ບັນດາບົດເພງກ່ຽວກັບຄວາມສາມັກຄີໃນການຕໍ່ສູ້ກູ້ຊາດລະຫວ່າງ ຫວຽດນາມ - ລາວ ຍັງຝັງເລິກຢູ່ໃນດວງໃຈຂອງທະຫານອາສາສະໝັກຫວຽດນາມ ຢູ່ ລາວ

Nguyen Xuyen
Chia sẻ
(VOVWORLD) -ທ່ານ ບຸ່ຍມິນເຊີນທະຫານອາສາສະໝັກ ຫວຽດນາມ ຢູ່ລາວ ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ facebook ໂດຍມີເນື້ອໃນດັ່ງນີ້: ລາຍການເພງກ່ຽວກັບຄວາມສາມັກຄີໃນການຕໍ່ສູ້ກູ້ຊາດ ລະຫວ່າງ ຫວຽນາມ - ລາວ ໂດຍນັກດົນຕີສອງປະເທດປະດິດແຕ່ງມີບົດເພງຫຼາຍບົດຍັງຝັງເລິກຢູ່ໃນດວງໃຈຂອງພວກຂ້າພະເຈົ້າຈົນເຖິງມື້ນີ້ພິເສດແມ່ນບັນດາບົດເພງທີ່ເຂັ້ມຂຸ້ນໄປດ້ວຍຈັງຫວະຂອງການຟ້ອນລໍາວົງທີ່ຄຸ້ນເຄີຍຂອງບັນດານັກດົນຕີ ລາວ ໃນສະໄໝນັ້ນຜ່ານການເວລາປັດຈຸບັນບັນດາບົດເພງເຫຼົ່ານັ້ນ ສ່ວນຫຼາຍແມ່ນບໍ່ຄ່ອຍມີຜູ້ໃດຈື່ໄດ້ແລ້ວ ແຕ່ສໍາລັບພວກຂ້າພະເຈົ້າ ແມ່ນບໍ່ອາດຫຼົງລືມໄດ້ ...”

ໃນອາທິດຜ່ານມາ, ທ່ານ ບຸ່ຍມິນເຊີນ - ຄະນະຕິດຕໍ່ທົ່ວປະເທດ ທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍເຫຼືອ ລາວ ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ facebook ໂດຍມີເນື້ອໃນດັ່ງນີ້: ພວກຂ້າພະເຈົ້າ - ທະຫານອາສາສະໝັກ ຫວຽດນາມ ຢູ່ ລາວໃນສະໄໝສົງຄາມ. ໃນຊຸມວັນທີ່ລໍາບາກກາກກໍານັ້ນ, ພວກຂ້າພະເຈົ້າກໍໄດ້ຮັບຟັງລາຍການກະຈາຍສຽງພາກພາສາລາວ ຂອງ ວິທະຍຸກະຈາຍສຽງ ຫວຽດນາມ ເປັນປະຈໍາ. ບໍ່ແມ່ນວ່າຜູ້ໃດຟັງແລ້ວກໍເຂົ້າໃຈເນື້ອໃນຂອງລາຍການໄດ້ທັງໝົດ ແຕ່ມີສິ່ງໜຶ່່ງທີ່ທຸກຄົນຮູ້ສຶກໄດ້ ແລະ ນິຍົມຊົມຊອບ, ນັ້ນແມ່ນລາຍການເພງກ່ຽວກັບຄວາມສາມັກຄີໃນການຕໍ່ສູ້ກູ້ຊາດ ລະຫວ່າງ ຫວຽນາມ - ລາວ ໂດຍນັກດົນຕີສອງປະເທດປະດິດແຕ່ງ. ມີບົດເພງຫຼາຍບົດຍັງຝັງເລິກຢູ່ໃນດວງໃຈຂອງພວກຂ້າພະເຈົ້າຈົນເຖິງມື້ນີ້. ພິເສດແມ່ນບັນດາບົດເພງທີ່ເຂັ້ມຂຸ້ນໄປດ້ວຍຈັງຫວະຂອງການຟ້ອນລໍາວົງທີ່ຄຸ້ນເຄີຍຂອງບັນດານັກດົນຕີ ລາວ ໃນສະໄໝນັ້ນ. ຜ່ານການເວລາ, ປັດຈຸບັນ, ບັນດາບົດເພງເຫຼົ່ານັ້ນ ສ່ວນຫຼາຍແມ່ນບໍ່ຄ່ອຍມີຜູ້ໃດຈື່ໄດ້ແລ້ວ ແຕ່ສໍາລັບພວກຂ້າພະເຈົ້າ ແມ່ນບໍ່ອາດຫຼົງລືມໄດ້ ແລະ ມີຄວາມປາດຖະໜາຢາກຮັບຟັງບັນດາບົດເພງເຫຼົ່ານັ້ນອີກຄັ້ງໜຶ່ງ ເປັນຕົ້ນແມ່ນບົດເພງຊົມເຊີຍນັກຮົບປ້ອງກັນອາກາດ”, “ປະເທດຊາດຮັກແພງອ້າຍທະຫານ ລາວ”, “ຊົມເຊີຍທະຫານລາວສູ້ຮົບເກັ່ງ”.... ບາງບົດເພງ ອາດຈະຄົ້ນຫາໄດ້ຜ່ານທາງອິນເຕີແນັດ ແຕ່ກໍມີບົດເພງຫຼາຍບົດແມ່ນຊອກບໍ່ໄດ້ເລີຍ, ນັບທັງຢູ່ລາວ ກໍບໍ່ມີໃຜຮູ້ຈັກເຖິງ. ພວກຂ້າພະເຈົ້າຫວັງຢ່າງຍິງວ່າ VOV  ຍັງຮັກສາບັນດາບົດເພງດັ່ງກ່າວນັ້ນໄວ້ຢູ່ ແລະ ເປີດໃຫ້ພວກຂ້າພະເຈົ້າຟັງຄືນແດ່. ສໍາລັບພວກຂ້າພະເຈົ້າແລ້ວ, ປະເທດ ລາວ ຍາມໃດກໍແມ່ນບ້ານເກີດເມືອງນອນແຫ່ງທີ 2, ປະຊາຊົນລາວ ແມ່ນຄອບຄົວແຫ່ງທີ 2 ຂອງພວກຂ້າພະເຈົ້າຕະຫຼອດການ. ພວກຂ້າພະເຈົ້າຢາກຖ່າຍທອດໃຫ້ຄົນລຸ້ນຫຼັງບັນດາອາລົມຈິດຄວາມຮັກແພງຂອງຕົນ ເພື່ອຮັກສາ, ຖະໜຸຖະໜອມໄມຕີຈິດມິດຕະພາບແບບພິເສດລະຫວ່າງສອງຊາດໄວ້ໃຫ້ໝັ້ນແກ່ນ”.

ບັນດາບົດເພງກ່ຽວກັບຄວາມສາມັກຄີໃນການຕໍ່ສູ້ກູ້ຊາດລະຫວ່າງ ຫວຽດນາມ - ລາວ ຍັງຝັງເລິກຢູ່ໃນດວງໃຈຂອງທະຫານອາສາສະໝັກຫວຽດນາມ ຢູ່ ລາວ  - ảnh 1 ທະຫານອາສາສະໝັກຫວຽດນາມ ແລະ ທະຫານ ລາວ ພົບປະກັນສະເຫຼີມສະຫຼອງ ໄຊຊະນະ (ພາບເອກະສານ: tuyengiaobinhphuoc.org.vn)

ທ່ານ ບຸ່ຍມິນເຊີນ ທີ່ຮັກແພງ! ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອໄດ້ອ່ານຄໍາແບ່ງປັນຂອງທ່ານ. ຂອບໃຈທ່ານທີ່ໄດ້ຮັບຟັງ ແລະ ນິຍົມບັນດາລາຍການກະຈາຍສຽງຂອງພວກຂ້າພະເຈົ້າໃນຕະຫຼອດໄລຍະຜ່ານມາ. ທ່ານຜູ້ຟັງລາວ ເມື່ອໄດ້ຮັບຟັງຄວາມມຸ່ງມາດປາດຖະໜາ, ອາລົມຈິດຄວາມຮັກແພງຂອງທະຫານອາສາສະໝັກຫວຽດນາມ ທີ່ມີຕໍ່ປະເທດ ລາວ ແລ້ວເຂົາເຈົ້າ ກໍຈະມີຄວາມຊາບຊື້ງ. ສໍາລັບບັນດາບົດເພງທີ່ທ່ານໄດ້ເລົ່າມານັ້ນ, ພວກຂ້າພະເຈົ້າຈະຊອກຄືນ ແລະ ຈະເປີດໃຫ້ທ່ານ ແລະ ທ່ານຜູ້ຟັງທັງຫຼາຍໄດ້ຮັບຟັງໃນລາຍການເພງຕາມຄໍາຂໍທີ່ໄດ້ອອກອາກາດໃນ ເວລາ 18 ໂມງ 00 ນາທີ ແລະ 20 ໂມງ 30 ນາທີ ໃນທຸກໆວັນອາທິດ. ທ່ານສາມາດຮັບຟັງລາຍການດັ່ງກ່າວໄດ້ໃນເວັບໄຊ radioonline.vn. ຕໍ່ໄປນີ້, ຂໍເຊີນທ່ານ ພ້ອມດ້ວຍທ່ານຜູ້ຟັງຮັບຟັງບົດເພງ: ປະເທດຊາດຮັກແພງອ້າຍທະຫານລາວ - ເຊິ່ງເປັນໜຶ່ງໃນບັນດາບົດເພງ ທີ່ທ່ານຢາກຟັງຄືນໃນລາຍການກະຈາຍສຽງຂອງ ວິທະຍຸກະຈາຍສຽງຫວຽດນາມ. ເຊີນທ່ານຮັບຟັງໄດ້ເລີຍ.

ທ່ານ ບຸ່ຍມິນເຊີນ ຍັງແບ່ງປັນຕື່ມອີກວ່າ: “ທ່ານໄດ້ຮຽນພາສາ ລາວ ຜ່ານ VOV ນັບແຕ່ສະໄໝຕໍ່ຕ້ານ ອາເມລິກາ ເພື່ອອອກສຽງໃຫ້ຖືກຕ້ອງ ແລະ ທ່ານຮຽນໄດ້ຫຼາຍສິ່ງຫຼາຍຢ່າງຈາກ VOV.

ເພື່ອນ ພອນຄໍາ ມາຈາກນະຄອນຫຼວງ ວຽງຈັນ, ປັດຈຸບັນພວມເຮັດວຽກຢູ່ ຄະນະໂຄສະນາອົບຮົມສູນກາງ ພັກປະຊາຊົນ ປະຕິວັດລາວ  ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນ ຢາກຊອກຮູ້ຂໍ້ມູນກ່ຽວກັບວາລະສານ ກອມມູນິດ.

ເພື່ອນ ພອນຄໍາ ທີ່ຮັກແພງ! ຕາມຂໍ້ຕົກລົງ ເລກທີ 199 ຂອງສູນກາງພັກ ວ່າດ້ວຍບົດບາດໜ້າທີ່, ກົງຈັກການຈັດຕັ້ງຂອງ ວາລະສານກອມມູນິດ ໄດ້ລະບຸຢ່າງລະອຽດຄືດັ່ງນີ້:

ວາລະສານ ກອມມູນິດ ແມ່ນອົງການທິດສະດີການເມືອງຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ເຄື່ອນໄຫວພາຍໃຕ້ການນໍາພາໂດຍກົງ ແລະ ເປັນປະຈໍາຂອງກົມການເມືອງ, ຄະນະເລຂາ, ມີໜ້າທີ່ຄົ້ນຄວ້າ, ເຜີຍແຜ່, ສຶກສາກ່ຽວກັບທິດສະດີການເມືອງ ຂອງພັກ.

ໜ້າທີ່ຂອງວາລະສານ: ນອກຈາກໜ້າທີ່ໂຄສະນາ, ສຶກສາກ່ຽວກັບທັດສະນະ, ແນວທາງ, ແຜນນະໂຍບາຍຂອງ ພັກ, ນະໂຍບາຍ, ກົດໝາຍຂອງລັດ; ການດໍາເນີນຊີວິດຂອງພັກ, ຂອງລັດ, ລັດທິ ມາກ - ເລນິນ, ແນວຄິດຂອງປະທານໂຮ່ຈີມິນ...ແລ້ວ, ວາລະສານ ກອມມູນິດ ຍັງມີໜ້າທີ່ສະຫຼຸບພຶດຕິກໍາຕົວຈິງ, ຄົ້ນຄວ້າທິດສະດີ, ຄົ້ນຄວ້າວິທະຍາສາດ, ຕໍ່ສູ້, ຕ້ານຄືນບັນດາແນວຄິດທີ່ຜິດພາດ, ອິດທິກໍາລັງທີ່ເປັນປໍລະປັກ, ປົກປ້ອງລັດທິ ມາກ - ເລນິນ, ແນວຄິດໂຮ່ຈີມິນ, ແນວທາງ, ທັດສະນະຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງ ລັດ ແລະ ສວມບົດບາດສໍາຄັນໃນວຽກງານການພົວພັນຕ່າງປະເທດ ແລະ ການໃຫ້ຂ່າວຕ່າງປະເທດ.

ໄລ່ຮອດວັນທີ 15 ກໍລະກົດ, ລາຍການພາກພາສາລາວ ໄດ້ຮັບບົດເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ຈໍານວນ 10 ບົດ ຈາກທ່ານຜູ້ຟັງ: ສົມພະວັນ ມະວົງໄຊ, ບຸນຕຽງ ຈັນທະວົງ, ຈັນທະສອນ ສີຫານາດ, ພອນຄໍາ ສີສົງຄາມ, ພຸມພິທັດ ອຸປະເສີດ, ກິກສະໜາ ສຸທໍາມະວົງ, ທິບພະວັນ ບຸນຈັນ, ສຸດທິດາ, ບຸດສະດີ ຕິລິຈັນໂທ, ແລະ ເພື່ອນ ພູມາໄລພອນ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທຸກໆທ່ານທີ່ໄດ້ຕອບສະໜອງ ແລະ ເຂົ້າຮ່ວມການເສັງດັ່ງກ່າວ. ພວກຂ້າພະເຈົ້າ ຈະສືບຕໍ່ຮັບບົດເສັງຮອດວັນທີ 31 ສິງຫາ. ສະນັ້ນ, ຜູ້ຟັງທ່ານໃດທີ່ຍັງບໍ່ທັນສົ່ງບົດຫາມາລາຍການ ຈົ່ງຮີບຟ້າວເຮັດໃຫ້ສໍາເລັດ ແລະ ສົ່ງມາຫາລາຍການຂອງພວກເຮົາ ຕາມທີ່ຢູ່ ອີແມວ  laovov5@gmail.com  ເພື່ອຮັບຂອງຂວັນທີ່ໜ້າຈັບໃຈຈາກຄະນະຈັດຕັ້ງ. ລາຍການໂອ້ລົມກັບເພື່ອນລາວ ຂໍສິ້ນສຸດລົງພຽງເທົ່ານີ້. ທຸກຄໍາເຫັນປະກອບ ຈົ່ງຝາກມາຕາມທີ່ຢູ່: ລາຍການພາກພາສາລາວ, ເຮືອນເລກທີ 45, ຖະໜົນບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ: laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄໍາຕິຊົມໃນເວັບໄຊ vovwolrd.vn. ພົບກັນໃໝ່ໃນລາຍການໜ້າ. ສະບາຍດີ.

ຕອບກັບ