ລາງວັນສື່ມວນຊົນແຫ່ງຊາດ ປີ 2022

Dieu Hong
Chia sẻ
(VOVWORLD) - ນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 380 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 16 ສະບັບຈາກທ່ານຜູ້ຟັງ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ກ່ຽວກັບວັນສື່ມວນຊົນປະຕິວັດ ຫວຽດນາມ ແລະ ເນື້ອໃນເຊິ່ງທ່ານຜູ້ຟັງາກມາລາຍການໃນອາທິດຜ່ານມາ.
ລາງວັນສື່ມວນຊົນແຫ່ງຊາດ ປີ 2022 - ảnh 1
 

ໃນອາທິດ, ເພື່ອນ ອຳພາວັນ, ແຂວງ ໄຊສົມບູນ ໄດ້ຝາກອີເມວເຖິງລາຍການ, ເພື່ອນຝາກຄຳອວຍພອນເຖິງບັນນາທິການ ພາກພາສາລາວ ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ (ຄືວັນທີ 21 ມິຖຸນາ), ເພື່ອນໄດ້ຂຽນວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ, ຂໍອວຍພອນໃຫ້ບັນດາບັນນາທິການຂອງພາກພາສາລາວ ຈົ່ງມີສຸຂະພາບເຂັ້ມແຂງ, ປະຕິບັດສຳເລັດທຸກວຽກງານຂອງຕົນ, ໝູນໃຊ້ນະວັດຕະກຳ 4.0 ເຂົ້າໃນການຜະລິດລາຍການກະຈາຍສຽງ ເພື່ອເຂົ້າເຖິງຫຼາຍເປົ້າໝາຍກ່ວາອີກ. ໂດຍແມ່ນຜູ້ຟັງ, ຜູ້ອ່ານທີ່ຕິດຕາມລາຍການມາດົນ, ຍາມໃດຂ້າພະເຈົ້າຈະຕິດຕາມຂ່າວຄາວໃນເວບໄຊ vovworld.vn ໄປຕະຫຼອດ.

ກໍ່ໃນອາທິດນີ້, ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ, ເພື່ອມ ພິມ ໄຊຍະຈັກ, ແຂວງ ຫົວພັນ ໄດ້ຝາກອີເມວ ເຖິງລາຍການດ້ວຍເນື້ອໃນ: ຂ້າພະເຈົ້າມັກອ່ານຂ່າວໃນວບໄຊ vovworld.vn ຂອງພວກເພື່ອນ. ນອກຈາກອ່ານຂ່າວດ້ວຍພາສາລາວ ແລ້ວ, ຂ້າພະເຈົ້າຍັງໄດ້ອ່ານຂ່າວດ້ວຍພາສາອັງກິດ ແລະ ພາສາຍີ່ປຸ່ນ ອີກດ້ວຍ. ສຳລັບຂ້າພະເຈົ້າເອງ, vovworld.vn ແມ່ນວບໄຊທີ່ມີຫຼາຍພາສາຕ່າງປະເທດທີ່ສຸດ. ຂ້າພະເຈົ້າຖືວ່າ ນີ້ແມ່ນວບໄຊທີ່ມີຜົນປະໂຫຍດ, ຊ່ວຍໃຫ້ຂ້າພະເຈົ້າຮຽນພາສາຕ່າງປະເທດຕື່ມອີກ.  ຜ່ານຂ່າວຕ່າງໆ, ຂ້າພະເຈົ້າຮູ້ວ່າ ວັນທີ 21 ມິຖຸນາ ແມ່ນວັນສື່ມວນຊົນປະຕິວັດ ຫວຽດນາມ, ວັນເຊີດຊູບັນດານັກຂ່າວ, ຂ້າພະເຈົ້າຂໍອວຍພອນໃຫ້ບັນດານັກຂ່າວຂອງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ປະຕິບັດສຳເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ອຸທິດສ່ວນ ເພື່ອມີຫຼາຍບົດຂຽນ, ບົດຂ່າວທີ່ມ່ວນໆ, ມີປະໂຫຍດ ແລະ ຈົ່ງມີຄວາມຜາສຸກໃນຊີວິດຂອງຕົນ.

ລາງວັນສື່ມວນຊົນແຫ່ງຊາດ ປີ 2022 - ảnh 2
ບັນດານັກຂ່າວ VOV ໄດ້ຮັບລາງວັນໃນຄັ້ງນີ້

ກໍ່ມີເນື້ອໃນກ່ຽວຂ້ອງເຖິງວັນສື່ມວນຊົນປະຕິວັດ ຫວຽດນາມ, ເພື່ອນ ວັນໄຊ ລາວລີ, ແຂວງ ຊຽງຂວາງ ໄດ້ມີຄຳຖາມກ່ຽວກັບລາງວັນສື່ມວນຊົນໃຫຍ່ສຸດ, ເວທີເຊີດຊູບັນດານັກຂ່າວ, ບັນດາຜະລິດຕະພັນສື່ມວນຊົນທີ່ດີເດັ່ນຂອງ ຫວຽດນາມ.

ເພື່ອນ ວັນໄຊ ລາວລີ ທີ່ຮັກແພງ, ເມື່ອເວົ້າເຖິງບັນດາລາງວັນສຳລັບບັນດາຜົນງານສື່ມວນຊົນ ກໍ່ຄືນັກຂ່າວ ຢູ່ຫວຽດນາມ ແມ່ນອາດເວົ້າເຖິງບັນດາລາງວັນສື່ມວນຊົນໃຫຍ່ຄື: ລາງວັນ ຢຽນຮົ່ງ - ເຊິ່ງແມ່ນລາງວັນກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາຜູ້ແທນປະຊາຊົນ; ລາງວັນທົ່ວປະເທດຖະແຫຼງຂ່າວກ່ຽວກັບການຕ່າງປະເທດ; ລາງວັນສື່ມວນຊົນກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ… ແຕ່ສຳລັບບັນດາຜົນງານສື່ມວນຊົນແຫ່ງຊາດແລ້ວ, ລາງວັນສູງສົ່ງທີ່ສຸດແມ່ນລາງວັນສື່ມວນຊົນແຫ່ງຊາດ. ປີນີ້, ສະພາລາງວັນສື່ມວນຊົນແຫ່ງຊາດ ໃຫ້ຮູ້ວ່າ: ໃນຈຳນວນ 157 ຜົນງານໄດ້ລອດເຂົ້າຮອບສຸດທ້າຍ, ສະພາກຳມະການ ໄດ້ປຶກສາຫາລື, ກວດກາ ແລະ ປ່ອນບັດຄັດເລືອກເອົາ 124 ຜົນງານດີເດັ່ນທີ່ໄດ້ຮັບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ XVII ປີ 2022, ເຊິ່ງລວມມີ: ລາງວັນ A 9 ລາງວັນ, ລາງວັນ B 24 ລາງວັນ, ລາງວັນ C 46 ລາງວັນ ແລະ ລາງວັນ ຊົມເຊີຍ 45 ລາງວັນ. ໃນນັ້ນ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບລວມທັງໝົດ 6 ລາງວັນ, ລາງວັນ A ໜຶ່ງລາງວັນ, ລາງວັນ B ໜຶ່ງລາງວັນ, ລາງວັນ C ສອງລາງວັນ, ລາງວັນຊົມເຊີຍສອງລາງວັນ.

ລາງວັນສື່ມວນຊົນແຫ່ງຊາດ ປີ 2022 - ảnh 3ຕອນໜຶ່ງຂອງເສັ້ນທາງລົດໄຟ ເໜືອ - ໃຕ້

        ເພື່ອນ ຈັນເພັງ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ໂທລະສັບມາຍັງລາຍການພາກພາສາລາວ ຊຶ່ງຢາກຊອກຮູ້ ກ່ຽວກັບເສັ້ນທາງລົດໄຟ ເໜືອ - ໃຕ ຂອງ ຫວຽດນາມ.

        ເພື່ອນ ຈັນເພັງ ທີ່ຮັກແພງ, ຫວ່າງມໍ່ໆມານີ້, ເວບໄຊການທ່ອງທ່ຽວ Lonely Planet - ເຊິ່ງເປັນເວບໄຊການທ່ອງທ່ຽວໃຫຍ່ສຸດໃນໂລກ, ໄດ້ຄັດເລືອກໃຫ້ເສັ້ນທາງລົດໄຟ ເໜືອ - ໃຕ້ຂອງ ຫວຽດນາມ ຢືນອັນດັບທີ 1 ໃນບັນຊີລາຍຊື່ບັນດາເສັ້ນທາງລົດໄຟງາມທີ່ສຸດໃນໂລກ. ຕາມ Lonely Planet ວາດພາບແລ້ວ, ເສັ້ນທາງລົດໄຟ ເໜືອ - ໃຕ້ ມີຄວາມຍາວ 1.730 ກມ, ແມ່ນໜຶ່ງໃນບັນດາເສັ້ນທາງລົດໄຟທີ່ໄດ້ຮັບຄວາມນິຍົມທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໃນການເດີນທາງເປັນເວລາ 2 ວັນ ແຕ່ເໜືອ (ນະຄອນຫຼວງ ຮ່າໂນ້ຍ) ຮອດໃຕ້ (ນະຄອນ ໂຮ່ຈີມິນ), ແຂກທ່ອງທ່ຽວຈະໄດ້ໄປຜ່ານເຂດຕົວເມືອງທີ່ຄັບຄາໜ້າແໜ້ນ, ຟົດຟື້ນ ຕະຫຼອດຮອດເຂດຊົນນະບົດທີ່ສະຫງົບງຽບ. ບໍ່ພຽງແຕ່ເທົ່ານັ້ນ, ໃນການເດີນທາງ, ແຂກໂດຍສານຈະໄດ້ຮັບຊົມທິດທັດທຳມະຊາດຂອງ ຫວຽດນາມ ມີທັງພູຜາປ່າໄມ້ທີ່ຂຽວອຸ່ມທຸ່ມ ແລະ ທັງເຂດນ່ານຟ້າ, ທະເລທີ່ສວຍສົດງົດງາມ. ຫວັງວ່າ ເພື່ອນ ຈັນເພັງ ຈະຍາດໂອກາດມາ ຫວຽດນາມ ແລະ ໄດ້ເດີນທາງໃນເສັ້ນທາງລົດໄຟເໜືອ - ໃຕ້ ນີ້ແດ່ເດີ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ