​ສະ​ຖານ​ທີ່​ທ່ອງ​ທ່ຽວຕະຫຼາດ ບັກ​ຮ່າ, ​ແຂວງ​ລາວ​ກາຍ

Chia sẻ
(VOVWORLD) - ຕະຫຼາດບັດຮ່າ ແມ່ນຕະຫຼາດນັດ ຢູ່ເມືອງ ບັກຮ່າ, ແຂວງລາວກາຍ, ຢູ່ຫ່າງຈາກນະຄອນ ລາວກາຍ 76 ກີໂລແມັດ ແລະ ຫ່າງຈາກນະຄອນຫຼວງຮ່າໂນ້ຍ ປະມານ 300 ກີໂລແມັດ, ຖ້າທ່ານໄປສະຖານທີ່ທ່ອງທ່ຽວນີ້ດ້ວຍເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ລາວກາຍ ທ່ານຈະເສຍເວລາປະມານ 5 ຊົ່ວໂມງ
​ສະ​ຖານ​ທີ່​ທ່ອງ​ທ່ຽວຕະຫຼາດ ບັກ​ຮ່າ, ​ແຂວງ​ລາວ​ກາຍ - ảnh 1ຕະຫຼາດບັກຮ່າ (ພາບ: VOV)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີເມວ 387 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 34 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຢ່າງຊອກຮູ້ກ່ຽວກັບການເຄື່ອນໄຫວກ່ຽວກັບການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ ທີ່ໄດ້ດຳເນີນໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

ໃນຈົດໝາຍສົ່ງມາຍັງລາຍການ, ເພື່ອນ ວົງໄຊ ທິບພະວົງ, ມາຈາກແຂວງບໍ່ແກ້ວ ຂຽນວ່າ:  ຫວ່າງມໍ່ໆມານີ້, ຂ້າພະເຈົ້າໄດ້ຊົມສາລະຄະດີພາບ ແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວໃນເວັບໄຊຂອງລາຍການ. ຂ້າພະເຈົ້າເຫັນວ່າແມ່ນມີປະໂຫຍດທີ່ສຸດໃຫ້ແກ່ຜູ້ນິຍົມຊົມຊອບການທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ.  ເພາະສາລະຄະດີພາບໄດ້ພັນລະນາບັນດາສະຖານທີ່ທີ່ມີຊື່ສຽງຂອງ ຫວຽດນາມ ຢ່າງຈະແຈ້ງ, ເມື່ອຮັບຊົມ ຂ້າພະເຈົ້າຮູ້ສຶກວ່າ ຕົນເອງພວມຢູ່ໃນບັນດາສະຖານທີ່ເອງ. ຂໍຂອບໃຈທາງລາຍການທີ່ໄດ້ມີບັນດາບົດສາລະຄະດີພາບ ແນະນຳໃຫ້ຜູ້ອ່ານຄືພວກຂ້າພະເຈົ້າ”.

ຂໍຂອບໃຈເພື່ອນ ວົງໄຊ ທິບພະວົງ ທີ່ມີຄວາມສົນໃຈຕໍ່ລາຍການ. ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າຈະແນະນຳ ຫຼາຍສາລະຄະດີພາບ ກ່ຽວກັບບັນດາທິວທັດທຳມະຊາດ ແລະ ສະຖານທີ່ທີ່ມີຊື່ສຽງຂອງ ຫວຽດນາມ ຕື່ມອີກ. ເພື່ອນຈົ່ງສະຫຼະເວລາຕິດຕາມ ແລະ ປະກອບຄຳເຫັນເພື່ອໃຫ້ລາຍການພາກພາສາລາວ ນັບມື້ນັບສົມບູນກ່ວາອີກ.

ເພື່ອນ ເພັດສະຫວັນ ສົມສະນິດ ນັກສຶກສາປີສຸດທ້າຍພະແນກເສດຖະສາດ ສັງກັດມະຫາວິທະຍາໄລແຫ່ງຊາດ ລາວ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ພວກຂ້າພະເຈົ້າພວມຂຽນບົດວິທະຍານິພົນ ໃນນັ້ນ ມີບາງເນື້ອໃນກ່ຽວຂ້ອງເຖິງວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ຢູ່ ລາວ. ດັ່ງນັ້ນ ທາງລາຍການຈົ່ງຊ່ວຍພວກຂ້າພະເຈົ້າຮູ້ຂໍ້ມູນຕື່ມກ່ຽວກັບວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຕະຫລາດ ລາວ ໃນຊຸມເດືອນຕົ້ນປີ 2023 ໄດ້ບໍ? ຂໍຂອບໃຈ”.

ເພື່ອນ ເພັດສະຫວັນ ສົມສະນິດ ທີ່ຮັກແພງ! ເພື່ອຮູ້ລາຍລະອຽດກ່ຽວກັບວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປ ລາວ ພວກເພື່ອນສາມາດຕິດຕໍ່ໂດຍກົງກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫຼື ຫ້ອງການທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈຳ ລາວ. ເຖິງຢ່າງໃດກໍ່ຕາມ, ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ທາງລາຍການຈະແນະນຳໂດຍສັງເຂບກ່ຽວກັບສະພາບການສົ່ງອອກຂອງ ຫວຽດນາມ ໄປ ລາວ ເພື່ອໃຫ້ພວກເພື່ອນສາມາດເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງຕື່ມອີກ.

ຕາມຂໍ້ສັງເກດຂອງຜູ້ຕາງໜ້າຫ້ອງການການຄ້າ ຫວຽດນາມ ປະຈຳ ລາວ ແລ້ວ, ຊຸມເດືອນຕົ້ນປີ 2023 ຍ້ອນມີຫຼາຍວັນພັກການໃນໂອກາດຕົ້ນປີ, ດັ່ງນັ້ນ ຍອດມູນຄ່າສົ່ງອອກນຳເຂົ້າສິນຄ້າໃນທົ່ວປະເທດ ຫວຽດນາມ ເວົ້າລວມມີທ່າອ່ຽງຫຼຸດລົງ , ໃນນັ້ນ ລວມມີວົງເງິນການຄ້າ ຫວຽດນາມ - ລາວກໍ່ເຊັ່ນດຽວກັນ.

ຕໍ່ໄປ ພວກຂ້າພະເຈົ້າຂໍແນະນຳໃຫ້ທ່ານຜູ້ຟັງ, ຜູ້ອ່ານກ່ຽວກັບສະຖານທີ່ທ່ອງທ່ຽວທີ່ມີຄວາມດຶງດູດໃຈພໍສົມຄວນນັ້ນແມ່ນ ຕະຫຼາດ ບັກຮ່າ, ນີ້ກໍ່ແມ່ນຄຳຖາມທີ່ທ່ານ Karuna Kanta Pal ຊາວອິນເດຍ ໄດ້ສົ່ງມາ VOV ໃນອາທິດຜ່ານມາ.

ຕະຫຼາດບັດຮ່າ ແມ່ນຕະຫຼາດນັດ ຢູ່ເມືອງ ບັກຮ່າ, ແຂວງລາວກາຍ, ຢູ່ຫ່າງຈາກນະຄອນ ລາວກາຍ 76 ກີໂລແມັດ ແລະ ຫ່າງຈາກນະຄອນຫຼວງຮ່າໂນ້ຍ ປະມານ 300 ກີໂລແມັດ, ຖ້າທ່ານໄປສະຖານທີ່ທ່ອງທ່ຽວນີ້ດ້ວຍເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ລາວກາຍ ທ່ານຈະເສຍເວລາປະມານ 5 ຊົ່ວໂມງ. ຕະຫຼາດນີ້ມີຊື່ສຽງຍ້ອນວ່າ ຍັງຮັກສາໄດ້ຄວາມງາມແບບປະຖົມປະຖານ ແລະ ເຂັ້ມຂຸ້ນໄປດ້ວຍຈຸດທີ່ເປັນເອກະລັກສະເພາະຂອງບັນດາເຜົ່າຢູ່ ບັກຮ່າ. ຕະຫຼາດບັກຮ່າ ໄດ້ສ້າງຕັ້ງຢູ່ ເຈົາບັກຮ່າ ກົງກັບເວລາທີ່ແຂວງລາວກາຍ ໄດ້ຮັບການສ້າງຕັ້ງຂຶ້ນ. ນັບແຕ່ນັ້ນມາຮອດປັດຈຸບັນ, ຍາມໃດຕະຫຼາດບັກຮ່າ ກໍ່ຈັດຕະຫຼາດນັດໃນທຸກວັນອາທິດ. ຕະຫຼາດຈະໄດ້ຈັດແບ່ງເປັນ 4 ເຂດທີ່ແຕກຕ່າງກັນຄື: ເຂດຄ້າຂາຍສັດ, ເຂດຄ້າຂາຍເຄື່ອງສັບພະສິນຄ້າ, ເຂດຄ້າຂາຍເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງເອ້, ເຂດຂາຍຂອງກິນ, ບັນດາຜະລິດພະພັນຊື້ຂາຍ, ແລກປ່ຽນກໍ່ມີຄວາມອຸດົມສົມບູນທີ່ສຸດ. ຕະຫຼາດແຕ່ລະເຂດກໍ່ມີຄວາມຫຼາກຫຼາຍ ແລະ ເຂັ້ມຂົ້ນໄປດ້ວຍສີສັນຂອງຊົນເຜົ່າທ້ອງຖິ່ນ, ພິເສດຕະຫຼາດ ບັກຮ່າ ແມ່ນສະຖານທີ່ນັດພົບດີທີ່ສຸດ ເພື່ອໃຫ້ບ່າວສາວຊາວໜຸ່ມຊົນເຜົ່າພົບປະກັນ ພາຍຫຼັງໜຶ່ງອາທິດທີ່ໄດ້ອອກແຮງງານຢ່າງລຳບາກ. ຕະຫຼາດ ບັກຮ່າ ຍັງແມ່ນຕະຫຼາດໜຶ່ງດຽວໃນທົ່ວປະເທດ ຫວຽດນາມ ທີ່ມີເຂດສະເພາະສຳລັບການຊື້ຂາຍມ້າ, ໃນງານຕະຫຼາດນັດແຕ່ລະຄັ້ງ ມີມ້ານັບຮ້ອຍໆໂຕໄດ້ຮັບການແລກປ່ຽນຄ້າຂາຍຢູ່ທີ່ນີ້.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ລາຍການກະຈາຍສຽງພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment (ສະແດງຄຳເຫັນ) ໃນເວັບໄຊ vovworld.vn ຂອງພວກເຮົາໄດ້. ຂໍຂອບໃຈ!

ຕອບກັບ