ແນະ​ນຳ​ກ່ຽວ​ກັບ​ຫໍ​ພິ​ພິ​ທະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ທີ່​ເກົ່າ​ແກ່​ ແມ່​ນ້ຳ ເຮືອງ

Nguyen Xuyen
Chia sẻ
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ 402 ສະບັບ, ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 22 ສະບັບຈາກທ່ານຜູ້ຟັງລາວ.  

ໃນອາທິດຜ່ານມາ, ມີທ່ານຜູ້ຟັງຫຼາຍທ່ານໄດ້ສົ່ງຈົດໝາຍເຖິງລາຍການແບ່ງປັນກ່ຽວກັບຄວາມຮູ້ສຶກຂອງຕົນພາຍຫຼັງໄດ້ໄປທ່ອງທ່ຽວ ຢູ່ ຫວຽດນາມ.

     ເພື່ອນ ເກສອນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ຂຽນວ່າ: ຄອບຄົວຂ້າພະເຈົ້າຫາກໍສິ້ສຸດໄລຍະພັກຜ່ອນຢູ່ ຝູກວັກ. ພວກຂ້າພະເຈົ້າໄດ້ພັກຜ່ອນຢ່າງແທ້ຈິງ ແລະ ຝູກວັກ ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງແກ່ຂ້າພະເຈົ້າ ພ້ອມດ້ວຍຄອບຄົວ, ບໍ່ວ່າຈະເປັນທິວທັດທຳມະຊາດ, ອາຫານການກິນ ແລະ ບັນດາກິດຈະກຳລະຫຼີ້ນບັນເທິງທີ່ໜ້າຈັບອົກຈັບໃຈ ແລະ ໜ້າຈົດຈຳ. ຂອບໃຈບັນນາທິການລາຍການພາສາລາວ ທີ່ໄດ້ແນະນຳບັນດາສະຖານທີ່ທ່ອງທ່ຽວນັ້ນໃຫ້ແກ່ພວກຂ້າພະເຈົ້າ”.

ແນະ​ນຳ​ກ່ຽວ​ກັບ​ຫໍ​ພິ​ພິ​ທະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ທີ່​ເກົ່າ​ແກ່​ ແມ່​ນ້ຳ ເຮືອງ - ảnh 1ຫາດຊາຍ ເຈື່ອງ ຝູກວັກ ຍາມແລງ 

     ສ່ວນເພື່ອນ ລັດສະໝີ ຢູ່ ນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນກ່ຽວກັບການທ່ອງທ່ຽວ ຢູ່ ຍາຈາງ ຄືດັ່ງນີ້: “3 ວັນ 2 ຄືນ, ເວລາບໍ່ພໍເພື່ອໃຫ້ພວກຂ້າພະເຈົ້າຄົ້ນຫາ ຍາຈາງ  ຍ້ອນວ່າ ມີຫຼາກຫຼາຍລາຍການທີ່ໜ້າຈັບໃຈ ແລະ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຢາກຄົ້ນຫາ, ນັບທັງດ້ານວັດທະນະທຳ, ປະຫວັດສາດ ຕະຫຼອດຮອດ ທັດສະນີຍະພາບ ແລະ ອາຫານການກິນ, ພິເສດ, ອາຫານທະເລຢູ່ ຍາຈາງ ແຊບ ແລະ ຖືກຫຼາຍ. ແນ່ນອນວ່າ ພວກຂ້າພະເຈົ້າຈະກັບໄປຢ້ຽມຢາມ ຍາຈາງ ອີກຄັ້ງ ໂດຍມີເວລາທີ່ຍາວກວ່າ”.

     ດີໃຈນຳເດີ ເພື່ອນ ເກສອນ ແລະ ລັດສະໝີ ທີ່ມີໄລຍະເວລາພັກຜ່ອນຢ່າງມ່ວນຊື່ນ ແລະ ຈັບອົກຈັບໃຈ. ພວກຂ້າພະເຈົ້າກໍດີໃຈທີ່ໄດ້ປະກອບສ່ວນເລັກໆນ້ອຍໆເຮັດໃຫ້ການທ່ອງທ່ຽວຂອງທ່ານມີຄວາມໝາຍ ແລະ ຈັບໃຈ. ບັນດາທ່ານຢ່າລືມຕິດຕາມລາຍການຂອງພວກເຮົາຕໍ່ໄປ, ເພາະວ່າ, ພວກຂ້າພະເຈົ້າຈະສືບຕໍ່ແນະນຳຫຼາຍສະຖານທີ່ທ່ອງທ່ຽວທີ່ສວຍງາມຕື່ມອີກ ເພື່ອເປັນອີກທາງເລືອກໜຶ່ງໃຫ້ບັນດາທ່ານ, ຫຼືວ່າ ທ່ານຢາກຊອກຮູ້ກ່ຽວກັບສະຖານທີ່ໃດ ກໍສາມາດຝາກຈົດໝາຍເຖິງລາຍການໄດ້. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະເປັນຂົວຕໍ່ ແລະ ຕອບຈົດໝາຍຂອງທ່ານ ຈົນສຸດຄວາມສາມາດຂອງຕົນ.

ສືບຕໍ່ລາຍການ, ເຊີນທ່ານພ້ອມກັບພວກເຮົາເປີດຈົດໝາຍຂອງເພື່ອນ ຈະເລີນສຸກ ຢູ່ແຂວງ ໄຊສົມບູນ. ໃນຈົດໝາຍ, ເພື່ອນ ຈະເລີນສຸກ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ຫາກໍໄປທ່ຽວ ຮະລອງ ແລະ ເກາະ ກວານລ້ານ ແຂວງ ກວາງນິງ. ຂ້າພະເຈົ້າເຫັນວ່າ ນະຄອນ ກວາງນິງ ພັດທະນາ ແລະ ທັນສະໄໝຫຼາຍ. ຂ້າພະເຈົ້າຢາກຖາມວ່າ ກວາງນິງ ມີສະໜາມບິນບໍ່ ແລະ ຢູ່ ຫວຽດນາມ ມີສະໜາມບິນທັງໝົດຈັກແຫ່ງ? ສະໜາມບິນໃດໃຫຍ່ກວ່າໝູ່?

ຂອບໃຈເພື່ອນທີ່ໄດ້ມາທ່ຽວ ກວາງນິງ ແລະ ສົ່ງຈົດໝາຍມາຫາລາຍການ. ສຳລັບຄຳຖາມຂອງເພື່ອນ, ພວກຂ້າພະເຈົ້າຂໍຕອບດັ່ງນີ້:

ແນະ​ນຳ​ກ່ຽວ​ກັບ​ຫໍ​ພິ​ພິ​ທະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ທີ່​ເກົ່າ​ແກ່​ ແມ່​ນ້ຳ ເຮືອງ - ảnh 2ສະໜາມບິນສາກົນ ເຕິນເຊີນເຍິດ

ຂະແໜງການບິນຂອງ ຫວຽດນາມ ພວມພັດທະນາຢ່າງແຮງ, ໄປຄຽງຄູ່ກັນນັ້ນ ກໍມີສະໜາມບິນຫຼາຍແຫ່ງໄດ້ຮັບການລົງທຶນ ແລະ ກໍ່ສ້າງເປັນທັນສະໄໝ. ຕາມການສະຖິຕິແລ້ວ, ປັດຈຸບັນ, ຫວຽດນາມ ມີສະໜາມບິນພົນລະເຮືອນ 22 ແຫ່ງ, ໃນນັ້ນ ມີສະໜາມບິນສາກົນ 12 ແຫ່ງ ແລະ ສະໜາມບິນພາຍໃນ 10 ແຫ່ງ. ສະໜາມບິນທີ່ໃຫຍ່ກວ່າໝູ່ຂອງ ຫວຽດນາມ ແມ່ນສະໜາມບິນສາກົນ ເຕິນເຊີນເຍິດ (ນະຄອນ ໂຮ່ຈີມິນ) ເຊິ່ງມີເນື້ອທີ່ທັງໝົດ 850 ເຮັກຕາ, ຄາດວ່າ ສາມາດຮັບໃຊ້ຜູ້ໂດຍສານໄດ້ປະມານ 28 ລ້ານເທື່ອຄົນຕໍ່ປີ. ແຕ່ ໃນປີ 2019 ຜ່ານມາ, ໄດ້ຕ້ອນຮັບຜູ້ໂດຍສານເຖິງ 41 ລ້ານເທື່ອຄົນ.

ສ່ວນຢູ່ ກວາງນິງ ມີສະໜາມບິນສາກົນ 1 ແຫ່ງ, ນັ້ນແມ່ນສະໜາມບິນສາກົນ ເວິນໂດນ. ນີ້ແມ່ນສະໜາມບິນເອກະຊົນແຫ່ງທຳອິດຂອງ ຫວຽດນາມ ແລະ ໄດ້ເປີດນຳໃຊ້ແຕ່ປີ 2018. ສະໜາມບິນແຫ່ງນີ້ ຫ່າງຈາກນະຄອນ ຮະລອງ ປະມານ 60 ກິໂລແມັດ. ປັດຈຸບັນ, ສະໜາມບິນສາກົນ ເວິນໂດນ ຮັບຖ້ຽວບິນຈາກ ດ່າໜັງ ແລະ ໂຮ່ຈີມິນ, ພ້ອມກັບບັນດາຖ້ຽວບິນສາກົນຄື ສ.ເກົາຫຼີ, ຍີ່ປຸ່ນ, ຈີນ… ດ້ວຍສະມັດຕະພາບຕ້ອນຮັບແຂກທ່ອງທ່ຽວໄດ້ເຖິງ 2 ລ້ານເທື່ອຄົນຕໍ່ປີ.  

ມ້ວນທ້າຍລາຍການ, ພວກຂ້າພະເຈົ້າຂໍຕອບຈົດໝາຍຂອງເພື່ອນ ດວງມາລາ ໂດຍຢາກໃຫ້ລາຍການແນະນຳກ່ຽວກັບ ຫໍພິພິທະພັນ ເຄື່ອງປັ້ນດິນເຜົາເກົ່າແກ່ ແມ່ນ້ຳເຮືອງ ຢູ່ ເຫວ້.

ແນະ​ນຳ​ກ່ຽວ​ກັບ​ຫໍ​ພິ​ພິ​ທະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​ທີ່​ເກົ່າ​ແກ່​ ແມ່​ນ້ຳ ເຮືອງ - ảnh 3ແຂກເຂົ້າຢ້ຽມຊົມຫໍພິພິທະພັນເປັນຈຳນວນຫຼາຍ (ພາບ:vnexpress.net)

ຫໍພິພິທະພັນເຄື່ອງປັ້ນດິນເຜົ່າເກົ່າແກ່ແມ່ນ້ຳເຮືອງ ຕັ້ງຢູ່ໃກ້ວັດ ທຽນມຸ ຢູ່ແຄມແມ່ນ້ຳເຮືອງ, ນະຄອນ ເຫວ້. ນີ້ກໍແມ່ນໜຶ່ງໃນບັນດາສະຖານທີ່ຈັບໃຈທີ່ບໍ່ຄວນພາດໃນການຄົ້ນຫາ ເຫວ້. ເພາະວ່າ, ນີ້ແມ່ນຫໍພິພິທະພັນແຫ່ງດຽວທີ່ວາງສະແດງວັດຖຸພັນເຄື່ອງປັ້ນດິນເຜົາເກົ່າແກ່ ທີ່ໄດ້ຂຸດຄົ້ນຈາກໃຕ້ແມ່ນ້ຳ ເຮືອງ.

ຫໍພິພິທະພັນເຄື່ອງປັ້ນດິນເຜົາເກົ່າແກ່ ແມ່ນ້ຳເຮືອງ ແມ່ນຫໍພິພິທະພັນເອກະຊົນ ແລະ ເປີດບໍລິການຕ້ອນຮັບແຂກເຂົ້າຊົມແຕ່ເດືອນ ເມສາ ປີ 2022. ນີ້ແມ່ນເຂດວາງສະແດງເຄື່ອງປັ້ນດິນເຜົາເກົ່າແກ່ ໂດຍ ທ່ານນາງ ສາດສະດາຈານ. ປອ ຖາຍກິມລານ ແລະ ອ້າຍຂອງເພິ່ນ ອະດີດນັກແຕ້ມ ຖ໋າຍງວຽນບ໊າ ໄດ້ເກັບສະສົມ, ຮັກສາມາເປັນເວລາເກືອບ 40 ປີ. ປັດຈຸບັນ, ຫໍພິພິທະພັນ ພວມເກັບຮັກສາວັດຖຸພັນກວ່າ 5000 ຢ່າງ. ສ່ວນຫຼາຍແມ່ນເຄື່ອງປັ້ນດິນເຜົາ ທີ່ໄດ້ຂຸດຄົ້ນມາຈາກໃຕ້ແມ່ນ້ຳເຮືອງ ຈາກຫຼາຍຍຸກຫຼາຍສະໄໝ ແລະ ນັບທັງເຄື່ອງປັ້ນດິນເຜົາທີ່ໄດ້ຜະລິດຢູ່ໝູ່ບ້ານເກົ່າແກ່ ເຟືອກຕິກ ແລະ ໝີຊວຽນ, ເທື່ອທຽນເຫວ້ ອີກດ້ວຍ. ຢູ່ຫໍພິພິທະພັນເຄື່ອງປັ້ນດິນເຜົາເກົ່າແກ່ແມ່ນ້ຳເຮືອງ ໄດ້ວາງສະແດງ ແລະ ແນະນຳວັດຖຸພັນຕາມ 4 ໝວດ, ລວມມີ: ເຄື່ອງປັ້ນດິນເຜົາແມ່ນ້ຳເຮືອງ; ເສື້ອຍາວສະໄໝວົງຕະກຸນ ຫງວຽນ; ວັດຖຸພັນເຮັດດ້ວຍທອງ ແລະ ວັດຖຸພັນເຮັດດ້ວຍໄມ້. ບັນດາວັດຖຸພັນນີ້ ລ້ວນແຕ່ແມ່ນເຄື່ອງອຸປະກອນທີ່ຕິດພັນຢ່າງໃກ້ຊິດ ແລະ ສ່ອງແສງຊີວິດການເປັນຢູ່ຂອງປະຊາຊົນຜ່ານແຕ່ລະໄລຍະປະຫວັດສາດຢ່າງລະອຽດ. ຜ່ານບັນດາວັດຖຸພັນເຫຼົ່ານັ້ນ, ຈະຊ່ວຍໃຫ່ທ່ານມີຄວາມເຂົ້າໃຈກ່ຽວກັບການພົວພັນແລກປ່ຽນລະຫວ່າງບັນດາເຂດພາກຂອງ ຫວຽດນາມ ແລະ ການພົບປະແລກປ່ຽນຂອງປະຊາຊົນ ເຫວ້ ກັບຫຼາຍປະເທດໃນພາກພື້ນ ແລະ ໃນໂລກອີກດ້ວຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນໂດຍຫຍໍ້ກ່ຽວກັບ ຫໍພິພິທະພັນເຄື່ອງປັ້ນດິນເຜົາເກົ່າແກ່ແມ່ນ້ຳເຮືອງ. ຫວັງວ່າ ເວລາມາຢາມ ເຫວ້ ເພື່ອນ ດວງມາລາ ແລະ ທ່ານຜູ້ຟັງ ຈະແວ່ຢາມຫໍພິພິທະພັນແຫ່ງນີ້ ແລະ ແບ່ງປັນຄວາມຮູ້ສຶກຂອງຕົນໃຫ້ແກ່ພວກຂ້າພະເຈົ້າໄດ້ຮັບຊາບນຳແດ່. ສ່ວນລາຍການໂອ້ລົມກັບເພື່ອນລາວພາກນີ້ ຂໍສິ້ນສຸດລົງພຽງເທົ່ານີ້.  ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ, ມີຄວາມສົໃຈຕໍ່ບັນຫາໃດໜຶ່ງ, ກໍສາມາດາກຈົດໝາຍມາຍັງລາຍການຂອງພວກເຮົາ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້./.

ຕອບກັບ