ແນະນຳບາງຈຸດວັດທະນະທຳຂອງ ຫວຽດນາມ

Dieu Hong
Chia sẻ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີເມວ 506 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 28 ສະບັບ.
ແນະນຳບາງຈຸດວັດທະນະທຳຂອງ ຫວຽດນາມ - ảnh 1ການຍິງບັ້ງໄຟດອກຢູ່ ໜອງ ຮ່ວານກຽມ
(ພາບ: qdnd)
 

ອາທິດຜ່ານມາ, ລາຍການພາກພາສາລາວ ໄດ້ຮັບອີເມວ, ໂທລະສັບ, ຈົດໝາຍອວຍພອນປີໃໝ່ 2024 ຈາກບັນດາທ່ານຜູ້ຟັງ: ທ່ານ ເພັດສະຫວັນ, ຢູ່ແຂວງ ອັດຕະປື; ທ່ານ ວັນໄຊ, ຫົວໜ້າບັນນາທິການໜັງສືພິມ ປະຊາຊົນ; ເອື້ອຍ ຄຳຄ່ອງ, ເຮັດວຽກຢູ່ ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ; ເອື້ອຍ ນິງງວຽນ, ຜູ້ອຳນວຍການ ໂຮງແຮມ ເມື່ອງແທັງ ວຽງຈັນ; ເອື້ອຍ ຮວາຖ້ຳ, ເອື້ອຍ ດາວ, ຊາວ ຫວຽດນາມ ອາໄສຢູ່ລາວ; ທ່ານ ອິນປັນ - ອະດີດຫົວໜ້າຫ້ອງການຮ່ວມມືສາກົນ, ວິທະຍຸກະຈາຍສຽງແຫ່ງຊາດລາວ; ອ້າຍ ງອັກເຟືອງ, ອ້າຍ ຝູຮາ, ນັກຂ່າວໂທລະພາບ ຫວຽດນາມ (VTV) ປະຈຳ ລາວ… ບັນດາຜູ້ຟັງ ໄດ້ຝາກຄຳອວຍພອນມາຍັງບັນດາບັນນາທິການຂອງພາກພາສາລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົມຜົນສຳເລັດໃນໜ້າທີ່ການງານຂອງຕົນ.

ໃນອາທິດ, VOV5 ມີຫຼາຍບົດຂຽນ, ຂ່າວ ທີ່ສະຫລຸບ, ສະຖິຕິກ່ຽວກັບສະພາບການເສດຖະກິດ, ການເມືອງ, ການທູດ, ວັດທະນະທຳ… ໃນປີ 2023. ພົ້ນເດັ່ນທີ່ສຸດແມ່ນຂ່າວກ່ຽວກັບການເຕີບໂຕ GDP ຂອງ ຫວຽດນາມ ໃນປີ 2023. ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ທ່ານ ຈັນທະສອນ, ແຂວງ ບໍ່ແກ້ວ ຢາກຖາມຕົວເລກ GDP ຂອງ ຫວຽດນາມ ທີ່ບັນລຸໄດ້ໃນປີ 2023?

ໂດຍ, ຂອບໃຈທ່ານ ຈັນທະສອນ ແລະ ບັນດາທ່ານຜູ້ຟັງຂອງພາກພາສາລາວ ທີ່ຮັກແພງ, ໜຶ່ງຂ່າວດີສຳລັບ ຫວຽດນາມ ໃນທ້າຍປີ 2023, ຕາມຕົວເລກຂອງກົມໃຫຍ່ສະຖິຕິແລ້ວ, GDP ໃນໄຕມາດ IV ປີ 2023 ຄາດວ່າເພີ່ມຂຶ້ນ 6,72% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. GDP ໃນປີ 2023 ຂອງທົ່ວປະເທດ ຄາດວ່າເພີ່ມຂຶ້ນ 5,05% ເມື່ອທຽບໃສ່ປີກ່ອນ. GDP ປີ 2023 ຕາມລາຄາປະຈຸບັນ ຄາດວ່າບັນລຸເກືອບ 430 ຕື້ໂດລາສະຫະລັດ. GDP ສະເລ່ຍໃສ່ຫົວຄົນໃນປີ 2023 ຕາມລາຄາປະຈຸບັນບັນລຸ 101,9 ລ້ານດົ່ງ/ຄົນ, ທຽບເທົ່າກັບ 4.284 ໂດລາສະຫະລັດ, ເພີ່ມ 160 ໂດລາສະຫະລັດເມື່ອທຽບໃສ່ປີ 2022.

ທ່ານຜູ້ຟັງທີ່ເຄົາລົບ, ໃນອາທິດ, ເພື່ອນ ພອນສະຫວັນ, ນັກສຶກສາລະດັບປະລິນຍາໂທຢູ່ມະຫາວິທະຍາໄລ ສັບພະວິຊາ (ແກຄວາ) ໄດ້ສົ່ງອີມວເຖິງລາຍການ ຖາມກ່ຽວກັບປະເພດດອກໄມ້, ຕົ້ນໄມ້ປະດັບທີ່ຊາວ ຮ່າໂນ້ຍ ມັກປະດັບໃນບຸນເຕັດ ແລະ ບ່ອນຊື້ບັນດາປະເພດຕົ້ນໄມ້, ດອກໄມ້ນັ້ນ?

ທ່ານ ພອນສະຫວັນ ທີ່ຮັກແພງ, ກ່ອນນີ້ຫຼາຍປີ, ບຸນເຕັດຂອງຊາວ ຮ່າໂນ້ຍ ໄດ້ປະດັບດອກໄມ້ຈຳນວນໜຶ່ງທີ່ເປັນເອກະລັກຂອງຊາວ ຮ່າໂນ້ຍ, ຄື:  ດອກ violet, ດອກ dahlia … ນອກຈາກນັ້ນແລ້ວ, ຍັງໄດ້ປະດັບດ້ວຍງ່າດອກຄາຍ, ຕົ້ນໝາກກ້ຽງນ້ອຍ (ຕົ້ນໝາກແປ້ນ)… ໃນຊຸມວັນບຸນເຕັດ. ປະຈຸບັນ, ເຖິງວ່າ, ມີດອກໄມ້ມາຈາກຫຼາຍປະເພດຈາກຕ່າງປະເທດ ກໍ່ຕາມ, ແຕ່ຊາວ ຮ່າໂນ້ຍ ຍັງຮັກສາມູນເຊື້ອ, ບັນດາຄອບຄົວຍັງປະດັບດ້ວຍງ່າດອກຄາຍ ແລະ ຕົ້ນໝາກແປ້ນໃນໂອກາດປີໃໝ່. ກ່ອນບຸນເຕັດໜຶ່ງເດືອນ, ຢູ່ບັນດາຕະຫຼາດຢູ່ເຂດຊຸມຊົນຢູ່ຮ່າໂນ້ຍ ກໍ່ໄດ້ວາງຂາຍບັນດາປະເພດຕົ້ນໄມ້ປະເພດນີ້ດ້ວຍຂະໜາດ ແລະ ລາຄາທີ່ແຕກຕ່າງກັນ. ນອກຈາກນັ້ນ, ເພື່ອນອາດສາມາດໄປຊົມ, ຊື້ຕົ້ນໄມ້ຍາມບຸນເຕັດຢູ່ບັນດາຕະຫຼາດໃຫຍ່ຄື: ຕະຫຼາດດອກໄມ້ ກວ໋າງບ໋າ, ໄຕຕື້ວ, ຕະຫຼາດດອກໄມ້ ຮວ່າງຮວາທ໋າມ, ວ້ານຟຸກ… ເມື່ອມາແຫ່ງນີ້, ນອກຈາກໄດ້ຊົມ, ຊື້ຕົ້ນໄມ້, ດອກໄມ້ທີ່ເປັນມູນເຊື້ອຍາມບຸນເຕັດແລ້ວ, ເພື່ອນກໍ່ສາມາດໄດ້ຮັບຊົມດອກໄມ້ຫຼາຍຊະນິດຕາມລະດູການຂອງ ຮ່າໂນ້ຍ ເວົ້າສະເພາະ ແລະ ຂອງ ຫວຽດນາມ ເວົ້າລວມ ອີກດ້ວຍ.

ແນະນຳບາງຈຸດວັດທະນະທຳຂອງ ຫວຽດນາມ - ảnh 2ຕະຫຼາດຂາຍດອກໄມ້ບຸນເຕັດ

ທ່ານຜູ້ຟັງທີ່ເຄົາລົບ, ກ່ອນທີ່ສິ້ນສຸດລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຢາກແບ່ງປັນກ່ຽວກັບຄວາມແຕກຕ່າງກັນລະຫວ່າງສາສະໜາພຸດຢູ່ພາກເໜືອ ແລະ ພາກໃຕ້ ຫວຽດນາມ. ນີ້ແມ່ນຄຳຖາມຂອງເພື່ອນ ຄຳສອນ, ຢູ່ແຂວງ ຫົວພັນ ຝາກເຖິງລາຍການໃນອາທິດຜ່ານມາ.

ເພື່ອນ ຄຳສອນ ແລະ ທ່ານຜູ້ຟັງທີ່ເຄົາລົບ, ຢູ່ ຫວຽດນາມ ມີ ສາສະໜາພຸດຫິນະຍານ ແລະ ສາສະໜາພຸດມະຫາຍານ ລ້ວນແຕ່ໄດ້ເຊື່ອມເຂົ້າ ແລະ ພັດທະນາຢ່າງແຮງ.

ສາສະໜາພຸດຫິນະຍານ ແມ່ນສາສະໜາພຸດເລີ່ມມາຈາກ ອິນເດຍ ໄດ້ເຊື່ອມເຂົ້າບັນດາແຂວງທາງພາກໃຕ້ຂອງ ຫວຽດນາມ. ດັ່ງນັ້ນ ການບວດ, ບູຊາ ແລະ ສະຖາປັດຕະຍາກຳຂອງວັດວາອາຮາມ ມີຈຸດຄ້າຍຄືກັນກັບບັນດາປະເທດ, ຄື: ລາວ, ໄທ ແລະ ກຳປູເຈຍ.

ສ່ວນສຳລັບສາສະໜາພຸດມະຫາຍານ ໄດ້ເລີ່ມຈາກ ອິນເດຍ ແຕ່ຜ່ານ ປະເທດຈີນ ແລ້ວຈຶ່ງເຊື່ອມເຂົ້າບັນດາແຂວງທາງພາກເໜືອຂອງ ຫວຽດນາມ ດັ່ງນັ້ນ, ຈຶ່ງຖືກຜົນສະທ້ອນຈາກພື້ນຖານວັດທະນະທຳໜັງສືຈີນເດີມ. ກ່ຽວກັບການບວດ, ສາສະໜາພຸດມະຫາຍານ ແມ່ນຕ້ອງອອກແຮງງານໂດຍເສລີ ເພື່ອດຳລົງຊີວິດປະຈຳວັນ ແລະ ກິນເຈ ຕ້ອງຫຼີກລ້ຽງການກິນອາຫານທີ່ປຸງແຕ່ງຈາກສັດ, ເລືອດ ແລະ ຖ້າກິນເຈແລ້ວ ກໍ່ຕ້ອງຮັກສາໄວ້ໃນຕະຫຼອດໄລຍະຖືສິນກິນບວດ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາ ໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ