ບໍ​ລິ​ສັດ Star Telecom (Unitel) ໄດ້​ມອ​ບ​ເງິນ​ທີ່​ມີ​ມູນ​ຄ່າ 3 ລ້ານ USD ໃຫ້​ແກ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ

Chia sẻ

(VOVWORLD) -ບໍລິສັດ Star Telecom (Unitel) ເຊິ່ງແມ່ນບໍລິສັດຮ່ວມທຸລະກິດ ຂອງ ກຸ່ມບໍລິສັດໂທລະຄົມມະນາຄົມ ກອງທັບ Viettel ຢູ່ລາວ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາການເຕີບໂຕເສດຖະກິດ ເທົ່ານັ້ນ, ບໍລິສັດ Star Telecom (Unitel) ຍັງມີການເຄື່ອນໄຫວການກຸສົນຫຼາຍຢ່າງ ເພື່ອໜູນຊ່ວຍໃຫ້ແກ່ປະຊາຊົນ ລາວ ອີກດ້ວຍຄື: ສະໜັບສະໜູນເງິນໜູນຊ່ວຍປະຊາຊົນເຂດນ້ຳຖ້ວມ, ສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19... ແລະ ຫວ່າງມໍ່ໆມານີ້ ແມ່ນການເຄື່ອນໄຫວໜູນຊ່ວຍໃຫ້ແກ່ກອງທັບປະຊາຊົນ ລາວ.



ບໍ​ລິ​ສັດ Star Telecom (Unitel) ໄດ້​ມອ​ບ​ເງິນ​ທີ່​ມີ​ມູນ​ຄ່າ 3 ລ້ານ USD ໃຫ້​ແກ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ - ảnh 1ບໍລິສັດ Star Telecom (Unitel) ໄດ້ມອບເງິນທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງປ້ອງກັນປະເທດ ລາວ

ໃນອາທິດຜ່ານມາ, ເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນ ວົງໄຊ ທິບພະວົງ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: ວັນທີ 27/07 ແມ່ນວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ພວກຂ້າພະເຈົ້າເປັນຄົນລຸ້ນຫລັງ, ຂໍສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນ  ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ນັກຮົບອາສາສະໝັກ, ແມ່ ຫວຽດນາມ ວິລະຊົນ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ ໃນພາລະກິດປົດປ່ອຍຊາດຂອງ ຫວຽດນາມ ແລະ ລາວ. ຂໍຖະຫວາຍທູບທຽນໃຫ້ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ນັກຮົບອາສາສະໝັກ ຫວຽດນາມ ທີ່ໄດ້ຮຽງບ່າຮຽງໄຫລ່ກັບທະຫານປົດປ່ອຍປະເທດ ຕໍ່ສູ້ປົກປັກຮັກສາໃຫ້ 2 ປະເທດ ຫວຽດນາມ - ລາວ ແລະ ອວຍພອນໃຫ້ບັນດາທະຫານເສຍອົງຄະ, ແມ່ຫວຽດນາມວິລະຊົນ ຈົ່ງກໍ່ມີສຸຂະພາບແຂງແຮງ.” 

ເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນ ວົງໄຊ ທິບພະວົງ ທີ່ຮັກແພງ! ໃນຈຳນວນນັກຮົບອາສາສະໝັກ ແລະ ນັກຊ່ຽວຊານທະຫານ ຫວຽດນາມ ທີ່ເຂົ້າຮ່ວມບັນດາສະໜາມຮົບຢູ່ ລາວ ນັບພັນຄົນນັ້ນ, ມີນັກຮົບວິລະຊົນຫລາຍຄົນ ໄດ້ເສຍສະຫຼະຊີວິດຢູ່ປະເທດ ລ້ານຊ້າງ, ປະກອບສ່ວນປົກປັກຮັກສາພາລະກິດປະຕິວັດ 2 ປະເທດ ຫວຽດນາມ - ລາວ. ຂໍຂອບໃຈພວກເພື່ອນ ທີ່ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດມາໃນໂອກາດນີ້ດ້ວຍ. ພວກຂ້າພະເຈົ້າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ຂ່າວຕ່າງໆ ທີ່ເປັນປະໂຫຍດເຖິງທ່ານຜູ້ຟັງກ່ວາອີກ. ພວກຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ ທາງລາຍການ ຈະໄດ້ຮັບການປະກອບຄຳຄິດຄຳເຫັນຫລາຍຢ່າງ ຈາກທ່ານຜູ້ຟັງ ເພື່ອຊ່ວຍໃຫ້ລາຍການນັບມື້ນັບມີເນື້ອໃນອຸດົມສົມບຸນກ່ວາອີກ. ຂໍຂອບໃຈ.

ເພື່ອນໜູເພັດ ປັດຈຸບັນພວມເຮັດວຽກ ແລະ ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ໄລຍະຜ່ານມາ, ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນໃນທົ່ວໂລກ ເວົ້າລວມ ແລະ ສອງປະເທດ ຫວຽດນາມ, ລາວເວົ້າສະເພາະ, ເຮັດໃຫ້ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ອັນໄດ້ສ້າງຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ທັງສອງປະເທດ, ແຕ່ບັນດາການເຄື່ອນໄຫວລະຫວ່າງສອງປະເທດ ຍັງສືບຕໍ່ພັດທະນາ, ໃນນັ້ນບາງການເຄື່ອນໄຫວເຊິ່ງຂ້າພະເຈົ້າ ມີຄວາມສົນໃຈນັ້ນແມ່ນຂ່າວທີ່ວ່າ ບໍລິສັດ PVOIL ຫວຽດນາມ ສົ່ງນ້ຳມັນ ມາຍັງ ລາວ, ຫວັງວ່າບັນດາອ້າຍເອື້ອຍບັນນາທິການ ຈະສະໜອງຂໍ້ມູນກ່ຽວກັບການເຄື່ອນໄຫວດັ່ງກ່າວໃຫ້ແກ່ຂ້າພະເຈົ້າຕື່ມອີກ? ຂໍຂອບໃຈ

ເພື່ອນໜູເພັດ ທີ່ຮັກແພງ! ອາທິດຜ່ານມາ, PVOIL ລາວ ໄດ້ນຳເຂົ້ານ້ຳມັນງວດທຳອິດຈາກ ຫວຽດນາມ ໄປຍັງ ລາວ. ນີ້ແມ່ນງວດນ້ຳມັນ ໂດຍກຸ່ມບໍລິສັດໃຫຍ່ນ້ຳມັນ ຫວຽດນາມ PVOIL ສົ່ງອອກຜະລິດຕະພັນ ນ້ຳມັນແອັດຊັງ ຂອງໂຮງງານກັນຕ່ອງນ້ຳມັນ ງີເຊີນ ໃຫ້ແກ່ PVOIL ລາວ ຈຳໜ່າຍຢູ່ຕະຫຼາດລາວ. ພາຍໃຕ້ການປະສານສົມທົບຂອງ ກຸ່ມບໍລິສັດໃຫຍ່ PVOIL ງີເຊີນ ແລະ PVOIL ແທັງຮວາ, PVOIL Trans ໄດ້ຂົນສົ່ງນ້ຳມັນ 120.000 ລິດທຳອິດຈາກສາງ PVOIL ງີເຊີນ (ແທັງຮວາ, ຫວຽດນາມ) ໄປຍັງ PVOIL ລາວ (ຊຽງຂວາງ, ລາວ) ຜ່ານດ່ານຊາຍແດນນ້ຳກັ່ນ.

ດ້ວຍການປະຕິບັດສຳເລັດງວດສິນຄ້າທຳອິດນີ້, PVOIL ລາວ ຈະຫັນແຫຼ່ງສະໜອງເປັນຫຼາຍຮູບແບບ, ນຳໃຊ້ທ່າໄດ້ປຽບກ່ຽວກັບພູມມີປະເທດ ລຽບຕາມເສັ້ນຊາຍແດນຫວຽດນາມ - ລາວ ໃຫ້ໄດ້ຫຼາຍທີ່ສຸດ, ພິເສດ ປະກອບສ່ວນເພີ່ມທະວີວົງເງິນການສົ່ງອອກນຳເຂົ້າການຄ້າ ສອງປະເທດ. ໂດຍຜ່ານລະບົບຈຳໜ່າຍ, PVOIL ລາວ ຈະແນະນຳບັນດາຜະລິດຕະພັນນ້ຳມັນແອັດຊັງ ທີ່ໄດ້ຮັບການຜະລິດ ແລະ ກັ່ນຕອງຢູ່ ຫວຽດນາມ ໄປຍັງລູກຄ້າ ລາວ.

ເພື່ອນ ດາລາວັນ ປັດຈຸບັນ ພວມດຳລົງຊີວິດ ຢູ່ແຂວງຊຽງຂວາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ໃນຊຸມປີຜ່ານມາ, ມີວິສາຫະກິດຫວຽດນາມ ຫຼາຍແຫ່ງ ໄດ້ມາລົງທຶນຢູ່ລາວ ແລະ ບັນລຸໄດ້ບັນດາຜົນສຳເລັດໃດໜຶ່ງ. ໃນນັ້ນ, ຕ້ອງເວົ້າເຖິງ ບໍລິສັດ Star Telecom (Unitel) ເຊິ່ງແມ່ນບໍລິສັດຮ່ວມທຸລະກິດ ຂອງ ກຸ່ມບໍລິສັດໂທລະຄົມມະນາຄົມ ກອງທັບ Viettel ຢູ່ລາວ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາການເຕີບໂຕເສດຖະກິດ ເທົ່ານັ້ນ, ບໍລິສັດ Star Telecom (Unitel) ຍັງມີການເຄື່ອນໄຫວການກຸສົນຫຼາຍຢ່າງ ເພື່ອໜູນຊ່ວຍໃຫ້ແກ່ປະຊາຊົນ ລາວ ອີກດ້ວຍຄື: ສະໜັບສະໜູນເງິນໜູນຊ່ວຍປະຊາຊົນເຂດນ້ຳຖ້ວມ, ສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19... ແລະ ຫວ່າງມໍ່ໆມານີ້ ແມ່ນການເຄື່ອນໄຫວໜູນຊ່ວຍໃຫ້ແກ່ກອງທັບປະຊາຊົນ ລາວ. ຫວັງວ່າບັນດາອ້າຍເອື້ອຍນ້ອງບັນນາທິການ ຈະສະໜອງບັນດາຂໍ້ມູນກ່ຽວກັບການເຄື່ອນໄຫວນັ້ນໃຫ້ຂ້າພະເຈົ້າດ້ວຍ? ຂໍຂອບໃຈ.

ເພື່ອນດາລາວັນ ທີ່ຮັກແພງ, ຫວ່າງແລ້ວນີ້, ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງກອງທັບປະຊາຊົນລາວ, ບໍລິສັດ Star Telecom (Unitel) ໄດ້ມອບເງິນທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງປ້ອງກັນປະເທດ ລາວ.

ພິທີມອບຮັບເງິນໜູນຊ່ວຍດັ່ງກ່າວ ໄດ້ຈັດຂຶ້ນຢູ່ ສຳນັກງານກະຊວງປ້ອງກັນປະເທດ ລາວ ຢູ່ນະຄອນຫຼວງ ວຽງຈັນ ໂດຍ ທ່ານ ລິວແມັງຮ່າ ຜູ້ອຳນວຍການໃຫຍ່ ບໍລິສັດ Star Telecom (Unitel) ເປັນຜູ້ກ່າວມອບ ແລະ ທ່ານພົນຈັດຕະວາ ໄພວັນ ຈັນທະພົມມາ, ຫົວໜ້າຫ້ອງວ່າການກະຊວງ ປ້ອງກັນປະເທດ ລາວ ເປັນຜູ້ກ່າວຮັບ.

ກ່າວຄຳເຫັນພາຍຫຼັງພິທີ ແລະ ເປັນສັກຂິພະຍານໃນພິທີມອບຮັບດັ່ງກ່າວ, ທ່ານພົນເອກ ຈັນສະໝອນ ຈັນຍະລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສຸດໃຈຕໍ່ ບໍລິສັດ Star Telecom (Unitel) ທີ່ມີການຄວາມເອົາໃຈໃສ່ຕໍ່ການພັດທະນາຂອງກອງທັບລາວ ຢ່າງເປັນປະຈຳ, ທ່ານກໍ່ຢັ້ງຢືນວ່າ ຈຳນວນເງິນໜູນຊ່ວຍຄັ້ງນີ້ ຈະປະກອບສ່ວນສຳຄັນ ເຂົ້າໃນການຫັນກອງທັບ ລາວ ເປັນທັນສະໄໝ, ທ່ານກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະຊີ້ນຳບັນດາອົງການ, ຫົວໜ່ວຍນຳໃຊ້ຈຳນວນເງິນດັ່ງກ່າວໃຫ້ມີປະສິດທິຜົນທີ່ສຸດ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບໂດຍພື້ນຖານ ກ່ຽວກັບຄຳຖາມຂອງເພື່ອນ, ຫວັງວ່າ ຈະເຮັດໃຫ້ເພື່ອນໄດ້ຮັບຂໍ້ມູນເພີ່ມສ່ວນໃດສ່ວນໜຶ່ງ, ໃນໂອກາດນີ້, ຂໍອວຍພອນໃຫ້ ເພື່ອນຈົ່ງມີສຸຂະພາບທີ່ແຂງແຮງດີ, ບັນລຸໄດ້ຜົນງານຫຼາຍຢ່າງໃນວຽກງານ ແລະ ສືບຕໍ່ສະໜັບສະໜູນໃຫ້ແກ່ ລາຍການຂອງພວກຂ້າພະເຈົ້າ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ລາຍການກະຈາຍສຽງພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment(ສະແດງຄຳຕິຊົມ) ໃນເວັບໄຊ vovworld.vn ຂອງພວກເຮົາໄດ້. ຂໍຂອບໃຈ!

ຕອບກັບ