ແນະ​ນຳ​ກ່ຽວ​ກັບ​ເຍື່ອງ​ອາ​ຫານ​ແຄມ​ທາງ​ຂອງ ຮ່າ​ໂນ້ຍ

Chia sẻ
(VOVWORLD) - ເມື່ອເວົ້າເຖິງອາຫານແຄມທາງ ແລະ ອາຫານການກິນ ແນ່ນອນວ່າ ຕ້ອງເຕື້ອງເຖິງຮ່າໂນ້ຍ. ເພາະຢູ່ທີ່ນີ້ ອາຫານແຄມທາງ ນັບພັນໆເຍື່ອງທີ່ແຊບ ແລະ ດຶງດູດໃຈທີ່ສຸດ.
ແນະ​ນຳ​ກ່ຽວ​ກັບ​ເຍື່ອງ​ອາ​ຫານ​ແຄມ​ທາງ​ຂອງ ຮ່າ​ໂນ້ຍ - ảnh 1ນ້ຳຫວານໝາກແຫ້ວໃສ່ໝາກພ້າວ (ພາບ: Internet)

ອາທິດຜ່ານມາ, ຄະນະພົວພັນຕ່າງປະເທດ, ສະຖານີວິທະຍຸກະຈາຍສຽງ (VOV5) ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 386 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຂ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ ແລະ ລາວ… ໃນນັ້ນມີ ທ່ານຜູ້ຟັງລາວຫຼາຍຄົນໄດ້ສົ່ງຈົດໝາຍ ມາຍັງລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຄວາມຄິດຂອງຕົນກ່ຽວກັບບັນດາການເຄື່ອນໄຫວ ລະຫວ່າງ ຫວຽດນາມ ແລະ ລາວໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນ ກໍ່ຄືຕອບບາງຄຳຖາມຂອງທ່ານຜູ້ຟັງ. ເຊີນທ່ານຕິດຕາມຮັບຟັງ

ທ່ານຜູ້ຟັງ Juan D, ຢູ່ Santander, ແອັດສະປາຍ ໄດ້ແບ່ງປັນວ່າ: ໂລກມີຄວາມສົນໃຈຕໍ່ການຜັນແປຕ່າງໆຢູ່ ຫວຽດນາມ, ເຊິ່ງເປັນປະເທດທີ່ສື່ມວນຊົນສາກົນໄດ້ເຕື້ອງເຖິງ ຍ້ອນຄວາມກ້າວໜ້າດ້ານເສດຖະກິດ, ຜົນສຳເລັດໃນການແຂ່ງຂັນກິລາ ແລະ ຍິ່ງໄປກ່ວານັ້ນແມ່ນ ການທ່ອງທ່ຽວ. ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູດແຂກທ່ອງທ່ຽວສາກົນ, ດ້ວຍຄວາມງາມ, ຄວາມຮັກແພງແຂກຄົນ, ຄວາມເມດຕາປານີຂອງ ຊາວຫວຽດນາມ, ເຖິງວ່າໃນເມື່ອກ່ອນເຂົາເຈົ້າແມ່ນສັດຕູ ແຕ່ປະຊາຊົນຫວຽດນາມ ກໍ່ຍັງຕ້ອນຮັບແຂກທ່ອງທ່ຽວດ້ວຍຮ້ອຍຍິ້ມທີ່ແຈ່ມໃສ.

ທ່ານຜູ້ຟັງ ເລທິເຫວະ ຊາວຫວຽດນາມ ພວມດຳລົງຊີວິດຢູ່ Nagoya, ຍີ່ປຸ່ນ ສົ່ງຈົດໝາຍມາ ໄດ້ຂຽນວ່າ: ຂ້າພະເຈົ້າຟັງລາຍການຂອງ VOV ຜ່ານວິທະຍຸ. ບັນດາຂ່າວຄາວທີ່ມີປະໂຫຍດ ແລະ ສ່ອງແສງການດຳລົງຊີວິດສັງຄົມທີ່ທັນສະໄໝຢູ່ ຫວຽດນາມ ເຮັດໃຫ້ຂ້າພະເຈົ້າຮູ້ສຶກຄິດຮອດບ້ານເກີດເມືອງນອນທີ່ສຸດ. ຂ້າພະເຈົ້າຫວັງວ່າ VOV5 ຈະມີລາຍການກ່ຽວກັບເຂດດິນແດນທີ່ສວຍງາມ ແລະ ຊາວຫວຽດນາມ ຫຼາຍກ່ວາອີກເພື່ອໃຫ້ເພື່ອນມິດໃນທົ່ວໂລກ, ມີຄວາມເຂົ້າໃຈຕື່ມອີກກ່ຽວກັບ ຫວຍດນາມ, ພິເສດແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີໂອກາດໄດ້ຊົມຮູບພາບບ້ານເກີດເມືອງນອນເພື່ອຫຼຸດຜ່ອນຄວາມຄິດຮອດຄິດເຖິງ.

ທ່ານຜູ້ຟັງ Mario Muñoz Mendoza ຊາວ Bolivia ໄດ້ປະກອບຄຳເຫັນວ່າ: ຂ້າພະເຈົ້າຮູ້ສຶກປະທັບໃຈຕໍ່ເລື່ອງທີ່ໂລກຮັບຮອງເອົາຫວຽດນາມ ແມ່ນໜຶ່ງໃນ 10 ປະເທດທີ່ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ ໄດ້ເປັນຢ່າງດີ. ອັດຕາຜູ້ອອກແຮງງານຍິງ ໄດ້ຮັບເງິນເດືອນແມ່ນ 48,3%. ອັດຕາວິສາຫະກິດ ໂດຍແມ່ຍິງແມ່ນເຈົ້າຂອງບັນລຸ 26,5% ອັດຕາສະມາຊິກສະພາແຫ່ງຊາດຍິງຊຸດທີ XV ບັນລຸ 30,26%. ໂດຍບໍ່ມີຫຍັງຕ້ອງສົງໃສອີກ, ການພັດທະນາມະນຸດກັບທັດສະນະມອບສິດໃຫ້ແກ່ແມ່ຍິງ ພວມມີການພັດທະນາຢູ່ ຫວຽດນາມ ຢ່າງບໍ່ຢຸດຢັ້ງ.

ເພື່ອນ ແກ້ວມະນີວົງ ມາຈາກວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ຂໍ້ມູນກ່ຽວກັບພິທີວາງສີລາລຶກ ໂຄງການກໍ່ສ້າງຫໍພັກໃຫ້ແກ່ຄູ່ອາຈານ ແລະ ນັກຮຽນຂຶ້ນກັບໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ຢູ່ແຂວງ ອຸດົມໄຊ ຕື່ມອີກ.

ເພື່ອນ ແກ້ວມະນີວົງ ທີ່ຮັກແພງ! ອາທິດຜ່ານມາ, ຢູ່ແຂວງອຸດົມໄຊ ພາກເໜືອລາວ, ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງ ອຸດົມໄຊ ໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງຫໍພັກຄູອາຈານ ແລະ ນັກຮຽນ ຂຶ້ນກັບໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ຢູ່ແຂວງ ອຸດົມໄຊ. ເຂົ້າຮ່ວມພິທີ ມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ,  ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງ, ເຈົ້າແຂວງ ອຸດົມໄຊ, ຜູ້ຕາງໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ, ຜູ້ຕາງໜ້າທູດທະຫານຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ…

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ເນັ້ນໜັ້ກວ່າ ໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ຢູ່ແຂວງອຸດົມໄຊ ແມ່ນໂຄງການທີ່ມີຄວາມໝາຍທີ່ສຸດ, ທັງສະແດງໃຫ້ເຫັນການຮັກສາຈຸດວັດທະນະທຳຂອງ ຊາວຫວຽດນາມ ຢູ່ລາວ, ທັງປະກອບສ່ວນສົ່ງສານຄວາມຮູ້ກ່ຽວກັບວັດທະນະທຳ, ພາສາ ຫວຽດນາມ  ໃຫ້ແກ່ ລູກຫຼານຊາວຫວຽດນາມ ອາໄສຢູ່ແຂວງ, ກໍ່ຄືລູກຫຼານຂອງຊາວ ລາວ ທີ່ມີຄວາມຕ້ອງການຮຽນພາສາ ຫວຽດນາມ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບແບບພິເສດ ບໍລິສຸດຜຸດຜ່ອງ ລະຫວ່າງສອງປະເທດ ຫວຽດນາມ - ລາວ. ໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ແຂວງອຸດົມໄຊ ແມ່ນສັນຍາລັກໃຫ້ແກ່ການຮ່ວມມືລະຫວ່າງແຂວງອຸດົມໄຊ ກັບ ຫວຽດນາມ ເວົ້າລວມ ແລະ ກັບ ຊາວຫວຽດນາມ ອາໄສຢູ່ແຂວງ ເວົ້າສະເພາະ.

ເມື່ອນຳເຂົ້າເຄື່ອນໄຫວ, ຫໍພັກຈະມີ 3 ຊັ້ນທີ່ສາມາດນຳໃຊ້ໄດ້ເລີຍ. ຍອດມູນຄ່າກໍ່ສ້າງຄາດວ່າປະມານ 6,7 ຕື້ ກີບ (ປະມານ 308.000 USD). ພາຍຫຼັງກໍ່ສ້າງສຳເລັດ, ຫໍພັກຈະແມ່ນບ່ອນພັກ, ດຳລົງຊີວິດຂອງຄູອາຈານ ແລະ ນັກຮຽນທີ່ຢູ່ໄກ ຖ້າຫາກມີຄວາມຕ້ອງການພັກ.

ເພື່ອນ ມະໄລພອນ ມາຈາກແຂວງຊຽງຂວາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ facebook ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າພວມຮຽນປີທີ 2, ມະຫາວິທະຍາໄລພາສາຕ່າງປະເທດ ຢູ່ຮ່າໂນ້ຍ. ອ້າຍເອື້ອຍນ້ອງ ເຄີຍຮຽນຢູ່ຫວຽດນາມ ໄດ້ເລົ່າສູ່ຟັງວ່າ ຫວຽດນາມ ມີອາຫານແຄມທາງຫຼາຍເຍື່ອງທີ່ແຊບ. ຫວັງວ່າ ອ້າຍເອື້ອຍບັນນາທິການຂອງລາຍການພາສາລາວຈະແນະນຳບັນດາເຍື່ອງອາຫານແຄມທາງທີ່ແຊບໃນຍາມລະດູຮ້ອນຢູ່ຮ່າໂນ້ຍໃຫ້ຂ້າພະເຈົ້າດ້ວຍ. ຂໍຂອບໃຈ

ເພື່ອນ ມະໄລພອນ ທີ່ຮັກແພງ! ເມື່ອເວົ້າເຖິງອາຫານແຄມທາງ ແລະ ອາຫານການກິນ ແນ່ນອນວ່າ ຕ້ອງເຕື້ອງເຖິງຮ່າໂນ້ຍ. ເພາະຢູ່ທີ່ນີ້ ອາຫານແຄມທາງ ນັບພັນໆເຍື່ອງທີ່ແຊບ ແລະ ດຶງດູດໃຈທີ່ສຸດ. ມື້ນີ້ລາຍການພາກພາສາລາວຈະແນະນຳເຍື່ອງອາຫານທີ່ແຊບຢູ່ຮ່າໂນ້ຍ ນັ້ນແມ່ນ ນ້ຳຫວານໝາກແຫ້ວໃສ່ໝາກພ້າວເປັນໜ່ວຍ. ນ້ຳຫວານໝາກແຫ້ວ ໄດ້ບັນຈຸໃສ່ໃນໜ່ວຍໝາກພ້າວ, ແຕ່ສິ່ງທີ່ໜ້າຈັບໃຈທີ່ສຸດນັ້ນແມ່ນ ເພື່ອນສາມາດຮັບປະທານ 3 ລົດຊາດທີ່ແຕກຕ່າງກັນ.

ຊັ້ນທຳອິດແມ່ນນ້ຳຫວານໝາກແຫ້ວ, ຊັ້ນນີ້ມີ topping ຫຼາຍຢ່າງຄື: ໝາກຕານ, ໝາກມີ້, ໄຂ່ມຸກໝາກແຫ້ວ, ລຳໄຍ… ເມື່ອກິນໝົດຊັ້ນນີ້ແລ້ວ ກໍ່ຮອດຊັ້ນວຸ້ນໝາກພ້າວ ແລະ ຊັ້ນທີສາມແມ່ນເນື້ອໝາກພ້າວອ່ອນ ເບິ່ງຄືວ່າທຸກຄົນຜູ້ໃດກໍ່ມັກກິນ.

ພິເສດ, ນ້ຳຫວານໝາກແຫ້ວບໍ່ຫວານປານໃດ ຈັ່ງຊັ້ນເມື່ອກິນຈະຮູ້ສຶກເຢັນໃນ ແລະ ບໍ່ຮູ້ສຶກຫວານເກີນໄປ. ເພື່ອນ ມະໄລພອນ ທີ່ຮັກແພງ, ຫວັງວ່າ ພາຍຫຼັງໄດ້ຮັບຟັງຄຳຕອບຈາກພວກຂ້າພະເຈົ້າແລ້ວ ເພື່ອນຈະໄປລອງຊິມນຳ້ຫວານນີ້ ແລ້ວສົ່ງຄຳຄິດເຫັນຂອງຕົນກ່ຽວກັບເຍື່ອງອາຫານດັ່ງກ່າວໃຫ້ແກ່ພວກຂ້າພະເຈົ້າແດ່ເດີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment (ສະແດງຄຳເຫັນ) ໃນເວັບໄຊ vovworld.vn ຂອງພວກເຮົາໄດ້. ຂໍຂອບໃຈ!

ຕອບກັບ