາ… ໝໍພອນ ນົງວັນຖັງ ຢູ່ເມືອງ ບ໋າວເລິມ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:
“ເຄື່ອງຂອງຖວາຍບູຊາໃນພິທີກຳມີຄວາຍໂຕໜຶ່ງ, ໝາໂຕໜຶ່ງ, ໄກ່ສາມໂຕ. ໝາເພື່ອຂັບໄລ່ຜີສາງນາງໄມ້. ປີໃດກໍ່ເຊັ່ນດຽວກັນ ຊາວເຜົ່າໂລໆ ກໍ່ທຳພິທີໄຫວ້ບູຊາພາວະນາໃຫ້ຟ້າຝົນ ດິນຟ້າອາກາດອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ ຊາວບ້ານມີຄວາມສຸກຕະຫຼອດປີ ບໍ່ມີໃຜຖືກເຈັບເປັນ. ພິທີພາວະນາຖືກຈັດຂຶ້ນໃນວັນມັງກອນ ທັງບ້ານກໍ່ປະກອບເງິນທຶນເຫື່ອແຮງ”.
ພາຍຫຼັງທີ່ໝໍພອນໄຫວ້ບູຊາສຳເລັດແລ້ວ ແຕ່ລະຄອບຄົວຈະແຕ່ງຕັ້ງຜູ້ໜຶ່ງເຂົ້າໃກ້ພາເຂົ້າເພື່ອກິນອາຫານລ່ວງໜ້າພ້ອມກັບໝໍພອນ. ສິ່ງທີ່ຄະລຳໃນເວລານີ້ແມ່ນເມື່ອຮັບປະທານອາຫານ ທຸກໆຄົນບໍ່ໄດ້ໂອ້ລົມກັນຢ່າງເດັດຂາດ. ເມື່ອຂັ້ນຕອນຈັດພິທີອັດລົງນັ້ນ, ກໍ່ຈະຮອດຂັ້ນຕອນຈັດບຸນ ຊາວບ້ານເຕົ້າໂຮມກັນນັ່ງຮັບປະທານອາຫານ ໂອ້ລົມກັນຟ້ອນລຳທຳເພງຢ່າງເບີກບານມ່ວນຊື່ນ. ນາງ ນົງທິລຽນ ຢູ່ເມືອງ ບ໋າວເລິມ ເລົ່າສູ່ຟັງວ່າ:
“ເມື່ອທຳພິທີພາວະນາ, ປະຊາຊົນທັງບ້ານໄດ້ພາກັນໄປຫໍວັນທະນະທຳໝູ່ບ້ານ ເພື່ອເຕົ້າໂຮມກັນກັບແຂກຜູ້ຖືກເຊີນພ້ອມກັນຮັບປະທານອາຫານຢ່າງມ່ວນຊື່ນ. ພິທີພາວະນາໃຫ້ຟ້າຝົນ ເພື່ອໃຫ້ຊາວບ້ານມີນ້ຳຮັບໃຊ້ການປູກເຂົ້າ”.
ໃນງານບຸນມີພິທີກຳທີ່ສຳຄັນທີ່ສຸດ ນັ້ນແມ່ນພິທີຝັງໄກ່ນ້ອຍ ຊຶ່ງເປັນການຕັດສິນວ່າ ພິທີໄຫວ້ບູຊາຈະປະສົບຜົນສຳເລັດຫຼືບໍ່ ຍ້ອນຊາວເຜົ່າໂລໆ ຖືວ່າ ພາຍຫຼັງໄກ່ຖືກຝັງດິນເປັນເວລາສາມວັນ, ໝໍພອນຈະກັບຄືນເບິ່ງຂຸມຝັງສົບໄກ່ ຖ້າເຫັນດິນບໍ່ຍຸບກໍ່ຖືວ່າພິທີໄຫວ້ບູຊາໄດ້ຮັບການສະໜັບສະໜູນຈາກເທວະດາຟ້າແຖນ. ສຳລັບຊາວເຜົ່າໂລໆ ແຕ່ລະຄົນ, ພິທີໄຫວ້ບູຊາພາວະນາໃຫ້ຟ້າຝົນກໍ່ແມ່ນໂອກາດທີ່ປະຊາຊົນຄອງຄອຍ ເພື່ອໄດ້ພົບປະແລກປ່ຽນ ແລະຜູກມັດຊຸມຊົນ.