(vovworld) - ງານບຸນຝົນຕົກແມ່ນໜຶ່ງໃນ 7 ງານບຸນໃນປີຕາມປະເພນີຂອງຊາວເຜົ່າ ຮ່າຍີ່. ງານບຸນຝົນຕົກເຄີຍດຳເນີນໃນທ້າຍລະດູຮ້ອນ, ເມື່ອເຂົ້າເປັນສາວ, ທົ່ງສາລີມີສີຂຽວອ່ອນ. ບັນດາພິທີໃນບຸນຝົນຕົກສະແດງໃຫ້ເຫັນຄວາມເຊື່ອຖືບູຊາເທວະດາກະສິກຳ, ເທວະດາຝົນ ແລະ ນ້ຳຂອງປະຊາຄົມຊາວເຜົ່າຮ່າຍີ່, ເພື່ອພາວະນາຂໍໃຫ້ລະດູການປູກຝັງໄດ້ຮັບຜົນດີ, ການລ້ຽງສັດພັດທະນາ, ທຸກຄົນມີສຸຂະພາບເຂັ້ມແຂງ, ຊີວິດອີ່ມໜຳສຳລານ.
(ພາບປະກອບ)
ຊາວຮ່າຍີ່ດຳລົງຊີວິດດ້ວຍການເຮັດກະສິກຳ, ປູກເຂົ້າຢູ່ຕາມທົ່ງນາຂັ້ນໄດ ເປັນຕົ້ນຕໍ, ດັ່ງນັ້ນຈຶ່ງຖືເປັນສຳຄັນເລື່ອງບູຊາບັນດາເທວະດາກະສິກຳ, ພິເສດແມ່ນເທວະດານ້ຳ, ເທວະດາຝົນ. ໂດຍຕ່າງກັບບຸນໂຄຢາຢາ ທີ່ມີລັກສະນະພາວະນາຂໍໃຫ້ຝົນຕົກ, ດ້ວຍບັນດາພິທີບູຊາເທວະດາທີ່ດິນ, ເທວະດານ້ຳ, ເທວະດາປ່າ, ຕົ້ນໄມ້... ແລະເຄີຍຈັດຕັ້ງ 3 ປີເທື່ອໜຶ່ງດ້ວຍຂະໜາດໃຫ່ຍ. ສ່ວນບຸນຝົນຕົກເຄີຍຈັດຕັ້ງໜຶ່ງວັນໃນປີເພື່ອບູຊາເທວະດາຝົນ. ນີ້ກໍ່ແມ່ນພິທີທີ່ເປັນເອກະລັກສະເພາະຂອງຊາວກະສິກຳ. ໃນຫຼາຍກໍລະນີ, ຊາວ ຮ່າຍີ່ກໍ່ຈັດຕັ້ງພິທີພາວະນາຂໍໃຫ້ຝົນຕົກພ້ອມກັບງານບຸນໂຄຢາຢາ. ທ່ານ ເລືອງວັນທຽດ, ພະນັກງານຄົ້ນຄ້ວາວັດທະນະທຳພື້ນເມືອງຂອງຫໍພິພິດທະພັນຊົນເຜົ່າວິທະຍາ ຫວຽດນາມ, ໃຫ້ຮູ້ວ່າ:
“ຕາມປະເພນີ, ພິທີບູຊາພາວະນາຂໍໃຫ້ຝົນຕົກເຄີຍຈັດຕັ້ງໃນເດືອນຮ້ອນທີ່ສຸດຂອງປີ, ນັ້ນແມ່ນເດືອນ 6. ໃນຍາມນັ້ນ, ບັນດານາຂັ້ນໄດຕ້ອງການນ້ຳຫົດທີ່ສຸດເພື່ອໃຫ້ເຂົ້າສຸກ, ເພື່ອໃຫ້ການເກັບກ່ຽວໄດ້ຮັບຜົນດີ. ນີ້ແມ່ນພິທີສະແດງໃຫ້ເຫັນການປະພຶດຕໍ່ຢ່າງກົມກຽວລະຫວ່າງມະນຸດແລະທຳມະຊາດ. ຊາວ ຮ່າຍີ່ຖືວ່າ, ເພື່ອພາວະນາດິນຟ້າເອື້ອອຳນວຍຄວາມສະດວກ, ແມ່ນຕ້ອງຈັດຕັ້ງພິທີບູຊາຂໍໃຫ້ຝົນຕົກ“.
ງານບຸນຂໍໃຫ້ຝົນຕົກຖືກຈັດຕັ້ງປະຈຳໄລຍະໃນປີ. ສຳລັບປີຖືກໄພແຫ້ງແລ້ງ, ຊາວເຜົ່າ ຮ່າຍີ່ອາດຈະຈັດຕັ້ງພິທີນີ້ເຖິງ 2, 3 ເທື່ອໃນປີ, ດ້ວຍຄວາມປາຖະໜາວ່າເທວະດາຈະຟັງໄດ້ຄຳພາວະນາ, ບັນດານໃຫ້ມີນ້ຳຫົດຢ່າງພຽງພໍ ເພື່ອໃຫ້ທົ່ງນາ, ຕົ້ນໄມ້ໃບຫຍ້າຂຽວສົດງົດງາມ. ເຄື່ອງຂອງບູຊາແມ່ນໝູດຳໜຶ່ງໂຕ. ຖ້າແມ່ນໝູ່ບ້ານໃຫຍ່, ຫຼືປີນັ້ນຝົນຕົກໜ້ອຍ, ຊາວບ້ານຈະຈັດຕັ້ງພິທີດ້ວຍເຄື່ອງຂອງບູຊາເທວະດາໃຫຍ່ກວ່າ, ບາງເທື່ອຈະແມ່ນຄວາຍດຳໜຶ່ງໂຕ.
(ພາບປະກອບ)
ໃນງານບຸນຝົນຕົກ, ບັນດາຄອບຄົວໃນບ້ານເກືອບທັງໝົດລ້ວນແຕ່ຕື່ນນອນແຕ່ຮຸ່ງເຊົ້າເພື່ອຕົ້ມນ້ຳ, ຂ້າໝູ ຫຼືກະກຽມເຄື່ອງຂອງບູຊາໃຫ້ພິທີບູຊາເທວະດາ. ສຽງສາກຕຳເຂົ້າ, ຕົ້ມເຂົ້າ, ເຮັດເຂົ້າໜົມຂອງຊາວບ້ານດັງກ້ອງກັງວານໄປທົ່ວເຂດພູຜາປ່າໄມ້. ພາຍຫຼັງກະກຽມສຳເລັດ, ເຂົາເຈົ້ານຳເອົາເຄື່ອງຂອງບູຊາໄປຍັງແຄມນາຂອງຜູ້ທີ່ເຮັດນາປູກເຂົ້າໄດ້ດີທີ່ສຸດໃນໝູ່ບ້ານເພື່ອທຳພິທີບູຊາ. ພາເຂົ້າບູຊາເທວະດາຝົນນອກຈາກຊີ້ນໝູແລ້ວ, ຍັງມີເຂົ້າ, ເຫຼົ້າ, ນໍ້າຫວານຂີງ, ຊາ, ອ້ອຍ, ກ້ວຍ ແລະ ດອກຫອນໄກ່... ໝໍຜີຕ້ອງແມ່ນຜູ້ທີ່ມີອິດທິພົນຊື່ສຽງໃນບ້ານ. ພິທີບູຊາດຳເນີນແຕ່ຕອນເຊົ້າ ແລະ ສິ້ນສຸດລົງໃນຕອນທ່ຽງ. ຊາວ ຮ່າຍີ່ເຊື່ອວ່າ, ໃນຈຸດເວລານັ້ນ, ບັນດາເທວະດາຈຶ່ງສາມາດຮັບຟັງຄຳສູດພາວະນາຂອງເຂົາເຈົ້າໄດ້. ພາຍຫຼັງພິທີບູຊາ, ລູກຫຼານໃນວົງຕະກຸນລ້ວນແຕ່ຮັບປະທານເຄື່ອງຂອງບູຊານ້ອຍໜຶ່ງ “ເພື່ອໄດ້ຮັບ “ໂຊກໝານ“. ປະຈຸບັນ, ມີຫຼາຍບ້ານຂອງຊາວ ຮ່າຍີ່ຢູ່ບັນດາເຂດພູສູງຄື: ດ້ຽນບຽນ, ລາຍເຈົາ, ລາວກາຍ... ຍັງຄົງຈັດຕັ້ງງານບຸນນີ້ຕາມປະເພນີຢູ່. ເຖິງຢ່າງໃດກໍ່ຕາມ, ການຈັດຕັ້ງບຸນຝົນຕົກຂອງຊາວເຜົ່າ ຮ່າຍີ່ໃນປະຈຸບັນໄດ້ມີການປ່ຽນແປງຫຼາຍຢ່າງ ແລະ ມີລັກສະນະພິທີງານບຸນຫຼາຍກວ່າ. ທ່ານ ເລືອງວັນທຽດ, ໃຫ້ຮູ້ຕື່ມອີກວ່າ:
“ປະຈຸບັນ, ພິທີບູຊາຂໍໃຫ້ຝົນຕົກບໍ່ສັບສົນຄືກ່ອນນີ້. ຜູ້ເຂົ້າຮ່ວມກໍ່ມີຫຼາຍພາກສ່ວນກວ່າ, ການຄະລຳກໍ່ບໍ່ຫຼາຍ. ເຄື່ອງຂອງບູຊາກໍ່ມີການປ່ຽນແປງ. ນອກຈາກເຄື່ອງຂອງຕາມປະເພນີແລ້ວຍັງມີເຂົ້າໜົມ, ໝາກໄມ້ອີກ. ກ່ອນນີ້ເຫຼົ້າບູຊາຖືກບັນຈຸໃນລຳໄມ້ເຮ້ຍ, ປະຈຸບັນແມ່ນແກ້ວເຫຼົ້າທີ່ຊື້ຢູ່ຕະຫຼາດ, ຊຳ້ບໍ່ໜຳຍັງມີແກ້ວເຫຼົ້າຂອງຕ່າງປະເທດອີກ. ເຖິງຢ່າງໃດກໍ່ຕາມ, ພິທີບູຊາຍັງຄົງຮັກສາບັນຍາກາດເຄັ່ງຂຶມໄວ້ຢູ່. ສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງມະນຸດທີ່ມີຕໍ່ເທວະດາ“.
ບໍລິເວນຈັດງານບຸນຝົນຕົກກໍ່ມີການປ່ຽນແປງ. ກ່ອນນີ້ພິທີບູຊາເຄີຍຈັດຕັ້ງຢູ່ເຂດໄຮ່ນາ, ປະຈຸບັນສາມາດຈັດຕັ້ງໃນເຮືອນຂອງເຈົ້າກົກເຈົ້າເຫຼົ່າ, ຫຼືເຮືອນຂອງຄອບຄົວຜູ້ຜະລິດກະສິກຳເກັ່ງໃນບ້ານ. ໃນວັນບຸນຍັງມີການຂັບຮ້ອງ ແລະ ລະຫຼີ້ນພື້ນເມືອງ. ພິເສດງານບຸນຍັງຄົງຮັກສາບັນຍາກາດຟົດຟື້ນມ່ວນຊື່ນ ແລະ ອົບອຸ່ນຢູ່. ບຸນຝົນຕົກຍັງແມ່ນໂອກາດເພື່ອໃຫ້ບັນດາຄອບຄົວ, ລູກຫຼານໃນວົງຕະກຸນເຕົ້າໂຮມກັນ. ນັບແຕ່ຕອນແລງເຖິງຍາມກາງຄືນ, ທຸກຄົນໃນບ້ານເຄີຍມາຫຼີ້ນໃນເຮືອນຂອງກັນ. ຄອບຄົວໃດມີແຂກມາຫຼີ້ນກໍ່ເຊີນກິນເຫຼົ້າ, ສິ່ງດັ່ງກ່າວໄດ້ປະກອບສ່ວນສະໜິດຕິດພັນທຸກຄົນໃນປະຊາຄົມຊາວເຜົ່າຮ່າຍີ່ ໃຫ້ມີຄວາມໝັ້ນຄົງກວ່າອີກ.