ບັນ​ດາ ສະ​ຖານ​ທີ່​ຂອງ ຫວຽດ​ນາມ ທີ່ UNESCO ຮັບ​ຮອງ​ເອົາເປັນມໍ​ລະ​ດົກ​ທຳ​ມະ​ຊາດ​ຂອງ​ໂລກ

Chia sẻ
(VOVWORLD) - ມາຮອດປັດຈຸບັນ, ຫວຽດນາມ ມີມໍລະດົກທຳມະຊາດ 3 ແຫ່ງໂດຍ UNESCO ຮັບຮອງເອົາ. ທີໜຶ່ງແມ່ນ ອ່າວຮະລອງ - ໝູ່ເກາະກາດບ່າ, UNESCO ຮັບຮອງເອົາ ສະຖານທີ່ແຫ່ງນີ້ ຍ້ອນວ່າ ບັນຈຸໄປດ້ວຍຫຼາຍເຂດທີ່ມີຄວາມງາມທາງດ້ານທຳມະຊາດ. ນອກຈາກນາມມະຍົດທີ່ຫາກໍ່ໄດ້ຮັບ, ອ່າວຮະລອງ ຍັງແມ່ນມໍລະດົກທຳມະຊາດຂອງໂລກ ໂດຍ UNESCO ຮັບຮອງເອົາ ເປັນສອງຄັ້ງ ໃນກ່ອນໜ້ານີ້.
ບັນ​ດາ ສະ​ຖານ​ທີ່​ຂອງ ຫວຽດ​ນາມ ທີ່ UNESCO ຮັບ​ຮອງ​ເອົາເປັນມໍ​ລະ​ດົກ​ທຳ​ມະ​ຊາດ​ຂອງ​ໂລກ - ảnh 1ອ່າວຮະລອງ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ ຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ ແລະ ລາວ… ໃນນັ້ນ, ມີທ່ານຜູ້ຟັງລາວ ຫຼາຍຄົນໄດ້ສົ່ງຈົດໝາຍສະແດງຄວາມຂອບອົກຂອບໃຈ, ແບ່ງປັນຄວາມຮູ້ສຶກມາຍັງລາຍການໃນອາທິດຜ່ານມາ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຈະຄັດສະເໜີເນື້ອໃນຄຳເຫັນ ກໍ່ຄືຕອບຈົດໝາຍຂອງ ທ່ານຜູ້ຟັງທີ່ໄດ້ຝາກມາ VOV ໃນອາທິດຜ່ານມາ.

ຈາກໂບລີເວຍ, ທ່ານ Mario Munoz Mendoza ໄດ້ຂຽນວ່າ: “ໄຊຊະນະດ້ຽນບຽນຝູ ຊ່ວຍຫວຽດນາມ ຫຼຸດພົ້ນອອກຈາກແອກປົກຄອງຫົວເມືອງຂຶ້ນ ຝລັ່ງ ແລະ ນຳ ຫວຽດນາມ ບັນລຸບັນດາໄຊຊະນະຕໍ່ມາ ຈົນຮອດການປົດປ່ອຍ ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະລາດ ແລະ ຍາດໄດ້ສິດຕັດສິນໃຈດ້ວຍຕົນເອງ. ດ້ວຍຖານະເປັນສະມາຊິກຂອງກຸ່ມ ຄົ້ນຄ້ວາ Rene Zavaleta Mercado ຂອງລັດ ໂບລີເວຍ, ພວກຂ້າພະເຈົ້າ ຂໍສະແດງຄວາມຍິນດີຕໍ່ການກະທຳວິລະຊົນນີ້ຂອງປະຊາຊົນ ຫວຽດນາມ”.

ທ່ານ Juan Diez ຊາວແອັດສະປາຍ ໄດ້ສົ່ງຈົດໝາຍມາລາຍການດ້ວຍເນື້ອໃນ: ສຳລັບຂ້າພະເຈົ້າ ບັນດາຄຳເວົ້າຂອງທ່ານປະທານາທິບໍດີ Maduro ກ່ຽວກັບການພັດທະນາຂອງ ຫວຽດນາມ ແມ່ນເໝາະສົມກັບສະພາບການຕົວຈິງໃນປັດຈຸບັນທີ່ສຸດ, ຍ້ອນວ່າ ທ່ານພວມໄດ້ສະແດງໃຫ້ເຫັນວ່າ ແມ່ນນັກການເມືອງ ຜູ້ໜຶ່ງທີ່ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບການພັດທະນາເສດຖະກິດຂອງໂລກ. ບັນດາຄຳເວົ້າທີ່ເປັນຜົນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດຂອງ ຫວຽດນາມ ຖືກຕ້ອງກັບການຕີລາຄາຂອງທ່ານປະທານາທິບໍດີ ກ່ຽວກັບຜົນກະທົບທີ່ນັບມື້ນັບເພີ່ມຂຶ້ນຂອງ ລັດທິສ້າງປະເທດຊາດຄືນໃໝ່ ຊາວຢິວ (Zionist) ແລະ ລັດທິທຶນນິຍົມ ຂອງ ອາເມລິກາ ຢູ່ ອາເມລິກາ ລາຕິນ.

ທ່ານສົມເພດ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນ: ຂໍສະແດງຄວາມຍິນດີຕໍ່ ຫວຽດນາມ ທີ່ໄດ້ຈັດຕັ້ງສຳເລັດເວທີປາໄສອະນາຄົດ ອາຊຽນ. ອາດເວົ້າໄດ້ວ່າ ນີ້ແມ່ນຂໍ້ລິເລີ່ມທີ່ຈຳເປັນ ເພື່ອແນໃສ່ສ້າງພື້ນຖານຢ່າງຮອບດ້ານ ມຸ່ງໄປເຖິງການໂອ້ລົມສົນທະນາຢ່າງແທ້ຈິງ ແລະ ຊອກຫາວິທີການແກ້ໄຂໃຫ້ແກ່ບັນດາບັນຫາຮີບດ່ວນ, ມີຜົນກະທົບທີ່ຍິ່ງໃຫຍ່ຕໍ່ອະນາຄົດຂອງປະຊາຊົນ ອາຊຽນ.

ໃນຈົດໝາຍສົ່ງມາຍັງລາຍການ, ທ່ານຜູ້ຟັງ ບູນມີ ມາຈາກແຂວງ ຫຼວງພະບາງ ໄດ້ແບ່ງປັນວ່າ: “ດີໃຈນຳ ຫວຽດນາມ ເດີ, ທີ່ມີມໍລະດົກທຳມະຊາດຂອງໂລກ ຕື່ມອີກໜຶ່ງແຫ່ງ ໂດຍ  UNESCO ຮັບຮອງເອົາ ເຊິ່ງແມ່ນ ອ່າວຮະລອງ - ໝູ່ເກາະ ກາດບ່າ, ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍນາມມະຍົດນີ້ ຫວຽດນາມ ຈະສືບຕໍ່ມີແຂກທ່ອງທ່ຽວສາກົນຫຼາຍຄົນ ມາທ່ຽວຫວຽດນາມ ໃນໄລຍະຈະມາເຖິງ. ຂ້າພະເຈົ້າ ກໍ່ຢາກຮູ້ວ່າ ປັດຈຸບັນ ຫວຽດນາມ ມີສະຖານທີ່ໃດແດ່ທີ່ UNESCO ຮັບຮອງເອົາເປັນມໍລະດົກທຳມະຊາດຂອງໂລກ? ຂໍຂອບໃຈ”.

ທ່ານ ບູນມີ ທີ່ຮັກແພງ! ມາຮອດປັດຈຸບັນ, ຫວຽດນາມ ມີມໍລະດົກທຳມະຊາດ 3 ແຫ່ງໂດຍ UNESCO ຮັບຮອງເອົາ. ທີໜຶ່ງແມ່ນ ອ່າວຮະລອງ - ໝູ່ເກາະກາດບ່າ, UNESCO ຮັບຮອງເອົາ ສະຖານທີ່ແຫ່ງນີ້ ຍ້ອນວ່າ ບັນຈຸໄປດ້ວຍຫຼາຍເຂດທີ່ມີຄວາມງາມທາງດ້ານທຳມະຊາດ. ນອກຈາກນາມມະຍົດທີ່ຫາກໍ່ໄດ້ຮັບ, ອ່າວຮະລອງ ຍັງແມ່ນມໍລະດົກທຳມະຊາດຂອງໂລກ ໂດຍ UNESCO ຮັບຮອງເອົາ ເປັນສອງຄັ້ງ ໃນກ່ອນໜ້ານີ້.

ຖັດຈາກນັ້ນແມ່ນ ປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບາງ, ແຂວງ ກ໋ວາງບິ່ງ ໂດຍ UNESCO ຮັບຮອງເອົາ ເປັນມໍລະດົກທຳມະຊາດຂອງໂລກ ເປັນສອງຄັ້ງ. ປີ 2003, ເປັນຄັ້ງທຳອິດທີ່ UNESCO ຮັບຮອງເອົາ ຟອງຍາ - ແກ໋ບາງ ເປັນມໍລະດົກທຳມະຊາດຂອງໂລກ ດ້ວຍມາດຖານ ກ່ຽວກັບທໍລະນີສາດ ແລະ ພູມສາດ. ເມື່ອເດືອນກໍລະກົດ ປີ 2015, ກໍ່ເປັນຄັ້ງທີສອງ ທີ່ UNESCO ໄດ້ຮັບຮອງເອົາສະຖານທີີ່ແຫ່ງນີ້ ດ້ວຍມາດຖານ “ເປັນຕົວຢ່າງທີ່ພົ້ນເດັ່ນໃຫ້ແກ່ບັນດາວິວັດທະນາການ ຊີວະພາບ ໃນການປ່ຽນແປງຢ່າງກ້າວໜ້າ, ການພັດທະນາຂອງລະບົບຊີວະນາໆພັນເທິງບົກ” ແລະ “ກຳມະສິດ ສະພາບແວດລ້ອມແຫ່ງການດຳລົງຊີວິດແບບທຳມະຊາດ ທີ່ມີຄວາມໝາຍທີ່ສຸດຕໍ່ການອະນຸລັກຮັກສາຊີວະນາໆພັນ”.

ແລະສຸດທ້າຍແມ່ນ ເຂດຈ່າງອານ ໂດຍ UNESCO ຮັບຮອງເອົາເປັນມໍລະດົກວັດທະນະທຳ ແລະ ທຳມະຊາດຂອງໂລກ, ກາຍເປັນມໍລະດົກປະສົມທຳອິດຢູ່ ຫວຽດນາມ ໃນປີ 2014. ໂດຍຕັ້ງຢູ່ແຂວງ ນິງບິ່ງ, ທາງທິດໃຕ້ຂອງເຂດທົ່ງພຽງແມ່ນ້ຳແດງ, ເຂດປູສະນີຍະສະຖານ ຈ່າງອານ ລວມມີ 3 ເຂດອະນຸລັກຮັກສາຕົ້ນຕໍ ຄື: ເຂດຮ່ອງຮອຍປະຫວັດສາດແຫ່ງຊາດພິເສດ ເມືອງເກົ່າ ຮວາລື, ເຂດຮ່ອງຮອຍ ແຫ່ງຊາດ ພິເສດ ປູຊະນີຍະສະຖານ ຈ່າງອານ - ຕາມກົກ - ບິກດົ້ງ ແລະ ເຂດປ່າສະຫງວນ ຮວາລື.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ການຕອບບາງຄຳຖາມ ຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາຍັງລາຍການໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631ຫຼື email  laovov5@gmail .com.  ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ