​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ OCOP ຢູ່​ແຂວງ​ເຊີນ​ລາ

Nguyen Hong
Chia sẻ
(VOVWORLD) - ຜູ້ຟັງ ບົວລະພາ ແມ່ນຜູ້ສົນໃຈເຖິງບັນດາຂ່າວຄາວກ່ຽວກັບ ຫວຽດນາມ ຫຼາຍແມ່ນບໍ່? ຂອບໃຈທ່ານຫຼາຍໆເດີ ແລະ ລາຍການພາກພາສາລາວຂໍແນະນຳ ໃຫ້ເພື່ອນຮູ້ໜ້ອຍໜຶ່ງກ່ຽວກັບລັດຖະບານເອເລັກໂຕນິກ (e-Government).

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 385 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.

​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ OCOP ຢູ່​ແຂວງ​ເຊີນ​ລາ - ảnh 1

ຜູ້ຟັງ ຄຳສິງ ວິໄລວົງ, ຢູ່ແຂວງ ວຽງຈັນ ໄດ້ໂທລະສັບມາຫາລາຍການໂດຍຢາກຮູ້ຂໍ້ມູນຂ່າວກ່ຽວກັບ Festival ເຫ້ວ. ເພື່ອນຢາກຮູ້ແຈ້ງ ວ່າງານບຸນນີ້ຈະ ຈັດຕັ້ງຄືແນວໃດ ແລະ ປີນີ້, Festival ເຫ້ວ ຈັດຈັກມື້?

ຜູ້ຟັງ ຄຳສິງ ວິໄລວົງ ທີ່ຮັກແພງ, Festival ເຫ້ວ ໄດ້ຮັບການຈັດຕັ້ງ 2 ປີເທື່ອໜຶ່ງ, ນີ້ແມ່ນເຫດການວັດທະນະທຳຂະໜາດໃຫຍ່ໄດ້ຮັບການຈັດຕັ້ງຢູ່ນະຄອນ ເຫ້ວ ໃນປີເລກຄູ່ເພື່ອຈຸດປະສົງຈົດຈຳບັນດາຄຸນຄ່າທີ່ເປັນມູນເຊື້ອຂອງພະລາຊະວັງເຫ້ວ. ເຂົ້າຮ່ວມງານບຸນນີ້, ແຂກທ່ອງທ່ຽວຈະໄດ້ຮັບຊົມບັນດາລາຍການສະແດງສິລະປະຢູ່ຕາມທ້ອງຖະໜົນ, ອ່ານບົດກະວີ, ບັນດາງານວາງສະແດງທີ່ເຕັມໄປດ້ວຍສີສັນຫຼາກຫຼາຍ, ດົນຕີປະສານສຽງ, ການຕີກອງ ແລະ ຮັບຊົມບັນດາຟິມຮູບເງົາປະຫວັດສາດ. Festival ເຫ້ວ 2022 ຈັດຂຶ້ນອາທິດໜຶ່ງ, ເຊິ່ງເລີ່ມແຕ່ວັນທີ 26 – 30 ມິຖຸນາ, ດ້ວຍຫຼາກຫຼາຍລາຍການທີ່ເປັນເອກະລັກສະເພາະສຳລັບທຸກໆລຸ້ນຄົນ. ພິເສດ, ໃນງານບຸນປີນີ້, ຄະນະຈັດຕັ້ງໄດ້ສ້າງເວທີສະແດງຂອງລາຍການຕ່າງໆຢູ່ລຽບຕາມແຄມແມ່ນ້ຳ ເຮືອງ ໃຫ້ຊົມຟຼີ. ຫວັງວ່າ, Festival ປີຕໍ່ໄປ ເພື່ອນຈະຈັດແບ່ງເວລາເພື່ອມາເຂົ້າຮ່ວມຄົ້ນຫາລາຍການວັດທະນະທຳນີ້.

​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ OCOP ຢູ່​ແຂວງ​ເຊີນ​ລາ - ảnh 2
ພາບປະກອບ

ຜູ້ຟັງ ບົວລະພາ, ຢູ່ແຂວງ ບໍ່ແກ້ວ ໄດ້ comment ບົດຂຽນໃນແວັບໄຊ vovworld.vn ຂອງລາຍການ ດ້ວຍເນື້ອໃນວ່າ: ຫວ່າງມໍ່ໆມານີ້, ຂ້າພະເຈົ້າເຄີຍຟັງວິທະຍຸ, ອ່ານຂ່າວບົດ, ເຄີຍເຫັນຄຳວ່າ “ລັດຖະບານເອເລັກໂຕນິກ”. ຂ້າພະເຈົ້າຢາກຮູ້ວ່າ ລັດຖະບານເອເລັກໂຕນິກແມ່ນຫຍັງ? ແລະປະຈຸບັນ, ຫວຽດນາມ ປະຕິບັດໂຄງການລັດຖະບານເອເລັກໂຕນິກຄືແນວໃດ?

ຜູ້ຟັງ ບົວລະພາ ແມ່ນຜູ້ສົນໃຈເຖິງບັນດາຂ່າວຄາວກ່ຽວກັບ ຫວຽດນາມ ຫຼາຍແມ່ນບໍ່? ຂອບໃຈທ່ານຫຼາຍໆເດີ ແລະ ລາຍການພາກພາສາລາວຂໍແນະນຳ ໃຫ້ເພື່ອນຮູ້ໜ້ອຍໜຶ່ງກ່ຽວກັບລັດຖະບານເອເລັກໂຕນິກ (e-Government). ລັດຖະບານເອເລັກໂຕນິກ ແມ່ນການໝູນໃຊ້ເຕັກໂນໂລຊີເຂົ້າໃນການເຄື່ອນໄຫວຕ່າງໆຂອງລັດຖະບານ, ສະໜອງການບໍລິການສາທາລະນະ, ປະຕິບັດການເຄື່ອນໄຫວຂອງລັດຖະບານໃນລະບົບອິນເຕີເນັດ, ແວັບໄຊ. ດ້ວຍຄວາມສາມາດບົ່ມຊ້ອນຂອງ ອິນເຕີເນັດ, ລັດຖະບານເອເລັກໂຕນິກຈະຫັນປ່ຽນບາງວິທີການ, ໂຄງປະກອບການເຄື່ອນໄຫວຂອງອົງການລັດ ເພື່ອສ້າງກາລະໂອກາດໃຫ້ແກ່ປະຊາຊົນອາດຈະມີການກະທົບຕອບໂດຍກົງກັບລັດຖະບານ ກໍ່ຄືລັດຖະບານ ອາດຈະສະໜອງບັນດາການບໍລິການໂດຍກົງໃຫ້ແກ່ປະຊາຊົນຂອງຕົນ. ປະຈຸບັນ, ເລື່ອງສ້າງລັດຖະບານເອເລັກໂຕນິກ ຢູ່ຫວຽດນາມ ໄດ້ຜ່ານ 4 ຂັ້ນຕອນແຫ່ງການພັດທະນາຄື:

+ ໄລຍະທຳອິດແມ່ນການມີໜ້າ;

+ ໄລຍະທີ 2 ແມ່ນການຕອບຮັບກະທົບຕອບ;

+ ໄລຍະທີ 3 ແມ່ນການພົວພັນແລກປ່ຽນສື່ສານ;

+ ໄລຍະທີ 4 ແມ່ນການຫັນປ່ຽນ.

​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ OCOP ຢູ່​ແຂວງ​ເຊີນ​ລາ - ảnh 3ການວາງສະແດງບັນດາຜະລິດຕະພັນ OCOP ຂອງແຂວງເຊີນລາ


ເພື່ອນ ບົວສອນ ພິມມະລາວັນ, ໄດ້ສົ່ງອີແມວ ເຖິງລາຍການດ້ວຍເນື້ອໃນວ່າ: ອາທິດຜ່ານມາ, ຂ້າພະເຈົ້າໄດ້ອ່ານຂ່າວໃນແວັບໄຊຂອງລາຍການ ເຫັນຂ່າວກ່ຽວກັບບັນດາຜະລິດຕະພັນ OCOP ຂອງແຂວງ ເຊີນລາ, ຂ້າພະເຈົ້າໄດ້ມີຄວາມສົນໃຈເຖິງຂໍ້ມູນຂ່າວດັ່ງກ່າວ. ຫວັງວ່າ, ບັນນາທິການພາກພາສາລາວ ຈະແຈ້ງໃຫ້ຮູ້ຕື່ມກ່ຽວກັບບັນດາຜະລິດຕະພັນ OCOP ມາຈາກແຂວງ ເຊີນລາ ແລະ ເຂດໃດໃນແຂວງເຊີນລາມີຜະລິດຕະພັນ OCOP ຫຼາຍທີ່ສຸດ? ຂໍຂອບໃຈ.

ເພື່ອນ ບົວສອນ ທີ່ຮັກແພງ, ຄືຂໍ້ມູນຂ່າວທີ່ທ່ານໄດ້ຮູ້ໄປແລ້ວ, ພາຍຫຼັງການຜັນຂະຫຍາຍມາເປັນເວລາ 4 ປີ, ຮອດຕົ້ນປີ 2022, ແຂວງ ເຊີນລາ ໄດ້ສ້າງ 28 ຜະລິດຕະພັນ OCOP. ໃນນັ້ນມີ 9 ຜະລິດຕະພັນບັນລຸມາດຖານ 4 ດາວ, 19 ຜະລິດຕະພັນບັນລຸມາດຖານ 3 ດາວຕາມມາດຕະຖານ OCOP ແຫ່ງຊາດ. ຈຸດປະສົງຂອງແຂວງ ເຊີນລາ ແມ່ນສູ້ຊົນສ້າງຜະລິດຕະພັນ OCOP ບັນລຸມາດຖານ 3 ດາວຂຶ້ນໄປໃຫ້ໄດ້ 200 ຊະນິດ, ສ້າງຜະລິດຕະພັນ OCOP ເຊີນລາໃຫ້ກາຍເປັນເຄື່ອງໝາຍການຄ້າມີຄວາມສາມາດແກ່ງແຍ້ງໃນຕະຫຼາດເທື່ອລະກ້າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃຊ້ສອຍຢູ່ພາຍໃນປະເທດ ແລະ ມຸ່ງໄປເຖິງການສົ່ງອອກເທື່ອລະກ້າວ.

ຈຸດພົ້ນເດັ່ນໃນການພັດທະນາຜະລິດຕະພັນ OCOP ຢູ່ເຊີນລາ ນອກຈາກໄປຄຽງຄູ່ກັບການໜູນຊ່ວຍດ້ານເຕັກນິກການຜະລິດແລ້ວ, ວຽກງານສົ່ງເສີມການຄ້າ, ໂຄສະນາເຜີຍແຜ່ຜະລິດຕະພັນຍັງໄດ້ກຳນົດວ່າແມ່ນມາດຕະການສຳຄັນເພື່ອເປີດກ້ວາງຕະຫຼາດ, ສົ່ງເສີມການໃຊ້ສອຍ. ມາຮອດປະຈຸບັນ, ໃນທົ່ວແຂວງໄດ້ສ້າງ 6 ສະຖານທີ່ເພື່ອວາງສະແດງ ແລະ ວາງຂາຍຜະລິດຕະພັນ OCOP, ຜະລິດຕະພັນກະເສດ, ເຄື່ອງຂອງທີ່ເປັນເອກະລັກສະເພາະຂອງເຂດຕ່າງໆຢູ່ເມືອງ ມົກເຈົາ, ທ້ວນເຈົາ, ກວິ່ງຍາຍ ແລະ ນະຄອນ ເຊີນລາ. ເລື່ອງພັດທະນາຜະລິດຕະພັນ OCOP ຍັງໄດ້ຮັບການປະຕິບັດຕາມທິດເຊື່ອມຕໍ່ກັບບັນດາລາຍການທ່ອງທ່ຽວ, ງານບຸນ… ສ້າງກາລະໂອກາດໃນການພົວພັນແລກປ່ຽນ, ແລກປ່ຽນບົດຮຽນ, ເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການ, ສົ່ງເສີມການຄ້າ, ຊອກຫາກາລະໂອກາດຮ່ວມສຳພັນເຂດ, ຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດ, ປະກອບສ່ວນໜູນຊ່ວຍ ແລະ ຊຸກຍູ້ການພັດທະນາຂອງຂະແໜງກະສິກຳ.

ອີກຂໍ້ມູນໜຶ່ງທີ່ເພື່ອນ ບົວສອນ ສົນໃຈນັ້ນແມ່ນ: ປະຈຸບັນ, ເທດສະບານນິຄົມກະເສດ ມົກເຈົາ, ເມືອງ ມົກເຈົາ, ແຂວງ ເຊີນລາ ແຕ່ດົນນານມາແລ້ວໄດ້ຮູ້ຈັກກັນດີແມ່ນສະຖານທີ່ມີຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງ, ພິເສດແມ່ນໝາກໄມ້ປະເພດຕ່າງໆຄື: ໝາກໝັ້ນ, ໝາກມ່ວງ, ໝາກກ້ວຍ, ໝາກພັບກອບ… ຫວັງວ່າ, ຖ້າມີໂອກາດເຊີນເພື່ອນມາຢາມເຂດດິນແດນທີ່ອຸດົມສົມບູນແຫ່ງນີ້ແດ່ເດີ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຕອບກັບ