ຄຳ​ອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ສື່​ມວນ​ຊົນ​ປະ​ຕິ​ວັດ​ ຫວຽດ​ນາມ ແລະ ຜົນ​ງານ​ຂອງ​ທິມ​ບານ​ເຕະ​ຫວຽດ​ນາມໃນຮອບ​ຄັດ​ເລືອກ World Cup ອາຊີ 2022​ ຂອງ​ທ່ານ​ຜູ້ຟັງ ລາວ

Nguyen Xuyen
Chia sẻ
(VOVWORLD) -ພວກ້າພະເຈົ້າມີຄວາມຕິຊົມຊື່ນເມື່ອໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການໂອ້ລົມກັບເພື່ອນລາວ ປະຈຳວັນພະຫັດ ອີກຕາມເຄີຍທ່ານຜູ້ຟັງທີ່ຄົບ, ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 363 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນໃນນັ້ນ ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 12 ສະບັບ ດ້ວຍຫຼາຍຄຳອວຍພອນຂອງທ່ານຜູ້ຟັງສົ່ງມາຍັງລາຍການເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ ແລະ ໝາກຜົນແຫ່ງຄວາມມານະພະຍາຍາມອົງອາດກ້າແກ່ນຂອງທິມບານເຕະ ຫວຽດນາມ ໃນຮອບຄັດເລືອກ World Cup ອາຊີ 2022.  ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ເຊິ່ງທ່ານຜູ້ຟັງໄດ້ຝາກເຖິງ VOV5  ແລະ ລາຍການໃນອາທິດຜ່ານມາ

ວັນທີ 21 ມິຖຸນາ ຜ່ານມາ ແມ່ນວັນສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 96 ປີ (ວັນທີ 21/06/1925 – 21/06/2021) - ເຊິ່ງເປັນວັນບຸນສຸດທີ່ມີຄວາມໝາຍສຳລັບບັນດາໂຄສົກ, ນັກຂ່າວ, ບັນນາທິການຄືພວກຂ້າພະເຈົ້າ. ແຕ່ຄວາມໝາຍ ແລະ ຄວາມພູມໃຈນັ້ນ ຍິ່ງໄດ້ທະວີຄູນເມື່ອພວກຂ້າພະເຈົ້າໄດ້ຮັບຄຳອວຍພອນ ແລະ ການລະດົມກຳລັງໃຈຢ່າງຫຼວງຫຼາຍຈາກທ່ານຜູ້ຟັງ, ຜູ້ອ່ານຂອງລາຍການ ກໍຄືຂອງ VOV5.

        ເອື້ອຍ ດາລາວັນ - ຜູ້ຟັງລາຍການພາກພາສາ ລາວໄດ້ ສົ່ງຄຳອວຍພອນມາຍັງລາຍການ ຢາກຂໍໃຫ້ລາຍການພາກພາສາລາວ ກໍຄື VOV  ນັບມື້ນັບມີຄວາມພັດທະນາ, ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆໄປ.

ສ່ວນທ່ານ ວຽງຄຳ ໄດ້ຂຽນມາວ່າ: ເນື່ອງໃນໂອກາດນີ, ຂໍອວຍພອນໃຫ້ນັກຂ່າວ, ບັນນາທິການພາກສາສາລາວ ກໍຄື VOV ຈະມີສຸຂະພາບແຂງແຮງ, ປະສົດຜົນສຳເລັດໃນໜ້າທີ່ການງານ ແລະ ສືບຕໍ່ເປັນຜູ້ຜະລິດບັນດາລາຍການດີໆແບບນີ້ ໃຫ້ແກ່ຜູ້ຟັງຕະຫຼອດໄປ, ພິເສດແມ່ນບັນດາລາຍການກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ລາວ.

 ທ່ານຜູ້ຟັງ Diego Echeverri ມາຈາກ ໂກລົມເບຍ ໄດ້ແບ່ງປັນວ່າ: “ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາາຍການວິທະຍຸສາກົນ ເຊິ່ງຂ້າພະເຈົ້າມັກທີ່ສຸດ. ຂ້າພະເຈົ້າຫວັງວ່າ, ມື້ໃດມື້ໜຶ່ງ, ຂ້າພະເຈົ້າຈະມາຢາມ VOV.”

ບັນດາອາລົມຈິດຄວາມຮັກແພງ ແລະ ຄຳອວຍພອນອັນດີງາມຂອງທ່ານຜູ້ຟັງທຸກໆທ່ານ ໄດ້ເພີ່ມແຫຼ່ງກໍາລັງໃຈແກ່ພາລະກິດທີ່ເຕັມໄປດ້ວຍຄວາມລຳບາກ, ສິ່ງທ້າທາຍນາໆປະການ ແຕ່ໃນນັ້ນກໍມີຄວາມພາກພູມໃຈຂອງພວກຂ້າພະເຈົ້າ, ເມື່ອໄດ້ເປັນຂົວຕໍ່ນຳ ຫວຽດນາມ ອອກສູ່ໂລກ ແລະ ເປັນທີ່ຮູ້ຈັກຂອງເພື່ອນມິດສາກົນ. ພວກຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງທ່ານຜູ້ຟັງທຸກໆທ່ານ ແລະ ຂໍອວຍພອນໃຫ້ທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ຕິດຕາມ, ສະໜັບສະໜູນບັນດາລາຍການຂອງ VOV ໃນໄລຍະຈະມາເຖິງ.

ຄຳ​ອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ສື່​ມວນ​ຊົນ​ປະ​ຕິ​ວັດ​ ຫວຽດ​ນາມ ແລະ ຜົນ​ງານ​ຂອງ​ທິມ​ບານ​ເຕະ​ຫວຽດ​ນາມໃນຮອບ​ຄັດ​ເລືອກ World Cup ອາຊີ 2022​ ຂອງ​ທ່ານ​ຜູ້ຟັງ ລາວ - ảnh 1ທິມບານເຕະ ຫວຽດນາມ ໄດ້ເຂົ້າຮອບຄັດເລືອກສຸດທ້າຍຂອງ World cup ອາຊີ 2022 

 ນອກຈາກບັນດາຄຳອວຍພອນອັນດີງາມເນື່ອງໃນໂອກາດວັນສື່ມວນຊົນປະຕິວັດ ຫວຽດນາມ ແລ້ວ, ໃນອາທິດຜ່ານມາ, ລາຍການກະຈາຍສຽງ ກໍຄື VOV5 ຍັງໄດ້ຮັບຄຳອວຍພອນຕໍ່ຜົນງານຂອງທິມບານເຕະ ຫວຽດນາມ ໃນຮອບຄັດເລືອກ World cup ອາຊີ 2022 ອີກດ້ວຍ. ເພື່ອນ ອຸເທ່ ຢູ່ນະຄອນຫຼວງວຽງຈັນ ໄດ້ແບ່ງປັນຄວາມຮູ້ສຶກ ພາຍຫຼັງນັດແຂ່ງຂັນ ລະຫວ່າງທິມບານເຕະ ຫວຽດນາມ ກັບ ທິມບານເຕະ UAE - ເຊິ່ງເປັນຄູ່ແຂ່ງທີ່ແຂງໃນສາຍ, ນອນໃນ Top ແຖວໜ້າຂອງທະວີບ. ເພື່ອນໄດ້ຂຽນມາວ່າ:

  ຄວາມສາມາດໃນກິລາປະເພດບານເຕະ ຫວຽດນາມ ນັບມື້ນັບມີຄວາມກ້າວໜ້າ, ພິເສດ ແມ່ນພາຍໃຕ້ການນຳພາຂອງຄູຝຶກ Park Hang Seo. ທິມບານເຕະ ຫວຽດນາມ ສາມາດຍາດໄດ້ໄຊຊະນະຕໍ່ທິມບານເຕະ ອິນໂດເນເຊຍ ແລະ ມາເລເຊຍ. ການແຂ່ງຂັນລະຫວ່າງ ທິມບານເຕະ ຫວຽດນາມ ແລະ UAE  ໄດ້ນຳມາເຊິ່ງຄວາມຮູ້ສຶກ ແລະ ອາລົມຈິດຫຼາຍຢ່າງໃຫ້ແກ່ຂ້າພະເຈົ້າ. ເຖິງວ່າ ທິມບານເຕະ UAE ຈະຍິງເຂົ້າປະຕູນຳໄປກ່ອນ 3 ລູກກໍຕາມ ແຕ່ຫຼັງຈາກນັ້ນ ດ້ວຍຄວາມມານະພະຍາຍາມ, ນ້ຳໃຈອົງອາດກ້າແກ່ນ ແລະ ການອຸທິດສ່ວນດ້ວຍສຸດຄວາມສາມາດ, ທິມບານເຕະ ຫວຽດນາມ ໄດ້ສຸມກຳລັງຂຶ້ນມາບຸກ ແລ້ວນຳຂຶ້ນມາເປັນ 2 3 ປະຕູ ແລະ ຖ້າຫາກວ່າໂຊກດີກວ່າໜ້ອຍໜຶ່ງ, ທິມຊາດ ຫວຽດນາມ ກໍສາມາດຕີສະເໝີໄດ້ແລ້ວ. ເລື່ອງ ທິມຊາດ ຫວຽດນາມ ໄດ້ເຂົ້າຮອບຄັດເລືອກສຸດທ້າຍຂອງ World cup ອາຊີ 2022 ແມ່ນສົມກັບຄວາມມນະພະຍາຍາມ ແລະ ນ້ຳໃຈຂອງຜູ້ຊົມຜູ້ເຊຍ, ເຮົາກໍມີສິດທີ່ຈະຕັ້ງຄວາມຫວັງວ່າ ທິມຊາດ ຫວຽດນາມ ຈະສ້າງປະຕິຫານໃນຮອບຄັດເລືອກສຸດທ້າຍນີ້. ຂ້າພະເຈົ້າເຊື່ອວ່າແນວນັ້ນ”.

ຜ່ານຄໍາແບ່ງປັນຂອງເພື່ອນ ອຸເທ່ ສາມາດເຫັນໄດ້ວ່າ, ເພື່ອນມີຄວາມຮັກຕໍ່ກິລາບານເຕະແທ້ໆ ແລະ ເບິ່ງຄືວ່າ ເພື່ອນໄດ້ຕິດຕາມການແຂ່ງຂັນຂອງທິມບານເຕະ ຫວຽດນາມ ຄົບທຸກນັດ. ຂອບໃຈເພື່ອນ ອຸເທ່ ຫຼາຍໆ. ພວກຂ້າພະເຈົ້າຫວັງວ່າ ຍາມໃດເພື່ອນກໍຈະແມ່ນຜູ້ເຊຍ ແລະ ໃຫ້ກຳລັງໃຈແກ່ທິມບານເຕະ ຫວຽດນາມ ສະເໝີ ບໍ່ວ່າຈະເປັນນັດແຂ່ງຂັນໃນຮອບຄັດເລືອກຄັ້ງສຸດທ້າຍຂອງ World cup ອາຊີ 2022 ເທົ່ານັ້ນ, ຫາກຍັງໃນບັນດາງານແຂ່ງຂັນອື່ນໆອີກດ້ວຍ.
   ຕໍ່ໄປ, ແມ່ນຄຳແບ່ງປັນຂອງເອື້ອຍ ຈັນສີດາ ອິນຄະວິໄລ ເຊິ່ງເປັນຄົນ ລາວ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ເອື້ອຍ ໃຫ້ຮູ້ວ່າ ເອື້ອຍມີຄວາມປະທັບໃຈຕໍ່ນ້ຳໃຈຮັກມັກກິລາ ແລະ ຄວາມສາມັກຄີຂອງປະຊາຊົນທັງຊາດ ຫວຽດນາມ.
 

(ສຽງເອື້ອຍ ຈັນສີດາ ອິນຄະວິໄລ)

ລາຍການສົ່ງຂໍ້ຄວາມເພື່ອປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ໂດຍ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ ແລະ ການສຶ່ສານ ຫວຽດນາມ ປຸກລະດົມໃນຕອນບ່າຍວັນທີ 3 ມິຖຸນາ ແລະ ໄລ່ຮອດຕອນແລງວັນທີ 21 ມິຖຸນາ, ຜູ້ນຳໃຊ້ການບໍລິການຂອງບັນດາເຄືອຂ່າຍໂທລະສັບ ຫວຽດນາມ ໄດ້ປະກອບສ່ວນຈຳນວນເງິນຫຼາຍກວ່າ 91,8 ຕື້ດົ່ງ ເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ.

ເມື່ອໄດ້ອ່ານຂໍ້ມູນຂ່າວດັ່ງກ່າວ, ທ່ານຜູ້ຟັງ ຊື່ວ່າ ດາວວຽງ ໄດ້ແບ່ງປັນມາວ່າ ທ່ານມີຄວາມປະທັບໃຈຕໍ່ຮູບແບບລະດົມກຳລັງຊ່ວຍເຫຼືອກອງທຶນວັກຊິນຜ່ານການສົ່ງຂໍ້ຄວາມຂອງ ຫວຽດນາມ ທີ່ສຸດ ແລະ ທ່ານບໍ່ຄິດເລີຍວ່າ ຜ່ານຮູບແບບດັ່ງກ່າວ ຈະສາມາດລະດົມມາໄດ້ຈຳນວນເງິນຫຼາຍຄືແນວນັ້ນ.

ພວກຂ້າພະເຈົ້າກໍມີຄວາມຕື້ນຕັນໃຈທີ່ສຸດ ເມື່ອບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດ ລາວ ໄດ້ໃຫ້ການຊ່ວຍເຫຼືອ ແລະ ປະກອບສ່ວນເຂົ້າໃນກອງທຶນວັກຊິນກັນພະຍາດໂຄວິດ - 19 ຂອງ ຫວຽດນາມ, ເປັນຕົ້ນແມ່ນ ກະຊວງປ້ອງກັນປະເທດ ລາວ ຊ່ວຍເຫຼືອ 200.000 USD, ກຸ່ມບໍລິສັດ UNITEL ປະກອບສ່ວນ 200 ລ້ານກີບ ແລະ ກຸ່ມບໍລິສັດ ພົງຊັບທະວີ ປະກອບສ່ວນ 500.000 USD. ເຖິງວ່າ, ປັດຈຸບັນ ປະເທດ ລາວ ກໍພວມປະສົບກັບຄວາມຫຍຸ້ງຍາກໃນການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19 ກໍຕາມ ແຕ່ກໍຍັງແບ່ງປັນຄວາມຫຍຸ້ງຍາກ ແລະ ສະຫງວນນ້ຳຈິດມິດໃຈອັນພິເສດນີ້ໃຫ້ແກ່ ຫວຽດນາມ. ນີ້ແມ່ນການກະທຳອັນຈົບງາມ ແລະ ມີຄວາມໝາຍທີ່ສຸດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ມາຮອດຈຸດເວລານີ້, ລາຍການໂອ້ລົມກັບເພື່ອນລາວຂອງພວກເຮົາກໍຈະສິ້ນສຸດລົງແລ້ວ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ. ພົບກັນໃໝ່ໃນລາຍການໜ້າ. ສະບາຍດີ.

ຕອບກັບ