​ຄວາມ​ງາມ​ແຫ່ງຄວາມ​ຮັກ​ໃນຜ້າ​ປຽວຂ​ອງ​ແມ່​ຍິງຊາວ​ເຜົ່າຜູ້​ໄທ

Chia sẻ
(VOVWORLD) -   ສຳລັບພໍ່ແມ່ປະຊາຊົນ ເຜົ່າ ໄທດຳ ທີ່ດຳລົງຊີວິດຢູ່ເຂດພູສູງ ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອຫວຽດນາມ ແລ້ວຜ້າປຽວ (ແພຕາລ່ອງຄຽນຫົມີຄວາມໝາຍດ້ານຈິວິນຍານປຽບເໝືອນດັ່ງເຄື່ອງຂອງມັດຈຳໃນຄວາມຮັກເປັສ່ວນໜຶ່ງໃນຊຸອາພອນທີ່ສ້າງເປັນຄວາມງາສະເພາະຂອງແມ່ຍິງຍ້ອນແນວນັ້ນແມ່ຍິງ ຊາວເຜົ່າໄທດຳ ໃນເມື່ອກ່ອນ ຜູ້ໃດກໍຮູ້ຈັກປັກແສ່ວ ແລ ເຮັດຜ້າປຽວນີ້.
​ຄວາມ​ງາມ​ແຫ່ງຄວາມ​ຮັກ​ໃນຜ້າ​ປຽວຂ​ອງ​ແມ່​ຍິງຊາວ​ເຜົ່າຜູ້​ໄທ - ảnh 1ຜ້າປຽວດ້ວຍບັນດາລວດລາຍທີ່ງາມຕາ 

  ຕາມຮີດຄອງປະເພນີທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນ ເຜົ່າ ຜູ້ໄທ ແລ້ວ, ຜ້າປຽວ ກໍແມ່ນໜຶ່ງໃນບັນດາມາດຖານເພື່ອຕີລາຄາແມ່ຍິງ ຜູ້ໄທ. ສຳລັບແມ່ຍິງ ໄທດຳ ເຂດໄຕບັກ ແລ້ວ, ຜ້າປຽວແມ່ນໜຶ່ງໃນຊຸດອາພອນທີ່ປະກອບສ່ວນເພີ່ມຄວາມງາມໃຫ້ເຂົາເຈົ້າຕື່ມອີກ. ໃນການດຳລົງຊີວິດ, ຜ້າປຽວຮັບຮູ້ຖືຄືວ່າແມ່ນຂອງຂວັນ, ແມ່ນເຄື່ອງມັດຈຳ ຫຼື ເປັນບ່ອນຝາກຝັງແນວຄິດຈິດໃຈ, ອາລົມຈິດຂອງແມ່ຍິງ ຊາວເຜົ່າຜູ້ໄທ. ໃນການດຳລົງຊີວິດດ້ານຈິດວິນຍານ, ຜ້າປຽວໄດ້ນຳໃຊ້ເພື່ອເປັນເຄື່ອງບູຊາໃນພິທີກຳຕ່າງໆຄື: ພິທີສົມມະນາຄຸນ, ພິທີບູຊາຜີເຮືອນຂອງຕະກຸນທາງເມຍ, ນຳໃຊ້ໃນພິທີເສັນເປັນຕົ້ນແມ່ນບູຊາແນວພັນແບ້, ພິທີບູຊາບ້ານ, ເມືອງ… ພິເສດ ເມື່ອມີຄົນຢູ່ໃນຄອບຄົວເສຍຊີວິດ, ຜ້າປຽວກໍໄດ້ນຳມາໃຊ້ໃນພິທີງານສົບ. ແມ່ເຖົ້າ ຮວ່າງທິມາຍ, ອາຍຸ 71 ປີ, ເຊິ່ງແມ່ນນັກສິລະປະການດີເດັ່ນ ຊົນເຜົ່າ ຜູ້ໄທ ຢູ່ບ້ານ ບໍ໊, ຕາແສງ ຈ່ຽງອານ, ນະຄອນ ເຊີນລາ ໃຫ້ຮູ້ວ່າ:

        ຜ້າປຽວ ມີຄວາໝາຍທີ່ສຸດລັບ ຊາວເຜົ່າ ູ້ໄທ. ບັນດາແມ່ຍິງ ກ່ອນທີ່ຈະໄປຢູ່ເຮືອນຜົ, ຢ່າງໜ້ອຍສຸດຕ້ອງປັກແສ່ວຜ້າປຽວໄດ້ 30 ຜື ເພື່ອເປັນຂອງຕ້ອນຂອງຂວັນໃຫ້ພໍ່ແມ່ ແລະ ຍາດຕິພີ່ນ້ອງທາງຜົ. ຜ້າປຽວບໍ່ພຽງແຕ່ເສີມຄວາມງາມໃຫ້ແມ່ຍິງເທົ່ານັ້ນ າກຍັງມີຄວາມາຍດ້ານຈິດວິນຍານອັນເລິກເຊິ່ງນອີກ. ເມື່ອຜົວ ຫຼື ເມຍເສຍຊີວິດ ແມ່ນເອົາຜ້າປຽວມາຕັດເຄິ່ງ, ເຄິ່ງໜຶ່ງແມ່ນເອົາປົກໜ້າຜູ້ທີ່ເສຊີວິດ, ສ່ວນອີກເຄິ່ງໜຶ່ງແມ່ນຜູ້ທີ່ຍັງມີຊີວິດຮັກສາໄວ້ ຈົນເຖິງເວເສຊີວິດ ແລ້ວເອົຜ້າປຽວເຄິ່ງທີ່ຍັງນັ້ນມາປົກໜ້າ ເພື່ອວ່າເມື່ອຂຶ້ນຫວັນຈຶ່ງພົບກັນອີກ”.

        ຜ້າປຽວມີຄວາມໝາຍຄືແນວນັ້ນ, ສະນັ້ນ ສຳລັບແມ່ຍິງ ຊາວເຜົ່າໄທດຳ ໃນເມື່ອກ່ອນແລ້ວ, ນັບແຕ່ຄາວຍັງນ້ອຍ ເຂົາເຈົ້າໄດ້ຮັບການແນະນຳການປັກແສ່ວ ແລະ ເຮັດຜ້າປຽວຈາກຜູ້ເປັນແມ່ຢ່າງລະອຽດລະອໍ ນັບແຕ່ການຫຍິບໄໝຫຍິບ, ການປະສົມສີ ເຮັດແນວໃດເພື່ອໃຫ້ສີເຂົ້າກັນ. ຈຸດລວດລາຍທີ່ເປັນເອກະລັກສະເພາະຢູ່ເທິງຜ້າປຽວ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມຄ່ອງແຄ້ວຂອງບັນດາແມ່ຍິງ ຊາວເຜົ່າຜູ້ໄທ ເທົ່ານັ້ນ, ຫາກຍັງຕີລາຄາໄດ້ວ່າ ແມ່ຍິງຄົນນັ້ນມີຄວາມດຸໝັ່ນຂະຫຍັນພຽນຫຼືບໍ່ .

        ເພື່ອເຮັດຜ້າປຽວໄດ້ ແມ່ນຕ້ອງຜ່ານຫຼາຍຂັ້ນຕອນລະອຽດລະອໍທີ່ສຸດ. ແພທີ່ໃຊ້ເຮັດຜ້າປຽວແມ່ນແພຂາວ ຕ່ຳເອງດ້ວຍເສັ້ນຝ້າຍນ້ອຍແລບລະອຽດ, ປົກກະຕິຍາວວາໜຶ່ງ. ເມື່ອເລືອກໄດ້ແພທີ່ຕົນເອງມັກແລ້ວ ກໍເຖິງຂັ້ນຕອນການຍ້ອມທີ່ພິຖີພິຖັນ ຈາກ ສີຄາມ ເພື່ອໃຫ້ແພມີສີດຳ. ນອກນັ້ນ ການຍ້ອມເສັ້ນຝ້າຍເສັ້ນໄໝປັກແສ່ວກໍມີຄວາມພິຖີພິຖັນການຍ້ອມສີກໍ່ແມ່ນເອົາມາຈາກຕົ້ນໄມ້ໃບຫຍ້າທີ່ມີຢູ່ຕາມທຳມະຊາດ. ຜ້າປຽວ ແມ່ນໄດ້ປະດັບປະດາຢູ່ແຕ່ສອງສົ້ນເທົ່ານັ້ນ. ຈຸດພິເສດຂອງສິລະປະການປັກແສ່ວຜ້າປຽວ ແມ່ນປັກແສ່ວໃສ່ທາງປີ້ນ ແຕ່ລວດລາຍຈະອອກມາຖືກກັບທາງໜ້າຂອງແພ. ຍ້ອນແນວນັ້ນ, ເພື່ອສາມາດປັກແສ່ວໃຫ້ເປັນຜ້າປຽວທີ່ມີຄວາມສວຍງາມຕາມແບບທີ່ເປັນມູນເຊື້ອ ແມ່ນຮຽກຮ້ອງໃຫ້ແມ່ຍິງເຜົ່າ ຜູ້ໄທ ຕ້ອງກຳແໜ້ນຫຼັກການເຕັກນິກໃນການນັບເສັ້ນຝ້າຍ ໂດຍມີລວດລາຍຫຼາຍແບບຄື: ຮູບຕົ້ນໄມ້, ດອກໄມ້… ເມື່ອປັກແສ່ວສຳເລັດ ແມ່ນເອົາແພສີແດງຫຍິບໃສ່ຕາມຂອບແພ ແລະ ຫຍິບຕິດໝາກຕຸ້ມນ້ອຍເປັນພວງ 3 ອັນຫຼື 5 ອັນເຊິ່ງເຮັດຈາກການພັນມ້ວນແພສີແດງເຂົ້າກັນ, ແກນໃນແມ່ນເສັ້ນຝ້າຍໃສ່ສົ້ນແພ. ຜູ້ມ້ວນແພຕ້ອງມີຄວາມຄ່ອງແຄ້ວ ເພື່ອເຮັດແນວໃດໃຫ້ພວງ ຄ້າຍຄືກັບຍອດຕົ້ນເຟີນ. ປົກກະຕິ ແມ່ຍິງ ຊາວເຜົ່າຜູ້ໄທ ໃຊ້ຜ້າປຽວມີ 3 ອັນ  , ແຕ່ເມື່ອມອບຜ້າປຽວໃຫ້ຜູ້ທີ່ຢູ່ຂັ້ນສູງກວ່າ ຫຼື ຄົນຮັກແພງນັ້ນ ແມ່ນມອບຜ້າປຽວຊະນິດທີ່ມີ ພວງ 5 ອັນ ຂຶ້ນໄປ. ເອື້ອຍ ລູ່ທິຈູມ, ຢູ່ບ້ານ ຮິບ, ຕາແສງ ຈ່ຽງເງິ່ນ, ນະຄອນ ເຊີນລາ ໃຫ້ຮູ້ວ່າ:

        ເພື່ອປັກແສ່ວຜ້າຽວນັ້ນ ແມ່ຕ້ອງເອົາປ່ຽງແພ່ຳເອງ ທີ່ເປັນເສັ້ຂອງ ຊົນເຜົ່າ ຜູ້ໄທ ເຊິ່ງຍ້ອມ ດ້ວຍ ສີ ຄາມດຳ. ້າຍທີ່ເອົາມາປັກແສ່ວຕ້ອງມີຄົບສີ, ເມື່ອປັກແສ່ວຕ້ອງນັບຕາແພໃຫ້ຖືກ ແພຈຶ່ງງາມ ແລະ ສະໝ່ຳສະເໜ. ພວງປຽວ ຕ້ອງເອົາແພແດງ ຍາ 1 ແມັດ, ແກນທາງໃນແມ່ນມັດຝ້າຍໃສ່ກັນ ແລ້ວມ້ວນເຂົ້າໃຫ້ກົມ. ຫຼັງຈາກນັ້ນ ຫຍີບຕິດພວງນັ້ນ ໃສ່ສົ້ນແພປຽວ. ເມື່ອກ່ອນ ແມ່ໄດ້ຖ່າຍທອດວິທີປັກແສ່ວຜ້າປຽວໃຫ້ຂ້າພະເຈົ້າຮູ້ ແລະ ດຽວນີ້ ຂ້າພະເຈົ້າກໍຢາກຖ່າຍທອດໃຫ້ລູກຫຼານໄດ້ຮູ້ວິທີເຮັດ ເພື່ອສີສັນຊົເຜົ່າຈຶ່ງບໍ່ຖືກສູນຫາຍໄປ”.

        ສັງຄົມນັບມື້ນັບພັດທະນາ, ໄວໜຸ່ມຊາວເຜົ່າ ໄທດຳ ໃນປັດຈຸບັນມີຫຼາຍຄົນບໍ່ຮູ້ປັກແສ່ວຜ້າປຽວ. ເພືື່ອຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຜ້າປຽວ, ໃນຊຸມປີມໍ່ໆມານີ້ ມີຫຼາຍທ້ອງຖິ່ນຢູ່ເຂດ ໄຕບັກ ກໍໄດ້ມີຄວາມເອົາໃຈໃສ່ໃນການລົງທຶນພັດທະນາໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອນີ້, ໃນນັ້ນ ມີອາຊີບປັ່ນ (ເຂັນ) ຝ້າຍຕ່ຳແພ, ປັກແສ່ວຜ້າປຽວ, ບັນດາປະເພດສິນຄ້າແຜ່ນແພພື້ນເມືອງ, ນຳເອົາການແຂ່ງຂັນປັກແສ່ວຜ້າປຽວເປັນໜຶ່ງໃນບັນດາເນື້ອໃນຕົ້ນຕໍໃນໂອກາດງານບຸນຕ່າງໆຂອງບ້ານເມືອງ. ທ່ານນາງ ກວາງທິວິນ, ປະທານສະຫະພັນແມ່ຍິງນະຄອນ ເຊີນລາ ກ່າວວ່າ:

        “ເພື່ອອະນຸລັກຮັກສາ, ເສີມຂະຫຍາຍ ແລະ ປະດິດສ້າງຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ຜູ້ໄທ ນັ້ນ, ທຸກໆປີ ໃນງານບຸນລະດູດອກສ້ຽວ, ສະພັນແມ່ຍິງໄດ້ຮັບການມອບໝາຍໃຫ້ເປັນປະທານ ແລະ ຈັດຕັ້ງການແຂ່ງຂັນປັກແສ່ວຜ້າຽວ. ນີ້ແມ່ນໂອກາດເພື່ອໃຫ້ເອື້ອຍນ້ອງແມ່ຍິງໄດ້ເຕົ້າໂຮມກັນ, ໄດ້ພົບປະແລກປ່ຽນຖອດຖອນບົດຮຽນ, ວິທີປະິດຄິດສ້າງອງກັນ ແລະ ກັນ. ແລະພິເສດ, ໃນໂອກາດຈັດການແຂ່ງຂັນປັກແສ່ວຜ້າຽວຄືແນວນີ້ ກໍແມ່ນໂອກາດເພື່ອຖ່າຍທອດໃຫ້ລູກຫຼານໄດ້ຮັກສາຈຸດທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ຜູ້ໄທຢູ່ເຂດ ໄຕບັກ ເຊິ່ງູ່ຍ່າຕາຍາຍໄດ້ປະໄວ້ໃຫ້”.

        ສັງຄົມນັບມື້ນັບພັດທະນາ, ດ້ວຍບັນຊຸດອາພອນທີ່ທັນສະໄໝ, ຫຼາຍຮູບຫຼາຍແບບ, ສະດວກສະບາຍນັ້ນ ໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງການອະນຸລັກ ຮັກສາຊຸດອາພອນທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນເຜົ່າ ໄທດຳ. ແຕ່ຜ້າປຽວກໍຍັງຄົງແມ່ນສິ່ງທີ່ຂາດບໍ່ໄດ້ໃນຊີວິດແຫ່ງຈິດວິນຍານຂອງພໍ່ແມ່ປະຊາຊົນເຜົ່າ ຜູ້ໄທ ແລະ ຍາມໃດເອື້ອຍນ້ອງແມ່ຍິງ ກໍສືບຕໍ່ປັກແສ່ວຄືດັ່ງວຽກງານຕົ້ນຕໍໃນຊີວິດປະຈຳວັນຂອງເຂົາເຈົ້າ.

ຕອບກັບ