ແນະ​ນຳ​ ​ສູນ​ທັດ​ສະ​ນະ​ສຶກ​ສາ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ກຸຍ​ເຍິນ

Nguyen Xuyen
Chia sẻ
(VOVWORLD) - ເຊີນທ່ານພ້ອມກັບບັນນາທິການຂອງລາຍການ ເປີດອ່ານເນື້ອໃນຄຳເຫັນຂອງຈົດໝາຍບາງສະບັບ ໃນຈຳນວນຈົດໝາຍທັງໝົດ 397 ສະບັບ ທີ່ໄດ້ສົ່ງມາ VOV5 ໃນອາທິດຜ່ານມາ, ສະເພາະລາຍການພາກພາສາ ລາວ ມີ 18 ສະບັບ.

ໃນອາທິດຜ່ານມາ, ເພື່ອນ Jayanta Chakrabarty ຈາກ ອິນເດຍ ໄດ້ຝາກຈົດໝາຍເຖິງ VOV5 ໂດຍແບ່ງປັນວ່າ: “ຂ້າພະເຈົ້າຊົມຊອບ ແລະ ຍາມໃດກໍລໍຖ້າຟັງ ແລະ ອ່ານຂ່າວສາກົນໃນລາຍການກະຈາຍສຽງພາກພາສາ ອັງກິດ ຂອງ VOV5. ຍາມໃດຂ້າພະເຈົ້າກໍຕິດຕາມ ແລະ ສະໜັບສະໜູນບັນດາລາຍການຂອງພວກເພື່ອນ”.

ສ່ວນເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍເຖິງລາຍການພາກພາສາ ລາວ ໂດຍແບ່ງປັນວ່າ: VOV5 ບໍ່ພຽງແຕ່ສະເໜອງຂໍ້ມູນຂ່າວກ່ຽວກັບສະພາບການຂອງ ຫວຽດນາມ ແລະ ສາກົນ ເທົ່ານັ້ນ ຫາກຍັງເປັນບ່ອນເພື່ອໃຫ້ພວກຂ້າພະເຈົ້າຝຶກຮຽນພາສາຕ່າງປະເທດ ດ້ວຍເນື້ອໃນທີ່ອຸດົມສົມບູນ ແລະ ຫຼາກຫຼາຍ. ມື້ໃດຂ້າພະເຈົ້າກໍໄດ້ອ່ານຂ່າວ ກໍ່ຄືຮຽນພາສາ ຫວຽດ ໃນເວັບໄຊ vovworld.vn ໄປພ້ອມ”.

ຄືດັ່ງຄຳແບ່ງປັນຂອງເພື່ອນ ຈັນທິມາ. ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ເມື່ອ VOV5 ແມ່ນອົງການສື່ມວນຊົນທີ່ມີລາຍການກະຈາຍສຽງດ້ວຍພາສາຕ່າງປະເທດຫຼາຍກວ່າໝູ່ຢູ່ ຫວຽດນາມ. ນອກຈາກລາຍການພາສາ ລາວ, ພາສາ ອັງກິດ, ພາສາ ຫວຽດ ແລ້ວ, VOV5 ຍັງມີລາຍການກະຈາຍສຽງພາກພາສາ ຝລັ່ງ, ເຢຍລະມັນ, ແອັດສະປາຍ, ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ອິນໂດເນເຊຍ, ໄທ, ຈີນ ອີກດ້ວຍ. ນີ້ກໍແມ່ນແຫຼ່ງຂໍ້ມູນເອກະສານທີ່ຫຼາກຫຼາຍສຳລັບຜູ້ຮັກມັກການຮຽນພາສາຕ່າງປະເທດ.

ດັ່ງທີ່ກ່າວມາຄັ້ງເທິງ ແມ່ນ 2 ໃນຈຳນວນຈົດໝາຍຫຼາຍສະບັບທີ່ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ. ພວກຂ້າພະເຈົ້າ ຂໍຝາກຄຳຂອບໃຈຢ່າງຈິງໃຈ ແລະ ເຄົາລົບທຸກຄຳເຫັນປະກອບ ກໍຄືນ້ຳໃຈຄວາມຮັກແພງເຊິ່ງທ່ານຜູ້ຟັງທັງຫຼາຍສະຫງວນໃຫ້ແກ່ VOV5. ຫວັງວ່າ ພວກເພື່ອນຈະສືບຕໍ່ຕິດຕາມລາຍການ ແລະ ແບ່ງປັນສູ່ໝູ່ເພື່ອນ, ພີ່ນ້ອງ, ເພື່ອນຮ່ວມງານ ໃຫ້ໄດ້ຮູ້ຈັກເຖິງ VOV5 ຫຼາຍກວ່າອີກ.

ຕໍ່ໄປນີ້ ພວກຂ້າພະເຈົ້າຂໍຕອບຈົດໝາຍບາງສະບັບເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາ ລາວ ໃນອາທິດຜ່ານມາ.

ຜ່ານການຕິດຕາມຂ່າວເຫັນວ່າ ມີຫຼາຍແຂວງຂອງ ລາວ ຖືກຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ, ເພື່ອນ ຫງວຽນເທແອັງ ຢູ່ ຮຶງອຽນ, ເພື່ອນ ຫງວຽນທິຮົ່ງຍຸງ ເຄີຍໄປຮ່ຳຮຽນຢູ່ ລາວ ໄດ້ສົ່ງຈົດໝາຍເຖິງລາຍການພາກພາສາ ລາວ ເພື່ອຖາມຂ່າວຄາວ, ສະພາບການ ແລະ ຂໍແບ່ງເບົາກັບປະຊາຊົນລາວ. ເພື່ອນທັງສອງປາດຖະໜາວ່າ: “ຜ່ານທາງລາຍການ, ພວກຂ້າພະເຈົ້າ  ຢາກຝາກຄຳແບ່ງປັນ ແລະ ກຳລັງໃຈເຖິງບັນດາຄອບຄົວທີ່ປະສົບເຄາະຮ້າຍຈາກເຫດຝົນຕົກໜັກ, ນ້ຳຖ້ວມໃນໄລຍະຜ່ານມາ ແລະ ຫວັງວ່າ ພໍ່ແມ່ພີ່ນ້ອງຈະກັບຄືນສູ່ຊີວິດທີ່ເປັນປົກກະຕິໂດຍໄວ”.

ຂອບໃຈເພື່ອນ ຫງວຽນເທແອັງ ແລະ ຫງວຽນທິຮົ່ງຍຸງ ທີ່ໄດ້ເອົາໃຈໃສ່, ມີຄວາມຮັກແພງ ແລະ ສົ່ງຄຳແບ່ງປັນ, ກຳລັງໃຈໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ລາວ. ພວກຂ້າພະເຈົ້າຈະຝາກນ້ຳໃຈຄວາມຮັກແພງ ແລະ ກຳລັງໃຈຂອງເພື່ອນທັງສອງເຖິງພໍ່ແມ່ພີ່ນ້ອງຊາວ ລາວ ຜ່ານຄື້ນກະຈາຍສຽງຂອງ VOV. ພວກເຮົາຕ່າງກໍປາດຖະໜາວ່າ ພໍ່ແມ່ພີ່ນ້ອງຈະແກ້ໄຂຄວາມຫຍຸ້ງຍາກໄດ້ໂດຍໄວ ແລະ ມີມາດຕະການເພື່ອປ້ອງກັນ, ຕ້ານໄພທຳມະຊາດຢ່າງມີປະສິດທິຜົນກວ່າອີກ.

ເຖິງວ່າ ພວມປະເຊີນໜ້າກັບຜົນກະທົບຈາກໄພທຳມະຊາດກໍຕາມ, ແຕ່ນອກຈາກການສົ່ງຮູບພາບກ່ຽວກັບສະພາບການຝົນຕົກນ້ຳຖ້ວມທີ່ເກີດຂຶ້ນຢູ່ ຄຳມ່ວນ - ບ້ານເກີດຂອງຕົນແລ້ວ, ເພື່ອນ ທອນສະໄໝ ກໍບໍ່ລືມທີ່ຈະຢື້ຢາມຖາມຂ່າວ ແລະ ໃຫ້ຄວາມສົນໃຈຕໍ່ສະພາບການຝົນຕົກນ້ຳຖ້ວມຢູ່ ຫວຽດນາມ. ຈົດໝາຍເພື່ອນໄດ້ຂຽນວ່າ: “ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ ໄດ້ກໍ່ຜົນກະທົບຢ່າງໜັກໜ່ວງຕໍ່ຫຼາຍປະເທດ, ໃນນັ້ນ ມີບ້ານເກີດຂອງຂ້າພະເຈົ້າ. ບໍ່ຮູ້ວ່າ ສະພາບການຢູ່ ຫວຽດນາມ ໃນອາທິດຜ່ານມາເປັນຄືແນວໃດ?”

ແນະ​ນຳ​ ​ສູນ​ທັດ​ສະ​ນະ​ສຶກ​ສາ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ກຸຍ​ເຍິນ - ảnh 1ຝົນຕົກໜັກຫຼາຍມື້ລຽນຕິດ ເຮັດໃຫ້ດິນເຊາະເຈືອນຢູ່ຫຼາຍບ່ອນໃນຫຼາຍແຂວງຂອງ ຫວຽດນາມ

ເພື່ອນ ທອນສະໄໝ  ພ້ອມດ້ວຍທ່ານຜູ້ຟັງທີ່ຮັກແພງທັງຫຼາຍ! ກໍຄືກັນກັບຢູ່ລາວ, ບາງແຂວງຢູ່ ຫວຽດນາມ ກໍຖືກຜົນກະທົບຢ່າງໜັກໜ່ວງຈາກຝົນຕົກນ້ຳຖ້ວມ. ພິເສດແມ່ນບັນດາແຂວງຢູ່ທາງທິດຕາເວັນຕົກສ່ຽງເໜືອຄື ອຽນບາຍ, ລາຍເຈົາ, ດ້ຽນບຽນ ແລະ ບັນດາແຂວງຢູ່ ໄຕງວຽນ ຄື ເລິມດົ່ງ, ດັກນົງ. ຫຼາຍຫຼັງຄາເຮືອນຖືກພັດໄປ, ຖືກດິນຖົມ ຍ້ອນເກີດດິນເຊາະເຈື່ອນຢູ່ຫຼາຍແຫ່ງ ເຮັດໃຫ້ປະຊາຊົນຈຳນວນໜຶ່ງເສຍຊີວິດ ແລະ ຖືກບາດຈັບ. ເສັ້ນທາງຫຼາຍສາຍຖືກຕັດຂາດ, ເນື້ອທີ່ປູກຝັງຫຼາຍເຮັກຕາຖືກຜົນກະທົບ.

ຫວັງວ່າ ດ້ວຍຄວາມສາມັກຄີ, ຄຳແບ່ງປັນ ແລະ ກຳລັງໃຈເຊິ່ງປະຊາຊົນສອງປະເທດມີຕໍ່ກັນນັ້ນ  ຈະຊ່ວຍໃຫ້ປະຊາຊົນບັນເທົາໄດ້ຄວາມເສຍຫາຍສ່ວນໃດສ່ວນໆ ແລະ ພາວະນາຂໍໃຫ້ບັນດາຄອບຄົວທີ່ຖືກປະສົບເຄາະຮ້າຍໃນຄັ້ງນີ້ ຕະກັບຄືນສູ່ຊີວິດທີ່ເປັນປົກກະຕິໂດຍໄວ

ແນະ​ນຳ​ ​ສູນ​ທັດ​ສະ​ນະ​ສຶກ​ສາ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ກຸຍ​ເຍິນ - ảnh 2ແຂກທ່ອງທ່ຽວຊອກຮູ້ກ່ຽວກັບລະບົບສຸລິຍາ ຢູ່ສູນທັດສະນະສຶກສາວິທະຍາສາດ ກຸຍເຍີນ (ພາບ: thanhnien.vn)

ກ່ອນທີ່ສິ້ນສຸດລາຍການ, ພວກຂ້າພະເຈົ້າຂໍແນະນຳກ່ຽວກັບ ສູນທັດສະນະສຶກສາວິທະຍາສາດ ຢູ່ ກຸຍເຍິນ, ແຂວງ ບິ່ງດິ້ງ ຂອງ ຫວຽດນາມ. ນີ້ແມ່ນຄຳຖາມຂອງເພື່ອນ ຄຳປະເສີດ ຢູ່ແຂວງ ບໍລິຄຳໄຊ ທີ່ໄດ້ສົ່ງມາລາຍການໃນອາທິດຜ່ານມາ.

ສູນທັດສະນະສຶກສາວິທະຍາສາດ ກຸຍເຍິນ ຕັ້ງຢູ່ເຮືອນເລກທີ 10, ຖະໜົນໃຫຍ່ ຄວາຮອກ, ຕາແສງ ເຢັງຣາງ, ນະຄອນ ກຸຍເຍິນ, ແຂວງ ບິ່ງດິ່ງ ແລະ ເລີ່ມເປີດປະຕູຕ້ອນຮັບແຂກມາຢ້ຽມຊົມແຕ່ປີ 2022. ສະຖານທີ່ແຫ່ງນີ້ ໄດ້ຮັບຖືວ່າ ແມ່ນສູນວິທະຍາສາດຈັກກະວານແຫ່ງທຳອິດຢູ່ ຫວຽດນາມ ແລະ ເປັນແຫ່ງທີ 2 ຢູ່ ອາຊີຕາເວັນອອກສ່ຽງໃຕ້. ສູນແຫ່ງນີ້ ທັງເປັນບ່ອນສຶກສາກ່ຽວກັບວິທະຍາສາດຈັກກະວານ, ທັງເປັນບ່ອນພັດທະນາການທ່ອງທ່ຽວວິທະຍາສາດ. ຈຸດພົ້ນເດັ່ນທີ່ສຸດຂອງສູນແຫ່ງນີ້ແມ່ນ ໜ່ວຍວົງກົມຈຳລອງຈັກກະວານ Omniglobe ດ້ວຍເລື່ອງລາວກ່ຽວກັບໜ່ວຍໂລກ ແລະ ລະບົບສຸລິຍະ ຫຼາຍກວ່າ 30 ເລື່ອງ, ພ້ອມກັບຫ້ອງວາງສະແດງຕາມຫົວຂໍ້ຕ່າງໆ 7 ຫ້ອງ. ເມື່ອມາຢາມສະຖານທີ່ແຫ່ງນີ້, ທ່ານຈະໄດ້ຊອກຮູ້ກ່ຽວກັບລະບົບສຸລິຍະ, ດວງຈັນ ແລະ ຈັກກະວານ. ນອກຈາກນັ້ນແລ້ວ, ທ່ານກໍຍັງຈະໄດ້ສຳຜັດໂດຍກົງກັບບັນດາປະກົດການທຳມະຊາດ, ສາຍເຫດເກີດນ້ຳຂຶ້ນລົງ, ພາຍຸ, ນ້ຳຖ້ວມ, ຟ້າຮ້ອງ ແລະ ປະກົດການອື່ນໆທີ່ເກີດໃນຊີວິດປະຈຳວັນ ຢ່າງຈັບອົກຈັບໃຈ; ໄດ້ຮັບຊົມການສະແດງວິທະຍາສາດຟີຊິກ; ຮູບເງົາທີ່ມີຊີວິດຊີວາກ່ຽວກັບຫຼາຍຫົວຂໍ້ວິທະຍາສາດ; ພິເສດແມ່ນ ໄດ້ຊົມທ້ອງຟ້າຜ່ານກ້ອງດາລາສາດ ແລະ ຖ່າຍຮູບທີ່ໄດ້ມາຈາກກ້ອງດັ່ງກ່າວອີກດ້ວຍ.

ຫວັງວ່າ ບັນດາທ່ານຜູ້ຟັງ ຈະເປັນໜຶ່ງໃນຈຳນວນແຂກຫຼາຍຄົນທີ່ໄປຢ້ຽມຊົມສູນທັດສະນະສຶກສາວິທະຍາສາດ ກຸຍເຍິນ ນີ້ ໃນໄລຍະຈະມາເຖິງ.

     ລາຍການໂອ້ລົມກັບເພື່ອນລາວພາກນີ້ ຂໍສິ້ນສຸດລົງພຽງເທົ່ານີ້.  ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ, ມີຄວາມສົໃຈຕໍ່ບັນຫາໃດໜຶ່ງ, ກໍສາມາດາກຈົດໝາຍມາຍັງລາຍການຂອງພວກເຮົາ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້./. ຂໍຂອບໃຈ!

ຕອບກັບ