ເຂົ້າເໝົ້າແມ່ນອາຫານທີ່ເປັນເອກະລັກສະເພາະໃນລະດູໃບໄມ້ຫຼົ່ນຢູ່ຂອງຮ່າໂນ້ຍ

Minh Duc
Chia sẻ
(VOVWORLD) -ເພື່ອນ ວິໄລສຸກ ທີ່ຮັກແພງ, ເຂົ້າເໝົ້າ ແມ່ນໜຶ່ງໃນອາຫານຫຼາຍເຍື່ອງທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ ເມື່ອລະດູໃບໄມ້ຫຼົ່ນວຽນມາ. ເຂົ້າເໝົ້າມີຊື່ສຽງທີ່ສຸດແມ່ນ ເຂົ້າເໝົ້າບ້ານວ່ອງ, ຂຶ້ນກັບບ້ານ ຢິກວ້ອງ, ເມືອງ ເກົ່າເຢີ໊ຍ, ຮ່າໂນ້ຍ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 413 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ 11 ສະບັບຈາກທ່ານຜູ້ຟັງຄື: ເພື່ອນ ສຸວັນນະສອນ, ຢູ່ແຂວງ ຫຼວງນ້ຳທາ, ເພື່ອນ ດາລາວັນ ຢູ່ແຂວງ ຫົວພັນ, ເພື່ອນ ວິໄລສຸກ ຢູ່ແຂວງ ຈຳປາສັກ…

ເຂົ້າເໝົ້າແມ່ນອາຫານທີ່ເປັນເອກະລັກສະເພາະໃນລະດູໃບໄມ້ຫຼົ່ນຢູ່ຂອງຮ່າໂນ້ຍ - ảnh 1 ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37

(ພາບ: VGP)

ເພື່ອນ ສຸວັນນະສອນ, ຢູ່ແຂວງ ຫຼວງນ້ຳທາ, ໄດ້ສົ່ງຂໍຄວາມທາງ Facebook ມາຫາລາຍການ ສະແດງຄວາມຊົມເຊີຍຕໍ່ເລື່ອງຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງປະສົບຜົນສຳເລັດຢ່າງຈົບງາມ. ເພື່ອນ ສຸວັນນະສອນ ໃຫ້ຮູ້ວ່າ: ຫົວຂໍ້ຂອງປີອາຊຽນ 2020 ທີ່ວ່າ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນຖືກຕ້ອງກັບສະພາບຕົວຈິງທີ່ສຸດ ໃນສະພາບໂລກລະບາດໂຄວິດ-19 ພວມສົ່ງຜົນສະທ້ອນເຖິງທົ່ວພາກພື້ນ ແລະ ໃນໂລກ. ດ້ວຍຄວາມມານະພະຍາຍາມ, ມີໄຫວພິບ ແລະ ໜ້າທີ່ຮັບຜິດຊອບ, ຫວຽດນາມ ໄດ້ປະຕິບັດສຳເລັດບົດບາດປະສານງານ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງບັນດາປະເທດສະມາຊິກ ກໍຄືບັນດາຄູ່ຮ່ວມມືຂອງອາຊຽນ. ບັນດາຂໍ້ລິເລີ່ມເຊິ່ງຫວຽດນາມ ຍົກອອກມາໃນປີເປັນປະທານອາຊຽນ 2020 ແມ່ນເໝາະສົມ ແລະ ຍົກສູງກຳລັງຄວາມສາມາດຮັບມືຂອງອາຊຽນ.

ໃນອາທິດຜ່ານມາ, ລາຍການພາກພາສາລາວ ສືບຕໍ່ໄດ້ຮັບຂໍ້ຄວາມ, ໂທລະສັບ ຈາກທ່ານຜູ້ຟັງຫຼາຍທ່ານຄື: ເພື່ອນ ດາລາວັນ, ເພັດມາລີ, ມາລີວົງສາ… ເຊິ່ງໄດ້ແບ່ງປັນກ່ຽວກັບບັນດາຄວາມເສຍຫາຍທີ່ເກີດຈາກພາຍຸຫຼາຍຫົວພັດເຂົ້າພາກກາງຫວຽດນາມ ໃນໄລຍະຜ່ານມາ. ບັນດາທ່ານຜູ້ຟັງໄດ້ສົ່ງຄຳຢື້ຢາມຖາມຂ່າວ, ລະດົມກຳລັງໃຈເຖິງປະຊາຊົນຢູ່ບັນດາແຂວງທາງພາກກາງຂອງຫວຽດນາມ ແລະ ຫວັງວ່າ, ປະຊາຊົນຢູ່ເຂດນີ້ຈະຜ່ານຜ່າຄວາມຫຍຸ້ງຍາກ, ສ້າງຊີວິດໃຫ້ເປັນປົກະຕິຄືນໃໝ່ໂດຍໄວ.

ເຂົ້າເໝົ້າແມ່ນອາຫານທີ່ເປັນເອກະລັກສະເພາະໃນລະດູໃບໄມ້ຫຼົ່ນຢູ່ຂອງຮ່າໂນ້ຍ - ảnh 2 ເຂົ້າເໝົ້າບ້ານວ່ອງ

(ພາບອີນເຕີແນັດ)

ແລະກໍ່ໃນອາທິດຜ່ານມາ, ເພື່ອນ ວິໄລສຸກ ຢູ່ແຂວງ ຈຳປາສັກ ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການ ຢາກຮູ້ວ່າເຂົ້າເໝົ້າແມ່ນອາຫານທີ່ເປັນເອກະລັກສະເພາະໃນລະດູໃບໄມ້ຫຼົ່ນຢູ່ຂອງຮ່າໂນ້ຍ ບໍ່? ເພື່ອນຢາກຟັງການແນະນຳກ່ຽວກັບບັນດາເຍື່ອງອາຫານທີ່ໄດ້ປຸງແຕ່ງຈາກເຂົ້າເໝົ້ານີ້.

ເພື່ອນ ວິໄລສຸກ ທີ່ຮັກແພງ, ເຂົ້າເໝົ້າ ແມ່ນໜຶ່ງໃນອາຫານຫຼາຍເຍື່ອງທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ ເມື່ອລະດູໃບໄມ້ຫຼົ່ນວຽນມາ. ເຂົ້າເໝົ້າມີຊື່ສຽງທີ່ສຸດແມ່ນ ເຂົ້າເໝົ້າບ້ານວ່ອງ, ຂຶ້ນກັບບ້ານ ຢິກວ້ອງ, ເມືອງ ເກົ່າເຢີ໊ຍ, ຮ່າໂນ້ຍ. ຕາມຜູ້ມີອາຍຸສູງຢູ່ບ້ານວ່ອງແລ້ວ, ຊື່ເຂົ້າເໝົ້າບ້ານວ່ອງ ແມ່ນເລີ່ມມາຈາກທີ່ຕັ້ງດ້ານພູມສາດຂອງບ້ານ ແມ່ນຕັ້ງຢູ່ເສັ້ນທາງວົງມົນ, ໝາຍຄວາມວ່າ ໄປອ້ອມບ້ານຕາມເສັ້ນທາງໜຶ່ງ. ໃນລະດູໃບໄມ້ຫຼົ່ນກ່ອນນີ້ນັບພັນປີ, ເມື່ອຕົ້ນເຂົ້າເລີ່ມຖອດຮວງ ຖືກຝົນຕົກໜັກ, ລົມແຮງ, ຄັນຄູແຕກ, ເຂົ້າກໍ່ຖືກຈົມນ້ຳໝົດ. ຊາວບ້ານ ວ່ອງ ກໍ່ຕ້ອງຕັດຮວງມາຂົ້ວ, ເປັນອາຫານປະໄວ້ກິນ, ຕ້ານໄພອຶດຫິວ. ບໍ່ຄິດເລີຍວ່າຜະລິດຕະພັນນັ້ນຈະມີກິນຫອມພິເສດສະເພາະ, ມີຄວາມດຶງດູດ ເຮັດໃຫ້ຊາວບ້ານ ວ່ອງ ເຮັດເປັນປະຈຳເພື່ອກິນໃນຍາມລະດູໃບໄມ້ຫຼົ່ນ. ແລະບໍ່ຮູ້ວ່ານັບແຕ່ເມື່ອໃດ ອາຫານເຍື່ອງນີ້ໄດ້ກາຍເປັນອາຫານທີ່ເປັນເອກະລັກສະເພາະຂອງຊາວຮ່າໂນ້ຍ. ມີຫຼາຍຄົນຮູ້ຈັກເຖິງເຂົ້າເໝົ້າບ້ານວ່ອງ ແລະ ເຂົ້າເໝົ້ານີ້ກໍ່ໄດ້ປຸງແຕ່ງເປັນອາຫານຫຼາຍເຍື່ອງ, ເຊິ່ງຫຼາຍຄົນມັກກິນຄື: ກະແລມເຂົ້າເໝົ້າ, ຢໍເຂົ້າເໝົ້າ, ນ້ຳຫວານເຂົ້າເໝົ້າ, ເຂົ້າໜົມເຂົ້າເໝົ້າ… ບັນດາຜະລິດຕະພັນທີ່ເຮັດມາຈາກເຂົ້າເໝົ້າໄດ້ວາງຂາຍຢູ່ຫຼາຍບ່ອນໃນຕົວເມືອງຮ່າໂນ້ຍ. ຖ້າມີໂອກາດ, ເຊີນເພື່ອນມາຊີມບັນດາເຍື່ອງອາຫານທີ່ເປັນເອກະລັກຂອງລະດູໃບໄມ້ຫຼົ່ນຮ່າໂນ້ຍ ແລະ ແບ່ງປັນຄວາມຮູ້ສຶກກັບພວກຂ້າພະເຈົ້າກ່ຽວກັບອາຫານເຍື່ອງນີ້ເດີ.

ເຂົ້າເໝົ້າແມ່ນອາຫານທີ່ເປັນເອກະລັກສະເພາະໃນລະດູໃບໄມ້ຫຼົ່ນຢູ່ຂອງຮ່າໂນ້ຍ - ảnh 3 (ພາບປະກອບອີນເຕີແນັດ)

ໂດຍສືບຕໍ່ແນະນຳບັນດາບົດກ່ຽວກັບໝາກຜົນການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ປີ 2020. ອາທິດນີ້, ພວກຂ້າພະເຈົ້າຂໍແນະນຳເຖິງທ່ານຜູ້ຟັງບັນດາບົດເສັງທີ່ໄດ້ສົ່ງເຂົ້າມາທາງ VOV ໂດຍມີຄຳຕອບດີທີ່ສຸດໃຫ້ແກ່ຄຳຖາມທີ 4 ກ່ຽວກັບຫົວເລື່ອງມໍລະດົກບໍ່ເປັນວັດຖຸຂອງຫວຽດນາມ ເຊິ່ງໄດ້ຮັບການຮັບຮອງເອົາຈາກອົງການ UNESCO.

ອາດເວົ້າໄດ້ວ່າ, ຄຳຖາມນີ້ແມ່ນໜຶ່ງໃນບັນດາຄຳຖາມທີ່ໄດ້ຮັບຄຳຕອບຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ດຶງດູດທີ່ສຸດຈາກບັນດາທ່ານຜູ້ຟັງ. ຜ່ານບັນດາຄຳຕອບຂອງທ່ານຜູ້ຟັງ, ຄະນະຈັດຕັ້ງເຫັນວ່າ ມີທ່ານຜູ້ຟັງຫຼາຍຄົນໄດ້ສະຫງວນຄວາມຮັກ ແລະ ມີຄວາມເຂົ້າໃຈດີກ່ຽວກັບທາງດ້ານວັດທະນະທຳ-ສັງຄົມຂອງຫວຽດນາມ. ບັນດາບົດເສັງທີ່ສົ່ງມາລ້ວນແຕ່ໄດ້ຍົກອອກຊື່ຢ່າງຖືກຕ້ອງໜ້ອຍສຸດແມ່ນ 5 ໃນຈຳນວນ 13 ມໍລະດົກບໍ່ເປັນວັດຖຸຂອງຫວຽດນາມ, ເຊິ່ງໄດ້ຮັບການຮັບຮອງເອົາຈາກອົງການ UNESCO. ພິເສດ, ມີທ່ານຜູ້ຟັງຫຼາຍຄົນໄດ້ຍົກອອກຊື່ຢ່າງຖືກຕ້ອງ, ຄົບຖ້ວນທັງ 13 ມໍລະດົກ ກໍຄືປີທີ່ໄດ້ຮັບຮອງ, ນັ້ນແມ່ນ: ການປະຕິບັດຂັບແທນ, ໄດ້ຮັບຮອງເອົາເມື່ອປີ 2019; ສິລະປະ ບ່າຍຈ່ອຍຂອງພາກກາງຫດຽດນາມ, ໄດ້ຮັບຮອງເອົາເມື່ອປີ 2017; ການເຫຼື້ອມໄສໄຫວ້ບູຊາພະແມ່ 3 ພະນາງຂອງຊາວຫວຽດນາມ, ໄດ້ຮັບຮອງເອົາເມື່ອປີ 2016; ພິທີກຳ ແລະ ດຶງເຊືອກຂອງຫວຽດນາມ ແລະ 3 ປະເທດກຳປູເຈຍ, ສ.ເກົາຫຼີ, ຟີລິບປິນ, ໄດ້ຮັບຮອງເອົາເມື່ອປີ 2015; ຂັບ ຊວານ, ໄດ້ຮັບຮອງເອົາເມື່ອປີ 2011; ງານບຸນ ຢ໊ອງ ຢູ່ວິຫານ ຟຸ່ດົງ ແລະ ວິຫານ ຊ໊ອກ, ໄດ້ຮັບຮອງເອົາເມື່ອປີ 2010; ຂັບ ກາຈູ່, ໄດ້ຮັບການຮັບຮອງເອົາເມື່ອປີ 2009; ຂັບ ກວານເຫາະບັ໊ກນິງ, ໄດ້ ຮັບຮອງເອົາເມື່ອປີ 2009; ວັດທະນະທຳຕີຄ້ອງໄຕງວຽນ, ໄດ້ຮັບຮອງເອົາເມື່ອປີ 2008 ແລະ ດົນຕີພະລາຊະວັງ ເຫ້ວ, ໄດ້ຮັບຮອງເອົາເມື່ອປີ 2008.

ໃນຄຳຖາມນີ້, ຄະນະຈັດຕັ້ງໄດ້ຕີລາຄາສູງຕໍ່ບັນດາຄຳຕອບຂອງທ່ານຜູ້ຟັງ ເສເຟີຍ (ສັນຊາດຈີນ, ລາຍການພາກພາສາຈີນ); ທ່ານ C.R.Nurdin (ສັນຊາດອິນໂດເນເຊຍ, ລາຍການພາກພາສາອິນໂດເນເຊຍ); ທ່ານ Paul Jamet (ສັນຊາດຝລັ່ງ, ລາຍການພາກພາສາຝລັ່ງ)… ຄຳຕອບຂອງພວກເພື່ອນບໍ່ພຽງແຕ່ເປັນການສະແດງໃຫ້ເຫັນວ່າ ພວກເພື່ອນກຳໄດ້ບັນດາມໍລະດົກຢູ່ຫວຽດນາມ ເປັນຢ່າງດີເທົ່ານັ້ນ, ຫາກຍັງເປັນການສະແດງໃຫ້ເຫັນຄວາມຮັກຂອງພວກເພື່ອນທີ່ມີຕໍ່ປະເທດຫວຽດນາມ ອີກດ້ວຍ.

ຕອບກັບ