ການຈັດຕັ້ງວົງຄະນາຍາດ ແລະ ບັນດາປະເພນີຂອງຊາວເຜົ່າ ມນົງ

To Tuan
Chia sẻ
ປະຈຸ​ບັນຊາວ​ເຜົ່າ ມນົງ ຮັກສາ​ຮີດຄອງ​ປະ​ເພນີ​ອັນ​ດີງາມຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ສຳພັນ​ໃນ​ວົງ​ຄະນາ​ຍາດ, ດ້ວຍ​ບັນດາ​ຮີດຄອງຕ່າງໆທີ່​ມີ​ລັກສະນະ​ວັດທະນະທຳ​ມະນຸດ​ທີ່ສູງສົ່ງ.

(vovworld)  - ປະຈຸ​ບັນຊາວ​ເຜົ່າ ມນົງ ຮັກສາ​ຮີດຄອງ​ປະ​ເພນີ​ອັນ​ດີງາມຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ສຳພັນ​ໃນ​ວົງ​ຄະນາ​ຍາດ, ດ້ວຍ​ບັນດາ​ຮີດຄອງຕ່າງໆທີ່​ມີ​ລັກສະນະ​ວັດທະນະທຳ​ມະນຸດ​ທີ່ສູງສົ່ງ. ນັ້ນ​​ແມ່ນ​ບັນດາ​ປັດ​ໃຈ​ສຳຄັນ​ເພື່ອ​ໃຫ້​ວົງ​ຄະນາ​ຍາດ​ຊາວ​ເຜົ່າ  ມນົງ​ ຄົງ​ຕົວ ​ແລະ ພັດທະນາ.

ການຈັດຕັ້ງວົງຄະນາຍາດ ແລະ ບັນດາປະເພນີຂອງຊາວເຜົ່າ ມນົງ - ảnh 1


(ພາບ: ອິນເຕີແນດ)

        ຊາວ​ເຜົ່າ ມນົງ ລວມມີ​ຫຼາຍ​ແຊງ​, ​ເຊິ່ງດຳລົງ​ຊີວິດ​ຕົ້ນ​ຕໍ​ແມ່ນ​ຢູ່​ບັນດາ​ແຂວງ ດັກນົງ, ດັກ​ລັກ ​ແລະ ສ່ວນ​ໜຶ່ງ​ຢູ່​ບິ່ງ​ເຟືອ​ກ, ​ເລິ​ມດົ່ງ. ປ້າ ​ເລືອ​ງ​ແທງ​ເຊີນ, ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

        “​ໂດຍ​ອີງ​ໃສ່​ຈຸດ​ພິ​ເສດ​ທາງ​ດ້ານ​ວັດທະນະທຳ, ​ແລະ ບ່ອນ​ຢູ່​ອາ​ໄສ​, ເຂົາ​ເຈົ້າ​ຈຶ່ງ​ແບ່ງ​ຊົນ​ເຜົ່າ ມນົງ ​ເປ​ັນ​ແຕ່ລະ​​ແຊງ. ຕົວຢ່າງ​ຄື​ແຊງ ມນົງ ຮ​ເລິ​ມ ​​ເຄີຍ​ດຳລົງ​ຊີວິດ​ຢູ່​ເຂດ​ແມ່​ນຳ້​ລຳ​ເຊ ​ແລະ ປູກ​ເຂົ້ານາ​ທາມ. ​ແຊງ​ ມນົງ ບູດົງ ​ເຄີຍ​ລ່າ​ເນື້ອ, ລ້ຽງ​ ແລະ ຝຶກ​ສອນສັດປ່າ​ຢູ່​ເຂດ​ບ້ານ​ດົນ​, ສ່ວນ​ແຊງ ມນົງ ປ​ແຣ ຢູ່​ເຂດ​ດັກ​ມິນ, ມນົງ​ປ​ເຣິງ ຢູ່​ເຂດ​ດັກ​ນົງ, ​ແຊງ ມນົງ​ກາ ຢູ່​ເລິ​ມດ່ງ... ​ແມ່ນ​ປູກ​ເຂົ້ານາ​ໄຮ່​ເປັນ​ຕົ້ນ“.

        ​ເຖິງ​ວ່າ​ຊາວ​ເຜົ່າ ມນົງ ຖື​ກແບ່ງ​ຕາມ​ແຕ່ລະ​ແຊງ​ທີ່​ແຕກ​ຕ່າງ​ກັນຕາມ​ເງື່ອນ​ໄຂ​ດຳລົງ​ຊີວິດ​ກໍ່ຕາມ, ​ແຕ່​ຊົນ​ເຜົ່າມນົງ ຍັງ​ຄົງ​ຮັກສາ​ສຽງ​ເວົ້າ ​ແລະ ສີສັນ​ວັດທະນະທຳ​ ​ແລະ ຮີດຄອງ​ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຊົນ​ເຜົ່າ​ຕົນ​ໄວ້​ໄດ້.

ການຈັດຕັ້ງວົງຄະນາຍາດ ແລະ ບັນດາປະເພນີຂອງຊາວເຜົ່າ ມນົງ - ảnh 2

(ພາບ: ອິນເຕີແນດ)

        ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຍາມ​ໃດ​ຊາວ​ເຜົ່າ ມນົງ ກໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ເທວະ​ດາ​ຟ້າ​ແຖນ. ​ເທວະ​ດາ​ເຕົາ​ໄຟ​ຮັກສາ​ໄຟ​​ເພື່ອແຕ່ງກິນ, ​ເທວະ​ດາ​ເຂົ້າ ​ແລະ ​ເທວະ​ດາ​ພືດ​ບັນດານ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ​ເທວະ​ດາ​ຟ້າຜ່າ​ເທິງ​ແດນ​ສະຫວັນ​ຍາມ​​ໃດ​ກໍ່​ກຽມພ້ອມ​ຈະ​ລົງ​ໂທດ​ຜູ້​ໃດ​ມີ​ການ​ກະທຳ​ຜິດ, ລະ​ເມີດ​ສິ່ງ​ທີ່​ເກືອດ​ຫ້າມ. ສ່ວນ​ບັນພະບຸລຸດ​ບັນດານ​ໃຫ້​ຄອບຄົວ​ມີ​ຊີວິດ​ຢູ່​ເຢັນ​ເປັນ​ສຸກ...ຍ້ອນ​ຄວາມ​ເຊື່ອ​ຖື​ຄື​ແນວ​ນັ້ນ, ​ເຂົາ​ເຈົ້າ​ຈຶ່ງ​ມີ​ຫຼາຍ​ພິທີ​ງານ​ບຸນ​ທີ່​ກ່ຽວຂ້ອງ​ເຖິງ​ມະນຸດ, ​ໃນ​ນັ້ນ​ມີ​ງານ​ບຸນ​ຮອບ​ວຽນ​ແຫ່ງ​ຊີວິດ​ຂອງ​ຄົນ, ງານ​ບຸນ​ຢັ້ງຢືນ​ເປັນ​ຄົນ​ເຕີບ​ໃຫຍ່, ງານ​ແຕ່ງດອງ, ບຸນ​ອວຍພອນ​ຄວາມສຸກ, ງານ​ບຸນ​ອວຍພອນ​ອາຍຸ​ໝັ້ນ​ຂວັນ​ຍືນ... ບັນດາ​ງານ​ບຸນ​ບູຊາ​ເທວະ​ດາ​ຟ້າ​ແຖນ ​ແລະ ຮີດຄອງ​ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ມນົງ, ​ແມ່ນ​ບັນດາ​ປັດ​ໃຈ​ສ້າງ​ເປັນຂໍ້​ກຳນົດ​ກົດລະບຽບ​ ​ເພື່ອ​ແນ​ໃສ່​ຮັກສາ​ຊີວິດ​ວົງ​ຄະນາ​ຍາດ. ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເຜົ່າ ມນົງ​ ລວມມີ​ບັນດາ​ຂໍ້​ກຳນົດ​ຢ່າງ​ແໜ້ນ​ແຟ້ນກ່ຽວ​ກັບ​ການ​ພົວພັນ​ໃນ​ວົງ​ຄະນາ​ຍາດ, ຮີດ​ຂອງ​ປະ​ເພນີ, ການ​ສົມລົດ ​ແລະ ການ​ພົວພັນ​ລະຫວ່າງ​ຍິງ - ຊາຍ, ການ​ພົວພັນ​ໃນ​ຄອບຄົວ, ການລະ​ເມີດ​ຮ່າງກາຍ​ຂອງ​ຜູ້​ອື່ນ. ທ່ານ ຫງວຽນ​​ແຄ໋ງຢູຍ, ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ບັນດາ​ຊົນ​ເຜົ່າ​ຢູ່​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

        “​ໃນ​ວົງ​ຄະນາ​ຍາດ​ສັງຄົມ, ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເຜົ່າ ມນົງ ຍົກ​ສູງ​ຄວາມ​ສາມັກຄີ​ໃນ​ວົງ​ຄະນາ​ຍາດ. ການ​ແກ່ງ​ແຍ້​ງ, ​ໂຕ້​ຖຽງ​ກັນ​ລະຫວ່າງ​ບັນດາ​ຄອບຄົວ, ວົງ​ຕະກຸນ, ​​ໃນ​ບ້ານ​ຫຼື​ລະຫວ່າງ​ໝູ່​ບ້ານ​ນຳ​ກັນ​ລ້ວນ​ແຕ່​ໄດ້​ຮັບ​ການ​ແກ້​ໄຂ​ຕາມ​ຮີດຄອງປະ​ເພນີ“.

ການຈັດຕັ້ງວົງຄະນາຍາດ ແລະ ບັນດາປະເພນີຂອງຊາວເຜົ່າ ມນົງ - ảnh 3

(ພາບ: ອິນເຕີແນດ)

        ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເຜົ່າ ມນົງ​ ກໍ່​ໄດ້ຍົກ​ສູງການ​ໄກ່​ເກ່ຍ​ໃຫ້​ຖືກຕ້ອງປອງ​ດອງກັນ, ​ແຕ່​ກໍ່​ມີ​ການ​ລົງ​ໂທດນັບ​ແຕ່​ສະຖານ​ເບົາ​ເຖິງ​ສະຖານ​ໜັກ, ​ໂດຍ​ອີງ​ໃສ່​ລະດັບ​ການລະ​ເມີດ, ຜູ້​ກະທຳ​ຜິດອາດ​ຈະ​ຖືກ​ປັບ​ໄໝ​ດ້ວຍ​ຊັບ​ສົມບັດ​ຄື: ຄ້ອງ, ຊ້າງ​ຫຼື​ງ່າຍດາຍ​ກວ່າ​ແມ່ນ​ຕ້ອງ​ຈັດ​ພິທີ​​ຖະຫວາຍໝູ; ​ໄກ່...

        ​ໃນ​ຊີວິດ​ຂອງ​ວົງ​ຄະນາ​ຍາດ​ຊາວ​ເຜົ່າ ມນົງ ​ໃນ​ປະຈຸ​ບັນ, ຍັງ​ຄົງ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຮີດຄອງປະ​ເພນີຊ່ວຍ​ເຫຼືອກັນ​ໃນ​ການ​ຜະລິດ​ກະ​ສີ​ກຳ, ຕົວຢ່າງ​ຄື: ​ໃນ​ລະດູ​ການ​ເກັບ​ກ່ຽວ, ​ເພື່ອ​ຫຼີກ​ເວັ້ນຄວາມ​ເສຍ​ຫາຍ​​ໂດຍພາຍຸ​ກໍ່​ຂຶ້ນ, ທັງ​ບ້ານ​ຕ່າງ​ກໍ່​ມີ​ສະຕິ​ຊ່ວຍ​ເຫຼືອ​ກັນ​ເກັບ​ກ່ຽວ​ເຂົ້າ​ໃຫ້​ສຳ​ເລັດ​ກ່ອນ​ທີ່​ພາຍຸ​ພັດ​ມາ. ມີ​ບາງ​ຮີດຄອງ​ປະ​ເພນີ​ກ່ຽວ​ກັບ​ພິທີ​ງານ​ສົບ, ງານ​ແຕ່ງດອງ, ກໍ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃຫ້​ເໝາະ​ສົມ​ກັບ​ຊີວິດ​ປະຈຸ​ບັນ. ທ່ານ ອາມາ​ຟອງ, ຊາວ​ເຜົ່າ ມນົງ ຣ​ເລິ​ມ, ຢູ່​ເມືອງ​ລັກ, ​ໃຫ້​ຮູ້​ວ່າ:

        “ມີ​ບາງຮີດຄອງປະ​ເພນີ​ໄດ້​ມີ​ການ​ປ່ຽນ​ແປງ, ຕົວຢ່າງ​ຄື​ງານ​ແຕ່ງດອງ​ໃນ​ປະຈຸ​ບັນ​ໄດ້​ມີ​ຄວາມ​ກ້າວໜ້າ​ກວ່າ. ກ່ອນ​ນີ້​ຕ້ອງ​ຂ້າ​ໝູ, ​ໄກ່​ ​ແລະ ຈັດ​ຕັ້ງ​ໃນ 2,​3 ວັນ, ​​​ເພື່ອເຊີນ​ທັງ​ບ້ານ​ເຂົ້າ​ຮ່ວມ. ປະຈຸ​ບັນ, ຈັດ​ຕັ້ງ​ຕາມ​ແບບ​ໃໝ່​ບໍ່​ສິ້ນ​ເປືອງຫຼາຍ​ອີກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມີ​ບາງ​ພິທີ, ຮີດຄອງ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້. ພິ​ເສດ, ​ເຂົາ​ເຈົ້າ​ຍັງ​ຄົງ​ຮັກສາ​ປະ​ເພນີ ຫອຍຣໍ (ລູກ​ສາວ​ເອົາ​ຜົວ, ສ່ວນ​ລູກເຂີຍ​ຢູ່​ກັບ​ຄອບຄົວຂອງ​ເມຍ). ​ແມ່ຍິງ​ເປັນ​ໝ້າຍ, ພາຍຫຼັງ​ພິທີ​ອຳ​ລາ​ຄົນ​ຕາຍ​ໄປ​ສູ່​​ແດນ​ສະຫວັນ​ແລ້ວ ຈຶ່ງ​ໄດ້​ເອົາ​ຜົວ​ໃໝ່...“

        ບັນດາ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເຜົ່າ ມນົງ ສ່ອງ​ແສງ​ໃຫ້​ເຫັນ​ແບບ​ແຜນ​ດຳລົງ​ຊີວິດ​ທີ່​ຕິດ​ພັນ​ກັບ​ວົງ​ຄະນາ​ຍາດ, ພ້ອມ​ທັງ​ປະກອບສ່ວນ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ. ປະຈຸ​ບັນ, ບັນດາ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ນັ້ນ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້ ​ແລະ ກາຍ​ເປັນ​ມາດຖານ​ໃນການ​ກໍ່ສ້າງໝູ່​ບ້ານ​ວັດທະນະທຳ.

       

ຕອບກັບ