ຄ້ອງຫີນ, ເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ມນົງ

To Tuan
Chia sẻ
ກ່ອນ​ນີ້​ນັບ​ພັນ​ປີ, ຢູ່​ເຂດ​ໄຕ​ງວຽນ​ໄດ້​ປະກົດ​ມີ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ, ນັ້ນ​ແມ່ນ​ເຄື່ອງ​ດົນຕີ​ດ້ວຍ​ຫີນ, ຊາວ​ເຜົ່າ ມນົງ​ ເອີ້ນ​ວ່າ ກອງ (Goong) ໝາຍ​ຄວາມ​ວ່າ​ຄ້ອງ​ຫີນ. ຄ້ອງ​ຫີນ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຂອງ​ຊາວ​ໄຕ​ງວຽນ.

(vovworld) ກ່ອນ​ນີ້​ນັບ​ພັນ​ປີ, ຢູ່​ເຂດ​ໄຕ​ງວຽນ​ໄດ້​ປະກົດ​ມີ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ, ນັ້ນ​ແມ່ນ​ເຄື່ອງ​ດົນຕີ​ດ້ວຍ​ຫີນ, ຊາວ​ເຜົ່າ ມນົງ​ ເອີ້ນ​ວ່າ ກອງ (Goong) ໝາຍ​ຄວາມ​ວ່າ​ຄ້ອງ​ຫີນ. ຄ້ອງ​ຫີນ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຂອງ​ຊາວ​ໄຕ​ງວຽນ. ສຽງ​ຄ້ອງ​ຫີນ​ດັງ​ກ້ອງ​ກັງວານ​ປຽບ​ເໝືອນ​ສຽງ​ຂອງ​ພູຜາ​ປ່າ​ໄມ້, ສຽງ​ຫ້ວຍ​ນຳ້ລຳ​​ເຊ​ ​ແລະ ​ສຽງ​ເລົ່າ​ເລື່ອງ, ທີ່ຊ່ວຍ​ບັນ​ເທົາຄວາມ​ໂສກ​ເສົ້າ, ອິດ​ເມື່ອຍ, ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ແກ່​ຊາວ​ໄຕ​ງວຽນ. ​

ຄ້ອງຫີນ, ເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ມນົງ - ảnh 1

(ພາບ: ອິນເຕີແນດ)

        ຊຸດ​ຄ້ອງ​ຫີນ​ທຳ​ອິດ​ໄດ້​ຮັບ​ການ​ຄົ້ນ​ພົບ​ຢູ່​ເມືອງ ດັກ ​ເຮຼິບ, ​ແຂວງ ດັກນົງ ​ເມື່ອ​ປີ 1993. ຊາວ​ເຜົ່າ ມນົງ ຢູ່​ທີ່​ນີ້​ໄດ້​ເລົ່າ​ສູ່​ຟັງ​ວ່າ. ​ເມື່ອ​ຫາ​ປາ​ຢູ່​ຫ້ວຍ​ນຳ້ ດັກ​ກາ, ຊາວ ມນົງ ຜູ້ໜຶ່ງ​ໄດ້ຊອກ​ເຫັນ ຫີນ 3 ​​ແຜ່ນ, ​ເມື່ອ​​ເຄາະໃສ່ກໍ່​ອອກສຽງ​ມ່ວນ​ຫຼາຍ. ຫຼັງ​ຈາກ​ນັ້ນ, ບັນດາ​ນັກ​ຄົ້ນ​ຄ້ວາ​ໄດ້​ກຳນົດ​ວ່າ, ຫີນ​ທັງ 3 ​​ແຜ່ນນັ້ນ​ແມ່ນ​ຂອງ​ຊຸດ​ຄ້ອງ​ຫີນ​ບູຮານ​ທີ່​ມີ​ມາ​ກ່ອນ​ນີ້​ເກືອບ 3000 ປີ ​ແລະ​ ຄົນ​ບູຮານ​ໄດ້​ໃຊ້​ຫີນ​ທີ່​ມີ​ຢູ່​ແລ້ວ​ໃນ​ເຂດດິນ ທີ່ຕົນ​ດຳລົງ​ຊີວິດເພື່ອ​ສ້າງ​ເປັນ​ຄ້ອງ​ຫີນ. ​ແລະ ສິ່ງ​ທີ່​ແປກ​ປະຫຼາດ​ນັ້ນ​ແມ່ນ​ຄ້ອງ​ຫີນ​ດັ່ງກ່າວ​ໄດ້​ມີ​ນຳ້​ສຽງ​ມ່ວນ​ທີ່​ສຸດຄື​ດັ່ງ​ສຽງ​ຂອງ​ເຂດ​ພູຜາ​ປ່າ​ໄມ້​ໄຕ​ງວຽນ​ໃນ​ເມື່ອ​ກ່ອນ​ດັງ​ກ້ອງ​ກັງວານ​ໄປ​ທົ່ວ​ເຖິງ​ປະຈຸ​ບັນ. ທ່ານ ຫງວຽນ​ເຕິ​ມ, ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຄ້ອງ​ຫີນ​ຢູ່​ເຂດ​ໄຕ​ງວຽນ, ​ໃຫ້​ຮູ້​ວ່າ:

        “ຫີນ​ເຫຼົ່າ​ນັ້ນ​ມີ​ນຳ້​ສຽງ​ແປກ​ໆ, ຍ້ອນ​ຢູ່​ໃຕ້​ນຳ້​ເປັນ​ເວລາ​ດົນ​, ຖືກ​ນຳ້​ຊຸ​​ໃຫ້ຫ້ຽນ​ຢູ່​ນອກ, ​ພຽງແຕ່ເຫຼືອ​​ສ່ວນ​ແຂງ​ເທົ່າ​ນັ້ນ. ດັ່ງ​ນັ້ນ​ເມື່ອ​ເຄາະ​ໃສ່​ມັນ​ຈຶ່ງ​ອອກສຽງ​ຄື​ສຽງ​ລະຄັງ, ສຽງ​ຄ້ອງ​ຫີນ​ເຮັດ​ໃຫ້​ຜູ້​ຟັງ​ຮູ້​ສຶກວ່າ​ໄດ້​ກັບ​ຄືນ​ສູ່​ສະພາບ​ດຳລົງ​ຊີວິດ​ແບບ​ທຳ​ມະ​ຊາດ​ໃນ​ເຂດ​ພູຜາ​ປ່າ​ໄມ້“.

        ຍ້ອນ​ມີ​ຄວາມ​ສະດຸ​້ງ​ໄວ, ມີ​ຫວຄິດ​ປະດິດ​ສ້າງ, ຊາວ​ເຜົ່າ ມນົງ ​ໄດ້​ສ້າງ​ເປັນ​ຊຸດ​ຄ້ອງ​ຫີນ, ສະ​ແດງ​ໃຫ້​ເຫັນການ​ພົວພັນ, ການ​ພິຊິດ​ທຳ​ມະ​ຊາດ​ຂອງ​ມະນຸດ. ບັນດາ​​ແຜ່ນ​ຫີນ​ທີ່​ໃຊ້​ເພື່ອ​ເຮັດ​ຄ້ອງ​ມີ​ຂະໜາດ​ຍາວ, ສັ້ນ, ໜາ, ບາງ​ທີ່​ແຕກ​ຕ່າງ​ກັນ​​ເພື່ອ​ອອກ​ເປັນ​ນຳ້​ສຽງ​ສູງ​ຕຳ່​ທີ່​ແຕກ​ຕ່າງ​ກັນ. ຫີນ​ແຜ່ນ​ໃຫຍ່ ​ແລະ ໜາ​ຈະ​ອອກສຽງ​ຕຳ່, ກົງກັນຂ້າມ​​​ຫີນ​ແຜ່ນ​ສັ້ນ, ນ້ອຍ ​ແລະ ບາງ​ຈະ​ອອກສຽງ​ສູງ ​ແລະ ​ໃສດີ.

ຄ້ອງຫີນ, ເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ມນົງ - ảnh 2
(ພາບ: ອິນເຕີແນດ)

        ຊາວ​ເຜົ່າ ມນົງ ​ໄດ້​ສ້າງ​ຊຸດ​ຄ້ອງ​ຫີນ​ລວມມີ​ຫີນ 6 ​ແຜ່ນ​ທີ່​ມີ​ຂະໜາດ​ໃຫຍ່​ນ້ອຍ, ຮູບ​ຮ່າງ​ຕ່າງ​ກັນ. ​ແຜ່ນ​ຍາວ​ກວ່າ​ໝູ່​​ແມ່ນປະມານ 30 cm, ​ແຜ່ນ​ສັ້ນ​ສຸດ​ປະມານ 10 cm, ໜັກ​ປະມານ 5 – 7 kg. ​ແຕ່ລະ​ແຜ່ນ​ມີ​ນຳ້​ສຽງ​ເທົ່າ​ກັບ​ຄ້ອງ​ໜ່ວຍ​ໜຶ່ງ​ໃນ​ຊຸດ​ຄ້ອງ ກຸງ​ບໍ (Cung Bor) 6 ໜ່ວຍ. ຊາວ ມນົງ​ ກ່ອນ​ນີ້​ໃຊ້​ຄ້ອງ​ຫີນ​ເພື່ອ​ຂັບ​ໄລ່​ນົກ​ໜູ, ຮັກສາ​ລະດູ​ການ​ເກ​ັບບກ່ຽວ ​ແລະ ຕໍ່ມາ​ກໍ່​ນຳ​ໃຊ້​ໃນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ວົງ​ຄະນາ​ຍາດ. ​ໃນ​ວັນ​ທຳ​ມະ​ດາ, ​ເຂົາ​ເຈົ້າ​ໄດ້​ມ້ຽນ​ຄ້ອງ​ຫີນ​ໄວ້, ​ເຖິງ​ງານ​ບຸນປີ​ໃໝ່​ຈຶ່ງ​ນຳ​ມາສະ​ແດງ. ຍ້ອນ​ຄວາມ​ໝາຍ​ສັກສິດ​ນີ້, ຄ້ອງ​ຫີນ​ຈຶ່ງ​ກາຍ​ເປັນ​ເຄື່ອງດົນຕີ​ປະ​ເພດ​ດຽວ​ທີ່​ໃຊ້​ໃນ​ໂອກາດ​ງານ​ບຸນ​ຕ່າງໆ​ຄື: ງານ​ບຸນ​ເຂົ້າ​ຈີ່, ບຸນ​​ກິນ​ຄວາຍ, ດື່ມ​ເຫຼົ້າ​ໄຫ. ຊາວເຜົ່າ ມນົງ ກ່ອນນີ້ມີແນວຄວາມ ຄິດທີ່ວ່າ, ສຽງຄ້ອງຫີນ ຄືດັ່ງອຸປະກອນເພື່ອເຊື່ອມຕໍ່ລະຫວ່າງມະນຸດກັບ ດິນຟ້າ ອາກາດ, ເທວະດາຟ້າແຖນ, ເຊື່ອມຕໍ່ອະດີດຕະການກັບຍຸກປະຈຸບັນ. ທ່ານ ດຽວຍົມ, ນັກສິລະປະການ ຄ້ອງຫີນ, ຊາວເຜົ່າ ມນົງ ຢູ່ຕາແສງ ກວາງຕີ໋ນ, ເມືອງ ເຮຼິບ, ແຂວງ ດັກນົງ, ເວົ້າວ່າ

        “ເມື່ອຕີຄ້ອງຫີນນີ້, ຂ້າພະເຈົ້າຮູ້ສຶກຄືພວມດຳລົງຊີວິດພ້ອມກັບພໍ່ເຖົ້າ, ແມ່ເຖົ້າໃນເມື່ອກ່ອນ. ຕ້ອງຮັກສາຄ້ອງຫີນນີ້ໄວ້, ເພາະວ່າມັນແມ່ນເຄື່ອງດົນຕີ ທີ່ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ​ນັບ​ແຕ່​ກ່ອນ​ມາ​ນີ້. ຂ້າພະ​ເຈົ້າ​ຕີ​ຄ້ອງ​ຫີນ​ເພື່ອ​ອວຍພອນ​ເຂົ້າ​ຈີ່, ອວຍພອນ​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ ​ແລະ ຫວັງ​ວ່າ​ຍາມ​ໃດ​ເຂົ້າ​ກໍ່​ເຕັມ​ສາງ“.

ຄ້ອງຫີນ, ເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ມນົງ - ảnh 3

(ພາບ: ອິນເຕີແນດ)

        ສຽງ​ຄ້ອງ​ຫີນ​ໃນ​ງານ​ບຸນ​ປຽບ​ເໝືອນ​ສຽງ​ຮ້ອງ​ຂອງ​ປ່າ​ໄມ້, ທັງ​ຟົດ​ຟື້ນ​ມ່ວນ​ຊື່ນ, ທັງ​ອ່ອນ​ຊ້ອນ, ທັງປຽບ​ເໝືອນ​ຄຳ​ເຫຼົ່າ​ເລື່ອງ​ແບ່ງປັນ​ຄວາມ​ເບີກບານ ​ແລະ ຄວາມ​ໂສກ​ເສົ້າ​ກັບ​ຊາວ​ເຜົ່າ​ຢູ່​ທີ່​ນີ້. ພິ​ເສດ​ສຽງ​ຄ້ອງ​ຫີນ​ທີ່​ຊອກ​ເຫັນ​ໄດ້​ນັ້ນ​ແມ່ນ​ຄ້າຍຄື​ກັນ​ກັບ​ສຽງ​ຄ້ອງ​ຂອງ​ຊາວ​ເຜົ່າ​ໄຕ​ງວຽນ​ໃນ​ປະຈຸ​ບັນ.

        ຜ່ານ​ການ​ເວລາ​ນັບ​ພັນ​ປີ, ​ເຖິງ​ວ່າ​ປະຈຸ​ບັນ​ໄດ້​ຫັນ​ມານຳ​ໃຊ້​ເຄື່ອງ​ດົນຕີ​ດ້ວຍ​ທອງ​ຄື​ຄ້ອງ​ຂອງ​ຊາວ​ເຜົ່າ​ໄຕ​ງວຽນ​ເວົ້າ​ລວມ ​ແລະ ຊາວ​ເຜົ່າ ມນົງ​ເວົ້າ​ສະ​ເພາະ​ກໍ່ຕາມ, ​ແຕ່​ຊຸດຄ້ອງຫີນ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້. ​ແລະ ປະ​ເພນີ​ຫຼິ້ນ​ຄ້ອງ​ຫີນ​ຂອງ​ຊາວ​ເຜົ່າ ມນົງ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຜ່ານ​ຫຼາຍ​ລຸ້ນຄົນ ຄື​ດັ່ງ​ສືບ​ທອດ​ມູນ​ເຊື້ອ​ວັດທະນະທຳ​ຂອງ​ຊາດ​ໄວ້.

ຕອບກັບ