ພິທີໄຂວັນບຸນບູຊາເຂົ້າຊີວິດ ຮຸ່ງ ປີ 2024 - ງານບຸນວິຫານ ຮຸ່ງ ປີ 2024 ທີ່ຈະຈັດຂຶ້ນແຕ່ວັນທີ 09 – 18 ເມສາ

Minh Duc
Chia sẻ
(VOVWORLD) - ພິທີບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ແລະ ສັບປະດາທ່ອງທ່ຽວເຂດດິນແດງແຫ່ງບັນພະບຸລຸດປີ ມະໂລງ 2024 ຈະໄດ້ຈັດຂຶ້ນເພື່ອແນໃສ່ສຶກສາມູນເຊື້ອຮັກຊາດ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ເຈົ້າຊີວິດ ຮຸ່ງ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 363 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 14 ສະບັບຈາກທ່ານຜູ້ຟັງລາວ.
ພິທີໄຂວັນບຸນບູຊາເຂົ້າຊີວິດ ຮຸ່ງ ປີ 2024 - ງານບຸນວິຫານ ຮຸ່ງ ປີ 2024 ທີ່ຈະຈັດຂຶ້ນແຕ່ວັນທີ 09 – 18 ເມສາ - ảnh 1(70 ປີແຫ່ງວັນປົດປ່ອຍ ດ້ຽນບຽນຝູ, ປະຈຸບັນ, ນະຄອນໄດ້ປ່ຽນແປງຢ່າງກະໂດດຂັ້ນ)

ເພື່ອນ ວັນຄຳ ແກ້ວອຸໄທ, ຢູ່ແຂວງ ບໍ່ແກ້ວ, ໄດ້ສົ່ງອີເມວມາຍັງລາຍການ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາການປ່ຽນແປງຢ່າງໃຫຍ່ຫຼວງຂອງນະຄອນ ດ້ຽນບຽນຝູ, ເພື່ອນໃຫ້ຮູ້ວ່າ: “70 ປີແຫ່ງວັນປົດປ່ອຍ ດ້ຽນບຽນຝູ, ປະຈຸບັນ, ນະຄອນໄດ້ປ່ຽນແປງຢ່າງກະໂດດຂັ້ນ. ໄຊຊະນະນັ້ນມີລັກສະນະຍຸກສະໄໝ, ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຂະບວນການຕໍ່ສູ້ເພື່ອສັນຕິພາບ, ຄວາມກ້າວໜ້າຂອງມວນມະນຸດ. 70 ປີໄດ້ຜ່ານພົ້ນໄປ, ບັນດາເຂດປ່າທີ່ຖືກໄຟໄໝ້ໝົດຍ້ອນລະເບີດນັ້ນ, ປະຈຸບັນໄດ້ປົກຄຸ້ມໄປດ້ວຍສີຂຽວຂອງຕົ້ນໄມ້. ສະໜາມບິນ ເມື່ອງແທງ ທີ່ທັນສະໄໝຫາກໍ່ນຳເຂົ້າເຄື່ອນໄຫວ ແລະ ຂຸຄົ້ນ. ບັນດາເຮືອນຫຼັງໃໝ່ສືບຕໍ່ໄດ້ຮັບການກໍ່ສ້າງ, ເຂດພູ, ທົ່ງນາ ແລະ ຜັກພືດກໍ່ປົ່ງຂຽວສົດງົດງາມ; ດອກໄມ້ຊະນິດຕ່າງໆເບັ່ງບານອັນໄດ້ຊ່ວຍໃຫ້ແຂວງ ດ້ຽນບຽນ ມີຈຸດຄວາມງາມທີ່ມະຫັດສະຈັນຂອງເຂດພູຜາຜ່າໄມ້ ໄຕບັກ”.

ເພື່ອນ ບຸນຫຼວງ, ຢູ່ແຂວງ ເຊກອງ, ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: “ໃນລາຍການສາລະຄະດີມີຫຼາຍບົດຂຽນມ່ວນກ່ຽວກັບຊາວໜຸ່ມ startup ຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ. ຜ່ານນີ້, ຂ້າພະເຈົ້າກໍ່ໄດ້ເຂົ້າໃຈກວ່າກ່ຽວກັບບັນດາຮູບແບບ startup ຂອງບັນດາເພື່ອນໜຸ່ມ. ຂ້າພະເຈົ້າຈະສຶກສາຄົ້ນຄວ້າບັນດາຮູບແບບນັ້ນເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວຂອງຕົນ. ຫວັງວ່າ, ລາຍການຈະແນະນຳຫຼາຍບົດຂຽນມ່ວນກ່ຽວກັບຮູບແບບດັ່ງກ່າວ”.

ພິທີໄຂວັນບຸນບູຊາເຂົ້າຊີວິດ ຮຸ່ງ ປີ 2024 - ງານບຸນວິຫານ ຮຸ່ງ ປີ 2024 ທີ່ຈະຈັດຂຶ້ນແຕ່ວັນທີ 09 – 18 ເມສາ - ảnh 2ວັນບຸນບູຊາເຂົ້າຊີວິດ ຮຸ່ງ ປີ 2024 - ງານບຸນວິຫານ ຮຸ່ງ ປີ 2024 ທີ່ຈະຈັດຂຶ້ນແຕ່ວັນທີ 09 – 18 ເມສາ
(ພາບປະກອບອີນເຕີເນັດ)

ເພື່ອນ ຄຳມອນ ວິລາວັນ, ນັກສຶກສາມະຫາວິທະຍາໄລແພສາດ ທາຍບິ່ງ, ໄດ້ໂທລະສັບມາຫາລາຍການຢາກຊອກຮູ້ກ່ຽວກັບການເຄື່ອນໄຫວໃນວັນບູຊາເຈົ້າຊີວິດ ຮຸ່ງ. ປີ 2024 ຈະຈັດຂຶ້ນໃນມື້ໃດ ແລະ ມີການເຄື່ອນໄຫວຫຍັງແດ່?

ເພື່ອນ ຄຳມອນ ວິລາວັນ ທີ່ຮັກແພງ. ພິທີບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ ແລະ ສັບປະດາທ່ອງທ່ຽວເຂດດິນແດງແຫ່ງບັນພະບຸລຸດປີ ມະໂລງ 2024 ຈະໄດ້ຈັດຂຶ້ນເພື່ອແນໃສ່ສຶກສາມູນເຊື້ອຮັກຊາດ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ເຈົ້າຊີວິດ ຮຸ່ງ ແລະ ບັນດາບັນພະບຸລຸດທີ່ໄດ້ສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດ. ສຶກສາມູນເຊື້ອຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ແລະ ກຳລັງແຮງຂອງຄວາມມະຫາສາມັກຄີ ທົ່ວປວງຊົນທັງຊາດ ອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ, ຕອບບຸນແທນຄຸນບັນພະບຸລຸດ. ຕາມທ່ານ ຫງວຽນດັກຖຸຍ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຝູທໍ້ ແລ້ວ, ເພື່ອກະກຽມງານໄຂພິທີວັນບຸນບູຊາເຂົ້າຊີວິດ ຮຸ່ງ ປີ 2024 - ງານບຸນວິຫານ ຮຸ່ງ ປີ 2024 ທີ່ຈະຈັດຂຶ້ນແຕ່ວັນທີ 09 – 18 ເມສາ, ແຂວງໄດ້ສ້າງແຜນການຈັດການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ. ໃນນັ້ນ, ມີການເຄື່ອນໄຫວຫຼາຍຢ່າງຄື: ງານບຸນວັດທະນະທຳ ແລະ ວາງສະແດງ, ໂຄສະນາ, ແນະນຳຜະລິດຕະພັນ; ງານມະໂຫລານສິລະປະມະຫາຊົນ, ເພງພື້ນເມືອງ ຝູທໍ້; ວາງສະແດງບັນດາວັດຖຸພັນ, ມໍລະດົກເອກະສານໂລກ, ປື້ມ, ໜັງສືພິມ, ພາບຖ່າຍເອກະສານ; ງານແຂ່ງຂັນຫໍ່, ຕົ້ມເຂົ້າຕົ້ມ, ຕຳເຂົ້າໜົມ ໄຢ່; ສະແດງຂັບ ຊວານ ບ້ານບູຮານ… ເຊິ່ງຈະໄດ້ຈັດຂຶ້ນໃນຕະຫຼອດເວລາຂອງງານບຸນ.

ພິທີໄຂວັນບຸນບູຊາເຂົ້າຊີວິດ ຮຸ່ງ ປີ 2024 - ງານບຸນວິຫານ ຮຸ່ງ ປີ 2024 ທີ່ຈະຈັດຂຶ້ນແຕ່ວັນທີ 09 – 18 ເມສາ - ảnh 3ສະຫະສະມາຄົມຖ້ຳ ອັງກິດ ໄດ້ຕີລາຄາວ່າ ຖ້ຳ ທຽນເດືອງ ແມ່ນຖ້ຳມີລວງຍາວທີ່ສຸດຢູ່ອາຊີ
(ພາບອີນເຕີເນັດ)

ເພື່ອນ ຄຳປະສົງ, ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງຂໍ້ຄວາມມາຫາລາຍການ ຢາກຊອກຮູ້ກ່ຽວກັບຖ້ຳ ທຽນເດືອງ ຢູ່ແຂວງ ກວາງບິ່ງ. ເພື່ອນຢາກຮູ້ວ່າ ຈຸດເວລາໃດທີ່ເໝາະສົມເພື່ອໄປຢ້ຽມຊົມຢູ່ແຫ່ງນີ້.

ເພື່ອນ ຄຳປະສົງ ທີ່ຮັກແພງ. ກວາງບິ່ງ ແມ່ນເຂດທີ່ມີຖ້ຳສວຍງາມ, ຮົກເຮື້ອນັບຮ້ອຍແຫ່ງ. ໃນນັ້ນ, ຖ້ຳ ທຽນເດືອງ ແມ່ນໜຶ່ງໃນບັນດາສະຖານທີ່ສວຍງາມສຳລັບແຂກທ່ອງທ່ຽວທີ່ຢາກມາຄົ້ນຫາທຳມະຊາດ. ຖ້ຳ ທຽນເດືອງ ຕັ້ງຢູ່ໃນເຂດມໍລະດົກໂລກ ປ່າສະຫງວນແຫ່ງຊາດ ຟອງຍາແກບາງ, ໄດ້ມີກ່ອນນີ້ແຕ່ 350 ຫາ 400 ລ້ານປີ. ຖ້ຳ ທຽນເດືອງ ມີລວງຍາວກວ່າ 31,4 ກມ, ບ່ອນກວ້າງສຸດແມ່ນຂຶ້ນເຖິງ 150 ມ, ມີລວງກວ້າງປະມານ 60 – 80ມ. ສະຫະສະມາຄົມຖ້ຳ ອັງກິດ ໄດ້ຕີລາຄາວ່າ ຖ້ຳ ທຽນເດືອງ ແມ່ນຖ້ຳມີລວງຍາວທີ່ສຸດຢູ່ອາຊີ. ພື້ນຂອງຖ້ຳສ່ວນຫຼາຍແມ່ນດິນ, ອຸນຫະພູມໃນຖ້ຳແມ່ນປະມານ 20 – 21 ອົງສາ C. ເພື່ອຮັບໃຊ້ແຂກມາຢ້ຽມຊົມ, ຫົວໜ່ວຍຂຸດຄົ້ນໄດ້ຕິດຕັ້ງລະບົບຂົວໄມ້ ຍາວໄປຜ່ານເຂດໃຈກາງຂອງຖ້ຳ.

ຖ້ຳ ທຽນເດືອງ, ຂຶ້ນກັບຕາແສງ ເຊີນແຈກ, ເມືອງ ໂບແຈກ, ແຂວງ ກວາງບິ່ງ, ຫ່າງຈາກໃຈກາງນະຄອນ ດົ່ງເຮີຍ ປະມານ 75 ກມ ໄປທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ. ລະດູແລ້ງແມ່ນເລີ່ມແຕ່ເດືອນ ເມສາ ຮອດທ້າຍເດືອນ ສິງຫາ, ນີ້ກໍ່ແມ່ນຈຸດເວລາເໝາະສົມທີ່ສຸດສຳລັບການໄປມາ ແລະ ຊອກຮູ້ບັນດາສະຖານທີ່ທ່ອງທ່ຽວຢູ່ເຂດນີ້ໄດ້ໝົດ.

ຕອບກັບ