ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ມີ​ສະ​ຖາ​ປັດ​ຕະ​ຍາ​ກຳ​ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ

Dieu Hong
Chia sẻ
(VOVWORLD) - ສອງອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 793 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 44 ສະບັບຈາກທ່ານຜູ້ຟັງ.

+ ຈາກປະເທດ ແອັດສະປາຍ, ທ່ານຜູ້ຟັງ Juan Diez ໄດ້ສະແດງຄວາມສົນໃຈຕໍ່ການຢ້ຽມຢາມ ຈີນ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ໃນຈົດໝາຍທ່ານໄດ້ຂຽນວ່າ: “ການພົວພັນສອງຝ່າຍ ຫວຽດນາມ - ຈີນ ຄວນໄດ້ຮັບການເປີດກວ້າງການຮ່ວມມືໃນລະດັບສູງສຸດ ໃນສະພາບການປະຈຸບັນ. ສົງຄາມ ແລະ ສະພາບການເສດຖະກິດທີ່ຊຸດໂຊມຂອງລັດທິທຶນນິຍົມໄດ້ກໍ່ໃຫ້ເກີດຫຼາຍສິ່ງຈຳກັດສຳລັບຕະຫຼາດສາກົນ, ແຕ່ລັດທິສັງຄົມນິຍົມກ້າວໜ້າກ່ວາຫຼາຍເມື່ອທຽບໃສ່ລັດທິທຶນນິຍົມທີ່ຫຼ້າຫຼັງ ບໍ່ມີຄວາມອາດສາມາດພັດທະນາໄດ້. ຈີນ ແລະ ຫວຽດນາມ ຕ້ອງເປັນພະຍານຫຼັກຖານໃຫ້ໂລກເຫັນໄດ້ລັກສະນະສຸດຍອດຂອງລັດທິສັງຄົມນິຍົມ, ເປີດກ້ວາງການຮ່ວມມື ແລະ ພັດທະນາແບບຍືນຍົງໃຫ້ເຖິງລະດັບສູງສຸດ”.

+ ສ່ວນທ່ານ ພອນສະຫວັນ, ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງຈົດໝາຍມາຍັງລາຍການ, ໂດຍໃຫ້ຂໍ້ສັງເກດກ່ຽວກັບບັນດາຂ່າວ, ບົດ ເນື່ອງໃນໂອກາດວັນບຸນບູຊາ ເຈົ້າຊີວິດ ຮູ່ງ ທີ່ຈັດຂຶ້ນໃນອາທິດຜ່ານມາ, ທ່ານຂຽນວ່າ: ຂ້າພະເຈົ້າເຫັນວ່າ, ຊາວ ຫວຽດນາມ ຮັກສາໄດ້ບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອດີງາມ, ເຊີດຊູບັນດານັກວິລະຊົນຂອງປະເທດຊາດແມ່ນສິ່ງທີ່ລ້ຳຄ່າຫຼາຍ. ຜ່ານບັນດາຂ່າວ, ບົດທີ່ເອົາລົງໃນວບໄຊ vovworld.vn, ຊາວຕ່າງປະເທດຄືພວກຂ້າພະເຈົ້າຈະເຂົ້າໃຈຫຼາຍກວາ ກ່ຽວກັບປະຫວັດສາດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດຂອງຊາດ ຫວຽດນາມ. ຜ່ານນີ້, ກໍ່ມີຄວາມເຂົ້າໃຈກວາກ່ຽວກັບຮີດຄອງປະເພນີທີ່ຍາວນານຂອງຊາວ ຫວຽດນາມ. ຂໍອວຍພອນໃຫ້ປະເທດ ຫວຽດນາມ, ປະຊາຊົນ ຫວຽດນາມ ມີຄວາມຜາສຸກຕະຫຼອດໄປ.

ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ມີ​ສະ​ຖາ​ປັດ​ຕະ​ຍາ​ກຳ​ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ - ảnh 1ຫວຽດນາມ ກໍ່ແມ່ນປະເທດຜະລິດກາເຟ robusta ອັນດັບໜຶ່ງໃນໂລກ, ກວມເອົາປະມານ 40% ປະລິມານກາເຟ ໃນທົ່ວໂລກໃນຊຸມປີ 2019 – 2020

ເພື່ອນ ແສງອາລຸນ, ແຂວງ ປາກເຊ ໄດ້ສົ່ງອີມວ ເຖິງລາຍການ, ດ້ວຍເນື້ອໃນວ່າ: ຂ້າພະເຈົ້າມັກກິນ ກາເຟ ຫວຽດນາມ ແລະ ຢາກຊອກຮູ້ກ່ຽວກັບປະຫວັດຄວາມເປັນມາຂອງກາເຟ ຫວຽດນາມ ໄດ້ບໍ່? ຂໍໃຫ້ທາງລາຍການພາສາລາວ ສະໜອງຂໍ້ມູນໃດໜຶ່ງກ່ຽວກັບຂະແໜງກາເຟ ຫວຽດນາມ ແດ່?

ເພື່ອນ ແສງອາລຸນ ທີ່ຮັກແພງ, ເຂດປູກກາເຟ ແຫ່ງທຳອິດຢູ່ ຫວຽດນາມ ໂດຍຊາວ ຝລັ່ງ ສ້າງຂຶ້ນໃນປີ 1888. ກາເຟ Arabica ກໍ່ແມ່ນປະເພດກາເຟທຳອິດທີ່ໄດ້ປູກຢູ່ ຫວຽດນາມ ແລະ ໄດ້ປູກຢູ່ເຂດແຄມແມ່ນ້ຳ. ຫຼັງຈາກນັ້ນ ຈຶ່ງໄດ້ຜັນຂະຫຍາຍປູກຢູ່: ຝູລີ້, ນິງບິ່ງ, ແທັງຮ໋ວາ, ເງະອານ, ກອນຕຸມ ແລະ ຢີລິງ. ແຕ່ຊຸມປີ 1937 – 1938, ໃນເຂດດິນແດນ ຫວຽດນາມ ມີເນື້ອທີ່ດິນປູກກາເຟ ທັງໝົດແມ່ນ 13.000 ເຮັກຕາ, ບັນລຸປະລິມານ 1.500 ໂຕນ. ປະຈຸບັນ, ຢູ່ ຫວຽດນາມ ມີກາເຟ 3 ປະເພດຕົ້ນຕໍແມ່ນ: ກາເຟ arabica, robusta, lyberica. ຫວຽດນາມ ກໍ່ແມ່ນປະເທດຜະລິດກາເຟ robusta ອັນດັບໜຶ່ງໃນໂລກ, ກວມເອົາປະມານ 40% ປະລິມານກາເຟ ໃນທົ່ວໂລກໃນຊຸມປີ 2019 – 2020… ຫວັງວ່າ, ບັນດາຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ທ່ານຜູ້ຟັງເຂົ້າໃຈແຈ້ງກວ່າກ່ຽວກັບກາເຟ ຫວຽດນາມ ແລະ ຈະມີຄວາມເຊື່ອໝັ້ນ, ນິຍົມນຳໃຊ້ກາເຟຂອງ ຫວຽດນາມ.

ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ມີ​ສະ​ຖາ​ປັດ​ຕະ​ຍາ​ກຳ​ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ - ảnh 2ໂຮງລະຄອນໃຫຍ່ ຮ່າໂນ້ຍ ແມ່ນກິດຈະກຳມີສະຖາປັດຕະຍາກຳ ຝລັ່ງ ພົ້ນເດັ່ນຢູ່ ຮ່າໂນ້ຍ

ເພື່ອນ ວັນໄຊ, ແຂວງ ຫຼວງພະບາງ ໄດ້ຝາກອີມວເຖິງລາຍການ ຢາກຖາມກ່ຽວກັບບັນດາຕຶກອາຄານ, ກິດຈະກຳທີ່ມີສະຖາປັດຕະຍາກຳຂອງ ຝລັ່ງ ຢູ່ນະຄອນຫຼວງ ຮ່າໂນ້ຍ?

ເກືອບ 1 ສະຕະວັດຢູ່ ຫວຽດນາມ, ລ່າເມືອງຂຶ້ນ ຝລັ່ງ ຕັດສິນໃຈວາງແຜນຜັງຮ່າໂນ້ຍ ກາຍເປັນຕົວເມືອງບໍລິຫານແບບ ຝລັ່ງ ຢູ່ອິນດູຈີນ. ກໍ່ຍ້ອນເຫດນັ້ນ, ຮ່າໂນ້ຍ ຈຶ່ງມີຫຼາຍກິດຈະກຳສະຖາປັດຕະຍາກຳທີ່ເຂັ້ມຂົ້ນໄປດ້ວຍສະຖາປັດຕະຍາກຳຂອງ ຝລັ່ງ. ຮ້ອຍປີໄດ້ຜ່ານພົ້ນໄປ, ຫຼາຍກິດຈະກຳໄດ້ຮັກສາບັນດາສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະຂອງຕົນ, ເພື່ອສ້າງເປັນຮ່າໂນ້ຍ ທີ່ສວຍງາມ ດ້ວຍບັນດາຕຶກອາຄານທີ່ໄດ້ປະດັບປະດາລວດລາຍທີ່ງາມຕາຢູ່ປະຕູ ຫຼື ຫຼັງຄາ… ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຢາກແນະນຳບາງກິດຈະກຳສະຖາປັດຕະຍາກຳ ຝລັ່ງ ທີ່ພົ້ນເດັ່ນຂອງນະຄອນຫຼວງ ຮ່າໂນ້ຍ:

- ສະຖາບັນ Radium ອິນດູຈີນ, ປະຈຸບັນແມ່ນສະຖາບັນມະເຮັງແຫ່ງຊາດ - ໂຮງໝໍ K ໂດຍນັກສະຖາປານິກ C. Delpech ອອກແບບ ແລະ ໄດ້ຮັບການກໍ່ສ້າງໃນຊຸມປີ 1915 – 1920 ຢູ່ຖະໜົນ ຈ່າງທິ, ກວ໋ານຊື້ ແລະ ຖະໜົນ ຮາຍບ່າຈຶງ.

- ໂບດຊື່ດັ່ງຫຼາຍແຫ່ງ, ຄື: ໂບດໃຫຍ່, ໂບດ ຮ່າມລອງ, ໂບດ ເກື໋ອບັກ…

- ໂຮງລະຄອນໃຫຍ່ ຮ່າໂນ້ຍ, ແມ່ນກິດຈະກຳໂດຍຊາວ ຝລັ່ງ ເລີ່ມລົງມືກໍ່ສ້າງໃນປີ 1901 ແລະ ກໍ່ສ້າງສຳເລັດໃນປີ 1911, ຕາມສະຖາປັດຕະຍາກຳຂອງໂຮງລະຄອນ Opéra Garnier ຢູ່ ປາຣີ.

- ໂຮງຮຽນບາງແຫ່ງກໍ່ມີສະຖາປັດຕະຍາກຳ ຝລັ່ງ, ຄື: ໂຮງຮຽນມັດທະຍົມຕອນປາຍ ຫວຽດດຶກ ໄດ້ເປີດສະຫຼອງນຳໃຊ້ໃນປີ 1897; ໂຮງຮຽນມັດທະຍົມຕອນປາຍ ຈູວັນອານ ໄດ້ກໍ່ສ້າງໃນປີ 1898; ໂຮງຮຽນມັດທະຍົມຕອນຕົ້ນ ຈຶງເວືອງ ໄດ້ສ້າງຕັ້ງໃນປີ 1917…

- Palais de Justice - ສານປະຊາຊົນສູງສຸດ: ກິດຈະກຳໂດຍນັກສະຖາປານິກ A. H. Vildieu ອອກແບບໃນປີ 1905, ຕັ້ງຢູ່ຖະໜົນ ຫຼີເຖື່ອງກຽດ (ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ), ປະຈຸບັນ ໄດ້ຈັດເຂົ້າເປັນປູຊະນີຍະສະຖານລະດັບຊາດ.

          ນອກຈາກນັ້ນ, ຍັງມີຫຼາຍຕຶກອາຄານທີ່ມີສະຖາປັດຕະຍາກຳ ຝລັ່ງ ອື່ນໆອີກ ທີ່ໄດ້ຮັກສາເໝືອນເດີມຈົນມາຮອດທຸກວັນນີ້, ດັ່ງນັ້ນ, ຈຶ່ງສ້າງເປັນຮ່າໂນ້ຍ ທີ່ເປັນເອກະລັກສະເພາະ, ສວຍງາມ…

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ