(vovworld) - ໃນສາງວັດທະນະທຳພື້ນເມືອງຂອງຊາວເຜົ່າ ກຶມມຸ, ທຳນອງເພງພື້ນເມືອງທີ່ໄດ້ຮັບຄວາມນິຍົມທີ່ສຸດນັ້ນແມ່ນຂັບເຕີມ. ຂັບເຕີມມີສີສັນຂອງບົດກອນ, ເຕັມໄປດ້ວຍອາລົມຈິດ, ແລະ ຂັບແບບຕອບກັນ, ທັງມີຫົວຄິດປະດິດສ້າງ, ທັງອ່ອນຫວານ ແລະ ເລິກເຊິ່ງ.
(ພາບປະກອບ)
ໂດຍໄດ້ຮັບການກຳເນີດຈາກການອອກແຮງງານ ທຳການຜະລິດ ແລະ ໃນຊີວິດປະຈຳວັນ, ຂັບເຕີມ ພ້ອມກັບສຽງປີ່ເຕີມ (ທີ່ເຮັດດ້ວຍໄມ້ໄຜ່) ແມ່ນທຳນອງເພງພື້ນເມືອງທີ່ເປັນມູນເຊື້ອ, ເປັນສັນຍາລັກທີ່ສຸດຂອງຊາວເຜົ່າ ກຶມມຸ
ເທບສຽງປະກອບ
ຊາວເຜົ່າ ກຶມມຸ ສາມາດຂັບເຕີມໃນທຸກເວລາ ແລະ ຢູ່ທຸກຫົນແຫ່ງ. ເຖິງຢ່າງໃດກໍ່ຕາມ, ຂັບເຕີມຖືກສະແດງຫຼາຍທີ່ສຸດແມ່ນໃນໂອກາດມ່ວນຊື່ນຂອງຄອບຄົວ, ເພື່ອນມິດ ແລະ ໝູ່ບ້ານ. ໃນງານດອງ, ຊາວເຜົ່າ ກຶມມຸມີທຳນອງເຕີມ “ເດື່ອງກະມຸນ“, ເມື່ອປຸກສ້າງເຮືອນກໍ່ມີທຳນອງເຕີມ “ເອີກະຣາງມິ“. ໃນງານບຸນຂອງໝູ່ບ້ານ, ບ່າວສາວຂັບກ້ຽວກັນດ້ວຍທຳນອງເຕີມ “ກູນເຈິ“. ໃນບຸນປີໃໝ່ເຂົາເຈົ້າຂັບ “ເຕີມມວນ“ (ເຕີມລະດູບານໃໝ່).
ລັກສະນະຫຼາຍຮູບຫຼາຍແບບໃນບັນດາທຳນອງເຕີມ ໄດ້ສະແດງໃຫ້ເຫັນຈິດວິນຍານຂອງຊາວເຜົ່າ ກຶມມຸ ແມ່ນສະຫວາດສະເຫວີຍທີ່ສຸດ. ຜູ້ຂັບສາມາດຂັບຜູ້ດຽວ, ຂັບຕອບກັນ, ບາງເທື່ອຂັບລວມໝູ່, ຂັບໃນເວລາຫວ່າງວຽກ, ຂັບເມື່ອໄປເຮັດໄຮ່ເພື່ອບັນເທົາຄວາມອິດເມື່ອຍ, ຂັບເພື່ອສະແດງອາລົມຈິດ,… ໃນຊີວິດປະຈຳວັນ, ຊາວເຜົ່າ ກຶມມຸ ເຄີຍຂັບຊື່ໆໂດຍບໍ່ມີສຽງດົນຕີປະສານພ້ອມ, ຫຼືຂັບພ້ອມກັບສຽງປີ່ເຕີມ, ນັ້ນແມ່ນເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ກຶມມຸ. ເອື້ອຍ ຮ່ວາງຖາວ, ນັກຄົ້ນຄ້ວາກ່ຽວກັບດົນຕີຊົນເຜົ່າສ່ວນໜ້ອຍ, ໃຫ້ຮູ້ວ່າ:
“ຈຸດພິເສດສະເພາະຂອງຂັບເຕີມນັ້ນແມ່ນທຳນອງ ແລະ ເນື້ອໃນບົດເພງ ບໍ່ແມ່ນນັກດົນຕີເປັນຜູ້ແຕ່ງ, ຫາກໂດຍຜູ້ຂັບແຕ່ງເອງຕາມສະພາບຕົວຈິງເພື່ອສະແດງອາລົມຈິດ, ແນວຄິດຈິດໃຈ, ຄວາມເບີກບານມ່ວນຊື່ນ, ຄວາມໂສກເສົ້າ, ຄວາມໄຝ່ຝັນ, ຄວາມຫວັງຂອງຕົນ. ຊ້ຳບໍ່ໜຳ, ເມື່ອໂສກເສົ້າ, ປະສົບກັບຄວາມຫຍຸ້ງຍາກ, ເຂົາເຈົ້າກໍ່ຂັບຮ້ອງ ເພື່ອບັນເທົາຄວາມອິດເມື່ອຍ“.
ຂັບເຕີມຂອງຊາວເຜົ່າ ກຶມມຸ ແມ່ນຮູບການເພງພື້ນເມືອງທີ່ຂັບຍາກພໍສົມຄວນ, ຮຽກຮ້ອງໃຫ້ມີຫຼາຍປັດໃຈ. ເພື່ອສາມາດຂັບໃຫ້ມ່ວນ, ຜູ້ຂັບບໍ່ພຽງແຕ່ມີນ້ຳສຽງທີ່ເຕັມໄປດ້ວຍອາລົມຈິດເທົ່ານັ້ນ, ຫາກຍັງຕ້ອງສະແດງໃຫ້ເຫັນສີສັນສະເພາະຢ່າງມີສະເໜອີກດ້ວຍ. ເນື້ອໃນຂອງບັນດາບົດຂັບເຕີມເຄີຍຕິດພັນກັບເລື່ອງລາວກ່ຽວກັບປະຫວັດສາດ, ຊີວິດທີ່ເຕັມໄປດ້ວຍຄວາມຜາສຸກ ຫຼື ຄວາມທຸກຍາກໃນປະຫວັດສາດຂອງຊົນເຜົ່າ ກຶມມຸ. ຂັບເຕີມ ຍັງເພື່ອຍ້ອງຍໍຄວາມຮັກທີ່ມີຕໍ່ໝູ່ບ້ານ, ຍ້ອງຍໍສາຍໃຈອ້າຍນ້ອງ, ຍາດຕິພີ່ນ້ອງ ກໍ່ຄືຄວາມຮັກລະຫວ່າງບ່າວສາວ. ເມື່ອຜູ້ບ່າວຍາດໄດ້ຄວາມຮັກຜູ້ສາວແລ້ວ, ຜູ້ບ່າວສາມາດຂັບຕອບກັນ ເພື່ອສະແດງອາລົມຈິດຂອງຕົນ. ໃນງານດອງ, ໃນໂອກາດປຸກສ້າງເຮືອນໃໝ່, ຫຼື ໃນພິທີອວຍພອນເດັກນ້ອຍມີອາຍຸ 1 ເດືອນເຕັມ, ບັນດາຄູ່ບ່າວສາວລ້ວນແຕ່ສາມາດຂັບຖາມຕອບກັນ. ຈຸດດີຂອງການຂັບຖາມຕອບກັນໃນຂັບເຕີມ, ນັ້ນແມ່ນລັກສະນະອັນອຸດົມສົມບູນຂອງສຳນວນບົດເພງ. ເຖິງຢ່າງໃດກໍ່ຕາມ, ໃນບັນດາທຳນອງຂັບເຕີມຍັງມີລະບຽບ, ຂໍ້ກຳນົດຢ່າງແນ່ນອນຢູ່. ປອ ວີວັນອານ ຢູ່ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ໃຫ້ຮູ້ວ່າ:
“ບັນດາບົດຂັບເຕີມມີລັກສະນະບູຮານໃນເມື່ອກ່ອນຍັງມີລັກສະເພາະຂອງມັນຢູ່. ອີງຕາມຄວາມສາມາດ, ປະສົບການ ກໍ່ຄືຄວາມເຂົ້າໃຈຂອງແຕ່ລະຄົນ, ບົດເຕີມນັ້ນຈະໄດ້ຮັບການແກ່ຍາວ, ມີການສຳພັດອັກສອນ, ມີທຳນອງ, ມີເນື້ອໃນ ແລະ ມີຄວາມໝາຍ. ສ່ວນຫຼາຍໃນຂັບເຕີມ, ເຂົາເຈົ້ານຳໃຊ້ຮູບການໂຕ້ຄາລົມໂດຍກະທັນຫັນ ລະຫວ່າງສອງຝ່າຍ. ສ່ວນບັນດາບົດຂັບເກົ່າແມ່ນເຄີຍເລົ່າເລື່ອງກ່ຽວກັບໄລຍະແຫ່ງການດຳລົງຊີວິດຂອງສະໄໝເກົ່າ, ກ່ຽວກັບບັນດາວິລະຊົນ, ວັດທະນະທຳ, ບຸນຄຸນຕໍ່ຜູ້ທີ່ໄດ້ບຸກເບີກທີ່ດິນ, ສ້າງໝູ່ບ້ານ“.
ເຖິງວ່າຊີວິດທາງດ້ານວັດຖຸຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ຊີວິດທາງດ້ານຈິດໃຈຂອງປະຊາຊົນຊາວເຜົ່າ ກຶມມຸ ຍັງອຸດົມສົມບູນທີ່ສຸດ, ເຊິ່ງໄດ້ສະແດງອອກຢ່າງຈະແຈ້ງໃນບັນດາທຳນອງຂັບເຕີມ. ສິ່ງພິເສດແມ່ນບັນດາທຳນອງຂັບເຕີມທີ່ມີມາແຕ່ບູຮານນະການນັ້ນ ໄດ້ຮັບການ ແຜ່ຜາຍປາກຕໍ່ປາກ, ແຕ່ລຸ້ນນີ້ໄປສູ່ລຸ້ນອື່ນ. ຍ້ອນເຫດນັ້ນ, ບັນດາທຳນອງຂັບເຕີມຈຶ່ງໄດ້ຮັບການຮັກສາໄວ້ຈົນເຖິງປະຈຸບັນ.