ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2024

Minh Duc
Chia sẻ
(VOVWORLD) - ດ້ວຍຫົວຂໍ້ວ່າ “ສິ່ງຍອດຍິ່ງຂອງຊຸດເສື້ອຍາວ” ໄດ້ພັນລະນາຫວນຄືນສ່ວນໜຶ່ງຮູບແບບຂອງ ຮ່າໂນ້ຍ ຜ່ານ 70 ປີແຫ່ງປະຫວັດສາດ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 436 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບຈາກທ່ານຜູ້ຟັງລາວ.
ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2024  - ảnh 1(ເວັບໄຊພາກພາສາ ລາວ)

ເພື່ອນ ບຸນທະວີ ອິດທະວົງ, ຢູ່ນະຄອນຫຼວງ ວຽງຈັນ; ເພື່ອນ ບຸນທັດ ແລະ ເພື່ອນ ພອນແສງ ຢູ່ແຂວງ ບໍລິຄຳໄຊ…, ໄດ້ໂທລະສັບ, ສົ່ງອີເມວມາຫາລາຍການ, ອວຍພອນ 70 ປີແຫ່ງວັນສ້າງຕັ້ງລາຍການກະຈາຍສຽງພາກພາສາ ລາວ. ໃນນັ້ນ, ເພື່ອນ ສຸກສົມພອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວ ມາຫາລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າໄດ້ຮູ້ວ່າ, ວັນທີ 12 ຕຸລາ 2024, ລາຍການກະຈາຍສຽງພາກພາສາ ລາວ ຄົບຮອບ 70 ປີແຫ່ງວັນອອກອາກາດມື້ທຳອິດ. ໃນຕະຫຼອດໄລຍະຜ່ານມາ, ນີ້ແມ່ນຊ່ອງສະໜອງຂໍ້ມູນຂ່າວຫຼາຍຢ່າງທີ່ເປັນປະໂຫຍດ ກ່ຽວກັບສະພາບການການເມືອງ, ເສດຖະກິດ, ວັດທະນະທຳຂອງ ຫວຽດນາມ ໄປເຖິງປະຊາຊົນ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ, ກໍຄືປະຊາຊົນ ລາວ ທີ່ພວມດຳລົງຊີວິດຢູ່ ລາວ ແລະ  ຫວຽດນາມ. ໃນນັ້ນ, ພົ້ນເດັ່ນແມ່ນບັນດາຂ່າວ/ບົດກ່ຽວກັບການຮ່ວມມື, ການພົບປະແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ ລາວ - ຫວຽດນາມ. ຂ້າພະເຈົ້າຂໍອວຍພອນໃຫ້ລາຍການກະຈາຍສຽງພາກພາສາ ລາວ ນັບມື້ນັບພັດທະນາ, ມີຂ່າວ/ບົດຫຼາກຫຼາຍ, ດຶງດູດໃຈທ່ານຜູ້ຟັງ ແລະ ຂໍອວຍພອນໃຫ້ບັນດາອ້າຍ, ເອື້ອຍ, ນ້ອງບັນນທິການຂອງລາຍການມີສຸຂະພາບແຂງແຮງ, ບັນລຸຜົນງານຫຼາຍຢ່າງຕື່ມອີກ. ເນື່ອງໃນໂອກາດໂອກາດນີ້, ຂ້າພະເຈົ້າກໍ່ຢາກຮູ້ວ່າ, ໃນໂອກາດພິເສດນີ້, ລາຍການກະຈາຍສຽງພາກພາສາ ລາວ ໄດ້ອອກອາກາດລາຍການພິເສດ ຫຼື ບົດຂຽນພົ້ນເດັ່ນໃດບໍ່?”

ເພື່ອນ ສຸກສົມພອນ ແລະ ບັນດາທ່ານຜູ້ຟັງທີ່ຮັກແພງ, ປີ 1945, ເມື່ອ ຫວຽດນາມ ກ້າວເຂົ້າສູ່ບັ້ນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ເປັນເວລາ 9 ປີ. ວັນທີ 12 ຕຸລາ 1946, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດຂອງ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ອອກອາກາດລາຍການກະຈາຍສຽງພາກພາສາ ລາວ ຕື່ມອີກ. ບັນດາການນຳຂອງວິທະຍຸກະຈາຍສຽງ 2 ປະເທດຍາມໃດກໍ່ໜູນຊ່ວຍ, ຊ່ວຍເຫຼືອກັນ ແລະ ໄດ້ຮັກສາສິ່ງດັ່ງກ່າວມາຮອດປະຈຸບັນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນລາຍການກະຈາຍສຽງພາກພາສາ ລາວ ອອກອາກາດເປັນຄັ້ງທຳອິດ, ບັນນາທິການພາກພາສາ ລາວ ຂໍແນະນຳລາຍການກະຈາຍສຽງພິເສດ, ທີ່ຈະອອກອາກາດໃນວັນທີ 06 ຕຸລາ 2024, ດ້ວຍຫົວຂໍ້: “ລາຍການກະຈາຍສຽງພາກພາສາ ລາວ 70 ປີແຫ່ງການປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ”. ໃນລາຍການນີ້, ຈະມີບົດຂຽນກ່ຽວກັບການພັດທະນາຂອງລາຍການ, ບັນດາການແບ່ງປັນຂອງຜູ້ເຮັດວຽກງານໃນລາຍການລຸ້ນຕ່າງໆ ແລະ ບັນດາທ່ານຜູ້ຟັງ ລາວ ທີ່ຕິດພັນກັບລາຍການມາເປັນຫຼາຍປີຜ່ານມາ. ເຊີນທ່ານຜູ້ຟັງຕິດຕາມຮັບຟັງໄດ້ໃນວັນທີ 06 ຕຸລາ 2024.

ເນື່ອງໃນໂອກາດນີ້, ລາຍການກະຈາຍສຽງພາກພາສາ ລາວ, VOV5, ຂໍສົ່ງຄຳຂອບໃຈຢ່າງຈິງໃຈເຖິງທ່ານຜູ້ຟັງທີ່ໄດ້ຮ່ວມເດີນທາງພ້ອມກັບລາຍການໃນຕະຫຼອດໄລຍະ 70 ປີຜ່ານມາ. ບັນດາຄຳເຫັນປະກອບຈາກທ່ານຜູ້ຟັງຍາມໃດກໍ່ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງຕໍ່ບັນດາບັນນາທິການຂອງລາຍການ. ລາຍການກະຈາຍສຽງພາກພາສາ ລາວ ຫວັງວ່າ, ຈະສືບຕໍ່ໄດ້ຮັບຄວາມສົນໃຈ, ການຕິດຕາມຮັກແພງຈາກບັນດາທ່ານຜູ້ຟັງທີ່ສະຫງວນໃຫ້ແກ່ລາຍການ, ຊ່ວຍໃຫ້ລາຍການນັບມື້ນັບພັດທະນາຫຼາຍກວ່າອີກ.

ແລະກໍ່ໃນອາທິດຜ່ານມາ, ເພື່ອນ ພຸດທະພອນ, ຢູ່ແຂວງ ບໍລິຄຳໄຊ ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການໂດຍໃຫ້ຮູ້ວ່າ: ວັນທີ 10 ຕຸລາ 1954 ແມ່ນວັນນະຄອນຫຼວງ ຮ່າໂນ້ຍ ຫຼຸດພົ້ນອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ, ແມ່ນວັນປະຫວັດສາດທີ່ໄດ້ຊຶມເລິກໃນດວງໃຈຂອງປະຊາຊົນນະຄອນຫຼວງ ຮ່າໂນ້ຍ. ຈາກນະຄອນທີ່ຖືກເສຍຫາຍຫຼາຍຈາກສົງຄາມ, ມາຮອດປະຈຸບັນ, ຮ່າໂນ້ຍ ພວມພັດທະນາໃນແຕ່ລະວັນ ເພື່ອສົມກັບເປັນໃຈກາງທາງດ້ານເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ວິທະຍາສາດ,

ມີທີ່ຕັ້ງແຖວໜ້າຂອງທົ່ວປະເທດ. ຂ້າພະເຈົ້າໄດ້ຮູ້ວ່າ, ເຫດການວັດປົດປ່ອຍນະຄອນຫຼວງ ຮ່າໂນ້ຍ 10 ຕຸລາ, ບໍ່ພຽງແຕ່ເປີດສັງກະລາດໃໝ່ທີ່ສົດໃສໃຫ້ແກ່ນະຄອນຫຼວງ ຮ່າໂນ້ຍ ເທົ່ານັ້ນ, ຫາກຍັງນຳມາເຊິ່ງບົດຮຽນຫຼາຍຢ່າງຈາກໄຊຊະນະນັ້ນ. ຂໍອວຍພອນໃຫ້ນະຄອນຫຼວງນັບມື້ນັບພັດທະນາ, ສົມກັບນາມມະຍົດ, ນະຄອນຫຼວງ “ແຫ່ງອະລິຍະທຳນັບພັນປີ”, “ນະຄອນເພື່ອສັນຕິພາບ”.

ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2024  - ảnh 2ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2024 ຈະຈັດຂຶ້ນແຕ່ວັນທີ 04 – 06 ຕຸລາ, ຢູ່ພະລາຊະວັງ ທັງລອງ, ຮ່າໂນ້ຍ
(ພາບ: dangcongsan.vn)

ເພື່ອນ ໄຊສົມເພັດ, ນັກສຶກສາ ລາວ ພວມຮ່ຳຮຽນປີທີ 1, ວິທະຍາໄລສິລະປະ ຮ່າໂນ້ຍ, ໄດ້ສົ່ງອີເມວມາຫາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າມັກຊຸດເສື້ອຍາວຂອງ ຫວຽດນາມ ທີ່ສຸດ ແລະ ຊຸດເສື້ອຍາວນັ້ນກໍ່ມີຫຼາຍຮູບຫຼາຍແບບທີ່ແຕກຕ່າງກັນ. ຂ້າພະເຈົ້າຢາກຮູ້ວ່າ, ໃນໄລຍະຈະມາເຖິງນີ້ຢູ່ ຮ່າໂນ້ຍ ໄດ້ຈັດງານບຸນສະແດງກ່ຽວກັບຊຸດເສື້ອຍາວບໍ່? ຂໍຂອບໃຈລາຍການ.

ເພື່ອນ ໄຊສົມເພັດ ທີ່ຮັກແພງ, ຕາມແຫຼ່ງຂ່າວຈາກພະແນກທ່ອງທ່ຽວ ຮ່າໂນ້ຍ ແລ້ວ, ງານບຸນຊຸດເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2024 ຈະຈັດຂຶ້ນແຕ່ວັນທີ 04 – 06 ຕຸລາ, ຢູ່ພະລາຊະວັງ ທັງລອງ, ຮ່າໂນ້ຍ. ນີ້ແມ່ນເຫດການປະຈຳປີ ແລະ ແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2024). ພິທີໄຂງານບຸນປີນີ້ຈະຈັດຂຶ້ນໃນຕອນຄ່ຳວັນທີ 04 ຕຸລາ, ດ້ວຍຫົວຂໍ້ວ່າ “ສິ່ງຍອດຍິ່ງຂອງຊຸດເສື້ອຍາວ” ໄດ້ພັນລະນາຫວນຄືນສ່ວນໜຶ່ງຮູບແບບຂອງ ຮ່າໂນ້ຍ ຜ່ານ 70 ປີແຫ່ງປະຫວັດສາດ, ຜ່ານບັນດາການເຄື່ອນໄຫວ ຄື: ງານບຸນຊຸດເສື້ອຍາວ; ງານບຸນຊຸດເສື້ອຍາວ “ແມ່ຍິງນະຄອນຫຼວງແຫ່ງການເຊື່ອມໂຍງ ແລະ ພັດທະນາ”, ລວມມີບັນດາການເຄື່ອນໄຫວສະແດງ ແລະ ເດີນຂະບວນມີຂອບຂະໜາດໃຫຍ່; ຮອບຊິງຊະນະເລີດການອອກແບບຊຸດເສື້ອຍາວຈະຈັດຂຶ້ນໃນຕອນບ່າຍວັນທີ 06 ຕຸລາ. ງານບຸນນີ້ແມ່ນເພື່ອເຊີດຊູ ແລະ ຂຸດຂົ້ນຊຸດເສື້ອຊົນເຜົ່າ ແມ່ນຜະລິດຕະພັນຂອງບັນດາຮູບແບບການທ່ອງທ່ຽວຂອງ ຫວຽດນາມ.

        ຖ້າເຂົ້າຮ່ວມເຫດການດັ່ງກ່າວ, ເພື່ອນຈະໄດ້ຮັບຊົມຊຸດເສື້ອຍາວທີ່ເປັນເອກະລັກສະເພາະຂອງແມ່ຍິງ ຫວຽດນາມ ຢ່າງຫຼາກຫຼາຍ. ຫວັງວ່າ, ພາຍຫຼັງເຂົ້າຮ່ວມງານບຸນ, ເພື່ອນຈະແບ່ງປັນຄວາມຮູ້ສຶກຂອງຕົນກັບລາຍການພາກພາສາ ລາວ ເດີ.

ຕອບກັບ