ແນະ​ນຳ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ນັກ​ກິ​ລາ​ຄົນ​ພິ​ການ ຈິ້ງ​ທິ​ບິກ​ຍື

Nguyen Xuyen
Chia sẻ
(VOVWORLD) - ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ຍາມໃດກໍໄດ້ຮັບອາລົມຈິດຄວາມຮັກແພງ, ຄວາມສົນໃຈ ແລະ ໄດ້ຮັບຈົດໝາຍນັບຮ້ອຍໆສະບັບຈາກທ່ານຜູ້ຟັງທີ່ມາຈາກຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ ສົ່ງມາ VOV5 ໃນອາທິດຜ່ານມາ ດ້ວຍຄຳຄິດຄຳເຫັນ, comment ແລະ ຄຳຕິຊົມທີ່ຕັ້ງໜ້າ. ຕໍ່ໄປນີ້ຂໍເຊີນທ່ານຜູ້ຟັງ, ຜູ້ອ່່ານພ້ອມກັບບັນນາທິການລາຍການກະຈາຍສຽງພາກພາສາລາວ ເບິ່ງຄືນບັນດາເນື້ອໃນ, ຄຳເຫັນຂອງຈົດໝາຍບາງສະບັບໃນຈຳນວນ 387 ສະບັບທີ່ໄດ້ສົ່ງມາ VOV5 ໃນອາທິດຜ່ານມາ, ເຊິ່ງໃນນັ້ນ ມີຈົດໝາຍ 22 ສະບັບແມ່ນຂອງທ່ານຜູ້ຟັງລາວ ຝາກມາລາຍການກະຈາຍສຽງພາກພາສາລາວ. 

ພາຍຫຼັງຕິດຕາມພາບສາລະຄະດີໃນເວັບໄຊ vovworld.vn, ເພື່ອນ ທິບດາວອນ ຢູ່ນະຄອນຫຼວງ ວຽງຈັນ ມີຄວາມປະທັບໃຈເປັນພິເສດຕໍ່ຮູບຝາຜະໜັງທີ່ເຕັມໄປດ້ວຍສີສັນຢູ່ໝູ່ບ້ານປະມົງ ເຍິນຫຼີ, ແຂວງບິ່ງດິ້ງ. ໃນຈົດໝາຍຝາກເຖິງລາຍການ, ເພື່ອນແບ່ງປັນວ່າ: “ຮູບຝາຜະໜັງ ງາມຫຼາຍ ແລະ ມີຊີວິດຊີວາ. ຂ້າພະເຈົ້າກໍຢາກໄປຄົ້ນຫາຊີວິດການເປັນຢູ່ຂອງປະຊາຊົນຢູ່ໝູ່ບ້ານປະມົງ ແຕ່ຍັງບໍ່ທັນມີໂອກາດເທື່ອ. ພາຍຫຼັງທີ່ເຫັນຮູບຝາຜະໜັງສວຍງາມນີ້, ຂ້າພະເຈົ້າກໍເລີຍຄິດເຖິງເລື່ອງຈະສ້າງແຜນການ ແລະ ສັບຊ້ອນເວລາ ເພື່ອໄປຄົ້ນຫາໝູ່ບ້ານປະມົງ ເຍິນຫຼີ ໃນໄລຍະຈະມາເຖິງ”.

ແນະ​ນຳ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ນັກ​ກິ​ລາ​ຄົນ​ພິ​ການ ຈິ້ງ​ທິ​ບິກ​ຍື - ảnh 1ຮູບຝາຜະໜັງ ໃນບ້ານ ຊາວປະມົງຖືກແຕ້ມທີ່ສວຍງາມ,ຫຼາກຫຼາຍສີສັນເຊິ່ງໄດ້ວາດພາບເຖິງການດຳລົງຊີວິດຂອງປະຊາຊົນເຂດແຄມທະເລ
ຂອບໃຈເພື່ອນ ທິບດາວອນ ທີ່ມີຄວາມສົນໃຈ ແລະ ສົ່ງຈົດໝາຍມາຍັງລາຍການ. ປັດຈຸບັນ ຢູ່ ຫວຽດນາມ, ບໍ່ພຽງແຕ່ມີຢູ່ໝູ່ບ້ານປະມົງ ເຍິນຫຼີ ເທົ່ານັ້ນ, ຫາກຂະບວນການເພື່ອຄວາມສວຍງາມຂອງໝູ່ບ້ານ, ປະດັບປະດາຮ່ອມບ້ານດ້ວຍການແຕ້ມຮູບຝາຜະໜັງ ແມ່ນໄດ້ຜັນຂະຫຍາຍຢູ່ທົ່ວທຸກບ່ອນ ເພື່ອແນໃສ່ເພີ່ມຄວາມສວຍງາມໃຫ້ທັດສະນີຍະພາບ ແລະ ສົ່ງສານທີ່ມີຄວາມໝາຍອີກດ້ວຍ. ນອກຈາກນັ້ນ, ການດຳລົງຊີວິດຂອງປະຊາຊົນຢູ່ໝູ່ບ້ານປະມົງ ກໍມີຫຼາຍອັນທີ່ແຕກຕ່າງ ແລະ ຈັບໃຈ, ເປັນໜ້າຄົ້ນຫາ. ຫວັງວ່າ ເພື່ອນຈະສັບຊ້ອນເວລາມາຄົ້ນຫາໝູ່ບ້ານປະມົງ ເຍິນຫຼີ ກໍຄືໝູ່ບ້ານປະມົງແຫ່ງອື່ນໆຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

ຕໍ່ໄປແມ່ນເນື້ອໃນຈົດໝາຍຂອງເພື່ອນ ດາລາວັນ ຢູ່ແຂວງ ໄຊສົມບູນ. ເພື່ອນ ດາລາວັນ ໄດ້ຂຽນມາວ່າ: “ດີໃຈນຳເດີ້ ທີ່ ຫວຽດນາມ ມີໝາກສົ້ມໂອອີກຊະນິດໜຶ່ງໄດ້ສົ່ງອອກໄປຍັງຕະຫຼາດໃຫຍ່ ແລະ ເຄັ່ງຄັດຄື ອາເມລິກາ. ແນ່ນນອນວ່າ ນອກຈາກເລື່ອງຮັບປະກັນໄດ້ມາດຖານທາງດ້ານເຕັກນິກການປູກຝັງ ແລະ ຄຸນນະພາບຜະລິດຕະພັນແລ້ວ, ໝາກສົ້ມໂອຊະນິດນີ້ ຍັງມີລົດຊາດພິເສດອີກດ້ວຍ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບລັກສະນະຂອງໝາກສົ້ມໂອເປືອກຂຽວ (ສົ້ມໂອທັບທິມ) ເຟືອກບິ່ງ ນີ້”.

ແນະ​ນຳ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ນັກ​ກິ​ລາ​ຄົນ​ພິ​ການ ຈິ້ງ​ທິ​ບິກ​ຍື - ảnh 2ດິນຟ້າອາກາດ ບວກກັບວິທີການປູກຝັງຂອງຊາວກະສິກອນຢູ່ ເຟືອກບິ່ງ ໄດ້ເຮັດໃຫ້ໝາກສົ້ມໂອຢູ່ທີ່ນີ້ ມີລົດຊາດເປັນເອກະລັກ ແລະ ແຕກຕ່າງຈາກສົ້ມໂອຊະນິດນີ້ທີ່ປູກຢູ່ທ້ອງຖິ່ນອື່ນ (ພາບ:thanhnien.vn)
ໝາກສົ້ມໂອເປືອກຂຽວ ເຟືອກບິ່ງ, ແຂວງ ນິງທ້ວນ ໄດ້ຮັບຄວາມນິຍົມຊົມຊອບ ຍ້ອນມີລົດຊາດແຊບ, ຫວານໆ  ແລະ ສົ້ມໆໜ້ອຍໜຶ່ງ, ມີແກ່ນໜ້ອຍ ແລະ ເນື້ອກອບ, ບໍ່ເປັນກະດັນ. ດິນຟ້າອາກາດ ບວກກັບວິທີການປູກຝັງຂອງຊາວກະສິກອນຢູ່ ເຟືອກບິ່ງ ໄດ້ເຮັດໃຫ້ໝາກສົ້ມໂອຢູ່ທີ່ນີ້ ມີລົດຊາດເປັນເອກະລັກ ແລະ ແຕກຕ່າງຈາກສົ້ມໂອຊະນິດນີ້ທີ່ປູກຢູ່ທ້ອງຖິ່ນອື່ນ. ປັດຈຸບັນ, ຢູ່ຕາແສງ ເຟືອກບິ່ງ ມີເນື້ອທີ່ປູກໝາກສົ້ມໂອຊະນິດດັ່ງກ່າວເກືອບ 200 ເຮັກຕາ.
ສືບຕໍ່ລາຍການແມ່ນເນື້ອໃນຈົດໝາຍຂອງເພື່ອນ ຈັນເພັງ, ຢູ່ແຂວງ ບໍລິຄຳໄຊ. ເພື່ອນ ຈັນເພັງ ໄດ້ຂຽນມາດັ່ງນີ້: “ຊົມເຊີຍນັກກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ ທຸກໆຄົນ ທີ່ໄດ້ປະຕິບັດສຳເລັດການແຂ່ງຂັນຂອງຕົນຢູ່ງານມະຫາກຳກິລາ ຄົນພິການ ອາຊີຕາເວັນອອກສ່ຽງໃຕ້ 2023 (ASEAN Para Games). ຂ້າພະເຈົ້າມີຄວາມເຄົາລົບນັບຖືຕໍ່ຄວາມມານະພະຍາຍາມຂອງເຂົາເຈົ້າທີ່ສຸດ ແລະ ກໍມີຄວາມປະທັບໃຈເປັນພິເສດຕໍ່ການແຂ່ງຂັນ ກໍຄືຜົນງານຂອງນັກກິລາລອຍນ້ຳ  ຫວຽດນາມ - ຈິ້ງທິບິກຍື ດ້ວຍຫຼຽນຄຳ 3 ຫຼຽນ. ບິກຍື ໄດ້ສ້າງແຫຼ່ງກຳລັງໃຫ້ຂ້າພະເຈົ້າ ກັບມາຝຶກລອຍນ້ຳຄືນໃໝ່ ພາຍຫຼັງທີ່ປະກາງຄັນເປັນຫຼາຍຄັ້ງ ແລະ ຄິດວ່າ ຕົນເອງບໍ່ສາມາດລອຍນ້ຳໄດ້. ຂ້າພະເຈົ້າຢາກຮູ້ເລື່ອງລາວຂອງນັກກິລາຄົນນີ້. ຫວັງວ່າ ເອື້ອຍອ້າຍບັນນາທິການພາກພາສາລາວ ຈະເລົ່າສູ່ຟັງຕື່ມອີກແດ່.
ແນະ​ນຳ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ນັກ​ກິ​ລາ​ຄົນ​ພິ​ການ ຈິ້ງ​ທິ​ບິກ​ຍື - ảnh 3ນັກກິລາລອຍນ້ຳ ຈິ້ງທິບິກຍື (ພາບ: ກິລາ ຫວຽດນາມ)

ແມ່ນແລ້ວ ເພື່ອນ ຈັນເພັງ ທີ່ຮັກແພງ! ເມື່ອຮັບຊົມການແຂ່ງຂັນຂອງບັນດານັກກິລາຄົນພິການ, ພວກເຮົາທຸກຄົນຕ່າງກໍຮູ້ສຶກໄດ້ເຖິງມານະຈິດທີ່ແຮງກ້າຂອງເຂົາເຈົ້າ. ແລະ ນັກກິລາລອຍນ້ຳ ຈິ້ງທິບິກຍື ກໍເປັນແນວນັ້ນເຊັ່ນດຽວກັນ. ເລື່ອງລາວຂອງນັກກິລາຄົນນີ້ ກໍເລີ່ມແຕ່ເມື່ອລາວມີອາຍຸ 3 ປີ. ຕອນນັ້ນ ລາວຖືກອຸປະຕິເຫດ ເຮັດໃຫ້ຂາເປັນລ່ອຍທັງສອງຂ້າງ. ບິກຍື ກໍເຄີຍຄິດວ່າ ຕົນເອງຈະບໍ່ສາມາດເຮັດຫຍັງໄດ້ ແລະ ກໍບໍ່ກ້າອອກໄປໃສ ນອກຈາກເຂດບ້ານຂອງລາວ. ແຕ່ພາຍຫຼັງທີ່ຕ້ອງດຳລົງຊີວິດຢູ່ຮ່ວມກັບຄວາມເສົ້າເສຍໃຈ ແລະ ໝົດຫວັງມາເປັນເວລາ 23 ປີ, ບິກຍື ຕັດສິນໃຈວ່າ ຈະຕ້ອງພົ້ນອອກຈາກສະພາບແບບນັ້ນ ແລະ ຊອກຫາບາດລ້ຽວໃຫ້ຕົນເອງ. ລາວຄົນດຽວໄດ້ອອກຈາກບ້ານ (ຢູ່ແຂວງ ກຽນຢາງ) ໄປນະຄອນ ໂຮ່ຈີມິ  ເພື່ອຊອກຫາໂອກາດ ໂດຍປະສົບກັບການຄັດຄ້ານຈາກຄອບຄົວ. ໂຊກດີ ລາວໄດ້ຮັບການຊ່ວຍເຫຼືອຈາກ ສູນອຸປະກະລະຄົນພິການ ຄອນ ໂຮ່ຈີມິນ ແລ້ວຽນຕັດຫຍິບຢູ່ສະຖານທີ່ແຫ່ງນີ້ເລີຍ. ແລະ ບັນດາໝູ່ເພື່ອນຢູ່ສູນແຫ່ງນີ້ ໄດ້ແນະນຳໃຫ້ ບິກຍື ໄປຝຶກລອຍນ້ຳ ເພື່ອໃຫ້ຮ່າງກາຍແຂງແຮງ. ນີ້ກໍແມ່ນສາຍເຫດທີ່ພາໃຫ້ ບິກຍື ມີຄວາມຜູກພັນກັບກິລາປະເພດລອຍນ້ຳນີ້. ພາຍຫຼັງຝຶກແອບມາໄດ້ 2 – 3 ຄັ້ງ, ລາວຢືນຢັນວ່າ ລາວໄດ້ຄົ້ນພົບເສັ້ນທາງເດີນໃຫ້ແກ່ຕົນເອງແລ້ວ. ພາຍຫຼັງເວລາ 2 ປີກວ່າ ທີ່ໄດ້ມານະພະຍາຍາມ ແລະ ສຸດຈິດສຸດໃຈກັບການຝຶກແອບ, ບິກຍື ກໍຍາດໄດ້ຫຼຽຄຳ 1 ຫຼຽນ ແລະ ຫຼຽນເງິນ 2 ຫຼຽນ ໃນງານແຂ່ງຂັນກິລາຄົນພິການທົ່ວປະເທດ ເມື່ປີ 2010. ຫຼັງຈາກນັ້ນພຽງ 2 – 3 ເດືອນ, ລາວສືບຕໍ່ຄວ້າໄດ້ຫຼຽນເງິນໃນງານມະຫາກຳກິລາ ASEAN Para Games ປີ 2011. ຮອດປີ 2015, ບິກຍື ໄດ້ສ້າງຜົນງານຄັ້ງປະຫວັດສາດ ເມື່ອເປັນນັກກິລາຄົນພິການທຳອິດຂອງ ຫວຽດນາມ ໄດ້ຮັບລາງວັນລະດັບໂລກ ແລະ ສືບຕໍ່ບັນລຸໄດ້ຜົນງານຫຼາຍຢ່າງໃນຊຸມປີຕໍ່ໄປ.

ພວກຂ້າພະເຈົ້າ ຫວັງວ່າ ຜ່ານເລື່ອງລາວຂອງນັກກິລາລອຍນ້ຳຄົນພິການ ບິກຍື  ຈະເປັນແບບຢ່າງ ແລະ ເປັນກຳລັງໜູນໃຫ້ພວກເຮົາຜ່ານຜ່າທຸກຮົ້ວກີດຂວາງ ແລະ ຂໍ້ຈຳກັດຂອງຕົນເອງ ເພື່ອບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນຊີວິດ.

 ເລື່ອງລາວຂອງນັກກິລາຄົນພິການ ບິກຍືກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວພາກນີ້ແລ້ວ. ຂອບໃຈທ່ານຜູ້ຟັງທຸກໆທ່ານ  ທີ່ໄດ້ຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ, ມີຄວາມສົໃຈຕໍ່ບັນຫາໃດໜຶ່ງ, ກໍສາມາດາກຈົດໝາຍມາຍັງລາຍການຂອງພວກເຮົາ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້./.

ຕອບກັບ