ກະ​​ຕ່າພາຍ​ບ່າເຄື່ອງ​ໃຊ້ທີ່​ຕິດ​ພັນ​ກັບ​ແມ່​ຍິງ​ເຜົ່າຜູ້​ໄທໄຕ​ບັ໊ກຫວຽດ​ນາມ

Chia sẻ
(VOVWORLD) - ທຸກໆຄັ້ງທີ່ເຂົ້າໄປປ່າຫາໜໍ່ໄມ້ ຫຼືໄປໄຮ່ໄປສວນແມ່ຍິງເຜົ່າຜູ້ໄທບໍ່ລືມທີ່ຈະເອົາກະຕ່າພາຍບ່າທີ່ເຮັດດ້ວຍໄມ້ໄຜ່ໄປນຳ (ພາສາເຜົ່າຜູ້ໄທເອີ້ນວ່າກາເລັບ). ນີ້ແມ່ໜຶ່ງໃນບັນດາເຄື່ອງໃຊ້ທີ່ເປັເອກະລັກສະເພາະ, ປະກອສ່ວນເຮັດໃຫ້ຮູບພາບຂອງແມ່ຍິງເຜົ່າຜູ້ໄທເຂດໄຕບັ໊ກ (ທິດຕາເວັນຕົສ່ຽງເໜືອຫວຽດນາມງາມຂຶ້ນຕື່ມ.
ກະ​​ຕ່າພາຍ​ບ່າເຄື່ອງ​ໃຊ້ທີ່​ຕິດ​ພັນ​ກັບ​ແມ່​ຍິງ​ເຜົ່າຜູ້​ໄທໄຕ​ບັ໊ກຫວຽດ​ນາມ - ảnh 1 ແມ່ຍິງເຜົ່າຜູ້ໄທ ໃສ່ກະຕ່າພາຍບ່າໄປຕະຫຼາດ

ສຳລັບພໍ່ແມ່ປະຊາຊົນຊາວເຜົ່າຜູ້ໄທນັບແຕ່ກ່ອນມາຮອດປັດຈຸບັນແລ້ວ, ວຽກໄປເກັບຜັກຫັກໜໍ່, ຂຸດຫົວມັນຢູ່ໃນປ່າ, ລົງຫ້ວຍເກັບໄຄເພື່ອນຳມາເປັນສະບຽງອາຫານໃຫ້ແກ່ຄອບຄົວໃນທຸກໆມື້ ເບິ່ງຄືວ່າລ້ວນແຕ່ແມ່ນວຽກງານຂອງແມ່ຍິງ. ຍ້ອນແນວນັ້ນ, ທຸກເທື່ອທີ່ແມ່ຍິງເຜົ່າຜູ້ໄທຢູ່ເຂດຊົນນະບົດ, ເຂດພູດອຍກ້າວຂາລົງເຮືອນ, ໄປປ່າ, ໄປໄຮ່ໄປສວນພວກເຂົາກໍລ້ວນແຕ່ຖືຝັກມີດ, ພາຍກະຕ່າໃສ່ບ່າເປັນສິ່ງຕິດຕົວໄປນຳ. ແມ່ຍິງພາຍກະຕ່າ ໃສ່ບ່າກໍເປັນສ່ວນໜຶ່ງທີ່ເວົ້າເຖິງຄວາມອົດທົນ, ຄວາມດຸໝັ່ນຂະຫຍັນພຽນເຮັດຫຼ້ອນວຽກບ້ານການເຮື່ອນ. ສະນັ້ນ, ເອື້ອຍນ້ອງແມ່ຍິງຜູ້ໃດ ຍິ່ງຊອກເກັບຜັກຫັກໜໍ່ໄດ້ເຕັມກະຕ່ານຳກັບເມືອເຮືອນກໍຍິ່ງສະແດງໃຫ້ເຫັນເຖິງຄວາມຄ່ອງແຄ້ວ, ຄວາມດຸໝັ່ນຂະຫຍັນພຽນຂອງເອື້ອຍນ້ອງແມ່ຍິງ, ຮູ້ຊອກຮູ້ຫາ, ແຕ່ງຢູ່ຄົວກິນໃຫ້ແກ່ຄອບຄົວໃນແຕ່ລະມື້. ເອື້ອຍລໍ່ທິເຟີ໊ງຢູ່ບ້ານກ໊າ, ຕາແສງຈ່ຽງອານ, ນະຄອນເຊີນລາໃຫ້ຮູ້ວ່າ:

ນັບແຕ່ຄາວຍັງນ້ອຍກໍ່ຮູ້ໄປເຂົ້າປ່າຟືນ, ຫາໜໍ່ໄມ້, ຂຸດມັນອຍ ນຳແມ່ແລ້ວ, ້າພະເຈົ້າກໍຮູ້ພາຍກະຕ່ານີ້ແລ້ວ. ກະກຽມໄປໄຮ່ໄປສວນແມ່ນຈື່ວ່າຕ້ອງຊອກເອົາກະຕ່ພາຍໃສ່ບ່າທັນທີ, ບໍ່ ືມຈັກເທື່ອ, ມັນໄດ້ກາຍເປັນຄວາມລື້ງເຄີຍສຳລັບເອື້ອຍນ້ອງແມ່ຍິງເຜົ່າ ຜູ້ໄທທີ່ດລົງຊີວິດຢູ່ເຂຊົນນະບົດ. ເຄື່ອງໃຊ້ນີ້ ໃຊ້ສະດວກສະບາຍຫຼາຍແລະເປັນສິ່ງທີ່ບໍ່ອາດຂາໄດ້”.

ຈາກຄົນລຸ້ນນີ້ສູ່ຄົນລຸ່ນອື່ນ, ບັນດາຜູ້ຊາຍຊົນເຜົ່າຜູ້ໄທລ້ວນແຕ່ເຮັດອາຊີບຈັກສານເກັ່ງ, ເຮັດບັນດາເຄື່ອງໃຊ້ຂອງສອຍທີ່ຈຳເປັນດ້ວຍຕົນເອງເພື່ອໃຊ້ສອຍ.ກະຕ່າພາຍບ່າທີ່ສານດ້ວຍໄມ້ໄຜ່ ແມ່ນໄດ້ເຮັດຈາກມືຂອງເຂົາເຈົ້າເອງເພື່ອເຮັດໃຫ້ບັນດາແມ່ຍິງໃນຄອບຄົວຂອງຕົນ.

ກະ​​ຕ່າພາຍ​ບ່າເຄື່ອງ​ໃຊ້ທີ່​ຕິດ​ພັນ​ກັບ​ແມ່​ຍິງ​ເຜົ່າຜູ້​ໄທໄຕ​ບັ໊ກຫວຽດ​ນາມ - ảnh 2ກະຕ່າພາຍບ່າແບບຖີ່ 

ກະຕ່າພາຍບ່າມີ 2 ຊະນິດຄືແບບສານຫ່າງ (ເລັບສະ) ແລະແບບສານຖີ່ (ເລັບຖີ໊), ເຊິ່ງມີປາກກະຕ່າກວ້າງ, ບໍ່ມີຝາອັດ, ສະດວກໃນການນຳໃຊ້, ມີສາຍພາຍ. ກະຕ່າພາຍບ່າແຕ່ລະຊະນິດມີການໃຊ້ງານທີ່ແຕກຕ່າງກັນ, ມີຂະໜາດນ້ອຍໃຫຍ່, ຮູບແບບທີ່ຂຶ້ນກັບຜູ້ສານແຕ່ລະຄົນແລະຈຸດປະສົງໃນການນຳໃຊ້.

ເພື່ອເຮັດກະຕ່າພາຍບ່າໄດ້ນັ້ນ, ຜູ້ຊາຍເຜົ່າຜູ້ໄທຕ້ອງກະກຽມໄມ້ໄຜ່ປະເພດອ່ອນ, ພາສາ ຜູ້ໄທເອີ້ນວ່າໄມ້ເມີຍ (ຫວາຍ), ໄມ້ເປືອກທີ່ບໍ່ເປັນມອດເປັນແມງ, ພິເສດແມ່ນບໍ່ໃຫ້ເອົາຕົ້ນໄຜ່ທີ່ບໍ່ມີຍອດເພາະເມື່ອເອົາໄປສານແລ້ວກໍຈະເປັນມອດ. ເມື່ອຕັດໄມ້ໄຜ່ຢູ່ປ່າມາກໍນຳມາຕັດເປັນທ່ອນຍາວປະມານ 1,2ແມັດ (ປ້ອງສັ້ນກໍປະມານ 3 ປ້ອງ, ປ້ອງຍາວປະມານ 2 ປ້ອງ). ໄມ້ປ້ອງສັ້ນແມ່ນສານໄດ້ແຕ່ກະຕ່າພາຍບ່ານ້ອຍ, ສ່ວນໄມ້ປ້ອງຍາວ ຈຶ່ງສາມາດສານກະຕ່າພາຍບ່າໃຫຍ່ໄດ້. ວິທີຜ່າໄມ້ໄຜ່ ກໍຕ້ອງມີຄວາມຄ່ອງແຄ້ວ, ເຮັດຢ່າງພິຖີພິຖັນ, ເຫຼົາໄມ້ໄຜ່ ແມ່ນຕ້ອງເຮັດແນວໃດໃຫ້ເສັ້ນສະໝ່ຳສະເໜີ,ບາງແລະລຽບທີ່ສຸດ, ຍິ່ງເອົາຕິວໄມ້ໄຜ່ອອກໄດ້ຫຼາຍເທົ່າໃດກໍຍິ່ງດີ, ຈຶ່ງສານງ່າຍແລະມີຄວາມທົນທານກວ່າ. ໃນຂັ້ນຕອນການສານແມ່ນທັງສານທັງຟິດນ້ຳໃສ່ ເພື່ອໃຫ້ຕອກອ່ອນແລະບໍ່ຫັກ. ເມື່ອສານແລ້ວ, ດີທີ່ສຸດແມ່ນເອົາໄປຢ່າງໄຟໄວ້ໄລຍະໜຶ່ງຈຶ່ງນຳມາໃຊ້ ກະຕາຈິ່ງມີຄວາມທົນທານກວ່າ. ທ່ານຕ່ອງວັນເຮັ໊ຍ, ຜູ້ອາຍຸສູງໃນໝູ່ບ້ານທີ່ເຮັດອາຊີບຈັກສານເກັ່ງຢູ່ບ້ານມ່ອງ, ຕາແສງຫົວລາ, ,ນະຄອນເຊີນລາໃຫ້ຮູ້ວ່າ:

ກະຕ່າພາຍບ່າຂອງແມ່ຍິງເຜົ່າຜູ້ໄທມີມາບໍ່ຈັກວ່າເທົ່ໃດເຊັ່ຄົນແລ້ວ. ແຕ່ວຽກງານການສານພັດແມ່ນວຽກຂອງຜູ້ຊາຍ, ສະນັ້ນເມື່ອເຕີບໃຫຍ່ຂຶ້ນມາ ບັນດາຊາວໜຸ່ມໃນບ້ານໄດ້ຮຽນວິທີສານກະຕ່າພາຍບ່າໃຫ້ຄອບຄົວຂອງຕົນເອງແລ້ວ, ສ່ວນຜູ້ມີອາຍຸສູງມີຄວາມຊຳນານກວ່າແມ່ນສານເພື່ອນຳໄປຂາຍໃຫ້ພໍ່ແມ່ປະຊາຊົນ. ຄືຂ້າພະເຈົ້າສານແບບບໍ່ພັກຜ່ອນ, ໃຊ້ເວລາ 2 ມື້ຈຶ່ງສານກະຕ່າພາຍບ່າແບບຫ່າງແລ້ວ 1 ອັນ. ສ່ວນສານກະຕ່າພາຍບ່າແບບຖີ່ນັ້ນ ແມ່ຕ້ອງໃຊ້ເວປະມານ 3 ມື້ຈຶ່ງສານແລ້ວ 1 ອັນ”.

ກະ​​ຕ່າພາຍ​ບ່າເຄື່ອງ​ໃຊ້ທີ່​ຕິດ​ພັນ​ກັບ​ແມ່​ຍິງ​ເຜົ່າຜູ້​ໄທໄຕ​ບັ໊ກຫວຽດ​ນາມ - ảnh 3ກະຕ່າພາຍບ່າແບບຫ່າງ 

ກະຕ່າພາຍບ່າ ບໍ່ພຽງແຕ່ເພື່ອໃຫ້ເອື້ອຍນ້ອງແມ່ຍິງຖືໄປນຳໃນເວລາເຂົ້າ ປ່າ, ເກັບຜັກຫັກໜໍ່, ໃສ່ເຂົ້າໃສ່ນຳ້ເມື່ອໄປໄຮ່ໄປສວນເທົ່ານັ້ນ, ຫາກຍັງໄດ້ໃຊ້ທັງໃນເວລາເອື້ອຍນ້ອງແມ່ຍິງໄປອອກຕະຫຼາດນຳອີກ, ມັນປຽບຄືກະຕ່າຫິ້ວ, ກະເປົາຫິ້ວຂອງເອື້ອຍນ້ອງແມ່ຍິງຢູ່ບັນດາແຂວງເຂດທົ່ງພຽງ, ຢູ່ບັນດານະຄອນໃຫຍ່ທີ່ມັກໃຊ້. ໄປອອກຕະຫຼາດຊື້ໄດ້ຫຍັງກໍລ້ວນແຕ່ເອົາໃສ່ກະຕ່າທີ່ພາຍຢູ່ບ່າ, ໃຊ້ສະດວກສະບາຍທີ່ສຸດ, ໃຊ້ໄດ້ດົນ, ມີຄວາມທົນທານ, ເປັນມິດກັບສິ່ງແວດລ້ອມ, ເໝາະສົມກັບຮີດຄອງປະເພນີ, ສະນັ້ນ ຢູ່ເຮືອນຊາວເຜົ່າ ຜູ້ໄທຍາມໃດກໍມີກະຕ່າພາຍບ່າໄວ້ນຳໃຊ້.

ປັດຈຸບັນ, ກະຕ່າພາຍບ່າໄດ້ມີວາງຂາຍຢູ່ຕາມບັນດາຕະຫຼາດເຂດພູດອຍໄຕບັ໊ກ, ໄດ້ວາງສະແດງແລະແນະນຳຜະລິດຕະພັນຢູ່ຕາມບັນດາຮ້ານໃນງານຕະຫຼາດນັດ, ຫໍພິພິທະພັນຊົນເຜົ່າ, ເອື້ອຍນ້ອງແມ່ຍິງຊົມໃຊ້ເພືື່ອທຳການສະແດງຢູ່ບັນດາການແຂ່ງຂັນການສະແດງສິລະປະມະຫາຊົນ; ການແຂ່ງຂັນການສະແດງຊຸດອາພອນປະຈຳເຜົ່າ. ເຖິງວ່າເປັນພຽງເຄື່ອງໃຊ້ສອຍທຳມະດາໃນຊີວິດປະຈຳວັນກໍຕາມ, ແຕ່ກະຕ່າພາຍບ່າກໍປະກອບສ່ວນເຮັດໃຫ້ສວຍເອື້ອຍນ້ອງແມ່ຍິງເຜົ່າຜູ້ໄທຢູ່ ເຂດໄຕບັ໊ກມີຄວາມສວຍງາມຂຶ້ນຕື່ມ.

ຕອບກັບ