ພາບປະກອບ |
ການສົມລົດຂອງຊາວເຜົ່າ ໂລໂລ ໄດ້ຮັບການປະຕິບັດຕາມລະບອບເມຍດຽວ, ຜົວດຽວ. ຈຸດພົ້ນເດັ່ນ ໃນຄວາມສຳນຶກກ່ຽວກັບການສົມລົດຂອງຊາວເຜົ່າ ໂລໂລ ກ່ອນນີ້ ນັ້ນແມ່ນ ພຽງແຕ່ສົມລົດກັບຜູ້ໃນວົງຕະກຸນເທົ່ານັ້ນ. ເຂົາເຈົ້າຖືວ່າ ເຮັດຄືແນວນັ້ນຈະສ້າງເປັນຄອບຄົວໝັ້ນຄົງໂດຍອີງໃສ່ພື້ນຖານຄວາມເຂົ້າໃຈ, ເຫັນອົກເຫັນໃຈກັນ.
ໃນການສົມລົດ, ລຸ້ນພໍ່ລຸ້ນແມ່ຊາວເຜົ່າໂລໂລ ເຄີຍວາງອອກບາງມາດຖານເພື່ອໃຫ້ລູກເຕົ້າຄັດເລືອກຜູ້ເປັນຜົວຫລືເປັນເມຍ. ຜູ້ເປັນຜົວຕ້ອງມີສຸຂະພາບແຂງແຮງ, ມີຄວາມດຸໝັ່ນຂະຫຍັນພຽນ, ເຮັດໄຮ່ໄຖນາ, ຫາປາ, ລ່າເນື້ອ, ເຮັດອາຊີບຫັດຖະກຳເກັ່ງ ຫລື ຮູ້ຈັກເຖິງການປຸກສ້າງເຮືອນຊານ, ພິເສດ ຕ້ອງຮູ້ຈັກທຳພິທີບູຊາ. ສຳລັບຜູ້ເປັນເມຍກໍ່ເຊັ່ນດຽວກັນ, ຕ້ອງແມ່ນຜູ້ມີກິລິຍາມາລະຍາດດີ, ຮູ້ຈັກຕ່ຳແຜ່ນຕັດຫຍິບ, ຖັກແສ່ວ, ປູກຝັງ.. ຊາວຫນຸ່ມ ບ່າວສາວຊາວເຜົ່າ ໂລໂລ ເມື່ອອາຍຸເຖິງກະສຽນ ເຂົາເຈົ້າມີຄວາມເສລີໃນການຊອກຮູ້ເຊິ່ງກັນ ແລະກັນ ຜ່ານບັນດາການເຄື່ອນໄຫວອອກແຮງງານທຳການຜະລິດ, ຜ່ານບັນດາງານບຸນ, ໄປຕະຫລາດນັດຫລືການພົບປະກັບໝູ່ເພື່ອນ. ເມື່ອມີຄວາມຮັກແພງນຳກັນແລ້ວ ບັນດາອ້າຍບ່າວນາງສາວສະແດງອາລົມຈິດຄວາມຮັກແພງກັນຜ່ານການຂັບກ້ຽວ.
ພາຍຫລັງການພົບປະຄັ້ງຕ່າງໆ, ການຂັບກ້ຽວ, ອ້າຍບ່າວນາງສາວໄດ້ລາຍງານຕໍ່ພໍ່ແມ່, ສອງຄອບຄົວໄປມາຢື້ຢາມຖາມຂ່າວ ແລະ ເຫັນດີໃຫ້ລູກແຕ່ງງານນຳກັນ, ຈາກນັ້ນ ບັນດາລະບຽບການໃນການສົມລົດຈຶ່ງໄດ້ຮັບການປະຕິບັດ. ກ່ອນທີ່ໄປຫາເຮືອນຂອງເຈົ້າສາວ, ຄອບຄົວເຈົ້າບ່າວຕ້ອງໄປຫາໝໍດູໃນບ້ານເພື່ອເລືອກເຟັ້ນມື້ສັນວັນດີເພື່ອປະຕິບັດພິທີສູ່ຂໍ ງານດອງ. ລຸງ ລໍ່ຢີປາວ ຢູ່ ຕາແສງ ຫລູງກູ ເມືອງດົງວັນ ແຂວງ ຮ່າຢາງ ໃຫ້ຮູ້ວ່າ:
“ມີບາງຄອບຄົວບໍ່ເຊີນໝໍດູເຂົ້າຮ່ວມງານດອງ, ແຕ່ຕ້ອງມາພົບປະກັບໝໍດູເພື່ອປຶກສາກັບໝໍດູເລືອກເຟັ້ນມື້ສັນວັນດີ. ໝໍດູ ໃຫ້ຄຳເຫັນວ່າ ຈະຈັດງານດອງໃຫຍ່ຫລືນ້ອຍ ແລະ ຜູ້ບ່າວຜູ້ສາວຈະເປັນຜົວເມຍກັນໄດ້ບໍ່.”
ເມື່ອຄອບຄົວເຈົ້າບ່າວ ແລະ ຄອບຄົວເຈົ້າສາວມີຄວາມເປັນເອກະພາບໃນການຄັດເລືອກມື້ສັນວັນດີແລ້ວ, ຄອບຄົວເຈົ້າບ່າວຕ້ອງເອົາເຄື່ອງຂອງມາເຮືອນເຈົ້າສາວເພື່ອທຳພິທີທາບທາມ. ຖ້າ ຄອບຄົວເຈົ້າສາວເຫັນດີ ຄອບຄົວເຈົ້າບ່າວ ຈະກະກຽມປຸ້ງແຕ່ງອາຫານ ແລະ ກຳນົດເວລາຈັດງານດອງ. ຄອບຄົວເຈົ້າສາວມີສິດສະເຫນີເຄື່ອງສິນສອດ, ທຳມະດາເຄື່ອງສິນສອດລວມມີ: ເຂົ້າຈ້າວ, ເຂົ້າຫນຽວ, ຊີ້ນໝູ, ເຫລົ້າ ນອກນັ້ນ ອາດຈະສະເຫນີເຄື່ອງສິນສອດຕື່ມອີກຄື: ເສື້ອ, ສີ້ນ, ເຄື່ອງເອ້ຢ້ອງໃຫ້ແກ່ເຈົ້າສາວ. ຄອບຄົວເຈົ້າບ່າວບໍ່ສົ່ງເຄື່ອງສິນສອດໃຫ້ພໍ່ແມ່ຂອງເຈົ້າສາວ ຫາກສົ່ງໃຫ້ຜູ້ເປັນອ້າຍຂອງເຈົ້າສາວ ເພາະວ່າ ຊາວເຜົ່າໂລໂລ ຖື ຜູ້ເປັນອ້າຍຂອງເຈົ້າສາວແມ່ນຄົນສຳຄັນ. ອ້າຍຂອງເຈົ້າສາວແມ່ນຜູ້ຕັດສິນບັນດາພິທີກຳໃນການສົມລົດ ແລະ ກໍ່ແມ່ນຜູ້ມີສິດຈັດແບ່ງຊັບສິນໃນຄອບຄົວ. ທ່ານ ລໍ່ຢີປາວ ໃຫ້ຮູ້ຕື່ມອີກວ່າ.
“ປະຈຸບັນ ເຄື່ອງສິນສອດບໍ່ມີຫລາຍປານໃດ ທຳມະດາ ໃນພິທີສູ່ຂໍ ເຄື່ອງສິນສອດລວມມີ ໄກສອງໂຕ, ເຫລົ້າ 2 ລິດ ແລະ ເຂົ້າຫນຽວ. ແຕ່ ຖ້າຫາກເຈົ້າສາວມີອ້າຍ, ຜູ້ເປັນອ້າຍຈະມີສິດສະເຫນີຕໍ່ຄອບຄົວເຈົ້າບ່າວເຄື່ອງສິນສອດ.”
ເມື່ອຄອບຄົວເຈົ້າບ່າວເຮັດລະບຽບການສູ່ຂໍສຳເລັດແລ້ວ, ທຳມະດາ ພາຍຫລັງ 3 ປີຈຶ່ງຈັດງານດອງ. ໃນຕະຫລອດໄລຍະ 3 ປີນັ້ນ, ເຈົ້າສາວໃນອະນາຄົດຈະພ້ອມກັບພໍ່ແມ່ກະກຽມວັດຖຸເຄື່ອງຂອງສ່ວນຕົວ, ມູນມັງເພື່ອນຳໄປໃຊ້ຢູ່ຄອບຄົວເຈົ້າບ່າວ. ສຳລັບເຈົ້າບ່າວໃນອະນາຄົດແລ້ວ, ໃນໂອກາດບຸນເຕັດ, ໃນໄລຍະສາມປີນັ້ນ ຕ້ອງມີເຄື່ອງຂອງໄປອວຍພອນບຸນເຕັດຄອບຄົວເຈົ້າສາວ, ທຳມະດາລວມມີ: ປາ, ໄກ, ເຂົ້າຫນຽວ.. ຮອດມື້ຈັດງານດອງ, ຍາດຕິພີ່ນ້ອງໃນວົງຕະກູນຂອງຄອບຄົວເຈົ້າບ່າວມາຫາຄອບຄົວເຈົ້າສາວ, ເຄື່ອງຂອງໄປນຳແມ່ນ: ເຂົ້າສານ, ເຫລົ້າ, ຊີ້ນໝູ, ຊາ, ຢາສູບ ແລະ ເງິນສົດ. ເຄື່ອງຂອງທັງໝົດຊື່ງຄອບຄົວເຈົ້າບ່າວເອົາມາໂດຍແມ່ນຜູ້ຕາງຫນ້າຄອບຄົວເຈົ້າສາວຂຶ້ນຮັບ ແລະ ນຳໄປເຮືອນຄົວເລີຍເພື່ອປະກອບສ່ວນໃນການແຕ່ງອາຫານຮັບໃຊ້ງານດອງ.
ເມື່ອໄປຮອດເຮືອນຂອງເຈົ້າບ່າວ, ເຈົ້າສາວ ແລະ ເຈົ້າບ່າວ ຕ້ອງທຳພິທີບູຊາປູ່ຍ່າຕາຍາຍບັນພະບຸລຸດ. ພາຍຫລັງພິທີນີ້ແລ້ວ ເຈົ້າສາວ ແລະ ເຈົ້າບ່າວ ຈຶ່ງຈະໄດ້ຮ່ວມມ່ວນຊື່ນພ້ອມກັບພີ່ນ້ອງ ແລະ ໝູ່ເພື່ອນເຂົ້າຮ່ວມງານດອງ. ງານດອງໄດ້ຮັບການຈັດຕັ້ງຂຶ້ນໃນບັນຍາກາດເບີກບານມ່ວນຊື່ນດ້ວຍສຽງແຄ່ນ, ສຽງເຄື່ອງດົນຕີພື້ນເມືອງ ພ້ອມກັບວາດຟ້ອນທີ່ເປັນມູນເຊື້ອຂອງຊາວເຜົ່າ ໂລໂລ. ທຸກຄົນໄດ້ອວຍພອນໃຫ້ຄູ່ຜົວເມຍຈົ່ງ ມີແຕ່ຄວາມຜາສຸກ ແລະ ຢູ່ນຳກັນຕະຫລອດຊີວິດ.