ງານດອງຂອງຊາວເຜົ່າ ເຊີດັງ

Vinh Phong
Chia sẻ
(VOVWORLD) -ຊາວເຜົ່າເຊີດັງ ຍັງຄົງຮັກສາມູນເຊື້ອວັດທະນະທຳຂອງເຜົ່າຕົນໄວ້, ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຜ່ານບັນດາຮີດຄອງປະເພນີ, ງານບຸນຕ່າງໆ. ໃນນັ້ນ ມີປະເພນີກ່ຽວກັບການສົມລົດ, ເປັນຕົ້ນແມ່ນບັນດາພິທີສູ່ຂໍ ແລະ ງານດອງຂອງຊາວເຜົ່າ ເຊີດັງ ມີຫລາຍຈຸດທີ່ເປັນເອກະລັກສະເພາະ. ບົດຂຽນຂອງ ນັກຂ່າວ ຫວີງຟອງ ທີ່ມີຫົວຂໍ້ວ່າ: ງານດອງຂອງຊາວເຜົ່າ ເຊີດັງ

ງານດອງຂອງຊາວເຜົ່າ ເຊີດັງ - ảnh 1 ງານດອງຂອງຊາວເຜົ່າເຊີດັງ

ພາບ:ອິນເຕີແນັດ

ປະເພນີສູ່ຂໍ, ງານດອງຂອງຊາວເຜົ່າເຊີດັງ ມີ ຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ເຖິງວ່າລຽບງ່າຍ ແຕ່ມີຄວາມອົບອຸ່ນ. ເຖິງວ່າ ວຽກງານໃນມື້ແຕ່ງງານຂອງຄູ່ບ່າວສາວໃນບ້ານແມ່ນວຽກສະເພາະຂອງສອງຄອບຄົວກໍຕາມ ແຕ່ຍາມໃດປະຊາຊົນທັງໝູ່ບ້ານທັງໝົດລ້ວນແຕ່ຖືວ່າແມ່ນວັນບຸນລວມຂອງບ້ານ.

        ເມື່ອເຖິງກະສຽນອາຍຸ, ບ່າວສາວ ຊາວເຜົ່າ ເຊີດັງ ມີຄວາມເສລີໃນການຊອກຮູ້ເຊິ່ງກັນ ແລະ ກັນ ເພື່ອກ້າວໄປເຖິງການສົມລົດ ແຕ່ງານດອງຕ້ອງປະຕິບັດຕາມປະເພນີຂອງເຜົ່າຕົນກໍຄືຂອງໝູ່ບ້ານ. ກ່ອນນີ້, ພາຍຫລັງ ອ້າຍບ່າວທຳພິທີເລື່ອຍແຂ້ວ, ຊື່ງແມ່ນພິທີກຳສະແດງໃຫ້ເຫັນວ່າ ອ້າຍບ່າວໄດ້ເຕີບໃຫຍ່ແລ້ວ ເວລານັ້ນ ອ້າຍບ່າວຈຶ່ງກາຍເປັນສະມາຊິກຢ່າງເປັນທາງການ, ພ້ອມກັນແບ່ງປັນບັນດາສິດຜົນປະໂຫຍດຕໍ່ກັບຄອບຄົວ, ວົງຕະກູນ, ໝູ່ບ້ານ ແລະ ນັ້ນກໍ່ແມ່ນເງື່ອນໄຂເພື່ອໄດ້ສ້າງຄອບຄົວ. ທ່ານ  ອາເພີງ  ຕາແສງ ດັກອາງ ເມືອງ ງອກໂຮ່ຍ ແຂວງ ກອນຕູມ ໃຫ້ຮູ້ວ່າ: ມາດຕະຖານເລືອກ ເມຍ, ຜົວຂອງບັນດາອ້າຍບ່າວ, ນາງສາວ ຊາວເຜົ່າ ເຊີດັງ ບໍ່ແມ່ນຄວາມງາມເທົ່ານັ້ນ ຫາກທຳມະດາແມ່ນເລືອກເອົາຜູ້ມີຄວາມດຸໝັ່ນໃນການອອກແຮງງານ, ມີສຸຂະພາບແຂງແຮງ. ເຈົ້າສາວຕ້ອງແມ່ນຜູ້ເຮັດໄຮ່ເກັ່ງ, ມີຄວາມຊຳນານໃນການຕ່ຳແຜ່ນແພ,  ສ່ວນເຈົ້າບ່າວຕ້ອງແມ່ນຜູ້ລ່າເນື້ອເກັ່ງ, ຮູ້ຈັກການຕີເຫລັກ, ສານກະພາ. ທ່ານ ອາເພີງ ໃຫ້ຮູ້ວ່າ

“ຖ້າຫາກຜູ້ບ່າວຜູ້ສາວຕົກລົງນຳກັນວ່າຈະເປັນຜົວເມຍກັນແລ້ວ, ເຂົາເຈົ້າຕ້ອງມາເຮືອນຂອງທັງສອງຄອບຄົວເພື່ອໃຫ້ພໍ່ແມ່ເຫັນຫນ້າເຫັນຕາ ແລະ ຂໍອະນຸຍາດຈາກພໍ່ແມ່ຂອງທັງສອງຝ່າຍໃຫ້ເຂົາເຈົ້າໄດ້ແຕ່ງງານ. ຖ້າວ່າ ພໍ່ແມ່ທັງສອງຝ່າຍເຫັນດີ ກໍ່ຈະຂໍຄວາມຊ່ວຍເຫລືອຈາກເຈົ້າໂຄດລຸງຕາ.”

ງານດອງຂອງຊາວເຜົ່າ ເຊີດັງ - ảnh 2ເຈົ້າໂຄດລຸງຕາພວມທຳພິທີກຳກັບ ເຈົ້າບ່າວເຈົ້າສາວ

ພາບ:baogialai

        ກ່ອນນີ້ ເຄື່ອງສິນສອດທີ່ເອົາໄປມອບໃຫ້ຄອບຄົວເຈົ້າສາວ ຕ້ອງມີຄ້ອງ, ໄຫ ນີ້ກໍແມ່ນມູນມັງຂອງພໍ່ແມ່ທີ່ໃຫ້ລູກສາວເມື່ອແຕ່ງງານ ພ້ອມທັງກໍ່ແມ່ນເຄື່ອງສິນສອດຢັ້ງຢືນອິດທິພົນຊື່ສຽງຂອງຄອບຄົວ, ວົງຕະກູນຂອງເຈົ້າບ່າວ. ສຳລັບຄອບຄົວເຈົ້າບ່າວແລ້ວ, ເຄື່ອງສິນສອນບໍ່ມີຄ້ອງ, ໄຫກໍ່ຍາກທີ່ຈະເອົາເມຍໄດ້. ແຕ່ປະຈຸບັນ, ເຄື່ອງສິນສອດໃນພິທີສູ່ຂໍຂອງຊາວເຜົ່າ ເຊີດັງ ມີຄວາມລຽບງ່າຍກວ່າ, ນອກຈາກມີໝາກ, ໃບພູຢາສູບ, ຊີ້ນແຫ້ງແລ້ວ ຄອບຄົວເຈົ້າບ່າວຍັງເອົາໝູໂຕຫນຶ່ງ, ປາ, ແລະ ໄກ່ແມ່ໄກ່ຜູ້ຄູ່ຫນຶ່ງ. ເອື້ອຍ ອີມອນ ຢູ່ ຕາແສງ ດັກອາງ ເມືອງ ງອກໂຮ່ຍ ແຂວງ ກອນຕູມ ໃຫ້ຮູ້ວ່າ:

        “ຄອບຄົວເຈົ້າສາວເມື່ອຈັດຕັ້ງງານດອງ ຕ້ອງຕົ້ມເຫລົ້າ. ຄອບຄົວເຈົ້າບ່າວ ມີໄກ່. ເຂົາເຈົ້າພ້ອມກັນດື່ມເຫລົ້າກິນເຂົ້ານຳກັນ ຜູ້ບ່າວຜູ້ສາວເມື່ອມີຄວາມຮັກ ກັນ ເຄີຍມອບປອກແຂນໃຫ້ກັນ.”

        ເມື່ອມີຄວາມຮັກກັນກໍ່ຄືເມື່ອແຕ່ງງານ, ຄູ່ບ່າວສາວຊາວເຜົ່າ ເຊີດັງ ເຄີຍມອບປອກແຂນເຮັດດ້ວຍ ເງິນ, ທອງ ໃຫ້ກັນ. ເຖິງວ່າ ບໍ່ມີຄຸນຄ່າສູງກ່ຽວກັບດ້ານວັດຖຸກໍຕາມ ແຕ່ປອກແຂນຄືດັ່ງຄຳໝັ້ນໝາຍຂອງຜູ້ບ່າວຜູ້ສາວ ແລະ ກໍ່ແມ່ນເພື່ອໃຫ້ທຸກຄົນຮູ້ຈັກໄດ້ວ່າ ແມ່ຍິງຄົນນີ້ມີເຈົ້າຂອງແລ້ວ. ທ່ານ ອາຄາວ ຊາວເຜົ່າ ເຊີດັງ ຢູ່ຕາແສງ ດັກອາງ ເມືອງ ງອກໂຮ່ຍ ແຂວງ ກອນຕູມ ໃຫ້ຮູ້ວ່າ:

        “ເມື່ອຜູ້ບ່າວຜູ້ສາວຮັກກັນ ເຄີຍມອບປອກແຂນໃຫ້ກັນ ຖ້າຫາກບໍ່ໄດ້ເປັນຜົວເປັນເມຍກັນກໍ່ ຈະສົ່ງປອກແຂນໃຫ້ກັນຄືນ.  ເມື່ອໄດ້ຮັບອະນຸຍາດຈາກພໍ່ແມ່ ແລະ ແຕ່ງດອງນຳກັນ, ປອກແຂນນັ້ນໄດ້ຮັບຖືວ່າແມ່ນເຄື່ອງອະນຸສອນແຫ່ງຄວາມຮັກໃນຕະຫລອດຊີວິດ.”

        ການສົມລົດດ້ວຍຄວາມຮັກຂອງເຈົ້າບ່າວເຈົ້າສາວ ສະນັ້ນຊາວເຜົ່າ ເຊີດັງ ແມ່ນຖືເປັນສຳຄັນທີ່ສຸດຄວາມບໍລິສຸດຜຸດຜ່ອງໃນຊີວິດຂອງຄູ່ຜົວເມຍ. ເມື່ອປອກແຂນມອບໃຫ້ກັນ ແລະ ສອງຄົນພ້ອມກັນດືມເຫລົ້າໃນຈອກດຽວ, ເຂົາເຈົ້າຈະພ້ອມກັນສ້າງຊີວິດ ແລະ ຢູ່ ນຳກັນຕະຫລອດຊີວິດ. ທ່ານ ອາຄາວ ໃຫ້ຮູ້ຕື່ມອີກວ່າ:

        “ເຈົ້າໂຄດລຸງຕາ ຝ່າຍຊ້າຍຍັງຕັກເຕືອນໃຫ້ຄອບຄົວເຈົ້າບ່າວວ່າ ຖ້າຫາກ ບໍ່ແຕ່ງງານຢາຮ້າງກັບເຈົ້າສາວ ຕ້ອງຊົດເຊີຍ ຄວາຍໂຕຫນຶ່ງ, ທຳມະດາ ແມ່ນຜູ້ບ່າວຕ້ອງຊົດເຊີຍໃຫ້ຜູ້ສາວຫລາຍກວ່າ. ຖ້າຫາກເຈົ້າບ່າວທໍລະຍົດບໍ່ຮັກສາຄວາມຮັກຕໍ່ເຈົ້າສາວ ຈະຖືກຄອບຄົວເຈົ້າສາວປັບໄຫມຢ່າງຫນັກ  ຕ້ອງມອບໝູ ຫລືຄວາຍໃຫ້ເຂົາເຈົ້າ. ສິ່ງດັ່ງກ່າວຄືດັ່ງຄຳຕັກເຕືອນວ່າ ຜູ້ບ່າວຊາວເຜົ່າ ເຊີດັງ ພຽງແຕ່ມີຄວາມຮັກຕໍ່ແມ່ຍິງຄົນດຽວ ບໍ່ໄດ້ປ່ຽນໃຈ.”

        ພາຍຫລັງແຕ່ງງານແລ້ວ, ຜູ້ເປັນເມຍໄດ້ມາຢູ່ນຳຄອບຄົວຜົວ ແຕ່ວ່າບໍ່ທັນໄດ້ເຂົ້າເຮືອນເທື່ອ ຕ້ອງລໍຖ້າເມື່ອໃດຄອບຄົວທາງຜົວເຊີນພີ່ນ້ອງໃນບ້ານກໍຄືໃນວົງຕະກູນ ຈັດພິທີອວຍພອນ. ຄອບຄົວທາງຜົວ ກໍ່ໄດ້ກະກຽມໄກ່ຜູ້ໂຕຫນຶ່ງ ແລະ ເຫລົ້າ ເພື່ອໃຫ້ເຈົ້າສາວ, ເຈົ້າບ່າວກິນນຳກັນໃນຫ້ອງນອນຂອງເຈົ້າບ່າວເຈົ້າສາວ, ສິ່ງດັ່ງກ່າວແມ່ນສະແດງໃຫ້ເຫັນຄວາມສຳນຶກຂອງຊາວເຜົ່າ ເຊີດັງ ປາດຖະຫນາຢາກໃຫ້ຄູ່ຜົວເມຍດຳລົງຊີວິດຢ່າງປອງດອງ, ມີຄວາມຜາສຸກ. ໃນຊຸມວັນເດືອນຫລັງຈາກນັ້ນ, ຄູ່ຜົວເມຍສາມາດມາຢູ່ຮ່ວມກັບຄອບຄົວທາງຜົວ ຫລື ຄອບຄົວທາງເມຍກໍ່ໄດ້ ກ່ອນທີ່ແຍກຕົວອອກມາດຳລົງຊີວິດຢູ່ຕ່າງຫາກ.

ຕອບກັບ