ທະເລ ຈ່າໂກ໋ ສະຖານທີ່ທ່ອງທ່ຽວມີຊື່ສຽງຂອງແຂວງ ກວາງນິງ

Minh Duc
Chia sẻ
(VOVWORLD) - ໂດຍມີເຂດປ່າຊາຍເລັນທຳມະຊາດອ້ອມຮອບ, ນ້ຳທະເລຂຽວ, ສະອາດ, ເມັກຂາວ, ສະນັ້ນ ທະເລ ຈ່າໂກ ແມ່ນເຂດສ້າງຄວາມດຶງດູດສຳລັບລຸ້ນໜຸ່ມຢ່າງແທດຈິງ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 425 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງ.

ທະເລ ຈ່າໂກ໋ ສະຖານທີ່ທ່ອງທ່ຽວມີຊື່ສຽງຂອງແຂວງ ກວາງນິງ - ảnh 1ວັນທີ 30 ເມສາ 1975  ແມ່ນວັນປົດປ່ອຍພາກໃຕ້ຢ່າງສົມບູນ
(ພາບເອກະສານ)

ໃນອາທິດຜ່ານມາ, ລາຍການພາກພາສາ ລາວ ໄດ້ຮັບຫຼາຍຈົດໝາຍ, ອີເມວ, ຄຳຕິຊົມ ເຊິ່ງທ່ານຜູ້ຟັງໄດ້ສົ່ງມາຫາລາຍການເນື້ອໃນແມ່ນ ອວຍພອນເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ໂຮມປະເທດຊາດເປັນເອກະພາບຄື ວັນທີ 30 ເມສາ ແລະ ວັນກຳມະກອນສາກົນ ຄືວັນທີ 01 ພຶດສະພາ.

ເພື່ອນ ວົງຄຳ, ຢູ່ແຂວງ ຫົວພັນ ໄດ້ແບ່ງປັນດ້ວຍເນື້ອໃນທີ່ວ່າ: ວັນທີ 30 ເມສາ 1975, ໄຊຊະນະຍິ່ງໃຫຍ່ລະດູບານໃໝ ໄດ້ເຮັດໃຫ້ສົງຄາມຮຸກຮານ ແລະ ແອກປົກຄ້ອງຂອງລ່າເມືອງຂຶ້ນແບບໃໝ່ຂອງພວກຈັກກະພັດ ອາເມລິກາ ຢູ່ທາງພາກໃຕ້ ຫວຽດນາມ ຖືກປະລາໄຊ,  ປົດປ່ອຍພາກໃຕ້ຢ່າງສົມບູນ, ສິ້ນສຸດສົງຄາມກູ້ຊາດຍາວໄກ, ຫຍຸ້ງຍາກ ແລະ ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຕ້ານສັດຕູ້ຜູ້ຮຸກຮານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ. ຂ້າພະເຈົ້າເຄົາລົບນ້ຳໃຈກ້າຫານຂອງຊາວ ຫວຽດນາມ. ປະຈຸບັນ, ຫວຽດນາມ ນັບມື້ນັບພັດທະນາ ແລະ ມີສຽງເວົ້າບົນເວທີສາກົນ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ ຫວຽດນາມ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ອວຍພອນໃຫ້ນ້ຳໃຈສາມັກຄີ ມິດຕະພາບແບບພິເສດ ລາວ - ຫວຽດນາມ ຍືນຍົງຄົງຕົວໄປຊົ່ວກາລະນານ.

ສ່ວນເພື່ອນ ຄຳພະສົງ ໄດ້ຂຽນຄຳຄິດເຫັນທາງ Facebook ຂອງລາຍການດ້ວຍເນື້ອໃນທີ່ວ່າ: ວັນທີ 01 ພຶດສະພາແມ່ນວັນກຳມະກອນສາກົນ, ວັນຕໍ່ສູ້ຂອງຊົນຊັ້ນກຳມະກອນ, ວັນພັກຜ່ອນ ແລະ ຍ້ອງຍໍກຳລັງ, ວັນບຸນຂອງກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານໃນທົ່ວໂລກ. ນີ້ກໍ່ແມ່ນວັນສະແດງໃຫ້ເຫັນນ້ຳໃຈສາມັກຄີມິດຕະພາບກັບຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານໃນທົ່ວໂລກ, ພ້ອມກັນຕໍ່ສູ້ເພື່ອໄຊຊະນະຂອງສັນຕິພາບ, ເສລີພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາພະນັກງານ, ລັດຖະກອນ VOV ມີວັນພັກການຢ່າງມີຄວາມໝາຍຫຼາຍຢ່າງ.

ເພື່ອນ ບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນວ່າ: ໃນອາທິດຜ່ານມາ, ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ແລະ ກອງເສນາທິການໃຫຍ່ກອງທັບປະຊາຊົນ ລາວ ໄດ້ຈັດພິທີເປີດສາຍຕິດຕໍ່ໂດຍຮັກສາຄວາມລັບຜ່ານສາຍໃຍແກ້ວໜ້າດິນລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ. ເລື່ອງຜັນຂະຫຍາຍສາຍຕິດຕໍ່ໃໝ່ດັ່ງກ່າວແມ່ນສອດຄ່ອງກັບການກຳນົດທິດພັດທະນາຂອງສາຍພົວພັນຂອງ 2 ປະເທດ ແລະ ຕອບສະໜອງຄວາມກ້າວໜ້າຂອງເຕັກໂນໂລຊີຂໍ້ມູນຂ່າວສານ. ເມື່ອສາຍໃຍແກ້ວນຳເຂົ້າໃຊ້ການ ຈະປະກອບສ່ວນຍົກສູງວຽກງານການຕ່າງປະເທດປ້ອງກັນຊາດຂອງ 2 ປະເທດ; ຊຸກຍູ້ນ້ຳໃຈມິດຕະພາບ, ຄວາມສາມັກຄີ, ການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ.

ລາຍການພາກພາສາລາວ, VOV ຂໍຂອບໃຈບັນດາທ່ານຜູ້ຟັງໄດ້ສົ່ງຈົດໝາຍ, ອີເມວ ແລະ ໂທລະສັບມາຫາລາຍການ ເພື່ອແບ່ງປັນຄຳຄິດເຫັນກັບລາຍການ. ຫວັງວ່າ, ໃນໄລຍະຈະມາເຖິງ, ທາງລາຍການຈະໄດ້ຮັບຄຳເຫັນ, ຄຳຕິຊົມຈາກທ່ານຜູ້ຟັງຫຼາຍກວ່າອີກ ເພື່ອຊ່ວຍໃຫ້ລາຍການນັບມື້ນັບອຸດົມສົມບູນກວ່າ.

ທະເລ ຈ່າໂກ໋ ສະຖານທີ່ທ່ອງທ່ຽວມີຊື່ສຽງຂອງແຂວງ ກວາງນິງ - ảnh 2ທະເລ ຈ່າໂກ໋ ແມ່ນສະຖານທີ່ທ່ອງທ່ຽວມີຊື່ສຽງຂອງແຂວງ ກວາງນິງ
(ພາບອີນເຕີອເນັດ)

ເພື່ອນ ພັນຄຳ ວິໄລຈິດ, ແຂວງ ສາວັນນະເຂດ ໄດ້ໂທລະສັບມາຫາລາຍການ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ໄປທ່ອງທ່ຽວຢູ່ຫາດຊາຍທະເລບາງແຂວງຂອງ ຫວຽດນາມ, ຄື: ເຊິມເຊີນ, ຍາຈາງ ແລະ ຮະລອງ ແຂວງ ກວາງນິງ. ຂ້າພະເຈົ້າໄດ້ຮູ້ວ່າ, ຢູ່ແຂວງ ກວາງນິງ ມີຫາດຊາຍທະເລຫຼາຍແຫ່ງງາມທີ່ສຸດ, ໃນຈຳນວນນັ້ນມີຫາດຊາຍທະເລ ຈ່າໂກ. ຜ່ານລາຍການ, ຂ້າພະເຈົ້າຢາກໄດ້ຮັບການແນະນຳກ່ຽວກັບເຂດທ່ອງທ່ຽວດັ່ງກ່າວ.

ເພື່ອນ ພັນຄຳ ວິໄລຈິດ ທີ່ຮັກແພງ, ທະເລ ຈ່າໂກ໋ ແມ່ນສະຖານທີ່ທ່ອງທ່ຽວມີຊື່ສຽງຂອງແຂວງ ກວາງນິງ, ແມ່ນໜຶ່ງໃນບັນດາເຂດມີຫາດຊາຍທະເລຍາວ ແລະ ສວຍງາມຢູ່ ຫວຽດນາມ. ໂດຍມີເຂດປ່າຊາຍເລັນທຳມະຊາດອ້ອມຮອບ, ນ້ຳທະເລຂຽວ, ສະອາດ, ເມັກຂາວ, ສະນັ້ນ ທະເລ ຈ່າໂກ ແມ່ນເຂດສ້າງຄວາມດຶງດູດສຳລັບລຸ້ນໜຸ່ມຢ່າງແທດຈິງ. ເພື່ອຮັບຊົມຄວາມງາມຂອງທະເລ ຈ່າໂກ໋ ພວກເພື່ອນຕ້ອງມາທ່ຽວແຕ່ເດືອນ ເມສາ ຫາເດືອນ ກໍລະກົດ ແຕ່ລະປີ. ອາກາດໃນຊ່ວງເວລານີ້ແມ່ນສະບາຍທີ່ສຸດ, ນ້ຳທະເລຂຽວ. ຕໍ່ໄປນີ້ແມ່ນສະຖານທີ່ບາງແຫ່ງເຊິ່ງເພື່ອນສາມາດມາຢ້ຽມຢາມເມື່ອໄປທ່ອງທ່ຽວຢູ່ເຂດທະເລ ຈ່າໂກ:

1.ເຂດຫີນດຳ ນອນຢູ່ຫ່າງໄກກັບນະຄອນ, ມີຫີນດຳຫຼາຍແຜ່ນຕັ້ງຢູ່ເທິງຫາດຊາຍ ອັນໄດ້ສ້າງຄວາມງາມແຕກຕ່າງໃຫ້ແກ່ເຂດນີ້. ຍ້ອນສີດຳຂອງຫີນ ສະນັ້ນນ້ຳຢູ່ນີ້ພັດໃສແຈ້ງກວ່າ, ເຮັດໃຫ້ແຂກທ່ອງທ່ຽວເຫັນໄດ້ພື້ນດິນຂອງທະເລ.

2. ແຫຼມ ຊາວິ້ ແມ່ນເຂດດິນເໜືອສຸດຂອງ ຫວຽດນາມ. ຊາວິ້ ມີຫາດຊາຍທະເລພຽງ, ກວ້າງ ເໝາະສົມກັບທັງເລື່ອງອາບນ້ຳທະເລ ແລະ ບັນດາການເຄື່ອນໄຫວກິລາຫາດຊາຍທະເລ.

3. ຕະຫຼາດ ມອງກາຍ ແມ່ນຕະຫຼາດເຂດດ່ານຊາຍແດນທີ່ເຄື່ອນໄຫວຢ່າງຟົດຟື້ນທີ່ສຸດ ແລະ ແມ່ນເຂດດຶງດູດແຂກທ່ອງທ່ຽວເມື່ອມາທ່ອງທ່ຽວຢູ່ແຂວງ ກວາງນິງ. ຕະຫຼາດແຫ່ງນີ້ໄດ້ຂາຍເຄື່ອງຂອງຫຼາຍຢ່າງ, ຄື: ເຄື່ອງກົນຈັກ, ເຄື່ອງເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ກະເປົາ…

4. ສາລາ ຈ່າໂກ ແມ່ນກິດຈະກຳບູຮານໃຫຍ່ໂຕມະໂຫຖານທີ່ສຸດຂອງແຂວງ ກວາງນິງ. ດ້ວຍສະຖາປັດຕະຍາກຳເປັນຮູບໂຕມັງກອນ, ສາລາ ຈ່າໂກ໋ ນຳມາເຊິ່ງຄຸນຄ່າດ້ານສະຖາປັດຕະຍາກຳຫຼາຍຢ່າງ ດຶງດູດແຂກທ່ອງທ່ຽວມາຈາກທຸກສາລະທິດມາຢ້ຽມຊົມ.

ຕອບກັບ