​ເຂດ​ປູຊະນີ​ຍະສະ​ຖານ​ປະຫວັດສາດ​ແຫ່ງ​ຊາດ​ປະຕິວັດ ລາວ ຢູ່​ແຂວງ​ຕວຽນກວາງ ຂອງຫວຽດນາມ

Nguyen Xuyen
Chia sẻ
(VOVWORLD) -ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບທ່ານຜູ້ຟັງໃນລາຍການ “ໂອ້ລົມກັບເພື່ອນລາວ” ອີກຕາມເຄີຍ. ໃນອາທິດຜ່ານມາ, ລາຍການພາກພາສາລາວ ກໍຄື ພະແນກບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບອີແມວຫຼາຍສະບັບຂອງທ່ານຜູ້ຟັງທີ່ມາຈາກຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ ດ້ວຍເນື້ອໃນທີ່ແຕກຕ່າງກັນ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄໍາຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ແລະ ບັນດາລາຍການອື່ນໃນ VOV5 ໃນອາທິດຜ່ານມາ.

         

        ທ່ານຜູ້ຟັງທີ່ເຄົາລົບ! ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ໄດ້ດໍາເນີນມາກາຍເຄິ່ງໄລຍະທາງແລ້ວ ແລະ ໃນໄລຍະຜ່ານມາ ໄດ້ມີທ່ານຜູ້ຟັງຫຼາຍທ່ານສະແດງຄວາມດີໃຈເມື່ອເຂົ້າຮ່ວມການເສັງນີ້.  ຈາກ ອິນເດຍ, ທ່ານຜູ້ຟັງ Sharma ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຍັງ VOV5 ດ້ວຍເນື້ອໃນດັ່ງນີ້: “ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງພວກທ່ານທີ່ໄດ້ຈັດຕັ້ງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ 2020”. ການເສັງນີ້ ໄດ້ຊ່ວຍເປີດກວ້າງຄວາມຮູ້ກ່ຽວກັບປະເທດຫວຽດນາມທີ່ສວຍງາມ. ຂໍອວຍພອນໃຫ້ການເສັງປະສົບຜົນສໍາເລັດຢ່າງຈົບງາມ. ຍ້ອນໂລກລະບາດຍັງບໍ່ສິ້ນສຸດເທື່ອ, ສະນັ້ນ ຂ້າພະເຈົ້າຂໍສົ່ງບົດເສັງຜ່ານທາງອີແມວສາກ່ອນ, ເມື່ອໂລກລະບາດສິ້ນສຸດລົງ, ຂ້າພະເຈົ້າຈະຝາກບົດເສັງເປັນລາຍລັກອັກສອນມາໃຫ້. ບັນດາສະມາຊິກໃນສະໂມສອນຟັງວິທະຍຸຂອງຂ້າພະເຈົ້າ ກໍພວມກະກຽມບົດເສັງຂອງຕົນ. ເຂົາເຈົ້າຈະສົ່ງບົດເສັງໄປໃຫ້ໃນໄວໆນີ້”.

        ຈາກ ປາກິດສະຖານ, ເພື່ອນ Saleem Akhtar ໄດ້ສົ່ງຂໍ້ຄວາມມາຫາລາຍການພາກພາສາອັງກິດ, ເພື່ອນຂຽນວ່າ: “ຂອບໃຈພວກທ່ານທີ່ໄດ້ຈັດຕັ້ງການເສັງນີ້. ຂ້າພະເຈົ້າໄດ້ເກັບກໍາຂໍ້ມູນຫຼາຍຢ່າງກ່ຽວກັບປະເທດຫວຽດນາມ. ຜ່ານການເສັງຄັ້ງນີ້, ຂ້າພະເຈົ້າໄດ້ມີຄວາມເຂົ້າໃຈເພີ່ມເຕີມກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ, ບັນດາເຫດການວັດທະນະທໍາ, ການດໍາລົງຊີວິດ ແລະ ຫຼາຍສິ່ງທີ່ໃໝ່ອ່ຽມກ່ຽວກັບຫວຽດນາມ”.

        ທ່ານຜູ້ຟັງທີ່ເຄົາລົບ! ພວກຂ້າພະເຈົ້າດີໃຈຫຼາຍ ເມື່ອໄດ້ຮັບບົດເສັງຂອງເພື່ອນ ພອນຄໍາ ສີສົມພັນ - ເຊິ່ງເປັນທ່ານຜູ້ຟັງລາວ ທີ່ພວມເຮັດວຽກຢູ່ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ. ນອກຈາກລາຍການທ່ອງທ່ຽວ ຫວຽດນາມ ເປັນເວລາ            5 ວັນໂດຍບໍ່ເສຍຄ່າສໍາລັບບົດເສັງ 3 ບົດທີ່ດີທີ່ສຸດແລ້ວ, ຍັງມີຂອງຂວັນຫຼາຍຢ່າງທີ່ໜ້າຈັບອົກຈັບໃຈພວມລໍຄອຍພວກທ່ານຢູ່. ເພາະສະນັ້ນ, ພວກທ່ານຈົ່ງຟ້າວຂຽນບົດໃຫ້ສໍາເລັດ ແລະ ສົ່ງມາຍັງລາຍການຂອງພວກເຮົາກ່ອນກໍານົດເວລາ ແມ່ນວັນທີ 15 ກໍລະກົດ ຕາມທີ່ຢູ່ ອີແມວ: laovov5@gmail.com ແລະ ເປັນເຈົ້າຂອງບັນດາຂອງຂວັນທີ່ໜ້າຈັບອົກຈັບໃຈນັ້ນ. ຂໍໃຫ້ພວກທ່ານຈົ່ງໂຊກດີ.

        ເພື່ອນ ລັດສະໝີ ຢູ່ ຫຼວງພະບາງ ໄດ້ສົ່ງຈົດໝາຍມາຍັງລາຍການ ດ້ວຍເນື້ອໃນດັ່ງນີ້: ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ແຂວງຕວຽນກວາງຂອງຫວຽດນາມ ມີເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດປະຕິວັດ ລາວ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບເຂດປູຊະນີຍະສະຖານທີ່ມີຄວາມໝາຍນີ້. ຫວັງວ່າອ້າຍເອື້ອຍບັນນາທິການລາຍການພາກພາສາລາວ ຈະແນະນໍາກ່ຽວກັບສະຖານທີ່ດັ່ງກ່າວ. ຂໍຂອບໃຈ.

​ເຂດ​ປູຊະນີ​ຍະສະ​ຖານ​ປະຫວັດສາດ​ແຫ່ງ​ຊາດ​ປະຕິວັດ ລາວ ຢູ່​ແຂວງ​ຕວຽນກວາງ ຂອງຫວຽດນາມ - ảnh 1 ພິທີສະຫຼອງການບູລະນະປະຕິສັງຂອນເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດປະຕິວັດ ລາວ ຄືນໃໝ່

        ເພື່ອນ ລັດສະໝີ ທີ່ຮັກແພງ! ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດປະຕິວັດ ລາວ ຕັ້ງຢູ່ ບ້ານງ່ອຍ ແລະ ບ້ານດ໊າບ່ານ ຂຶ້ນກັບຕາແສງ ໝີບັ່ງ, ເມືອງ ອຽນເຊີນ,ແຂວງຕວຽນກວາງ - ເຊິ່ງເປັນບ່ອນສ້າງຂີດໝາຍໃຫ້ແກ່ປະຫວັດສາດອັນສະຫງ່າອົງອາດ, ເປັນຫຼັກຖານໃຫ້ແກ່ສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີ ສະໜິດແໜ້ນຂອງປະຊາຊົນສອງປະເທດ ຫວຽດນາມ - ລາວ. ເຂດປູຊະນີຍະສະຖານປະຫວັດສາດນີ້ ໄດ້ແບ່ງເປັນ 2 ເຂດ. ເຂດທີ 1 ຢູ່ບ້ານງ່ອຍ ແລະ ເຂດທີສອງຢູ່ບ້ານດ໊າບ່ານ. ເຂດບ້ານງ່ອຍ ລວມມີບັນດາຮ່ອງຮອຍຄື: ສະໂມສອນກອງປະຊຸມໃຫຍ່ຜູ້ແທນສູນກາງແນວລາວອິດສະຫຼະ; ບ່ອນຢູ່ ແລະ ບ່ອນເຮັດວຽກຂອງກົມກອງທະຫານລາວ. ເຂດປູຊະນີຍະສະຖານ ຕັ້ງຢູ່ໂນນພູ ກໍ່ແຈ, ໂນນພູ ເຕີ ຂຶ້ນກັບບ້ານລ່າງງ່ອຍ, ຕາແສງ ໝີບັ່ງ, ເມືອງ ອຽນເຊີນ, ແຂວງຕວຽນກວາງ.  ຢູ່ທີ່ນີ້, ວັນທີ 13 ສິງຫາ 1950 ໄດ້ດໍາເນີນ ກອງປະຊຸມໃຫຍ່ທົ່ວປະເທດແນວລາວຕໍ່ຕ້ານ, ເຂົ້າຮ່ວມກອງປະຊຸມດັ່ງກ່າວມີຜູ້ແທນກວ່າ 100 ທ່ານ ເຊິ່ງເປັນຜູ້ຕາງໜ້າໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ກອງປະຊຸມດັ່ງກ່າວ ໄດ້ເລືອກຕັ້ງ ລັດຖະບານຕໍ່ຕ້ານລາວ ໂດຍ ປະທານສຸພານຸວົງ ເປັນນາຍົກລັດຖະມົນຕີ; ສະຫາຍ ໄກສອນ ພົມວິຫານ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ (ຫຼັງຈາກນັ້ນ ເປັນເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ) ແລະ ເລືອກຕັ້ງຄະນະບໍລິຫານງານສູນກາງແນວລາວອິດສະຫຼະ ເພື່ອແນໃສ່ຍູ້ແຮງການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝລັ່ງ ທີ່ເຂົ້າມາຮຸກຮານ, ຍາດເອົາເອກະລາດ, ທ້ອນໂຮມປະເທດລາວເປັນເອກະພາບ, ສ້າງຊີວິດທີ່ອີ່ມໜໍາສໍາລານ, ນໍາເອົາຄວາມຜາສຸກມາໃຫ້ປະຊາຊົນ. ນັບແຕ່ເດືອນ ມິຖຸນາ ປີ 1950 ຮອດທ້າຍປີ 1951, ສະຫາຍ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ໄດ້ພັກອາໄສ, ເຮັດວຽກຢູ່ສະຖານທີ່ແຫ່ງນີ້ ເພື່ອນໍາພາຂະບວນການປະຕິວັດຂອງປະຊາຊົນລາວບັນດາເຜົ່າ. ໂດຍຜ່ານຜ່າໄລຍະປະຫວັດສາດອັນດຸເດືອດ ແລະ ຜ່ານການເວລາ, ບັນດາຮ່ອງຮອຍປະຫວັດສາດກໍຄ່ອຍໆຖືກສູນຫາຍໄປເທື່ອລະໜ້ອຍ. ເພື່ອສະແດງຄວາມເຄົາລົບ, ຈາລຶກຄຸນງາມຄວາມດີຂອງການນໍາລຸ້ນກ່ອນໆ ແລະ ຮັກສາບັນດາຄຸນຄ່າທາງດ້ານປະຫວັດສາດ ທີ່ເປັນພະຍານຫຼັກຖານໃຫ້ແກ່ຄວາມສາມັກຄີ, ໄມຕີຈິດມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ປີ 2014, ພະແນກວັດທະນະທໍາກິລາ ແລະ ທ່ອງທ່ຽວ ແຂວງຕວຽນກວາງ ໄດ້ດໍາເນີນໂຄງການຟື້ນຟູ, ປະຕິສັງຂອນເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດປະຕິວັດ ລາວ ຄືນໃໝ່.

ເພື່ອນ Takya Masumoto, ຢູ່ Saitama, ຍີ່ປຸ່ນ, ຖາມວ່າ: ແຂວງບັກຢາງ ມີດິນຟ້າອາກາດ, ທີ່ດິນແຕກຕ່າງກັນແນວໃດກັບທ້ອງຖິ່ນອື່ນຂອງຫວຽດນາມ ແລະ ມີເຕັກນິກຫຍັງແດ່ ເພື່ອສາມາດປູກໝາກລິ້ນຈີ່ແຊບແທ້?

​ເຂດ​ປູຊະນີ​ຍະສະ​ຖານ​ປະຫວັດສາດ​ແຫ່ງ​ຊາດ​ປະຕິວັດ ລາວ ຢູ່​ແຂວງ​ຕວຽນກວາງ ຂອງຫວຽດນາມ - ảnh 2ໝາກລິ້ນຈີ່ ລູກງ້ານ, ບັກຢາງ (ພາບປະກອບ: vietnamnet.vn)

ທໍາມະຊາດໄດ້ດົນບັນດານໃຫ້ເມືອງລູກງ້ານແຂວງບັກຢາງ ເນື້ອທີ່ດິນທີ່ກວ້າງໃຫຍ່ໄພສານ ດ້ວຍບັນດາເປີ້ນພູເປັນຄ້ອຍໆ ຕັ້ງຢູ່ທ່າມກາງສາຍພູໂຄ້ງກົ່ງ ດົງຈ່ຽວ ແລະ ສາຍພູ ບ໋າວດ່າຍ ແລະ ຮວ່ຽນດິງ ສະນັ້ນ ອາກາດຢູ່ທີ່ນີ້ມີລັກສະນະຂອງອາກາດເຂດຮ້ອນລົມມໍລະສູນ, ສະເລ່ຍແມ່ນ 23,5 ອົງສາ, ເໝາະສົມກັບການພັດທະນາການປູກໝາກໄມ້, ພິເສດແມ່ນໝາກລິ້ນຈີ່ແກ່ນນ້ອຍ. ເຖິງຢ່າງໃດກໍຕາມ, ກ່ອນຈະມີເນື້ອທີ່ ແລະ ປະລິມານໝາກລິ້ນຈີ່ຫຼາຍທີ່ສຸດໃນທົ່ວປະເທດ ກໍຄືເຄື່ອງໝາຍການຄ້າໝາກລິ້ນຈີ່ແກ່ນນ້ອຍທີ່ນັບມື້ນັບມີຊື່ສຽງຄືໃນປັດຈຸບັນນັ້ນ, ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ໄດ້ມານະພະຍາຍາມຫຼາຍຢ່າງ.  ເພື່ອຫັນເນື້ອທີ່ດິນທີ່ຮົກເຮື້ອງວ່າງເປົ່າ ແລະ ແຫ້ງກະແດ້ງນັບສິບພັນເຮັກຕາ ໃຫ້ກາຍເປັນໂນນໝາກລິ້ນຈີ່ທີ່ງອກງາມຄືໃນທຸກວັນນີ້, ປະຊາຊົນແຕ່ລະຄົນຢູ່ທີ່ນີ້ ສຸດຈິດສຸດໃຈ, ດຸໝັ່ນໃນການອອກແຮງງານ ແລະ ມີຫົວຄິດປະດິດສ້າງຂຸດເອົາສ່ວນດິນໜຽວອອກ ເພື່ອປູກໝາກລິ້ນຈີ່. ບໍ່ພຽງແຕ່ເທົ່ານັ້ນ, ບັນດາຄວາມຮູ້ດ້ານວິທະຍາສາດ, ເຕັກນິກ ແລະ ປະສົບການໃນການບົວລະບັດ ເປັນຕົ້ນແມ່ນ ເຕັກນິກໃນການຕັດກິ່ງຕັດງ່າ, ປະດິດຮົ່ມໄມ້, ໃສ່ຝຸ່ນ... ວິທີປ້ອງກັນ ແລະ ຂ້າສັດຕູພືດທີ່ມາເຈາະກ້ານໝາກລິ້ນຈີ່ນ ບັນດານັກວິທະຍາສາດໄດ້ຄົ້ນຄວ້າສໍາເລັດ ແລະ ໝູນໃຊ້ວິທີການປູກຕົ້ນໝາກລິ້ນຈີ່ ຕາມມາດຕະຖານ VietGAP ເຊິ່ງໄດ້ຊ່ວຍໃຫ້ປະຊາຊົນໝູນໃຊ້ເຂົ້າໃນຕົວຈິງຢ່າງມີປະສິດທິຜົນ ແລະ ນໍາມາຊິ່ງສະມັດຕະພາບສູງ. ບັນດາປັດໄຈທັງໝົດເຫຼົ່ານັ້ນ ໄດ້ເຮັດໃຫ້ຜະລິດຕະພັນໝາກລິ້ນຈີ່ແກ່ນນ້ອຍລູກງ້ານມີຄວາມຫວານ, ຫອມ, ແຊບ ທີ່ລືຊື່ຄືໃນປັດຈຸບັນ.

ລາຍການ ໂອ້ລົມກັບເພື່ອນລາວຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຂໍຂອບໃຈທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານທີ່ໄດ້ຝາກຈົດໝາຍມາຫາລາຍການ. ທ່ານຜູ້ຟັງຜູ້ອ່ານ ຢາລືມຕິດຕາມ ແລະ ເຂົ້າຮ່ວມການເສັງ ດ້ວຍຫົວຂໍ້ “ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດຫວຽດນາມ” ດ້ວຍລາງວັນທີ່ຈັບອົກຈັບໃຈຫຼາຍຢ່າງ. ຖ້າຫາກມີບັນຫາໃດໜຶ່ງ ກໍສາມາດຝາກຈົດໝາຍມາຍັງລາຍການ ໂດຍຈ່າໜ້າຊ່ອງວ່າ: ລາຍການກະຈາຍສຽງພາກພາສາລາວ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍໄດ້ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn  ຂອງພວກເຮົາ. ພົບກັນໃໝ່ໃນລາຍການໜ້າ. ສະບາຍດີ. 

ຕອບກັບ