ແນະນຳບັນດາໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ເໜືອຮອດໃຕ້

Dieu Hong
Chia sẻ
(VOVWORLD) -

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 382 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 17 ສະບັບຈາກທ່ານຜູ້ຟັງ.


ແນະນຳບັນດາໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ເໜືອຮອດໃຕ້ - ảnh 1
ການນຳພັກ, ລັດ, ອົງການຈັດຕັ້ງຂັ້ນຕ່າງໆຂອງ ຫວຽດນາມ ຍາມກໍ່ຮູ້ບຸນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ
ພາບປະກອບ

ໃນອາທິດ, ທ່ານ ໝອນຄຳ, ຢູ່ແຂວງ ວຽງຈັນ ໄດ້ແບ່ງປັນວ່າ: ອາທິດຜ່ານມາ, ຂ້າພະເຈົ້າໄດ້ອ່ານຫຼາຍຂ່າວກ່ຽວກັບເລື່ອງການນຳ ຫວຽດນາມ ໄປໄຫວ້ອາໄລຢູ່ບັນດາສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນນະຄອນ, ແຂວງຕ່າງໆຢູ່ປະເທດ ຫວຽດນາມ, ນອກຈາກນັ້ນ, ຍັງໄດ້ມອບຂອງຂວັນ, ຢື້ຢາມຖາມຂ່າວບັນດາຄອບຄົວ, ຍາດຕິພີ່ນ້ອງທະຫານເສຍອົງຄະ ແລະ ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໃນການຕໍ່ສູ້ເພື່ອປົກປັກຮັກສາປະເທດຊາດຄັ້ງຕ່າງໆ. ການນຳພັກ, ລັດ ຫວຽດນາມ ໄດ້ມີຄວາມເອົາໃຈໃສ່ເຖິງບັນດາການເຄື່ອນໄຫວຕອບບຸນແທນຄຸນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ສຸດ. ເນື່ອງໃນໂອກາດວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ) ຂໍອວຍພອນໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງຂອງນັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ຈົ່ງມີສຸຂະພາບເຂັ້ມແຂງ.

ສ່ວນທ່ານ ວັນໄຊ, ແຂວງຫຼວງພະບາງ ໄດ້ຝາກອີເມວເຖິງລາຍການດ້ວຍເນື້ອໃນວ່າ: ລຸງຮັກຂອງຂ້າພະເຈົ້າແມ່ນທະຫານເຈັບປ່ວຍ, ເຄີຍຕໍ່ສູ້ຢູ່ສະໜາມຮົບທົ່ງໄຫຫີນຊຽງຂວາງ, ເພິ່ນເປັນຜູ້ພິລະອາດຫານ ແລະ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈຕໍ່ບັນດາການປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ. ຂ້າພະເຈົ້າເຄົາລົບນັບຖືບັນດາການປະກອບສ່ວນ, ການອຸທິດສ່ວນ ແລະ ເພື່ອນຮ່ວມກົມກອງຂອງເພິ່ນ ທີ່ມີຕໍ່ພື້ນຖານເອກະລາດ ແລະ ສັນຕິພາບຂອງທັງ ຫວຽດນາມ ແລະ ລາວ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ເພີ່ນ ພ້ອມກັບເພື່ອນຮ່ວມກົມກອງຂອງເພິ່ນ ຈົ່ງມີສຸຂະພາບເຂັ້ມແຂງ ເພື່ອຂຽນຕໍ່ເລື່ອງລາວກ່ຽວກັບນ້ຳໃຈພິລະອາດຫານ, ສືບຕໍ່ອຸທິດສ່ວນ ເພື່ອສ້າງສາປະເທດ ຫວຽດນາມ ໃຫ້ນັບມື້ນັບພັດທະນາ, ຮັ່ງມີ, ສວຍງາມກ່ວາ.

ແນະນຳບັນດາໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ເໜືອຮອດໃຕ້ - ảnh 2ເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານ ບາດຈາງ

ໃນອາທິດ, ເພື່ອນ ຈັນສະໝອນ, ແຂວງ ຊຽງຂວາງ ໄດ້ຝາກ ອີເມວເຖິງລາຍການ, ເພື່ອນຢາກຊອກຮູ້ກ່ຽວກັບບັນດາໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາຂອງ ຫວຽດນາມ, ເພື່ອນຂຽນວ່າ: ຂ້າພະເຈົ້າມັກບັນດາເຄື່ອງບັ້ນດິນເຜົາຂອງ ຫວຽດນາມ ຫຼາຍ, ຂ້າພະເຈົ້າຢາກຊອກຮູ້ຂໍ້ມູນກ່ຽວກັບເຄື່ອງປັ້ນດິນເຜົາມີຊື່ສຽງຂອງ ຫວຽດນາມ ເພື່ອຈະຍາດໂອກາດໄປຢ້ຽມຢາມໃນໄລຍະຈະມາເຖິງ.

ເພື່ອນ ຈັນສະໝອນ ທີ່ຮັກແພງ, ຢູ່ ຫວຽດນາມ ມີຫຼາຍໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາທີ່ມີຊື່ສຽງ, ລັກສະນະພິເສດລວມຂອງບັນດາໝູ່ບ້ານອາຊີບນີ້ແມ່ນມີມາແຕ່ດົນນານ, ມີອາຍຸນັບຮ້ອຍປີ. ໃນລາຍການມື້ນີ້, ພວກຂ້າພະເຈົ້າຈະແນະນຳບັນດາໝູ່ບ້ານເຄື່ອງປັ້ນດິນເຜົາ, ເຊິ່ງໄດ້ຕາງໜ້າໃຫ້ພາກເໜືອ, ພາກກາງ ແລະ ພາກໃຕ້ ສູ່ທ່ານຜູ້ຟັງ, ຜູ້ອ່ານໄດ້ຮັບຊາບ. ທຳອິດແມ່ນໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ, ໝູ່ບ້ານແຫ່ງນີ້ໄດ້ກຳເນີດໃນສະຕະວັດທີ XV ຢູ່ໃກ້ກັບເຂດດິນສັນດອນແຄມແມ່ນ້ຳແດງ, ໝູ່ບ້ານ ບາດຈ່າງ ແມ່ນນອນໃນເຂດດິນແຄມແມ່ນ້ຳ. ດັ່ງນັ້ນ, ໄດ້ສ້າງຄວາມສະດວກໃນການເຮັດເຄື່ອງປັ້ນດິນເຜົາ ແລະ ການໄປມາ. ປະຈຸບັນ, ໝູ່ບ້ານ ບາດຈ່າງ ແມ່ນຂຶ້ນກັບຕາແສງ ບາດຈ່າງ, ເມືອງຢາເລີມ, ຮ່າໂນ້ຍ, ຫ່າງຈາກໃຈກາງຮ່າໂນ້ຍ ປະມານ 15 ກມ ເທົ່ານັ້ນ. ທີສອງແມ່ນໝູ່ບ້ານ ແທັງຮ່າ (ໂຮ້ຍອານ, ແຂວງ ກວ໋າງນາມ) ມີອາຍຸປະມານ 500 ປີ, ໝູ່ບ້ານ ແທັງຮ່າ ມີຊື່ສຽງດ້ວຍບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາອັນສວຍງາມດ້ວຍສີສັນທີ່ງາມຕາ. ດ້ວຍວັດຖຸດິບຈາກທ້ອງຖິ່ນ, ປະຊາຊົນໄດ້ເອົາດິນດາກສີນ້ຳຕານຢູ່ລຽບຕາມແມ່ນ້ຳ ທູບົ່ນ, ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານ ແທັງຮ່າ ລ້ວນແຕ່ມີສີດິນຈີ່, ນ້ຳຕານແດງອ່ອນ ແລະ ເບົາ. ສ່ວນຕາງໜ້າໃຫ້ພາກໃຕ້ ແມ່ນໝູ່ບ້ານເຄື່ອງປັ້ນດິນເຜົາ ຂະແມ (ແຂວງ ອານຢາງ). ອາດຈະເວົ້າໄດ້ວ່າ ໝູ່ບ້ານເຄື່ອງປັ້ນດິນເຜົາ ຂະແມ ແມ່ນໝູ່ບ້ານເຮັດເຄື່ອງປັ້ນດິນເຜົາຕາມລະດູການ ຍ້ອນປະຊາຊົນເຄີຍເຮັດເຄື່ອງປັ້ນດິນເຜົາໃນເວລາຫວ່າງຈາກການເຮັດໄຮ່ໄຖນາ. ຄວາມແຕກຕ່າງກັນນັ້ນແມ່ນ ຜູ້ຊາຍຂອງໝູ່ບ້ານບໍ່ເຄີຍເຂົ້າຮ່ວມຂັ້ນຕອນເຮັດເຄື່ອງປັ້ນດິນເຜົາ, ຍ້ອນວຽກງານນີ້ສ່ວນຫຼາຍແມ່ນ ແມ່ຍິງຜູ້ອາຍຸສູງ ແລະ ມີຄວາມຊຳນານ ເປັນຜູ້ຮັບຜິດຊອບ. ດັ່ງທີ່ກ່າວມາຂ້າງເທິງ ແມ່ນໜຶ່ງໃນຈຳນວນໝູ່ບ້ານເຄື່ອງປັ້ນດິນເຜົາ 3 ແຫ່ງທີ່ມີຊື່ສຽງຂອງ ຫວຽດນາມ, ຖ້າມີໂອກາດ, ເພື່ອນ ຈັນສະໝອນ ຢ່າລືໄປຢາມບັນດາໝູ່ບ້ານນີ້ແດ່ເດີ.

ແນະນຳບັນດາໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ເໜືອຮອດໃຕ້ - ảnh 3ຫ້ອງອ່ານຢູ່ ຫໍສະໝຸດແຫ່ງຊາດ ຫວຽດນາມ

          ເພື່ອນ ສະເຫຼີມສຸກ, ຢາກຊອກຮູ້ກ່ຽວກັບຫໍສະໝຸດແຫ່ງຊາດ ຫວຽດນາມ, ເພື່ອນໃຫ້ຮູ້ວ່າ: ນ້ອງແມ່ນນັກສຶກສາມະຫາວິທະຍາໄລສັບພະວິຊາ, ນ້ອງຢາກຊອກຮູ້ກ່ຽວກັບຫໍສະໝຸດແຫ່ງຊາດ ຫວຽດນາມ ເພື່ອມີຄວາມສະດວກໃນການຮຽນ ແລະ ຊອກຫາເອກະສານ, ຫວັງວ່າ ບັນນາທິການພາກພາສາລາວ ຈະສະໜອງຂໍ້ມູນກ່ຽວກັບເວລາເປີດຫໍສະໝຸດ ແລະ ຄ່າເຮັດບັດເຂົ້າຫໍສະໝຸດໃຫ້ຂ້າພະເຂົ້າຕື່ມອີກໄດ້ບໍ່?

        ເພື່ອນ ສະເຫຼີມສຸກ ແລະ ບັນດາທ່ານທີ່ເຄົາລົບ, ຫໍສະໝຸດແຫ່ງຊາດ ຫວຽດນາມ, ຕັ້ງຢູ່ເຮືອນເລກທີ 31 ຖະໜົນ ຈ່າງທີ, ຕາແສງ ຮ່າງຈົ໋ງ, ເມືອງ ຮວ່ານກຽມ, ນະຄອນຫຼວງ ຮ່າໂນ້ຍ. ປີ 1917, ຜູ້ມີອຳນາດເຕັມ ອິນດູຈີນ ໄດ້ປະກາດໃຊ້ມະຕິລົງວັນທີ 19 ທັນວາ 1917 ວ່າດ້ວຍການກໍ່ສ້າງຫໍສະໝຸດສູນກາງ ໃຫ້ແກ່ເຂດ ອິນດູຈີນ. ນີ້ແມ່ນເອກະສານທາງການທຳອິດ ແລະ ແມ່ນຂີດໝາຍໃຫ້ການກຳເນີດຂອງຫໍສະໝຸດແຫ່ງຊາດ ຫວຽດນາມ ໃນປະຈຸບັນ. ພາຍຫຼັງການກໍ່ສ້າງເປັນເວລາສອງປີ, ວັນທີ 1 ກັນຍາ 1919 ຫໍສະໝຸດໄດ້ເປີດປະຕູຢ່າງເປັນທາງການ. ພາຍຫຼັງການປ່ຽນຊື່ຫຼາຍເທື່ອ, ຮອດປີ 1958, ຫໍສະໝຸດຈຶ່ງມີຊື່ວ່າ ຫໍສະໝຸດແຫ່ງຊາດ ຄືໃນປະຈຸບັນ. ປະຈຸບັນ, ຫໍສະໝຸດໄດ້ສະສົມເອກະສານກ່ວາ 2,5 ລ້ານສະບັບ ແລະ ເອກະສານດີຈີຕອນກ່ວາ 10 ລ້ານໜ້າ, ພ້ອມກັບເອກະສານເດີມນັບລ້ານໆສະບັບນຳອີກ. ຫໍສະໝຸດແຫ່ງຊາດ ຫວຽດນາມ ເປີດປະຕູແຕ່ວັນຈັນ ຫາ ວັນອາທິດ, ແຕ່ 8 ໂມງ ຫາ 20 ໂມງ. ຄ່າເຮັດບັດປີໜຶ່ງແມ່ນ 40.000 ດົ່ງ. ນີ້ແມ່ນສະຖານທີ່ເພື່ອອ່ານປື້ມ, ຊອກຂໍ້ມູນໄດ້ຢ່າງສະດວກ. ຫວັງວ່າ ເພື່ອນ ສະເຫຼີມສຸກ ພ້ອມກັບໝູ່ເພື່ອນ ຈະສາມາດຊອກຫາຂໍ້ມູນທີ່ມີປະໂຫຍດຢູ່ແຫ່ງນີ້ໄດ້ເດີ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຕອບກັບ