ງານບຸນ ອາຣຽວ ອາຢາ ຂອງປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່ ອາເລືອຍ ຢູ່ ແຂວງເທື່ອທຽນເຫ້ວ

To Tuan
Chia sẻ
(VOVWORLD) -ຮອດໄລຍະທ້າຍປີ, ເມື່ອເຂົ້າໄຮ່ສຸກເຫລືອງ, ອາກາດໃນຍາມນີ້ເລີ່ມຫນາວເຢັນ ກໍ່ແມ່ນຈຸດເວລາໝູ່ບ້ານຕ່າງໆຂອງປະຊາຊົນບັນດາເຜົ່າຢູ່ເຂດພູສູງ ອາເລືອຍ ແຂວງ ເທື່ອທຽນເຫ້ວ ຄື: ປາໂກ, ຕາໂອຍ, ເກີຕູ  ຫ້າງຫາກະກຽມໃຫ້ແກ່ງານບຸນ Ada ຫລືເອີ້ນວ່າບຸນເຂົ້າ  ໃຫ່ມ່ເພື່ອສົມມະນາຄຸນເທວະດາຟ້າແຖນທີ່ໄດ້ດົນບັນດານໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ . ບົດຂຽນຂອງນັກຂ່າວໂຕຕວນ.

ງານບຸນ ອາຣຽວ ອາຢາ ຂອງປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່ ອາເລືອຍ ຢູ່ ແຂວງເທື່ອທຽນເຫ້ວ - ảnh 1 ຊາວຊົນເຜົ່າພ້ອມກັນຮ້ອງລຳທຳເພງໃນງານບຸນ

ພາບ:vnexpress.net

ງານບຸນ ອາຣຽວ ອາຢາ ຫລື ເອີ້ນວ່າບຸນເຂົ້າໃຫມ່ ແມ່ນງານບຸນໃຫຍ່ທີສອງ ຖັດຈາກງານບຸນ ອາຣຽວປີງ ຂອງຊາວເຜົ່າສ່ວນຫນ້ອຍທີ່ດຳລົງຊີວິດຢູ່ທາງທິດຕາເວັນຕົກ ແຂວງ ເທື່ອທຽວເຫ້ວ. ໃນຊຸມມື້ນີ້ ເຖິງວ່າ ລູກເຕົ້າຜູ້ໃດພວມໄປທຳມາຫາກິນຢູ່ແດນໄກ ເມື່ອຮອດງານບຸນອາຣຽວ ອາຢາ ກໍ່ລ້ວນແຕ່ຕ້ອງກັບຄືນບ້ານເພື່ອ ຕ້ອນຮັບງານບຸນ ອາຣຽວ ອາຢາ ກັບຄອບຄົວ, ຊາວບ້ານ. ງານບຸນ ອາຣຽວ ອາຢາ ແມ່ນບຸນເຕັດເຕົ້າໂຮມບັນດາວົງຕະກຸນ, ສະແດງໃຫ້ເຫັນຮີດຄອງປະເພນີທີ່ເປັນມູນເຊື້ອຂອງຊາວເຜົ່າ. ງານບຸນ ອາຣຽວ ອາຢາ ກໍ່ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ເຕົ້າໂຮມກັນຢ່າງຄົບຫນ້າຄົບຕາ, ພ້ອມກັນນັ່ງດື່ມເຫລົ້າ, ໂອ້ລົມນຳກັນ ແລະ ທົບທວນຄືນສະພາບການໃນປີຜ່ານມາໄດ້ທຳມາຫາກິນຄືແນວໃດ,  ບັນລຸໄດ້ສິ່ງໃດແດ່ ແລະ ສິ່ງໃດຍັງບໍ່ທັນບັນລຸໄດ້ແມ່ນກ້າວເຂົ້າສູ່ປີຫນ້າຈະທຳມາຫາກິນໄດ້ຮັບຜົນດີກວ່າ. ທ່ານ ຫງວຽນຮ່ວາຍນາມ ຢູ່ ເມືອງ ອາເລືອຍ ແຂວງ ເທື່ອທຽວເຫ້ວ ໃຫ້ຮູ້ວ່າ:

        “ປີໃດກໍ່ເຊັ່ນດຽວກັນ ພໍ່ແມ່ປະຊາຊົນທັງໝົດໃນບ້ານໄດ້ເຕົ້າໂຮມກັນຢ່າງຄົບຫນ້າຄົບຕາພ້ອມກັນຈັດ ບຸນເຂົ້າໃຫມ່ ເພື່ອສົມມະນາຄຸນເທວະດາຟ້າແຖນ, ເທວະດາເຂົ້າ, ເທວະດາຕົ້ນໄມ້ທີ່ໄດ້ດົນບັນດານໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ. ຖ້າຫາກລະດູບການເກັບກ່ຽວບໍ່ໄດ້ຮັບຜົນ ເຂົາເຈົ້າຈະຈັດພິທີພາວະນາຂໍໃຫ້ເທວະດາຟ້າແຖນດົນບັນດານໃຫ້ປີຫນ້າລະດູການເກັບກ່ຽວໄດ້ຮັບຜົນດີກວ່າ.”

        ເພື່ອປະຕິບັດພິທີບູຊາເຂົ້າໃຫມ່, ພໍ່ແມ່ປະຊາຊົນຕ້ອງກະກຽມກ່ອນທີ່ຈະຈັດພິທີຫລາຍມື້. ບັນດາຜູ້ຊາຍໃນບ້ານໄດ້ກະກຽມບັນດາສັດລ້ຽງເພື່ອຮັບໃຊ້ບັນດາພິທີບູຊາ, ໃນຂະນະນັ້ນ ແມ່ຍິງແມ່ນຊອກຫາຊັບສິ່ງຂອງໃນປ່າຄື: ຫນໍ່ໄມ້ໃຜ່, ໄມ້ເຮ້ຍ, ໃບໄມ້ປ່າ, ຍອດຫວາຍ… ເພື່ອປຸງແຕ່ງບັນດາເຍື່ອງອາຫານພື້ນເມືອງ. ໃນມື້ຈັດງານບຸນ, ແຕ່ລະບ້ານລ້ວນແຕ່ນຳເອົາອາຫານຫລາຍເຍື່ອງທີ່ຕິດພັນກັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ຊື່ງຕາມຄວາມສຳນຶກຂອງເຂົາເຈົ້າແລ້ວ, ອາຫານທີ່ຫາມາໄດ້ລ້ວນແຕ່ແມ່ນເທວະດາຟ້າແຖນດົນບັນດານໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ຊີວິດອີ່ມໜຳສຳລານສົມບູນພູນສຸກ. ປ້າ ອາວຽດທິຍີ ຊາວເຜົ່າ ປາໂກ ໃຫ້ຮູ້ວ່າ:

        “ງານບຸນຕົ້ນຕໍຂອງເຜົ່າ ປາໂກແມ່ນງານບຸນ ອາຣຽວ ອາຢາ. ໃນງານບຸນນີ້ ເຄື່ອງຂອງບູຊາເທວະດາຟ້າແຖນຕ້ອງມີ: ເຂົ້າຫລາມ, ບັນອາກວາດ, ປີ້ງໄກ່ໃສ່ບັ້ງໄມ້ໄຜ່, ຊີ້ນໝູ, ຫນູ, ນົກ, …ບາງເທື່ອ ງານບຸນພຽງດຳເນີນໃນເວລາສອງສາມມື້ເທົ່ານັ້ນ ແຕ່ຕ້ອງຫ້າງຫາກະກຽມກ່ອນນັ້ນເປັນອາທິດ.”

        ຕາມຄວາມສຳນຶກຂອງຊາວເຜົ່າ ປາໂກ, ຕາໂອຍ, ເກີຕູ ແລ້ວ, ເວລາເພື່ອຈັດບຸນເຂົ້າໃຫມ່, ບູຊາເທວະດາຟ້າແຖນ ແມ່ນໃນຍາມເຊົ້າ ເພາະວ່າເວລານັ້ນ ອາກາດປອດໂປ່ງກວ່າ. ງານບຸນແມ່ນເລີ່ມຟົດຟື້ນເມື່ອແຂກຖືກເຊີນມາເຖິງ. ເຂົາເຈົ້າໄປເປັນຂະບວນ ແລະ ນຳເອົາໝູ, ງົວ, ໄກ່, ເປັດ, ປາໄປນຳ ເພື່ອປະກອບສ່ວນພ້ອມກັນຕ້ອນຮັບງານບຸນຢ່າງເບີກບານມ່ວນຊື່ນ. ໃນຂະນະນັ້ນ ເຈົ້າກົກເຈົ້າເຫລົ່າທຳບັນດາພິທີກຳບູຊາຢູ່ເຮືອນຮ້ານຕັ້ງຢູ່ໃຈກາງບ້ານ,  ຄອບຄົວໃດກໍ່ຕ້ອງກະກຽມພາເຂົ້າບູຊາ 3 ພາ ເພື່ອສົມມະນາຄຸນເທວະດາຟ້າແຖນທີ່ໄດ້ດົນບັນດານໃຫ້ປີຜ່ານມາ ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ເຂົ້າເຕັມສາງ, ການລ້ຽງໄກ່, ລ້ຽງໝູກໍ່ໃຫຍ່ໄວ, ຊາວບ້ານມີສຸຂະພາບແຂງແຮງ ບໍ່ເຈັບເປັນ. ໃນພິທີບູຊາເທວະດາຟ້າແຖນ, ນອກຈາກພາເຂົ້າບູຊາເທວະດາຟ້າແຖນແລ້ວ, ແຕ່ລະຄອບຄົວຍັງກະກຽມພາເຂົ້າເພື່ອເຊີນແຂກ ແລະ ພີ່ນ້ອງໃນວົງຕະກູນ, ປະຊາຊົນຢູ່ບ້ານອື່ນມາຮ່ວມ. ໃນງານບຸນ ອາຣຽວ ອາຢາໃນທ່າມກາງ ງານບຸນທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ບັນດາອ້າຍບ່າວນາງສາວໃນບ້ານໄດ້ນຸ່ງຊຸດອາພອນປະຈຳເຜົ່າທີ່ສວຍງາມກວ່າໝູ່ ພ້ອມກັນຟ້ອນລຳທຳເພງດ້ວຍບັນດາວາດຟ້ອນ “ຢາຢາ” ຫລື “ເປີຈຽງກອນ” ເພື່ອສ້າງຄວາມສະຫນິດຕິດພັນລະຫວ່າງອ້າຍນ້ອງ, ເພື່ອນມິດ ລະດູການໄດ້ຮັບຜົນດີ, ມີຄວາມອີ່ມໜຳສຳລານສົມບູນພູນສຸກ. ສຽງກອງສຽງຄ້ອງ ແລະ ບັນດາທຳນອງເພງພື້ນເມືອງໄດ້ດັງກ້ອງກັງວານຂຶ້ນຕື່ມປະກອບສ່ວນເຮັດໃຫ້ບັນຍາກາດຂອງງານບຸນຟົດຟື້ນຂຶ້ນຕື່ມ.

ງານບຸນ ອາຣຽວ ອາຢາ ຂອງປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່ ອາເລືອຍ ຢູ່ ແຂວງເທື່ອທຽນເຫ້ວ - ảnh 2 ກະກຽມພາເຂົ້າບູຊາເທວະດາຟ້າແຖນ

ພາບ:vnexpress.net

        ຕາມຮີດຄອງປະເພນີທີ່ເປັນມູນເຊື້ອ, ໃນໂອກາດງານບຸນ, ເພື່ອພາວະນາໃຫ້ປີໃຫມ່ລະດູການເກັບກ່ຽວໄດ້ຮັບຜົນດີ, ປະຊາຊົນເຄີຍຍິງດອກໄມ້ໃຜ່ຂຶ້ນເພດານຫລັງຄາ ຖ້າດອກໄມ້ໃຜ່ບໍ່ຕົກລົງມາກໍ່ໝາຍຄວາມວ່າ ເທວະດາຟ້ແຖນໄດ້ຍິນຍອມເຫັນດີຕໍ່ສິ່ງທີ່ປາດຖະຫນາໃນປີໃຫມ່.

        ປະຈຸບັນ ເຖິງວ່າຊີວິດໄດ້ມີການປ່ຽນແປງຫລາຍຢ່າງແລ້ວກໍຕາມ ແຕ່ຮີດຄອງປະເພນີໃນງານບຸນ ອາຣຽວ ອາຢາ ຍັງຄົງໄດ້ຮັບການຮັກສາໄວ້, ສ້າງຄວາມດູດດື່ມຕໍ່ນັກທ່ອງທ່ຽວເມື່ອມາຢ້ຽມຢາມ ຊອກຮູ້ກ່ຽວກັບ ຊົນເຜົ່າສ່ວນຫນ້ອຍທີ່ດຳລົງຊີວິດຢູ່ທາງທິດຕາເວັນຕົກສາຍພູຫລວງທີ່ໃຫຍ່ໂຕມະໂຫຖານ.

ຕອບກັບ