ຊາວຫວຽດນາມ ອາໄສຢູ່ລາວ ຮັກສາການຈັດຕັ້ງພິທີຕ້ອນຮັບບຸນເຕັດ

Minh Duc
Chia sẻ
(VOVWORLD) -ສະຖານທູດຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ແລະ 3 ສະຖານກົງສູນໃຫຍ່ຕັ້ງຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ລາວ ລ້ວນແຕ່ມີຄວາມເອົາໃຈໃສ່ ແລະ ເບິ່ງແຍງດູແລໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 315 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 46 ປະເທດ ແລະ ເຂດແຄ້ວນ.

ໃນອາທິດຜ່ານມາ, ລາຍການພາກພາສາລາວ, VOV ສືບຕໍ່ໄດ້ຮັບໂທລະສັບ, ຂໍ້ຄວາມ ແລະ ຜ່ານ Facebook ຈາກທ່ານຜູ້ຟັງ ສົ່ງຄຳອວຍພອນເນື່ອງໃນໂອກາດບຸນເຕັດປີຊວດ 2020 ເຖິງບັນດາອ້າຍເອື້ອຍນ້ອງໃນລາຍການ. ເນື່ອງໃນໂອກາດບຸນເຕັດປີຊວດ 2020 ໃກ້ຈະມາເຖິງ, ບັນນາທິການພາກພາສາລາວ ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສຳເລັດໜ້າທີ່ວຽກງານຂອງຕົນ.

ຊາວຫວຽດນາມ ອາໄສຢູ່ລາວ ຮັກສາການຈັດຕັ້ງພິທີຕ້ອນຮັບບຸນເຕັດ - ảnh 1 (ລຸງ ຫງວຽນມິງເຈົາ, ຊາວຫວຽດນາມ ອາໄສຢູ່ລາວ ພວມດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ)

ທ່ານຜູ້ຟັງທີ່ເຄົາລົບ, ເນື່ອງໃນໂອກາດບຸນເຕັດພວມວຽນມາ, ລຸງ ຫງວຽນມິງເຈົາ, ພວມດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ກໍ່ໄດ້ແບ່ງປັນກ່ຽວກັບການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ທີ່ນີ້. ທ່ານ ເຈົາ, ແບ່ງປັນວ່າ.

        “ຊາວຫວຽດນາມ ພວມດຳລົງຊີວິດຢູ່ຕ່າງປະເທດ, ເຖິງວ່າຈະຢູ່ແຫ່ງຫົນໃດກໍ່ຕາມ ຍາມໃດກໍ່ຊ່ວຍເຫຼືອເຊິ່ງກັນແລະກັນ. ເນື່ອງໃນໂອກາດບຸນເຕັດວຽນມາ, ຕາມຮີດຄອງປະເພນີແລ້ວ, ຊາວຫວຽດນາມ ອາໄສຢູ່ລາວ ຍັງຮັກສາໄດ້ການຈັດຕັ້ງພິທີຕ້ອນຮັບບຸນເຕັດ, ໃນນັ້ນກໍ່ໄດ້ປຸງແຕງບັນດາເຍື່ອງອາຫານທີ່ເປັນມູນເຊື້ອຄື: ເຮັດເຂົ້າຕົ້ມ, ດອງຫົວຜັກບົ່ວ, ຢໍ່ໝູ, ແນມຈືນ… ລູກຫຼານຫຼາຍລຸ້ນຄົນລ້ວນແຕ່ກຳເນີດ ແລະ ເຕີບໃຫຍ່ຢູ່ລາວ, ສະນັ້ນການເຄື່ອນໄຫວດັ່ງກ່າວກໍ່ໄດ້ປະກອບສ່ວນສຶກສາໃຫ້ລູກຫຼານຂອງຕົນມີຄວາມເຂົ້າໃຈ ແລະ ອະນຸລັກຮັກສາ, ເສີມຂະຫຍາຍຮີດຄອງປະເພນີຂອງຊາວຫວຽດນາມ.”

        ເພື່ອມີຄວາມເຂົ້າໃຈກ່ຽວກັບການເຄື່ອນໄຫວຕ້ອນຮັບບຸນເຕັດຂອງບັນດາອົງການຈັດຕັ້ງຢູ່ລາວຄື ສະຖານທູດຫວຽດນາມ ປະຈຳລາວ, ສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ທີ່ສະຫງວນໃຫ່ແກ່ຊາວຫວຽດນາມ ພວມດຳລົງຊີວິດຢູ່ລາວ ທີ່ບໍ່ມີເງື່ອນໄຂກັບເມືອຕ້ອນຮັບບຸນເຕັດຢູ່ບ້ານເກີດເມືອງນອນ. ລາຍການພາກພາສາລາວ VOV ຂໍຄັດສະເໜີການຕອບສຳພາດຕໍ່ນັກຂ່າວ VOV ຂອງທ່ານ ຫງວຽນແມ້ງຮຸ່ງ, ເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳສປປ.ລາວ ກ່ຽວກັບບັນຫາດັ່ງກ່າວ. ເຊີນທ່ານຕິດຕາມຮັບຟັງ.

ຊາວຫວຽດນາມ ອາໄສຢູ່ລາວ ຮັກສາການຈັດຕັ້ງພິທີຕ້ອນຮັບບຸນເຕັດ - ảnh 2 (ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ)

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ທີ່ໄດ້ສະຫຼະເວລາຕອບຄຳສຳພາດຕໍ່ນັກຂ່າວ VOV ໃນມື້ນີ້. ເພື່ອຊ່ວຍໃຫ້ຜູ້ຟັງຂອງ VOV ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດປີຊວດຂອງຊາວຫວຽດນາມ ທີ່ອາໄສຢູ່ລາວ. ຂໍຮຽນທ່ານໃຫ້ຮູ້ກ່ຽວກັບສະຖານທູດຫວຽດນາມ ປະຈຳລາວ ມີບັນດາການເຄື່ອນໄຫວຄືແນວໃດແດ່ເພື່ອຊ່ວຍໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຕ້ອນຮັບບຸນເຕັດ?

ທ່ານ ຫງວຽນແມ້ງຮຸ່ງ: ຫຼາຍປີມາແລ້ວ, ໜຶ່ງໃນບັນດາວຽກງານເຊິ່ງບັນດາອົງການຕາງໜ້າຂອງຫວຽດນາມ ຄື: ສະຖານທູດຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ແລະ 3 ສະຖານກົງສູນໃຫຍ່ຕັ້ງຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ລາວ ລ້ວນແຕ່ມີຄວາມເອົາໃຈໃສ່ ແລະ ເບິ່ງແຍງດູແລໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ. ພິເສດ, ໃນແຕ່ລະປີ, ພວກຂ້າພະເຈົ້າລ້ວນແຕ່ຈັດບຸນເຕັດໃຫ້ບັນດາຜູ້ທີ່ບໍ່ມີເງື່ອນໄຂກັບເມືອຕ້ອນຮັບບຸນເຕັດ ຫຼື ຜູ້ທີ່ຢາກມີຄວາມຮູ້ສຶກໄດ້ບັນຍາກາດ, ວັດທະນະທຳ, ອາຫານການກິນຂອງຊາວຫວຽດນາມ. ໃນແຕ່ລະປີ, ສະຖານທູດຫວຽດນາມ ອາດຈະຈັດຕັ້ງ ຫຼື ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ລາວ ຈັດພິທີຕ້ອນຮັບບຸນເຕັດ, ການເຄື່ອນໄຫວນີ້ແມ່ນເພື່ອແນໃສ່ສ້າງເງື່ອນໄຂເຕົ້າໂຮມກັນ, ພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ໄດ້ຮັບຊົມບັນດາລາຍການສະແດງສິລະປະ, ວັດທະນະທຳ, ຮັບປະທານບັນດາເຍື່ອງອາຫານພິເສດໃນໂອກາດບຸນເຕັດ.

ນັກຂ່າວ: ຂໍຮຽນທ່ານໃຫ້ຮູ້ກ່ຽວກັບຄວາມໝາຍຂອງເລື່ອງສະຖານທູດ, ສະຖານກົງສູນໃຫຍ່ ແລະ ສະມາຄົມຊາວຫວຽດນາມ ປະຈຳລາວ ສົມທົບກັນຈັດຕັ້ງການເຄື່ອນໄຫວຕ້ອນຮັບບຸນເຕັດໃຫ້ຊາວຫວຽດນາມ ທີ່ບໍ່ມີເງື່ອນໄຂກັບເມືອຕ້ອນຮັບບຸນເຕັດ ຢູ່ຫວຽດນາມ.

ທ່ານ ຫງວຽນແມ້ງຮຸ່ງ: ພວກຂ້າພະເຈົ້າມີຄວາມເຂົ້າໃຈ ແລະ ເຫັນອົກເຫັນໃຈຕໍ່ຜູ້ທີ່ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນ ແລະ ບໍ່ມີເງື່ອນໄຂກັບເມືອປະເທດເພື່ອເຕົ້າໂຮມພ້ອມກັບຄອບຄົວ ຍ້ອນເຫດຜົນທີ່ແຕກຕ່າງກັນ. ມີເວລາພຽງແຕ່ 1 ອາທິດເທົ່ານັ້ນກໍ່ຈະຮອດບຸນເຕັດ ແລະ ພວກຂ້າພະເຈົ້າກໍ່ພວມກະກຽມວຽກງານຕ້ອນຮັບບຸນເຕັດຢູ່ທີ່ນີ້, ເຮັດແນວໃດເພື່ອເສີມຂະຫຍາຍບົດບາດປະຊາຄົມ ຊ່ວຍໃຫ້ພໍ່ແມ່ປະຊາຊົນຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ມີຄວາມໝາຍ. ຜ່ານນັ້ນ, ປະກອບສ່ວນສຶກສາໃຫ້ລຸ້ນໜຸ່ມຢູ່ທີ່ນີ້ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບບຸນເຕັດ, ແນໃສ່ຊ່ວຍໃຫ້ລຸ້ນໜຸ່ມມີຄວາມເຂົ້າໃຈ ກໍຄືມີຄວາມຮັກຕໍ່ປະເທດຊາດຍິ່ງໆຂຶ້ນ. ພິເສດ, ປະເທດເພື່ອນລາວ ກໍ່ມີຄວາມເຂົ້າໃຈແຈ້ງກ່ຽວກັບບຸນເຕັດຂອງຊາວຫວຽດນາມ, ສະນັ້ນ ເຂົາເຈົ້າກໍ່ສ້າງເງື່ອນໄຂສະດວກທາງດ້ານວຽກງານໃນຊຸມມື້ນີ້ກັບຝ່າຍຫວຽດນາມ ເມື່ອທຽບໃສ່ປະເທດຕ່າງໆ, ຊ່ວຍໃຫ້ທຸກຄົນມີຄວາມອຸ່ນອ່ຽນໃຈຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ.

ນັກຂ່າວ: ເນື່ອງໃນໂອກາດບຸນເຕັດພວມວຽນມາ, ທ່ານເອກອັກຄະລັດຖະທູດຈະສົ່ງຄຳອວຍພອນຄືແນໃດໃຫ້ຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ລາວ?

ທ່ານ ຫງວຽນແມ້ງຮຸ່ງ: ເນື່ອງໃນໂອກາດບຸນເຕັດປີນີ້, ຂ້າພະເຈົ້າຂໍອວຍພອນໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ພວມດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນ ປີໃໝ່ຢູ່ດີມີແຮງ, ມີຄວາມຜາສຸກ. ຂໍອວຍພອນໃຫ້ປະຊາຄົມຊາວຫວຽດນາມ ຢູ່ລາວ ນັບມື້ນັບສາມັກຄີກັນ, ສະໜິດຕິດພັນ ແລະ ພັດທະນາ.

        ແລະກໍ່ເນື່ອງໃນໂອກາດນີ້, ຂ້າພະເຈົ້າກໍ່ອວຍພອນໃຫ້ບັນດາການນຳ, ພະນັກງານ, ພາລະກອນ, ນັກຂ່າວ, ນັກເຕັກນິກຂອງ VOV ປີໃໝ່ຈົ່ງຢູ່ດີມີແຮງ, ມີຄວາມເບີກບານມວນຊື່ນ ແລະ ພິເສດແມ່ນບັນລຸຜົນສຳເລັດໃນວຽກງານສື່ສານຂອງຕົນ ແລະ ຫວັງວ່າ, ບັນດາເພື່ອນສະຫາຍຈະສືບຕໍ່ຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ຄືດັ່ງຄວາມມຸ່ງຫວັງຂອງປະທານໂຮ່ຈີມິນ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ທີ່ໄດ້ສະຫຼະເວລາ ຕອບສຳພາດຕໍ່ນັກຂ່າວ VOV. ຂໍອວຍພອນໃຫ້ທ່ານປີໃໝ່ບັນລຸຜົນສຳເລັດຫຼາຍຢ່າງໃນໜ້າທີ່ວຽກງານຂອງຕົນ ປະກອບສ່ວນໃຫ້ແກ່ສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ.

        ທ່ານຜູ້ຟັງທີ່ເຄົາລົບ. ໃນລາຍການສາລະຄະດີ ເຊິ່ງໄດ້ອອກອາກາດໃນວັນທີ 18 ມັງກອນ, ລາຍການພາກພາສາລາວ ຈະມີບົດຂຽນ: ຄອບຄົວຊາວຫວຽດນາມ ອາໄສຢູ່ລາວ ຕ້ອນຮັບບຸນເຕັດ.

ຕອບກັບ