ກອນເລື່ອງໃນຊີວິດທາງດ້ານຈິດໃຈຂອງຊາວເຜົ່າຣາລາຍ

To Tuen
Chia sẻ

(vovworld) - ກອນ​ເລື່ອງ​ຂອງ​ຊາວ​ເຜົ່າ ຣາລາຍ ​ແມ່ນ​ຮູບ​ການ​ເລົ່າ​ຂານ​ກັນ​ມາ ​ແລະ ປະຈຸ​ບັນຍັງ​ຄົງ​​ຮັກສາ​ໄວ້​ໃນ​ຄວາມ​ຈື່​ຈຳ​ຂອງ​ປະຊາຊົນ ​ແລະ ​ເຄີຍ​​ສະ​ແດງໃນ​ການເຄື່ອນ​ໄຫວ​ວັດທະນະທຳ​ປະຊາ​ຄົມຢູ່.


(vovworld) - ກອນ​ເລື່ອງ​ຂອງ​ຊາວ​ເຜົ່າ ຣາລາຍ ​ແມ່ນ​ຮູບ​ການ​ເລົ່າ​ຂານ​ກັນ​ມາ ​ແລະ ປະຈຸ​ບັນຍັງ​ຄົງ​​ຮັກສາ​ໄວ້​ໃນ​ຄວາມ​ຈື່​ຈຳ​ຂອງ​ປະຊາຊົນ ​ແລະ ​ເຄີຍ​​ສະ​ແດງໃນ​ການເຄື່ອນ​ໄຫວ​ວັດທະນະທຳ​ປະຊາ​ຄົມຢູ່.

ກອນເລື່ອງໃນຊີວິດທາງດ້ານຈິດໃຈຂອງຊາວເຜົ່າຣາລາຍ - ảnh 1

ສິລະປະກອນ ກາວທິກວາງ ພວມຂັບກອນເລື່ອງໃຫ້ລູກຫຼານຟັງ

        ກໍ່​ເຊັ່ນ​ດຽວ​ກັບ​ຫຼາຍ​ຊົນ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ ​ແລະ ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ຊົນ​ເຜົ່າຣາລາຍ ມີ​ລະບົບ​ກອນ​ເລື່ອງ​ທີ່​ອຸດົມສົມ​ບຸນ. ຢູ່​ເຂດ​ຮ່ອມ​ພູ ​ໂຕ​ຫາບ, ​ເມືອງ ​ແຄ໋ງ​ເຊີນ (​ແຄ໋ງຮ່ວາ) ມີ​ຫຼາຍ​ຄົນ​ຍັງ​ຈື່​ຈຳກອນ​ເລື່ອງຢູ່. ທ່ານ ​ເມົ໋າກວົກຕ໋ຽນ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ຊົນ​ເຜົ່າ ຣາລາຍ ​ແມ່ນ​ຜູ້ນຳ​ໜ້າ​ໃນ​ການ​ສະ​ສົມ ​ແລະ ຮັກສາກອນ​ເລື່ອງ. ຕາມ​ທ່ານ​ແລ້ວ, ກອນ​ເລື່ອງ ຣາລາຍ​ ແມ່ນ​ຮູບ​ການ​ເລົ່າ​ເລື່ອງດ້ວຍ​ກາບກອນ ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ​ໃນ​ງານ​ບຸນ, ຜູ້​ເຖົ້າ​ຜູ້​ແກ່, ​ຄົນໜຸ່ມ​ໃນ​ບ້ານ​ມັກ​ນັ່ງ​ອ້ອມ​ກອງ​ໄຟ​ໃນ​ເຮືອ​ນຍາວ ​ເພື່ອ​ຟັງ​ເລົ່າ​ກອນ​ເລື່ອງ. ນັ້ນ​ແມ່​ນບັນດາ​ເລື່ອງ​ລາວ​ກ່ຽວ​ກັບ​ວິລະ​ຊົນ, ບັນດາ​ຜູ້​ບ່າວ​ທີ່​​ເຂັ້ມ​ແຂງ​ຄື: ອູ​ຢາຍ - ອູ​ຢັກ, ​ແມ່ນ​ຜູ້​ທຳ​ຕົວ​ເປັນ​ສັດ​ເຊັ່ນ: ອາ​ມ້າ​ເຈຍ​ຊາ - ອາ​ມ້າ​ກູ​ເວົາ ວົງ​ເກີຍ ຫຼື​ແມ່ຍິງ​ຄື ອາ​ເວີຍ​ນ້າຍ ຕີ​​ເລີ, ​ເຊິ່ງ​ແມ່ນ​ຜູ້​ທີ່​ໄດ້​ຕໍ່ສູ້​ຕ້ານ​ຄືນ​​ເທວະ​ດາປ່າ, ​ເທວະ​ດາ​ທະ​ເລ​ເພື່ອ​ປົກ​ປ້ອງ​ປະຊາຊົນ… ໃນ​ຈິດ​ສຳນຶກ​ຂອງ​ຊາວ​ເຜົ່າ ຣາລາຍ, ຮູບ​ພາບບັນດາ​ວິລະ​ຊົນ​ຍາມ​ໃດ​​ກໍ່​ປະກົດ​ໃນ​ກອນ​ເລື່ອງ, ນັ້ນ​ແມ່ນ​ບັນດາ​ນັກ​ປະຫວັດສາດ, ຜູ້​ທີ່​ເຄັ່ງຂຶມ, ​ເຂັ້ມ​ແຂງ​ແຮງ​ກ້າ, ສາມາດ​ເຮັດ​ໄດ້​ບັນດາ​ວຽກ​ງານ​ເລີດ​ລຳ້. ທ່ານ ຕ໋ຽນ ​ໃຫ້​ຮູ້​ວ່າ:

        “ກອນ​ເລື່ອງ​ແຕ່​ລະ​ບົດ​ແມ່ນ​ຍາວ​ທີ່​ສຸດ. ຊາວ​ເຜົ່າ ຣາລາຍ​ ບໍ່​ມີ​ຕົວ​ໜັງສື, ດັ່ງ​ນັ້ນ​ກ່ອນ​ເລື່ອງຈຶ່ງ​ໄດ້​ຮັບ​ການ​ກ່າວ​ຂານກັນ​ມາ​ແຕ່​ຄົນ​ລຸ້ນນີ້​ໄປ​ຍັງ​ຄົນ​ລຸ້ນອື່ນ ​ແລະ ​ເຂົາ​ເຈົ້າ​ພຽງ​ແຕ່​ຈື່​ຈຳ​ໃນ​ສະໝອງ​ຂອງ​ຕົນ​ເທົ່າ​ນັ້ນ. ນີ້​ກໍ່​ແມ່ນ​ຈຸດ​ພິ​ເສດ​ເມື່ອ​ທຽບ​ໃສ່​ກອນ​ເລື່ອງ​ຂອງ​ຊົນ​ເຜົ່າ​ຈຳນວນ​ໜຶ່ງ“.

        ຕາມ​ທ່ານ ຕ໋ຽນ ​ແລ້ວ, ກອນ​ເລື່ອງ​ຂອງ​ຊາວ​ເຜົ່າ ຣາລາຍ​ ບໍ່​ພຽງ​ແຕ່​ແມ່ນ​ສິລະ​ປະ​ເທົ່າ​ນັ້ນ, ຫາກ​ແມ່ນ​ຊີວິດ​ຂອງ​ເຂົາ​ເຈົ້າ… ຕົວຢ່າງ​ຄືກ​ອນ​ເລື່ອງ ອາ​ມ້າ​ ຈີ ມາ​ຢາ (ທ້າວ ຈີ ມາ​ຢາ) ທີ່​ເລົ່າ​ກ່ຽວ​ກັບ​ຊາຍ​ເຜົ່າ ຣາລາຍ ​ເກັ່ງ​ກ້າ​ຜູ້ໜຶ່ງ ທີ່​ໄດ້​ຂັບ​ໄລ່​ສັດ​ຮ້າຍ, ຊ່ວຍ​ຊາວບ້ານ​ໃຫ້​ມີ​ຊີວິດສະຫງົບ​ສຸກ. ​ເມື່ອ​ສັດຕູ​ເຂົ້າ​ບ້ານ, ລາວ​ໄດ້​ສອນ​ໃຫ້​ປະຊາຊົນວິທີ​ຕໍ່ສູ້​ຕ້ານ​ສັດຕູ…​ເມື່ອ​ເລົ່າ​ກອນ​ເລື່ອງ, ບາງ​ເທື່ອຈະ​ອອກສຽງ​ສະ​ເໝີ​ກັນ, ບາງ​ເທື່ອ​ອອກສຽງ​ສູງ, ສຽງ​ຕຳ່, ບາງ​ເທື່ອຄືສຽງ​ຊຸບຊິ​ບຂອງ​ບັນພະບຸລຸດ. ຍ້ອນ​ເຫດ​ນັ້ນ, ​ເມື່ອ​ເລົ່າ​ກອນ​ເລື່ອງ​ແຕ່ລະ​ເທື່ອ​ກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ. ​ໃນ​ການ​ເລົ່າ​ກອນ​ເລື່ອງ, ຊາວ​ເຜົ່າ ຮາ​ລາຍ ​ຍັງ​ນຳ​ໃຊ້​ທຳນອງ​ເພງ​ພື້ນ​ເມືອງ​ເພື່ອຂັບ, ຕົວຢ່າງ​ຄື​ທຳນອງ “ຊີຣີ“, ທີ່​ອອນຊອນ​ຄື​ສຽງ​ຂັບກ່ອມ​ລູກຂອງ​ບັນດາ​ແມ່​ຊາວ​ເຜົ່າ ຣາລາຍ ​​ບົນ​ເສັ້ນທາງ​ໄປ​​ເຮັດໄຮ່. ທຳນອງ “ມາ​ເຢັງ“ ປຽບ​ເໝືອນ​ຄວາມ​ໃນ​ໃຈ​ຂອງ​ແມ່​ເມື່ອ​ເລົ່າ​ໃຫ້​ລູກ​ຟັງ. ທຳນອງ “ອາ​ໂດ“ ດ້ວຍ​ສຽງ​ໄວ, ຟົດ​ຟື້ນ ​ແມ່ນ​ເຄີຍ​ໃຊ້​ໃນ​ການ​ດຳ​ເນີນ​ຊີວິດ​ປະຊາ​ຄົມ ​ແລະ ​ໃນ​ງານ​ບຸນ.

​        ນັ້ນ​ແມ່ນ​ສຽງ​ຂັບ​ຂອງ​ປ້າ ກາ​ເຕີ ທິສິ໋ງ ​ໃນ​ກອນ​ເລື່ອງ ອຸດາຍ ທີ່​ເວົ້າ​ເຖິງ​ສົງຄາມ, ຄວາມ​ຮັກ​ບ່າວ​ສາວ. ນີ້​ແມ່ນ​ໜຶ່ງ​ໃນ​ກອນ​ເລື່ອງ​ຍາວ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ສອງ​ບົດຂອງ​ຊາວ​ເຜົ່າ ຣາລາຍ. ​ເຖິງ​ວ່າ​ໄດ້​ມີ​ອາຍຸ 60 ກວ່າ​ປີ​ແລ້ວ​ກໍ່ຕາມ, ​ແຕ່​ປ້າ​ຍັງ​ຈື່​ຈຳ ​ແລະ ສາມາດ​ເລົ່າກອນເລື່ອງຍາວຕະຫຼອດ​ວັນ ​ແລະ ຄືນ​ໄດ້. ປ້າ ກາ​ເຕີ ທິສິງ ​ໃຫ້​ຮູ້​ວ່າ, ປ້າ​ຮຽນ​ຂັບ​ກອນ​ເລື່ອງ​ຈາກ​ແມ່​ນັບ​ແຕ່​ເວລາ​ມີ​ອາຍຸ​ປະມານ 7-8 ປີ, ປ້າ​ຮຽນ​ທັງ​ເວລາ​ຢູ່​ເຮືອນ, ທັງ​ເວລາ​ໄປ​ໄຮ່, ​ເຂົ້າ​ປ່າ​ເດັດ​ຜັກ. ປ້າ​ເລົ່າ​ສູ່​ຟັງ​ວ່າ:

        “​ເຮົາ​ຟັງ​ແມ່​ຂັບກອນ​ເລື່ອງ, ຮູ້ສຶກ​ວ່າ​ມ່ວນ​​ກໍ່​ຂັບ​ຕາມ​​, ​ເວລາ​ຍັງ​ນ້ອຍ​ເຮົາ​ຢູ່​ກັບ​ພໍ່​ແມ່​ຕະຫຼອດ, ບໍ່​ໄດ້​ໄປ​​ໂຮງຮຽນ ມີ​ເວລາຂັບ​ຫຼາຍ​​, ຈຶ່ງ​ສາມາດ​ຈື່​ຈຳ​​ກອນ​ເລື່ອງຈົນ​ເຖິງ​ປະຈຸ​ບັນ​ໄດ້“.

ຢູ່ຕາ​ແສງ​ເຊີນ​ບິ່ງ, ​ເມືອງ ​ແຄ໋ງ​ເຊີນ, ມີ​ສິລະ​ປະກອນ​ເລົ່າ​ກອນ​ເລື່ອງຜູ້​ໜຶ່ງທີ່​ມີ​ຊື່​ສຽງ, ນັ້ນ​ແມ່ນ​ແມ່​ເຖົ້າ ​ເມົ໋າທິຢຽນ, ອາຍຸ 90 ປີ. ລາວ​ສາມາດ​ຂັບ​ກອນ​ເລື່ອງ​ຕະຫຼອດ​ສັບປະດາ​ໄດ້. ​ແມ່​ເຖົ້າ​ ຢຽນ ກໍ່​ແມ່ນ​ຜູ້​ມີ​ອາຍຸ​ສູງ​ສຸດ​ຂອງ​ຊົນ​ເຜົ່າ ຣາລາຍ ​ຍັງ​ຂັບ​ກອນ​ເລື່ອງ​ໄດ້.

ຕາມ​ທ່ານ ​ເມົ໋າກວົກຕ໋ຽນ ​ແລ້ວ, ປ້າ ກາ​ເຕີ ທິສິງ ຫຼື​ແມ່​ເຖົ້າ ​ເມົ໋າທິຢຽນ ​ແມ່ນ​ວີນຍານ, ​ແມ່ນ​ສາງ​ກອນ​ເລື່ອງທີ່​​ມີ​ຊີວິດຂອງ​ຊາວ​ເຜົ່າ ຣາລາຍ ຢ່າງ​ແທ້​ຈິງ. ປະຈຸ​ບັນ​ຊາວ​ເຜົ່າ ຣາລາຍຜູ້​ສາມາດ​ຂັບກອນ​ເລື່ອງ ​ໄດ້ຍັງ​ເຫຼືອພຽງ 8-10 ຄົນ​ເທົ່າ​ນັ້ນ. ດັ່ງ​ນັ້ນ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ແຄ໋ງ​ເຊີນ ​ຈຶ່ງສົມທົບ​ກັບ​ຂະ​ແໜງ​ວັດທະນະທຳ​ຈັດ​ຕັ້ງ​ການ​ເສາະ​ຫາ, ຮຽບຮຽງ, ອັດ​ສຽງ​ຂັບກອນ​ເລື່ອງຂອງ​ບັນດາ​ສິລະ​ປະກອນ​ໄວ້. ​ແຂວງ ​ແຄ໋ງຮ່ວາ ກໍ່​ໄດ້​ເປີດ​ຊຸດ​ຮຽນ​ກອນ​ເລື່ອງ​ໃຫ້​ລຸ້ນໜຸ່ມ 3 ຊຸດ. ນີ້​ແມ່ນ​ມາດ​ຕະການ​ເພື່ອ​ແນ​ໃສ່​ອະນຸລັກ​ຮັກສາ​ກອນ​ເລື່ອງ​ຂອງ​ຊົນ​ເຜົ່າ ຣາລາຍ ​ໄວ້.

ຕອບກັບ