ຄວາມ​ຮູ້​ສຶກ​ຂອງ​ທ່ານ​ຜ​ູ້​ຟັງ​ກ່ຽວ​ກັບ​ບັນ​ດາ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ ຄົບ​ຮອບ 45 ປີ

Nguyen Xuyen
Chia sẻ
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 347 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 23 ສະບັບ ເຊິ່ງເນື້ອໃນສ່ວນຫຼາຍແມ່ນຄຳແບ່ງປັນທີ່ກ່ຽວຂ້ອງເຖິງນ້ຳໃຈໄມຕີຈິດມິດຕະພາບ ຫວຽດນາມ - ລາວ.

ໃນຊຸມວັນຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຄຳແບ່ງປັນຄວາມຮູ້ສຶກເມື່ອຕິດຕາມຂ່າວ, ບົດ, ເລື່ອງລາວຕ່າງໆກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໃນເວັບໄຊ vovworld.vn ກໍຄື ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ ຄົບຮອບ 45 ປີ ເຊິ່ງຫາກໍຈັດຂຶ້ນຢູ່ ຮ່າໂນ້ຍ. ຜູ້ຟັງສ່ວນຫຼາຍໄດ້ສະແດງຄວາມຕື້ນຕັນໃຈຕໍ່ເລື່ອງລາວທີ່ລຽບງ່າຍ, ເກີດຂຶ້ນໃນຊີວິດປະຈຳວັນຂອງສອງຊາດ ແຕ່ກໍ່ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ ຫວຽດນາມ - ລາວ.

ຄວາມ​ຮູ້​ສຶກ​ຂອງ​ທ່ານ​ຜ​ູ້​ຟັງ​ກ່ຽວ​ກັບ​ບັນ​ດາ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ ຄົບ​ຮອບ 45 ປີ - ảnh 1 ເພື່ອນ ທອງມີ ມີຄວາມປະທັບໃຈ ແລະ ຕື້ນຕັນໃຈຫຼາຍ ເມື່ອຮັບຊົມບັນດາລາຍການສະແດງສິລະປະວັນນະຄະດີ 

        ເພື່ອນ ທອງມີ - ເຊິ່ງພວມຮຽນປະລິນຍາໂທ ຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ມີຄວາມປະທັບໃຈ ແລະ ຕື້ນຕັນໃຈຫຼາຍ ເມື່ອຮັບຊົມບັນດາລາຍການສະແດງສິລະປະວັນນະຄະດີໃນ ພິທີສະເຫຼີມສະຫຼອງ 2 ວັນປະຫວັດສາດ ໂດຍນັກຮ້ອງ ຫວຽດນາມ ສະແດງ. ເພື່ອນເວົ້າວ່າ: “ບັນດາລາຍການສະແດງສິລະປະໃນພິທີສະເຫຼີມສະຫຼອງ ແມ່ນສຸດຍອດຫຼາຍ. ຂ້າພະເຈົ້າບໍ່ຄິດວ່າ ຄົນຫວຽດ ຈະຮ້ອງເພງລາວໄດ້້ຄ້ອງແຄວ້, ຊັດເຈນ ແລະ ມ່ວນປານນັ້ນ”. ບັນດາຮູບພາບ, ຟີມຮູບເງົາ, ບົດກ່າວປາໄສຂອງການນຳຂັ້ນສູງສອງປະເທດ ໄດ້ເຮັດໃຫ້ ເພື່ອນ ທອງມີ ຄິດເຖິງຄວາມຊົງຈຳທີ່ເພື່ອນເຄີຍໄດ້ຜູກພັນກັບປະຊາຊົນ ຫວຽດນາມ. ເພື່ອນແບ່ງປັນວ່າ:

 "ເວລາເອື້ອຍໄປຕະຫຼາດ, ເຂົາເຈົ້າຈະຖາມວ່າ ເອື້ອຍເປັນຄົນປະເທດໃດ? ເວລາ ເອື້ອຍຕອບວ່າເປັນຄົນລາວ ສິນຄ້າທີ່ເພິ່ນຊິຂາຍໃຫ້ເອື້ອຍ, ເອື້ອຍບໍ່ຈຳເປັນຕ້ອງຕໍ່ເລີຍ, ເພິ່ນຫຼຸດໃຫ້ເລີຍ, ທັງຕື່ມທັງແຖມ, ອັນນັ້ນເຮັດໃຫ້ປະທັບໃຈຫຼາຍ ແລະ ເຫັນວ່າ ປະຊາຊົນ ຫວຽດນາມ ມີຄວາມຮັກແພງຄົນລາວຫຼາຍ ແລະ ຄົນລາວກໍເຊັ່ນດຽວກັນ ຫຼືວ່າ ເວລາທີ່ພົບກັບຜູ້ເຖົ້າ, ເຊິ່ງເປັນນັກຮົບເກົ່າ ເພິ່ນຮູ້ເຮົາເປັນຄົນລາວ ເພິ່ນຈະເຫຼົ່າເລື່ອງອະດີດເພິ່ນໄປສູ້ຮົບຢູ່ລາວ ແລ້ວຜ່ານໄປບ້ານນີ້ນັ້ນ ໄດ້ປະຊາຊົນລາວເອົາເຂົ້າໃຈກິນ, ເອົານ້ຳໃຫ້ກິນ, ຟັງແລ້ວຮູ້ສຶກປະທັບໃຈຫຼາຍ. ໝາຍຄວາມວ່າ ບໍ່ແມ່ນວ່າດຽວນີ້, ປະຊາຊົນສອງປະເທດຂອງພວກເຮົາໄດ້ມີຄວາມຜູກພັນກັນມາແຕ່ດົນນານແລ້ວ."

           ທ່ານຜູ້ຟັງ ຮວ່າງທິທ້ຽວ ເປັນພະນັກງານກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເຊິ່ງເພິ່ນໄດ້ຮັບບຳນານແລ້ວ, ປັດຈຸບັນພວມດຳລົງຊີວິດຢູ່ ຄຸ້ມ ຖະໜົນ ແບັກມາຍ, ຮ່າໂນ້ຍ ໄດ້ແບ່ງປັນວ່າ: “ເມື່ອໄດ້ອ່ານ ແລະ ຮັບຟັງບັນດາເລື່ອງລາວກ່ຽວກັບຄວາມສາມັກຄີລະຫວ່າງສອງປະເທດ, ຂ້າພະເຈົ້າຍິ່ງມີຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະອັນຍິ່ງໃຫຍ່ຂອງລຸ້ນພໍ່ລຸ້ນອ້າຍບໍ່ຈັກວ່າເທົ່າໃດເຊັ່ນຄົນ ແລະ ຮູ້ສຶກໄດ້ເຖິງສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ ຢ່າງເລິກເຊິ່ງ. ເພິ່ນວ່າ ເພິ່ນຈະເຫຼົ່າໃຫ້ລູກ, ໃຫ້ຫຼານໄດ້ຮັບຮູ້ເຖິງຄວາມສາມັກຄີແບບພິເສດນີ້ ເພື່ອພ້ອມກັນສ້າງປະຫວັດສາດທີ່ສະຫງ່າອົງອາດກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ຕື່ມອີກ”.

          ຄຳແບ່ງປັນຂອງ ເອື້ອຍ ທອງມີ ແລະ ອາ ທ້ຽວ ແມ່ນໜຶ່ງໃນຈຳນວນຫຼາຍຄຳແບ່ງປັນ ເຊິ່ງທ່ານຜູ້ຟັງໄດ້ຝາກມາຫາລາຍການ ກໍຄື ແບ່ງປັນໂດຍກົງກັບບັນນາທິການຂອງລາຍການພາກພາສາລາວ VOV ເມື່ອເວົ້າເຖິງສາຍພົວພັນ ຫວຽດນາມ - ລາວ ອ້າຍນ້ອງ, ແມ່ນເວົ້າເຖິງສາຍພົວພັນແບບພິເສດ, ຫາຍາກໃນໂລກ.

   ເພື່ອສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ດາລາວັນ ເຊິ່ງພວມຮຽນພາສາ ຫວຽດ ຢູ່ ວຽງຈັນ ຢາກຊອກຮູ້ກ່ຽວກັບການເສັງຊອກຮູ້ກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ ທີ່ຖືກຈັດຂຶ້ນຢູ່ ຫວຽດນາມ.

ຄວາມ​ຮູ້​ສຶກ​ຂອງ​ທ່ານ​ຜ​ູ້​ຟັງ​ກ່ຽວ​ກັບ​ບັນ​ດາ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ ຄົບ​ຮອບ 45 ປີ - ảnh 2ການເສັງຂຽນ  “ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍໄມຕີຈິດມິດຕະພາບ” ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຕັ້ງ (ພາບປະກອບ)

    ກ່ອນອື່ນໝົດ, ຂໍຂອບໃຈເພື່ອນທີ່ໄດ້ສົ່ງຈົດໝາຍມາຫາລາຍການຂອງພາກພາສາລາວ. ດັ່ງທີ່ພວກເຮົາໄດ້ຮູ້ນຳກັນແລ້ວວ່າ ປີນີ້ແມ່ນປີສະຫຼອງສອງວັນປະຫວັດສາດຂອງສອງຊາດ, ຢູ່ ຫວຽດນາມ ກໍປຸກລະດົມການເສັງຕ່າງໆ ເພື່ອແນໃສ່ຊອກຮູ້ກ່ຽວກັບສາຍພົວພັນ ຫວຽດນາມ - ລາວ. ໂດຍມີຫຼາຍການເສັງດັ່ງນີ້:

   ການເສັງປະລາໄນ ຖືກຈັດຂຶ້ນເປັນປະຈຳທຸກອາທິດ ໃນສື່ເອເລັກໂຕນິກ ພັກກອມມູນິດ ຫວຽດນາມ, ສື່ສັງຄົມອອນລາຍ VCNet ແລະ ບັນດາອົງການສື່ມວນຊົນຕ່າງໆ ໄດ້ສົມທົບກັນຈັດຂຶ້ນໃນເວລາ 12 ອາທິດ, ນັບແຕ່ວັນທີ 13/6/2022 ຫາວັນທີ 5/9/2022. ພົນລະເມືອງ ຫວຽດນາມ ແລະ ຊາວຕ່າງປະເທດ ທີ່ມີອາຍຸແຕ່ 14 ປີຂຶ້ນໄປ ລ້ວນແຕ່ມີສິດເຂົ້າຮ່ວມການເສັງນີ້, ໂດຍບໍ່ມີການຈຳແນກກ່ຽວກັບສັນຊາດ, ຊົນເຜົ່າ, ອາຊີບ, ສາສະໜາ. ເພາະສະນັ້ນ, ເພື່ອນກໍສາມາດເຂົ້າຮ່ວມການເສັງນີ້ໄດ້ ຕາມ ທີ່ຢູ່: vietlao.dangcongsan.vn. ລາງວັນໃນແຕ່ລະອາທິດ ລວມມີ: ລາງວັນທີໜຶ່ງ 1 ເງິນສົດ ມີມູນຄ່າ 3 ລ້ານດົ່ງ; ລາງວັນທີສອງ 2 ລາງວັນ, ມີມູນຄ່າ 2 ລ້ານດົ່ງຕໍ່ລາງວັນ; ລາງວັນທີສາມ 5 ລາງວັນ, ໃນນັ້ນ ແຕ່ລະລາງວັນມີມູນຄ່າ 1 ລ້ານດົ່ງ.

           ອີກການເສັງຂຽນອື່ນ ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຕັ້ງ, ດ້ວຍຫົວຂໍ້ “ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍໄມຕີຈິດມິດຕະພາບ”. ການເສັງດັ່ງກ່າວ ສະຫງວນໃຫ້ແກ່ພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມສອງປະເທດ ຫວຽດນາມ ແລະ ລາວ ທີ່ຢູ່ໃນເກນອາຍຸແຕ່ 16 – 35 ປີ, ເວລາຮັບບົດເສັງແມ່ນເລີ່ມແຕ່ວັນທີ 01 ກໍລະກົດ ຫາວັນທີ 31 ກໍລະກົດ 2022. ບັນດາບົດຂຽນເສັງແມ່ນປີ່ນອ້ອມ 10 ຫົວຂໍ້ ເຊິ່ງກ່ຽວຂ້ອງເຖິງປະຫວັດຄວາມເປັນມາ, ວິວັດການພັດທະນາສາຍພົວພັນລະຫວ່າງສອງປະເທດ; ບົດບາດ, ຄວາມຮັບຜິດຊອບໃນການເພີ່ມພູນຄູນສ້າງ ແລະ ຖະໜຸຖະໜອມ; ບັນດາເລື່ອງລາວກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ ຫຼື ຄວາມຮູ້ສຶກກ່ຽວກັບວັດທະນະທຳຂອງສອງປະເທດ…. ເນື້ອໃນບົດເສັງສາມາດສະແດງດ້ວຍຫຼາຍຮູບແບບ: ກາບກອນ, ບົດເພງ, infographic. ກ່ຽວກັບໂຄງປະກອບລາງວັນ ລວມມີ: ລາງວັນທີໜຶ່ງ 1 ລາງວັນ, ເປັນເງິນສົດມີມູນຄ່າ 10 ລ້ານດົ່ງ; ລາງວັນທີສອງ 2 ລາງວັນ ມີມູນຄ່າ 5 ລ້ານດົ່ງຕໍ່ລາງວັນ, ລາງວັນທີສາມ 3 ລາງວັນ, ແຕ່ລະລາງວັນແມ່ນ 3 ລ້ານດົ່ງ…

ນອກຈາກນັ້ນແລ້ວ, ຍັງມີການເສັງ “ເຫຼົ່າເລື່ອງວັດຖຸພັນ” ແລະ ຫຼາກຫຼາຍການເສັງອື່ນໆ ເຊິ່ງໄດ້ດຳເນີນຢູ່ບັນດາແຂວງ, ນະຄອນ ຂອງ ຫວຽດນາມ. ພວກຂ້າພະເຈົ້າຫວັງວ່າ, ບັນດາຂໍ້ມູນທີ່ສະເໜີມາຂ້າງເທິງນັ້ນ ຈະເປັນປະໂຫຍດມໃຫ້ແກ່ເພື່ອນ ແລະ ທ່ານຜູ້ຟັງ, ບາງເທື່ອເພື່ອນກໍອາດຈະໄດ້ຮັບລາງວັນໃດໜຶ່ງ.

 

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ