ລັດຖະບານລາວ ອະນຸຍາດໃຫ້ເຊື່ອມຕໍ່ບັນດາການເຄື່ອນໄຫວເປັນປົກກະຕິຄືນໃໝ່

Minh Duc
Chia sẻ
(VOVWORLD) -ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຫາກໍ່ແຈ້ງຮັບສະໝັກນັກຮຽນ, ນັກສຶກສາໄປຮ່ຳຮຽນຢູ່ປະເທດ ສປປ.ລາວ ໂດຍໄດ້ຮັບທຶນສຶກສາຕາມສັນຍາປີ 2021 ດ້ວຍຈຳນວນ 60 ທຶນ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 372 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 39 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ.
ລັດຖະບານລາວ ອະນຸຍາດໃຫ້ເຊື່ອມຕໍ່ບັນດາການເຄື່ອນໄຫວເປັນປົກກະຕິຄືນໃໝ່ - ảnh 1ທີ່ພິທີມອບ-ຮັບ
(ພາບ: TTXVN)

ເພື່ອແນໃສ່ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ-19 ຢູ່ຫວຽດນາມ ໃຫ້ຖອຍ, ໃນອາທິດຜ່ານມາ, ໃນສະພາບທີ່ ຫວຽດນາມ ພວມສຸມໃສ່ທຸກແຫຼ່ງກຳລັງເພື່ອຕ້ານໂລກລະບາດໂຄວິດ-19, ມີຫຼາຍອົງການ, ຫົວໜ່ວຍຂອງລາວ ໄດ້ສະໜັບສະໜູນເງິນເພື່ອແນໃສ່ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນຫວຽດນາມ ໃນການຕໍ່ສູ້ຕ້ານໂລກລະບາດທີ່ອັນຕະລາຍນີ້. ໃນອາທິດຜ່ານມາ, ທ່ານ ຄຳໃບ ດຳລັດ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານສະພາແຫ່ງຊາດລາວ ແລະ ທ່ານ ອາລຸນແກ້ວ ກິດຕິຄຸນ, ອະດີດລັດຖະມົນຕີຫ້ອງວ່າການນາຍົກລັດຖະມົນຕີ ໄດ້ມາຫາສະຖານທູດຫວຽດນາມ ປະຈຳລາວ ເພື່ອມອບຈຳນວນເງິນ 30.000 USD ສະໜັບສະໜູນລັດຖະບານ ແລະ ປະຊາຊົນຫວຽດນາມ ປ້ອງກັນ, ຕ້ານໂລກລະບາດ. ທີ່ພິທີມອບ-ຮັບ, ຝ່າຍ ລາວ ໃຫ້ຮູ້ວ່າ, ການໜູນຊ່ວຍຢ່າງທັນການ ແລະ ລ້ຳຄ່າຂອງຫວຽດນາມ ໄດ້ຊ່ວຍໃຫ້ແກ່ລາວ ຄວບຄຸມການແຜ່ລະບາດຂອງໂລກລະບາດຢ່າງທັນການຄືໃນປະຈຸບັນ; ຢືນຢັນຄວາມເຊື່ອໝັ້ນຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ຄວບຄຸມໂລກລະບາດ ແລະ ຍາດໄດ້ໄຊຊະນະຕໍ່ໂລກລະບາດໂດຍໄວ.

ທີ່ການຕ້ອນຮັບບັນດາຄະນະຜູ້ແທນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບາຮຸ່ງ ໄດ້ສະແດງຄວາມຮູ້ບູນຄຸນຢ່າງເລິກເຊິ່ງຕໍ່ບັນດາຂອງຂວັນທີ່ມີຄວາມໝາຍ ແລະ ທັນການຂອງບັນດາເພື່ອນລາວ ທີ່ສະໜັບສະໜູນຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ລັດຖະບານລາວ ອະນຸຍາດໃຫ້ເຊື່ອມຕໍ່ບັນດາການເຄື່ອນໄຫວເປັນປົກກະຕິຄືນໃໝ່ - ảnh 2(ການເຄື່ອນໄຫວຂົງສົ່ງຜູ້ໂດຍສານຢູ່ບັນດາແຂວງບໍ່ເກີດໂລກລະບາດຕິດແປດໃນຊຸມຊົນໄດ້ຮັບການຟື້ນຟູ)

ເພື່ອນ ຫງວຽນຮົ່ງຍຸງ, ຊາວຫວຽດນາມ ອາໄສຢູ່ແຂວງ ຈຳປາສັກ ໄດ້ສົ່ງຂໍ້ຄວາມມາຫາລາຍການຢາກຮູ້ວ່າ, ປະຈຸບັນ ນະຄອນຫຼວງ ວຽງຈັນ ໄດ້ຍົກເລິກຄຳສັ່ງປິດເມືອງແລ້ວບໍ່? ບັນດາການເຄື່ອນໄຫວຂົນສົ່ງຜູ້ໂດຍສານ, ສິນຄ້າ, ຄ້າຂາຍຢູ່ນະຄອນຫຼວງ ວຽງຈັນ ໄດ້ເລີ່ມເຄື່ອນໄຫວແລ້ວບໍ່?

ເພື່ອນ ຫງວຽນຮົ່ງຍຸງ ທີ່ຮັກແພງ! ຕາມຂໍ້ມູນເຊິ່ງ VOV ໄດ້ຮັບໃນອາທິດຜ່ານມາວ່າ, ປະຈຸບັນ ຍ້ອນໂລກລະບາດໂຄວິດ-19 ຍັງມີຄວາມສ່ຽງຕິດແປດໃນຊຸມຊົນ, ລັດຖະບານລາວ ສືບຕໍ່ອອກຄຳສັ່ງປິດລ້ອມນະຄອນຫຼວງວຽງຈັນ ຕື່ມອີກ 14 ວັນ (ແຕ່ວັນທີ 05 – 19 ມິຖຸນາ). ເຖິງຢ່າງໃດກໍ່ຕາມ, ສຳລັບບັນດາເມືອງບໍ່ມີກໍລະນີຕິດໂລກລະບາດໃນຊຸມຊົມ, ລັດຖະບານລາວ ອະນຸຍາດໃຫ້ເຊື່ອມຕໍ່ບັນດາການເຄື່ອນໄຫວເປັນປົກກະຕິຄືນໃໝ່ ດ້ວຍເງື່ອນໄຂຕ້ອງເຄົາລົບຂໍ້ກຳນົດໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ, ຮັກສາໄລຍະຫ່າງໜ້ອຍສຸດ 1 ແມັດ ແລະ ລ້າງມືດ້ານຢາລ້າງມືຂ້າເຊື້ອເປັນປະຈຳ. ກ່ຽວກັບການເຄື່ອນໄຫວຂົງສົ່ງຜູ້ໂດຍສານຢູ່ບັນດາແຂວງບໍ່ເກີດໂລກລະບາດຕິດແປດໃນຊຸມຊົນໄດ້ຮັບການຟື້ນຟູ. ປະຊາຊົນຢູ່ນະຄອນຫຼວງ ວຽງຈັນ ອາໄສຢູ່ນອກເຂດມີກໍລະນີຕິດເຊື້ອພະຍາດໂຄວິດ-19 ອະນຸຍາດໄດ້ໄປມາ, ຄ້າຂາຍເປັນປົກກະຕິ ແຕ່ຕ້ອງເຄົາລົບບັນດາຂໍ້ກຳນົດໃນການແຍກຫ່າງ; ພ້ອມທັງໄດ້ອອກໄປຕ່າງແຂວງດ້ວຍເງື່ອນໄຂທີ່ວ່າ ໄດ້ສັກວັກຊິນກັນໂຄວິດ-19 ໃຫ້ຄົບ 2 ເຂັມແລ້ວ.

ລັດຖະບານລາວ ອະນຸຍາດໃຫ້ເຊື່ອມຕໍ່ບັນດາການເຄື່ອນໄຫວເປັນປົກກະຕິຄືນໃໝ່ - ảnh 3(ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ແຈ້ງຮັບສະໝັກນັກຮຽນ, ນັກສຶກສາໄປຮ່ຳຮຽນຢູ່ປະເທດ ສປປ.ລາວ)

ເພື່ອນ ເຈີ່ນຮຸ່ງເກື່ອງ, ຢູ່ແຂວງ ເຊີນລາ, ໄດ້ສົ່ງຂໍ້ຄວາມມາຫາລາຍຢາກຮູ້ວ່າ, ປີ 2021 ນີ້, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ມີແຜນການຮັບສະໝັກນັກຮຽນ, ນັກສຶກສາໄປຮຽນຢູ່ລາວ ບໍ່? ຖ້າມີແມ່ນຈະຈັດຂຶ້ນໃນເວລາໃດ? ຂໍຂອບໃຈ.

ເພື່ອນ ເຈີ່ນຮຸ່ງເກື່ອງ ທີ່ຮັກແພງ! ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຫາກໍ່ແຈ້ງຮັບສະໝັກນັກຮຽນ, ນັກສຶກສາໄປຮ່ຳຮຽນຢູ່ປະເທດ ສປປ.ລາວ ໂດຍໄດ້ຮັບທຶນສຶກສາຕາມສັນຍາປີ 2021 ດ້ວຍຈຳນວນ 60 ທຶນໃຫ້ແກ່ພົນລະເມືອງຫວຽດນາມ. ຕາມນັ້ນແລ້ວ, ໃນຈຳນວນ 60 ທຶນສຶກສານັ້ນໄດ້ບຳລຸງສ້າງລະດັບວິທະຍາໄລ, ປະລິນຍາໂທ ແລະ ບຳລຸງໄລຍະຊັ້ນພາສາລາວ (ໃຫ້ບຸລິມະສິດບັນດາຂະແໜງພາສາ, ວັດທະນະທຳ, ການເມືອງ, ປະຫວັດສາດ, ພູມຊາດ), ລວມມີທຶນສຶກສາບຳລຸງປະລິນຍາໂທຈຳນວນ 5 ທຶນ, ທຶນສຶກສາບຳລຸງຂັ້ນມະຫາວິທະຍາໄລ ແລະ ທຶນສຶກສາບຳລຸງພາສາລາວ ໄລຍະຊັ້ນຈຳນວນ 55 ທຶນ.

ເວລາບຳລຸງຂັ້ນມະຫາວິທະຍາໄລແມ່ນ 5 ປີ, ລວມທັງ 1 ປີກຽມພາສາລາວ ຢູ່ປະເທດສປປ.ລາວ ສຳລັບຜູ້ທີ່ຍັງບໍ່ທັນຮູ້ພາສາລາວ; ລາຍການບຳລຸງຂັ້ນປະລິນຍາໂທແມ່ນ 3 ປີ; ລາຍງານບຳລຸງພາສາລາວ ໄລຍະຊັ້ນແມ່ນ 2 ປີ. ເປົ້າໝາຍລະອຽດສຳລັບທຶນສຶກສາຂັ້ນມະຫາວິທະຍາໄລແມ່ນ: ນັກຮຽນໂຮງຮຽນມັດທະຍົມສົມບູນປີ 2021, ຄິດ ສະເລ່ຍ 3 ປີແມ່ນ 6,5 ຄະແນນຂຶ້ນໄປ; ນັກສຶກສາປີທີ 1 ຂອງບັນດາມະຫາວິທະຍາໄລ, ສະຖາບັນ (ທາງການ) ມີຜົນການຮຽນ 3 ປີຢູ່ໂຮງຮຽນມັດທະຍົມສົມບູນ ແລະ ສົກຮຽນທີ 1 ມະຫາວິທະຍາໄລໄດ້ 6,5 ຄະແນນ ຂຶ້ນໄປ…

ເວລາຮັບສຳເນົາເອກະສານຮອດວັນທີ 31 ກໍລະກົດ 2021, ໄລ່ຕາມວັນກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງໄດ້ຮັບສຳເນົນເອກະສານ ແລະ ສຳເລັດການຈົດທະບຽນທາງອອນລາຍ. ກະຊວງສຶກສາ ແລະ ບຳລຸງສ້າງ ຈະແຈ້ງໃຫ້ຜູ້ໄດ້ຮັບສະໝັກ, ແນະນຳ ແລະ ແກ້ໄຂລະບຽບການທີ່ກ່ຽວຂ້ອງເພື່ອສາມາດໄປຮຽນຢູ່ລາວ ໃນເດືອນ ກັນຍາ 2021.

ແລະກໍ່ໃນອາທິດຜ່ານມາ, ລາຍການພາກພາສາລາວ VOV ຍັງໄດ້ຮັບຂໍ້ຄວາມຈາກເພື່ອນລາວ ບາງທ່ານໄດ້ສົ່ງມາຫາລາຍການ, ໃນນັ້ນເພື່ອນ ວັນທອງ, ຢູ່ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ເຖິງວ່າຖືກດຳເນີນໃນສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ຫຼາຍທ້ອງຖິ່ນກໍ່ຕາມ. ແຕ່ໃນຊຸມວັນປ່ອນບັດເລືອກຕັ້ງຜ່ານມາ, ບັນດາທ້ອງຖິ່ນຢູ່ຫວຽດນາມ ໄດ້ຂຶ້ນແຜນການເວລາໄປປ່ອນບັດໃຫ້ແກ່ຜູ້ມີສິດເລືອກຕັ້ງ ແລະ ສະຖານທີ່ປ່ອນບັດລະອຽດ; ປະຕິບັດຂໍ້ກຳນົດ 5 ປະການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ມີສິດເລືອກຕັ້ງ ແລະ ບັນລຸຜົນສຳເລັດຢ່າງຈົບງາມ. ເລື່ອງອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດສູງ, ນັບທັງຢູ່ເຂດພວມເກີດໂລກລະບາດໂຄວິດ-19, ໄດ້ເປັນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ. ຂໍອວຍພອນໃຫ້ຫວຽດນາມ ຈົ່ງນັບມື້ນັບບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນພາລະກິດສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ.

ເພື່ອນ ກອງໄຊ, ແຂວງ ຫຼວງພະບາງ ໄດ້ສົ່ງອີແມວມາຫາລາຍການໄດ້ແບ່ງປັນວ່າ: ພາບສາລະຄະດີກ່ຽວກັບທົ່ງເຂົ້າສຸກເຫຼືອງຢູ່ເຂດຕາເວັນຕົກແມ່ນງາມທີ່ສຸດ, ຜ່່່ານນີ້ ຊ່ວຍໃຫ້ເພື່ອນໄດ້ຮູ້ຈັກເຖິງບັນດາສະຖານທີ່ສວຍງາມຂອງຫວຽດນາມ ເຊິ່ງຍາກທີ່ຈະໄດ້ຮັບຊົມ. ນອກນັ້ນ, ພາບສາລະຄະດີນີ້ຍັງຊ່ວຍໃຫ້ຜູ້ຊົມມີຄວາມເຂົ້າໃຈກ່ຽວກັບການດຳລົງຊີວິດ, ການອອກແຮງງານທຳການຜະລິດຂອງປະຊາຊົນຢູ່ເຂດພູສູງຫຼາຍກວ່າ.

ຕອບກັບ