ແນະ​ນຳ​ກ່ຽວ​ກັບ​ວັດ​ແກ່ວ

Chia sẻ
(VOVWORLD) - ວັດ ແກ່ວ ຕັ້ງຢູ່ຕາແສງ ຊວນຮົ່ງ, ເມືອງ ຊວນເຈື່ອງ, ແຂວງນາມດິ້ງ. ນີ້ແມ່ນໜຶ່ງໃນບັນດາວັດເກົ່າແກ່ທີ່ສຸດຢູ່ ຫວຽດນາມ ໂດຍໄດ້ຮັບການອະນຸລັກຮັກສາສະຖາປັດຕະຍາກຳແບບເກົ່າແກ່ກ່ອນນີ້ 400 ປີເກືອບທັງໝົດ.
ແນະ​ນຳ​ກ່ຽວ​ກັບ​ວັດ​ແກ່ວ - ảnh 1ວັດແກ່ວ (ພາບ: hanoimoi.vn)

ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນຄື: ແອດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ ແລະ ລາວ… ໃນນັ້ນ ມີທ່ານຜູ້ຟັງລາວ ຫຼາຍຄົນໄດ້ສົ່ງຈົດໝາຍສະແດງຄວາມຂອບອົກຂອບໃຈ, ແບ່ງປັນຄວາມຮູ້ສຶກ ແລະ ຄຳອວຍພອນ ເນື່ອງໃນໂອກາດບຸນປີໃໝ່ລາວ ມາຍັງລາຍການໃນອາທິດຜ່າມາ. ໃນລາຍການ ໂອ້ລົມກັບເພື່ອນລາວມື້ນີ້ ພວກຂ້າພະເຈົ້າຈະຄັດສະເໜີ ບາງຄຳເຫັນ, ເນື້ອໃນ, ກໍ່ຄືຕອບຄຳຖາມຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ.

ກ່ອນທີ່ຈະເປີດສາກລາຍການ, ພວກຂ້າພະເຈົ້າຂໍສົ່ງຄຳອວຍພອນປີໃໝ່ມາຍັງບັນດາທ່ານຜູ້ຟັງ, ຜູ້ອ່ານຂອງລາຍການພາກພາສາລາວ. ຂໍອວຍພອນໃຫ້ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີໂຊກມີລາບ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນການດຳລົງຊີວິດ, ຂໍອວຍພອນໃຫ້ປະເທດລາວນັບມື້ນັບພັດທະນາຢ່າງເຂັ້ມແຂງ, ອວຍພອນໃຫ້ການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ. ຕໍ່ໄປ, ພວກຂ້າພະເຈົ້າຂໍຄັດສະເໜີບັນດາຄຳອວຍພອນເນື່ອງໃນໂອກາດປີໃໝ່ຂອງທ່ານຜູ້ຟັງລາວທີ່ໄດ້ສົ່ງມາຍັງລາຍການໃນອາທິດຜ່ານມາ:

ເພື່ອນ ວີໄລວັນ ນັກສຶກສາປີທີ 3 ຢູ່ມະຫາວິທຍາໄລການຄ້າພາຍໃນຫວຽດນາມ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ເນື່ອງໃນໂອກາດບຸນປີໃໝ່ລາວ, ນ້ອງຂໍອວຍພອນບັນດາອ້າຍເອື້ອຍນ້ອງບັນນາທິການໃນລາຍການພາກພາສາລາວຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດຫຼາຍຢ່າງໃນການດຳລົງຊີວິດ.

ເພື່ອນ ພອນສະຫວັນ ຢູ່ແຂວງຫົວພັນໄດ້ໂທຫາລາຍການ ອວຍພອນໃນໂອກາດບຸນປີໃໝ່ລາວ ໂດຍມີເນື້ອໃນວ່າ: ຂໍອວຍພອນພະນັກງານ, ບັນນາທິການ, VOV ປີໃໝ່ມີໂຊກມີລາບ, ມີສຸຂະພາບເຂັ້ມແຂງ ແລະ ນັບມື້ນັບມີຫຼາຍລາຍການທີ່ມ່ວນ ແລະ ດຶງດູດໃຈກ່ວາອີກ.

ໃນຈົດໝາຍສົ່ງມາຍັງລາຍການ, ເພື່ອນ ບຸນທອງ ຢູ່ແຂວງ ວຽງຈັນ ໄດ້ແບ່ງປັນວ່າ: ອາທິດຜ່ານມາ ເມື່ອຕິດຕາມຂ່າວ ຂ້າພະເຈົ້າໄດ້ຮູ້ເຖິງ ການພົບປະສົນທະນາລະຫວ່າງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາວ ແລະ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເພື່ອແລກປ່ຽນບັນດາມາດຕະການແນໃສ່ຍູ້ແຮງການຮ່ວມມືໃນຂົງເຂດພະລັງງານ, ບໍ່ແຮ່ລະຫວ່າງສອງປະເທດ ຫວຽດນາມ - ລາວ. ໃນນັ້ນມີຂ່າວຄາວເຊິ່ງຂ້າພະເຈົ້າມີຄວາມສົນໃຈເປັນພິເສດ ນັ້ນແມ່ນການຮ່ວມມືຊື້ຂາຍໄຟຟ້າລະຫວ່າງສອງປະເທດ, ຫວັງວ່າທາງລາຍການຈະສະໜອງຂໍ້ມູນກ່ຽວກັບເນື້ອໃນນີ້ ໃຫ້ແກ່ຂ້າພະເຈົ້າຕື່ມອີກ. ຂໍຂອບໃຈ.

ເພື່ອນ ບຸນທອງ ທີ່ຮັກແພງ! ປັດຈຸບັນ, ຫວຽດນາມ ນຳເຂົ້າໄຟຟ້າຈາກລາວ ສ່ວນຫຼາຍແມ່ນ ໄຟຟ້ານ້ຳຕົກ, ຜ່ານຂໍ້ຕົກລົງຮ່ວມມືລະຫວ່າງລັດຖະບານໃນປີ 2016, ດ້ວຍປະລິມານຜະລິດໄຟຟ້າ ປະມານ 7 ລ້ານ kWh/ວັນ (ກວມເອົາ 1 – 1,5% ຍອດຜະລິດຕະພັນໄຟຟ້າຂອງ ຫວຽດນາມ). ດ້ວຍສະພາບການທີ່ແຫຼ່ງໄຟຟ້າ ຫວຽດນາມ ທີ່ມີຄວາມສ່ຽງຄວາມຄືບໜ້າຊ້າລົງ, ເປົ້າໝາຍຂອງການວາງແຜນກຳນົດໄຟຟ້າ VIII ວາງອອກແມ່ນເພີ່ມການນຳເຂົ້າໄຟຟ້າຈາກລາວ. ລະອຽດແມ່ນ ຮອດປີ 2030, ຄາດວ່ານຳເຂົ້າໄຟຟ້າຈາກລາວ ປະມານ 5000 MW, ອາດຈະເພີ່ມຂຶ້ນເປັນ 8000 MW ເມື່ອມີເງື່ອນໄຂສະດວກ ດ້ວຍລາຄາໄຟຟ້າທີ່ເໝາະສົມເພື່ອຍາດແຍ່ງຄວາມສາມາດບົ່ມຊ້ອນຈາກແຫຼ່ງໄຟຟ້າສົ່ງອອກຂອງ ລາວ. ໂດຍໄດ້ຮັບຮູ້ວ່າ, ປັດຈຸບັນມີ 7 ໂຄງການໄຟຟ້າແຮງລົມຂອງ ລາວ ດ້ວຍຍອດສະມັດຕະພາບເກືອບ 4.150 MW, ຢາກຂາຍໃຫ້ ຫວຽດນາມ. ໃນປະລິມານ, ມີກ່ວາ 682 MW ໂດຍນັກລົງທຶນສະເໜີຂາຍກ່ອນປີ 2025, ສ່ວນຍັງເຫຼືອຈະຂາຍຫຼັງປີ 2025.

ເພື່ອນ Phol Phanit ສົ່ງຈົດໝາຍຈາກ ກຳປູເຈຍ ມາຍັງ VOV5 ໂດຍຢາກຊອກຮູ້ກ່ຽວກັບວັດ ແກ່ວແຮ່ງທ້ຽນ, ວັດບໍ່ມີ ພະສົງ ທີ່ເປັນເອກະລັກສະເພາະ ດ້ວຍອາຍຸກ່ວາ 400 ປີຢູ່ ນາມດິ້ງ.

ເພື່ອນ Phol Phanit ທີ່ຮັກແພງ! ວັດ ແກວ ຕັ້ງຢູ່ຕາແສງ ຊວນຮົ່ງ, ເມືອງ ຊວນເຈື່ອງ, ແຂວງນາມດິ້ງ. ນີ້ແມ່ນໜຶ່ງໃນບັນດາວັດເກົ່າແກ່ທີ່ສຸດຢູ່ ຫວຽດນາມ ໂດຍໄດ້ຮັບການອະນຸລັກຮັກສາສະຖາປັດຕະຍາກຳແບບເກົ່າແກ່ກ່ອນນີ້ 400 ປີເກືອບທັງໝົດ. ບໍລິເວນວັດ ແມ່ນເຂດສະຖາປັດຕະຍາກຳທີ່ໃຫຍ່ໂຕມະໂຫຖານ ດ້ວຍເຮືອນ 13 ຫຼັງລວມມີ 121 ຫ້ອງລຽນຕິດກັນ. ໃນເບື້ອງຕົ້ນວັດມີຊື່ວ່າ ງຽມກວາງຕຶ, ຮອດປີ 1167 ຈຶ່ງປຽນຊື່ວ່າ ເທິ່ນກວາງຕຶ. ຍ້ອນວ່າ ຢາວຖຸຍ ມີຊື່ຕາມໜັງສືຫວຽດເດີມແມ່ນ ວັດແກ່ວ, ດັ່ງນັ້ນວັດນີ້ຈື່ງມີຊື່ວ່າ ວັດແກ່ວ. ພາຍຫຼັງການຄົງຕົວມາເປັນເວລາເກືອບ 500 ປີ, ປີ 1611 ນ້ຳຢູ່ແມ່ນ້ຳແດງຂຶ້ນສູງ ເຮັດໃຫ້ຖ້ວມ ໝູ່ບ້ານຢາວຖຸຍ ເຊິ່ງແມ່ນສະຖານທີ່ມີວັດ. ມີປະຊາຊົນຈຳນວນໜຶ່ງຍົກຍ້າຍໄປບ່ອນອື່ນ ສ້າງໝູ່ບ້ານ ແຮ່ງທ້ຽນ ກໍ່ສ້າງວັດແກ່ວໃໝ່ ແລະ ເອີ້ນວ່າ ວັດແກ່ວໃຕ້ ຫຼື ວັດແກ່ວແຮ່ງທ້ຽນ. ນອກຈາກຄວາມງາມກ່ຽວກັບສະຖາປັດຕະຍາກຳ, ໃນວັດ ຍັງໄດ້ອະນຸລັກຮັກສາວັດຖຸພັນເກົ່າແກ່ທີ່ມີຄ່າໃນສະຕະວັດທີ 17 ສະໄໝເຈົ້າຊີວິດ ເລ. ນັ້ນແມ່ນບັນດາເອກະສານເກົ່າແກ່, ແທ່ນບູຊາ, ພະພຸດທະຮູບ, ສິລາຈາລຶກເກົ່າ, ປຶ້ມໜັງສືຫວຽດເດີມຂຽນກ່ຽວກັບວັດແກ່ວ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ການຕອບບາງຄຳຖາມ ຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາຍັງລາຍການ ໃນອາທິດທີ່ຜ່ານມາ.ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ,ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ