ຄາບເຂົ້າລົບລ້າງຄວາມໂຊກຮ້າຍ ແລະ ປະເພນີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່ານຸ່ງ

To Tuan
Chia sẻ
ກໍ່​ເຊັ່ນ​ດ່ຽວກັບ​ຫຼາຍ​ຊົນ​ເຜົ່າ​ອ້າຍ​ນ້ອງ​ອື່ນໆ, ບຸນປີໃໝ່ປະຈຳຊາດ, ແມ່ນງານບຸນໃຫຍ່ໃນປີ. ບັນດາວັນບຸນຂອງຊາວເຜົານຸ່ງຕິດພັນກັບບາງຮີດຄອງປະເພນີທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ມີ​ສີສັນ​ພິ​ເສດ, ​ໃນ​ນັ້ນ, ຊາວ​ເຜົ່າ​ ນຸ່ງ​ຝ່າ​ນສຼິງ ຫຼາຍ​ລຸ້ນຄົນ, ຢູ່​ລ້າງ​ເຊີນ ຍັງ​ຄົງ​ຮັກສາ “ຄາບ​ເຂົ້າ​ລົບ​ລ້າງ​ຄວາມໂຊກ​ຮ້າຍ​ “ໃນ​ຍາມ​ທ້າຍ​ປີຈົນ​ຮອດ​ປະຈຸ​ບັນ.
(vovworld) - ກໍ່​ເຊັ່ນ​ດ່ຽວກັບ​ຫຼາຍ​ຊົນ​ເຜົ່າ​ອ້າຍ​ນ້ອງ​ອື່ນໆ, ບຸນປີໃໝ່ປະຈຳຊາດ, ແມ່ນງານບຸນໃຫຍ່ໃນປີ. ບັນດາວັນບຸນຂອງຊາວເຜົານຸ່ງຕິດພັນກັບບາງຮີດຄອງປະເພນີທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ມີ​ສີສັນ​ພິ​ເສດ, ​ໃນ​ນັ້ນ, ຊາວ​ເຜົ່າ​ ນຸ່ງ​ຝ່າ​ນສຼິງ ຫຼາຍ​ລຸ້ນຄົນ, ຢູ່​ລ້າງ​ເຊີນ ຍັງ​ຄົງ​ຮັກສາ “ຄາບ​ເຂົ້າ​ລົບ​ລ້າງ​ຄວາມໂຊກ​ຮ້າຍ​ “ໃນ​ຍາມ​ທ້າຍ​ປີຈົນ​ຮອດ​ປະຈຸ​ບັນ.
ຄາບເຂົ້າລົບລ້າງຄວາມໂຊກຮ້າຍ ແລະ  ປະເພນີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່ານຸ່ງ - ảnh 1
(ພາບປະກອບ)

        ບຸນປີ​ໃໝ່ປະຈຳ​ຊາດ​ຂອງ​ຊາວ​ເຜົ່າ​ ນຸ່ງ​ຝ່າ​ນສຼິງ ​ເລີ່​ມຕົ້ນ​ແຕ່​ຄາບ​ເຂົ້າ​ລົບ​ລ້າງ​ຄວາມໂຊກ​ຮ້າຍ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 30 ​ຂອງ​ບຸນ​ເຕັດ - ​ແມ່ນ​ວັນສຸ​ດ​ທ້າຍຂອງ​ປີ​ເກົ່າ. ອາຫານ​ຕົ້ນຕໍ​ໃນ​ຄາບ​ເຂົ້າ​ທ້າຍ​ປີ​ແມ່ນຊີ້ນ​ເປັດ. ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ ນຸ່ງ​ຝ່າ​ນສຼິງ ​ແລ້ວ, ​ໂຕ​ເປັດ​ແມ່ນ​ສັດປະ​ເພດ​ທີ່​ລົບ​ລ້າງ​ຄວາມ​ໂຊກ​ຮ້າຍດີ​ທີ່​ສຸດ. ທ່ານ ​ເລືອ​ງວັນ​ແບກ, ຊາວ​ເຜົ່າ ນຸ່ງ​ຝ່າ​ນສຼິງ ຢູ່ ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ:

        “ວັນ​ທີ 30 ຂອງ​ບຸນ​ເຕັດ, ​ແມ່ນ​ວັນສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່. ​ໃນ​ວັນ​ທ້າຍ​ປີ​ນີ້, ​ໃນ​ພາ​ເຂົ້າ​ຍາມ​ໃດ​ກໍ່​ມີ​ຊີ້ນ​ເປັດ​ເພື່ອ​ລົບ​ລ້າງ​ຄວາມ​ໂຊກ​ຮ້າຍ, ​ເຮັດ​ໃຫ້​ສິ່ງ​ບໍ່​ດີ​ບໍ່​ງາມຂອງ​ປີ​ເກົ່າ​ຫາຍໄປ​, ​ເພື່ອ​ຕ້ອນຮັບ​ປີ​ໃໝ່​ດ້ວຍ​ສິ່ງ​ທີ່​ຈົບງາມ. ການ​ລົບ​ລ້າງ​ຄວາມ​ໂຊກ​ຮ້າຍ ກໍ່​ເພື່ອ​ປາຖະໜາ​ຢາກ​ໃຫ້​ທຸກ​ຄົນ​ໃນ​ຄອບຄົວ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ສ່ວນ​ລູກ​ຫຼານ​ຮຳ່ຮຽນ​ໄດ້​ຮັບ​ຜົນ​ດີ“.

        ​ຊີ້ນ​ເປັດ​ໃນ​ພາ​ເຂົ້າ​ລົບ​ລ້າງ​ຄວາມ​ໂຊກ​ຮ້າຍ​ຍາມທ້າຍ​ປີ ບາງ​ເທື່ອ​ຈະ​ໄດ້​ປຸງ​ແຕ່ງ​ເປັນ​ຫຼາຍ​ເຍື່ອງ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ: ​ເປັດ​ປິ່ນ​ກັບ​ໃບມັກ​ເມິ​ດ ​ແລະ ນ້ຳ​ເຜິ້ງ, ​ເປັດ​ຕົ້ມ, ​ເປັດ​ອ່ອມ​ກັບ​ມັນ​ເຜືອກ, ກິນ​ກັບ​ຜັກ​ປ່າ. ​ແຕ່​ສ່ວນຫຼາຍ​ແມ່ນ​ເປັດ​ຕົ້ມ​ກັບ​ໜໍ່​ໄມ້​ທີ່​ມີ​ຢູ່​ແລ້ວ​ໃນ​ປ່າ​. ​ເຖິງ​ວ່າ​ຈະ​ປຸງ​ແຕ່ງ​ຕາມ​ວິທີ​ໃດ​ກໍ່ຕາມ, ບັນດາ​ເຍື່ອງ​ອາຫານ​ຊີ້ນ​ເປັດ​ນີ້​ ​ແມ່ນ​ຕ້ອງ​ກິນ​ໃຫ້​ໝົດ, ບໍ່​​ໃຫ້​ເຫຼືອ​​ໄວ້​ເຖິງ​ປີ​ໃໝ່. ອ້າຍ​ ​​ເລືອ​ງຈີ໋ສຸ່ງ, ພະນັກງານ​ວັດທະນະທຳ​ຢູ່​ແຂວງ ​ລ້າງ​ເຊີນ ​ໃຫ້​ຮູ້​ວ່າ: ​ເດືອນ​ຈຽງ ​ແມ່ນ​ເດືອນ​ທຳ​ອິດ​ໃນ​ປີ​ໃໝ່​ແມ່ນ​ບໍ່​ໄດ້​ກິນ​​ເປັດ, ​ເດືອນ 7 (ຕາມ​ຈັນທະ​ປະຕິທິນ​) ​ແມ່ນ​ບໍ່​ໄດ້​ກິນ​ໄກ່, ​ເພາະວ່າ​ເຮັດ​ຄື​ແນວ​ນັ້ນ​ແມ່ນ​ຈະ​ບໍ່​ປະສົບ​ກັບ​ຄວາມ​ໂຊກ​ດີ. ປະ​ເພນີ​ຄະລຳ​ນີ້​ຂອງ​ຊາວ​ເຜົ່າ​ນຸ່ງ​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ​​ແລະ ປະ​ຈຸບັນ​ຍັງ​ຄົງ​ຮັກສາ​ໄວ້​ຢູ່.

        ພ້ອມ​ກັບ​ເລື່ອງ​ກະກຽມ​ເຍື່ອງ​ອາຫານ​ໃຫ້​ພາ​ເຂົ້າ​ລົບ​ລ້າງ​ຄວາມ​ໂຊກ​ຮ້າຍ​ຍາມ​ທ້າຍ​ປີ​ແລ້ວ, ຊາວ​ເຜົ່າ​ນຸ່ງ​ຍັງ​ກະກຽມ​ບັນດາ​ເຍື່ອງ​ອາຫານ​ເພື່ອ​ຕ້ອນຮັບ​ປີ​ໃໝ່​ອີກ. ບັນດາ​ຄອບຄົວ​ຊາວ​ເຜົ່າ​ນຸ່ງ​ສ່ວນ​ຫຼາຍ​ແມ່ນ​ປຸງ​ແຕ່ງອາຫານ​ເອງ​ເພື່ອ​ຕ້ອນຮັບ​ແຂກ, ອັນ​ນີ້​ກໍ່​​ເປັນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ຊຳນານ​ຂອງ​​ເຈົ້າ​​ເຮືອນ. ທ່ານ ຮ່ວາງ​ວັນ​ຕໍ, ຊາວ​ເຜົ່າ ​ນຸ່ງ​ຝ່າ​ນສຼິ່ງ, ​ແຂວງ ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ:

        “ຮີດຄອງ​ປະ​​ເພນີ​ຢູ່ທ້ອງ​ຖີ່​ນພວກ​ຂ້າພະ​ເຈົ້າ​ຄື: ການ​ກິນດື່ມ, ການ​ນຸ່ງ​ຖື, ການ​ບູຊາ​ໃນ​ບຸນປີ​ໃໝ່​ກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍຢ່າງ, ຕົວ​ຢາງ​ຄື, ພາ​ເຂົ້າ​ບູຊາ​ໃນ​ວັນບຸນປີ​ໃໝ່, ນອກຈາກ​ມີ​ເຂົ້າຕົ້ມ​ແລ້ວ, ຍາມ​ໃດ​ກໍ່​ຕ້ອງ​ມີ​ຊີ້ນ​ໄກ່​ຕອນ, ​ເຂົ້າໜຽວ, ​ເຂົ້າໜົມ​ຂາວ​ທີ່​ເຮັດ​ຈາກ​ແປ້ງ​ເຂົ້າໜຽວ​ຂົ້ວ“.

        ​ໃນ​ຊຸມ​ວັນ​ບຸນ​ເຕັດ, ​ແທ່ນ​ບູຊາ​ບັນພະບຸລຸດ​ຂອງ​ບັນດາ​ຄອບຄົວ​ຊາວ​ເຜົ່າ​ນຸ່ງ ​ແມ່ນ​ໄດ້​​ຜັດ​ຖູ​ຢ່າງ​ສະອາດ ​ແລະ ຕິດ​ເຈ້ຍສາ. ສ່ວນ​ໂຖ​ປັກ​ທູບ​ແມ່ນ​ໄດ້​ລ້າງ​ດ້ວຍ​ນຳ້​ຫອມ​ຈາກ​ໃບ​ໄມ້. ​ເທິງ​ແທນ​ບູຊາ​ວາງ​ເຂົ້າຕົ້ມ, ​ໄກ່​ຕອນ​ຕົ້ມ​ສຸກ​ແລ້ວ, ​ເຂົ້າໜົມ, ຊີ້ນ​ໝູ, ຈານ​ໝາກ​ໄມ້ 5 ຊະນິດ,  ຕົ້ນ​ໝື່ນ​ປີ 2 ຕົ້ນ. ​ເຂົາ​ເຈົ້າ​ຍັງ​ປັກ​ທູບ​ຢູ່​ໃກ້​ກັບ​ເຕົາ​ໄຟ ​ແລະ ນອກ​ປະຕູ​ອີກ. ທູບ​ເທິງ​ແທ່ນ​ບູຊາ​ແມ່ນ​ບໍ່​ໄດ້​ມອດ​ຢ່າງ​ເດັດຂາດ, ຫາກ​ຕ້ອງ​ໄຕ້​ຕະຫຼອດ. ສິ່ງ​ຄະລຳ​ທີ່​ສຸດ​ແມ່ນ​ຮອດ​ຍາມ​ກາງຄືນ​ວັນ​ທີ 30 ​ແລະ ວັນ​ທີ 1 ຂອງ​ບຸນ​ປີ​ໃໝ່, ຊາວ​ເຜົ່າ​ນຸ່ງ​ບໍ່​​ໄດ້ດັງໄຟ​ຢູ່​ນອກ​ທາງ.

ຄາບເຂົ້າລົບລ້າງຄວາມໂຊກຮ້າຍ ແລະ  ປະເພນີຕ້ອນຮັບບຸນປີໃໝ່ຂອງຊາວເຜົ່ານຸ່ງ - ảnh 2
(ພາບປະກອບ)

        ພາຍຫຼັງ​ຄາບ​ເຂົ້າ​ລົບ​ລ້າງ​ຄວາມ​ໂຊກ​ຮ້າຍ​ທ້າຍ​ປີ, ທັງ​ຄອບຄົວ​ຈະ​ພ້ອມ​ກັນ​ຮັບ​ປະທານ​ອາຫານ ​ແລະ ລໍຖ້າ​ຮອດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່. ກົງ​ກັບ​ເວລາ​ນັ້ນ, ທຸກ​ຄອບຄົວ​ກໍ່​ຈູດ​ທູບ​ທຽນ​, ​ເປີດ​ກວ້າງ​ປູ​ຕູອອກ, ບັນດາ​ນາງ​ສາວ​ໄປ​ຫາບ​ນຳ້​ຈາກ​ຫ້ວຍ​ນ້ຳມາ​ເພື່ອ​ໃຫ້​ຄອບຄົວ​ໄດ້​ຮັບ​ແຕ່ໂຊກໝານ. ທຸກ​ຄົນ​ອວຍ​ໄຊ​ໃຫ້​ພອນ​ກັນ​ຢ່າງ​ເບີກບານ​ມ່ວນ​ຊື່ນ, ​​ໃນ​ບັນຍາກາດ​ອັນ​ອົບ​ອຸ່ນ.

        ມື້​ທຳ​ອິດ​ຂອງ​ປີ​ໃໝ່, ທຸກ​ຄອບຄົວ​ກໍ່​ຄະລຳ​ບໍ່​ໄດ້​ກວາດ​ລ້າງ​ເຮືອນ​ຊານ, ບໍ່​ໄດ້​ຊັກ​ເຄື່ອງ ​ແລະ ບໍ່​ໄດ້​ໃຊ້​ສາກ​ຄົກ… ​ເພື່ອ​​​ໄດ້​ປະສົບ​ແຕ່​ຄວາມ​ໂຊກ​ດີ​ຕະຫຼອດ​ປີ. ​ເຂົາ​ເຈົ້າ​ກໍ່​ບໍ່​ໄປ​ຫຼິ້ນ​ຢູ່​ບັນດາຄອບຄົວ​ອື່ນ​, ຍ້ອນ​ຢ້ານ​ວ່າໂຊກ​ໝານ​​ໃນ​ຄອບຄົວ​ຕົນ​ຈະ​ຫາຍ​ໄປ​ໝົດ. ຮອດ​ຕອນ​ບ່າຍ​ວັນ​ທີ 1 ຂອງ​ບຸນ​ປີ​ໃໝ່, ​ເຂົາ​ເຈົ້າ​ຈຶ່ງ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຄອບຄົວ​ອື່ນໆ. ຖ້າ​ຫາກ​ຜູ້​ທຳ​ອີດ​​ເຂົ້າ​ເຮືອນ​ແມ່ນ​ຜູ້​ຊາຍ​ທີ່​ທຳ​ມາ​ຫາ​ກິນ​ໄດ້​ດີ, ​ເປັນ​ຄົນ​ໃຈດີ, ຄວບ​ຄົວ​ມີ​ຄວາມ​ຜາ​ສຸກ ​ແມ່ນ​ໄດ້​ຮັບ​ຖື​ວ່ຄອບຄົວ​ນັ້ນ​ມີ​ຄວາມ​ໂຊກ​ດີ. ຕາມ​ປະ​ເພນີ​ເດີມ​ແລ້ວ, ຈະ​ມີ​ຊາວ​ກະສິກອນ​ຜູ້​ໜຶ່ງ​​ເປັນ​ຄົນ​ໃຈບຸນ, ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ລູກ​ຫຼານ​ຫຼາຍ​ຄົນ​, ​ໄປຍັງ​ແຕ່​ລະ​ຄອບຄົວ​ໃນບ້ານ​ເພື່ອ​ອວຍພອນ​​ປີ​ໃໝ່​​ໃຫ້​ຄອບຄົວ​ນັ້ນມີ​ຄວາມ​ຢູ່ດີມີ​ແຮງ, ບໍ່​ເຈັບ​ບໍ່​ໄຂ້, ມີ​ຄວາມ​ຈະ​ເລີ​ນໝັ້ນຄົງ, ​ແລ້ວ​ຕິດ​ເຈ້ຍ​ຮູບ​ຈັດ​ຕຸ​ລັດ​ສີ​ແດງ​ໃສ່​ຄອກ​ລ້ຽງສັດ​ຂອງ​ທຸກ​ຄອບຄົວ. ຊາວ​ເຜົ່າ​ນຸ່ງ​ເຊື່ອ​ໝັ້ນ​ວ່າ​ເຮັດ​ຄື​ແນວ​ນັ້ນ, ສັດລ້ຽງ​ຈະ​ແຜ່​ລູກ​ໄດ້​ຫຼາຍ ​ແລະ ລົບ​ລ້າງ​ສິ່ງ​ບໍ່​ຈົບ​ບໍ່​ງາມ​ໃນ​ປີ​ເກົ່າ​ໃຫ້​ໝົດ​ກ້ຽງ. ຍ້ອນ​ເຫດ​ນັ້ນ, ທຸກ​ຄອບຄົວ​ລ້ວນ​ແຕ່​ຕ້ອນຮັບ​ຊາວ​ກະສິກອນ​ຜູ້​ນີ້​ຢ່າງ​ອົບ​ອຸ່ນ​ສຸດ​ອົກ​ສຸດ​ໃຈ ​ແລະ ມອບ​ໃຫ້ຜູ​້ນັ້ນ​ເຂົາ​ໜົມ ​ກໍ່​ຄືຂອງຂວັນ​ຢ່າງ​ຫຼວງ​ຫຼາຍ.

ຕອບກັບ