ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ

Dieu Hong
Chia sẻ
​ເພື່ອນ ​ແກ້ວຕາ, ນັກ​ສຶກສາ​ພະ​ແນ​ກທ່ອງ​ທ່ຽວ, ມະຫາວິ​ທະຍາ​ໄລ​ແຫ່ງ​ຊາດ ລາວ ​ຢາກ​ຮູ້​ວ່າ​ໃນ​ເດືອນ 4 ນີ້, ຢູ່ ຫວຽດນາມ ​ຈະ​ຈັດ​ຕັ້ງ​ເຫດການ, ພິທີ​ສະ​ເຫຼີ​ມສະຫຼອງ​ທີ່​ພົ້ນ​ເດັ່ນ​ໃດ​ແດ່?

ໃນ​ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ ພາກ​ນີ້, ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

        ​ເພື່ອນ ​ແກ້ວຕາ, ນັກ​ສຶກສາ​ພະ​ແນ​ກທ່ອງ​ທ່ຽວ, ມະຫາວິ​ທະຍາ​ໄລ​ແຫ່ງ​ຊາດ ລາວ ​ຢາກ​ຮູ້​ວ່າ​ໃນ​ເດືອນ 4 ນີ້, ຢູ່ ຫວຽດນາມ ​ຈະ​ຈັດ​ຕັ້ງ​ເຫດການ, ພິທີ​ສະ​ເຫຼີ​ມສະຫຼອງ​ທີ່​ພົ້ນ​ເດັ່ນ​ໃດ​ແດ່?

        ​ເພື່ອນ ​ແກ້ວຕາ ທີ່​ຮັກ​ແພງ, ​ໃນ​ເດືອນ 4 ນີ້, ຢູ່ ຫວຽດນາມ ​ຈະຈັດ​ຕັ້ງ 2 ​​ເຫດການໃຫຍ່, ທີ່​ໜຶ່ງ​ແມ່ນ​ງານ​ບຸນ​ວິຫານ ຮູ່ງ (ວັນ​ທີ 10/3 ​ໄລ່​ຕາມ​ຈັນທະ​ປະຕິທິນ) ກົງ​ກັບ​ວັນ​ທີ 9/4/2014. ນີ້​ແມ່ນ​ວັນ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ກິ​ງ ​ເພື່ອ​ອາ​ໄລ​ຫາ​ຄຸນງາມຄວາມ​ດີ​ຂອງ​ເຈົ້າ​ຊີວິດ​ຮູ່ງ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ. ງານ​ບຸນ​ຖືກຈັດ​ຕັ້ງ​ຢູ່ ວິຫານ ຮູ່ງ, ນະຄອນ ວຽດຈີ່, ​ແຂວງ ຟູ໋ທໍ້. ງານບຸນ​ວິຫານ ຮູ່ງ ​ໄດ້​ຮັບການ​ຮັບຮອງ​ວ່າແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ໃຫຍ່​ຂອງ ຊາດ. UNSECO ​ກໍ່ໄດ້​ຮັບຮອງວ່າ “ການ​ເຫຼື້ອມ​ໃສ​ໄຫວ້​ບູຊາ​ເຈົ້າ​ຊີວິດ ຮູ່ງ” ​ແມ່ນ​ມໍລະດົກ​ບໍ​່ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ.

        ​ໃນ​ທ້າຍ​ເດືອນ 4, ຫວຽດນາມ ຈະ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະພາບຄົບຮອບ 39 ປີ (30/4/1975 – 30/4/2014), ນີ້​ແມ່ນ​ເຫດການ​ຢຸດຕິ​ສົງ​ຄາມ​ຢູ່ ຫວຽດນາມ ​ເມື່ອ​ປະທານາທິບໍດີ ສ. ຫວຽດນາມ ​ເຢືອງວັນ​ມ​ິງ ພ້ອມ​ກັບ​ຄະ​ນະ​ລັດຖະບານ​ຖືກ​ຈັບ​ຕົວຢູ່​ກັບ​ທີ່ ​ແລະ ຕ້ອງ​ຖະ​ແຫຼ​ງຍອມ​ຈຳນົນ​ໂດຍ​ບໍ່​ມີ​ເງື່ອນ​ໄຂຕໍ່ກ​​ຳລັງ ສາທາ​ລະນະ​ລັດ ປະຊາທິປະ​ໄຕ  ຫວຽດນາມ ​ແລະ ​ແນວ​ໂຮມ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດນາມ ​ໃນ​​ວັນ​ທີ 30/4/1975. ນະຄອນ​ໄຊ​ງ່ອນ ກ່ອນ​ນີ້​ໄດ້ຮັບ​ການປ່ຽນ​ຊື່​ເປັນນະຄອນ ​ໂຮ່ຈີ​ມິນ.

ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 1
ພາບປະກອບ

ສ່ວນ​ທ່ານ​ ທອງ​ມີ ພິມ​ມາລາ, ​ແຂວງ ບໍລິ​ຄຳ​ໄຊ ​ໄດ້​ໂທລະສັບຫາ​ລາຍການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ມີ​ຫຼານຍິງຜູ້​ໜຶ່ງ​ທີ່​ພວມຮຳ່ຮຽນ​ຢູ່​ມະຫາວິທະຍາ​ໄລ​ວັດທະນະທຳ ຮ່າ​ໂນ້ຍ, ຫຼານ​ໄດ້​ເຫຼົ່າ​ສູ່​ຟັງ​ວ່າ: ຢູ່ ຫວຽດນາມ ມີ​ນັກ​ສຶກສາ, ນັກຮຽນ​ລາວ​ຫຼາຍ​ຄົນ ພວມ​ຮຳ່ຮຽນ, ຂ້າພະ​ເຈົ້າ​​ສົນ​ໃຈ​ເຖິງ​ສະ​ພາບ​ການ​ຮຳ່ຮຽນ, ການດຳລົງ​ຊີວິດ​ຂອງ​ພວກ​ຫຼາຍ​ທີ່​ສຸດ. ຜ່ານ​ລາຍການ​ຂ້າພະ​ເຈົ້າ​ຢາກ​ຮູ້ສະພາບ​ການ​ລວມຂອງ​ນັກຮຽນ, ນັກ​ສຶກສາລາ​ວ​ຢູ່ ຫວຽດນາມແດ່?

        ທ່ານ ທອງ​ມີ ພິມ​ມາລາ ທີ່​ເຄົາລົບ, ທ້າຍ​ເດືອນ 1 ຜ່ານ​ມາ, ສະຖານ​ທູດ ສປປ ລາວ ປະຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ນັກ​ສຶກສາລາ​ວ ສົກຮຽນ 2012 – 2013, ​ໃນ​ນັ້ນ​ມີ​ບົດ​ລາຍ​ງານ​ສະພາບ​ການ​ຮຳ່ຮຽນ, ຝຶກ​ອົບຮົມ​ຂອງ​ນັກຮຽນ, ນັກ​ສຶກສາ ລາວ ທີ່​ພວມ​ຮຳ່ຮຽນ​ຢູ່ ຫວຽດນາມ ສົກຮຽນ 2012 – 2013 ​ແລະ ທິດ​ທາງ, ​ແຜນການ​ໃຫ້​ປີ 2014. ຕາມ​ບົດ​ລາຍງານ​ດັ່ງກ່າວ​ແລ້ວ, ​ໄລ່​ຮອດ​ທ້າຍ​ປີ 2013, ​ຈຳນວນ​ນັກຮຽນ, ນັກ​ສຶກສາ ລາວ ທີ່​ພວມ​ຮຳ່ຮຽນ​ຢູ່ໂຮງຮຽນ 150 ​ແຫ່ງ​ໃນ​ທົ່ວ​ປະ​ເທດຫວຽດນາມ ​ແມ່ນ 6.496 ຄົນ. ບັນດາ​ນັກຮຽນ, ນັກ​ສຶກສາ ລາວ ​ຢູ່ ຫວຽດນາມ ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດຖະບານ ຫວຽດນາມ​ ກ່ຽວ​ກັບ​ເງື່ອນ​ໄຂ​ກິ​ນ, ຢູ່, ກໍ່​ຄື​ວັດຖຸ​ອຸປະກອນ​ການ​ຮຽນຢ່າງ​ຄົບ​ຖ້ວນ​.

        ​ກ່ຽວ​ກັບ​ເງື່ອນ​ໄຂ​ເຊິ່ງບັນດາມະຫາວິທະຍາ​ໄລ, ສະ​ຖາ​ບັນ ຂອງ ຫວຽດນາມ ສະ​ຫງວນ​ໃຫ້​ແກ່​ນັກ​ສຶກສາ ລາວ, ​ທ່ານ ບຸນ​ທັດ ລັດ​ທິປັນຍາ, ທູດ​ວັດທະນະທຳ - ສຶກສາ ສະຖານ​ທູດ ລາວ ປະຈຳ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ມະຫາວິທະຍາ​ໄລ, ສະ​ຖາ​ບັນ​​ແຫ່ງ​ຕ່າງໆ​ຂອງ ຫວຽດນາມ ​ໄດ້​ສະຫງວນ​ບັນດາ​ວັດຖຸ, ​ອຸປະກອນດີ​ທີ່​ສຸດ​ໃຫ້​ແກ່​ນັກ​ສຶກສາ ລາວ, ນັກ​ສຶກສາລາ​ວ ​ໄດ້​ນຳ​ໃຊ້ ​ແລະ ຢື່ມ​ເອກະສານ​ຮັບ​ໃຊ້​ໃຫ້​ກາ​ນຮຳ່ຮຽນ​ຢ່າງ​ຄົບ​ຖ້ວນ. ​ໂຮງຮຽນ​ແຫ່ງ​ຕ່າງໆ​ກໍ່ມີ​ແຜນການ​ຝຶກ​ອົບຮົມ​ດ້ານ​ພາສາ​ສະ​ເພາະຂະ​ແໜງ, ​​ແລະຈັດ​ຕັ້ງ​ການ​ໄປ​ທັດສະນະ​ສຶກສາອີກ​ດ້ວຍ.”

        ໃນ​ຕົ້ນ​ເດືອນ 3 ຜ່ານ​ມາ, ສະຖານທູດ ລາວ ກໍ່​ໄດ້​ຈັດ​ຕັ້ງ​ງານ​ແຂ່ງ​ຂັນ​ກິ​ລາ ​ໃຫ້​ນັກ​ສຶກສາລາ​ວ ທີ່​ຮຳ່ຮຽນ​ຢູ່​ບັນດາ​ໂຮງຮຽນ​ໃນ​ບໍລິ​ເວນ​ນະຄອນ ຮ່າ​ໂນ້ຍ. ​ໃນ​ນັ້ນ​ມີ​​ປະ​ເພດ​ກິລາ​ຫຼາຍ​ຢ່າງ​ຄື: ຕີ​ດອກ​ປີກ​ໄກ່, ບານ​ສົ່ງ, ບີ​ງບອງ.​​..​ ການ​ເຄື່ອນ​ໄຫວ​​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ຍົກ​ສູງ​ສຸຂະພາບ​ໃຫ້​ແກ່​ບັນດາ​ນັກ​ສຶກສາ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ໃຫ້​ບັນດາ​ນັກ​ຮຽນ, ນັກສຶກສາລາວ​ທີ່​ພວມ​ຮຳ່ຮຽນ​ຢູ່​​ໂຮງຮຽນຕ່າງ​ໆ​ມີຄວາມ​ສະໜິດ​ຕິດ​ພັນ​ກ່ວາອີກ​.

        ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້, ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 00844.38256631, ອີ​ແມວ: Laovov@.yahoo.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວທີ່ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ. ສະບາຍ​ດີ

ຕອບກັບ