ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ

Chia sẻ
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ.
ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 1ເຂດພູສຸງ ບິ່ງລຽວ ແຂວງກ໋ວາງນິງ  

ກ່ອນທີ່ຈະໄປຮັບຟັງເນື້ອໃນຂອງລາຍການ, ບັນນາທິການພາກພາສາລາວຂໍສົ່ງຄຳຢື້ຢາມຖາມຂ່າວເຖິງພໍ່ແມ່ປະຊາຊົນລາວຢູ່ເຂດ ຕະຫຼາດສີໄຄ ໃນເຫດການໄຟໄໝ້ ເມື່ອຕອນຄ່ຳວັນທີ 1 ພະຈິກ ປີ 2019. ເຫດການດັ່ງກ່າວໄດ້ສົ່ງຜົນກະທົບໂດຍກົງເຖິງຊີວິດການເປັນຢູ່ຂອງປະຊາຊົນຢູ່ບໍລິເວນຕະຫຼາດສີໄຄ, ເປັນຕົ້ນແມ່ນບັນດາພໍ່ແມ່ພີ່ນ້ອງພວມຂາຍເຄື່ອງຢູ່ຕະຫຼາດ. ຫວັງວ່າດ້ວຍການໜູນຊ່ວຍຂອງບັນດາອົງການ, ອຳນາດການປົກຄອງ, ພໍ່ແມ່ພ່ີນ້ອງຢູ່ເຂດນີ້ຈະມີຄວາມປອດໄພ, ຫຼີກລ້ຽງໄດ້ຄວາມເສຍຫາຍຢ່າງໜັກໜ່ວງ ແລະ ກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໂດຍໄວ.

        ທ່ານຜູ້ຟັງ ທີ່ເຄົາລົບ, ງານບຸນທາດຫຼວງປີ 2019 ໂດຍແມ່ນງານບຸນໃຫຍ່ທີ່ສຸດຂອງປະເທດລາວ ໄດ້ວຽນມາຮອດແລ້ວ. ເນື່ອງໃນໂອກາດນີ້, ລາຍການພາກພາສາລາວຂໍສົ່ງຄຳອວຍພອນເຖິງບັນດາທ່ານຜູ້ຟັງ, ຜູ້ຊົມຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມສຸກ ແລະ ບັນລຸໄດ້ຜົນສຳເລັດຫຼາຍຢ່າງຕື່ມອີກໃນຊີວິດ. ແລະກໍ່ຫວັງວ່າ ໃນງານບຸນນີ້, ທຸກຄົນຈະປະຕິບັດຂໍ້ກຳນົດຂອງກົດໝາຍ ຢ່າງຖືກຕ້ອງ ແລະ ຄົບຖ້ວນເພື່ອຮັບປະກັນຄວາມສະຫງົບໃນວັນບຸນດັ່ງກ່າວກໍ່ຄືຄວາມປອດໄພຂອງຕົນເອງ. ສຸດທ້າຍນີ້ຂໍອວຍພອນໃຫ້ທຸກຄົນຈົ່ງມີງານບຸນທີ່ເຕັມໄປດ້ວຍຄວາມໝາຍ ແລະ ມີຄວາມເບີກບານມ່ວນຊື່ນ.

        ເພື່ອນ ປານ ພວມເຮັດວຽກຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈຳປາສັກໄດ້ Comment ມາຍັງລາຍການດ້ວຍເນື້ອໃນທີ່ວ່າ:

 ເພື່ອນ ປານທີ່ຮັກແພງ! ກ່ອນອື່ນໝົດພວກຂ້າພະເຈົ້າຂໍສະແດງຂອບໃຈທີ່ເພື່ອນໄດ້ຕິດຕາມລາຍການໃນເວັບໄຊ vovworld.vn ແລະ ບັນດາຄຳອວຍພອນອັນດີງາມຂອງເພື່ອນ, ພວກຂ້າພະເຈົ້າຈະສົ່ງຄຳອວຍພອນອັນດີງາມນັ້ນເຖິງບັນດາອະດີດທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ. ເນື່ອງໃນໂອກາດນີ້ ພວກຂ້າພະເຈົ້າຂໍອວຍພອນເພື່ອນຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມສຸກ ແລະ ບັນລຸໄດ້ຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ. ຫວັງວ່າເພື່ອນຈະສືບຕໍ່ຕິດຕາມ, ສະໜັບສະໜູນ ແລະ ປະກອບຄຳເຫັນເພື່ອໃຫ້ລາຍການຂອງພວກເຮົານັບມື້ນັບມີຄຸນນະພາບກວ່າອີກ.

        ເພື່ອນ ກອນ ມະນີວົງ ມາຈາກແຂວງ ຄຳມ່ວນ ໄດ້ສົ່ງ ອີແມວມາຍັງລາຍການ ດ້ວຍເນື້ອໃນວ່າ: ອາທິດຜ່ານມາ, ເມື່ອຕິດຕາມບົດຂຽນກ່ຽວກັບເຂດພູສູງບິ່ງລຽວ ຢູ່ແຂວງກ໋ວາງນິງ ຜ່ານລາຍການ ພາບສາລະຄະດີ, ຂ້າພະເຈົ້າມີຄວາມປະທັບໃຈຫຼາຍ ກ່ຽວກັບບັນດາພາບຖ່າຍທີ່ສວຍງາມທີ່ສຸດເຫຼົ່ານີ້. ຂ້າພະເຈົ້າກໍ່ມີໂອກາດໄດ້ໄປທ່ຽວບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ແລະ ສວຍງາມຂອງແຂວງກ໋ວາງນິງ ຄື: ອ່າວຮະລອງ, ວັດອຽນຕື໋, ທ່່າກ່ຳປັ່ນຕວັນເຈົາ. ນອກຈາກນັ້ນ ຂ້າພະເຈົ້າໄດ້ຮັບຮູ້ມາວ່າ ແຂວງກ໋ວາງນິງ ຍັງມີສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈຫຼາຍແຫ່ງຕື່ມອີກຄື ເກາະໂກໂຕ, ກວານລານ, ຈ່າໂກ… ຜ່ານນີ້ຂ້າພະເຈົ້າມີຄຳຖາມຢາກຖາມພວມອ້າຍເອື້ອຍບັນນາທິການພາກພາສາລາວວ່າ: ເພື່ອໃຫ້ຂະແໜງທ່ອງທ່ຽວຂອງແຂວງກ໋ວາງນິງ ພັດທະນາຄືຈັ່ງຊີ້, ອຳນາດການປົກຄອງໄດ້ມີບັນດາການໜູນຊ່ວຍ ກໍ່ຄືການກຳນົດທິດຄືແນວໃດ? ຂໍຂອບໃຈ.

        ເພື່ອນ ກອນ ມະນີວົງ ທີ່ຮັກແພງ! ຕາມພວກຂ້າພະເຈົ້າໄດ້ເກັບກຳຂໍ້ມູນມາໄດ້ວ່າ ແຂວງກ໋ວາງນິງ ແມ່ນທ້ອງຖິ່ນມີແຫຼ່ງຊັບພະຍາກອນດ້ານທ່ອງທ່ຽວ ແບບໜຶ່ງບໍ່ມີສອງ, ປັດຈຸບັນ ທາງແຂວງກ໋ວາງນິງ ມີ ໜ້າທີ່ນຳພາ, ກຳນົດທິດ ແລະ ແຜ່ຂະຫຍາຍ ການຈະເລີນເຕີບໂຕດ້ານທ່ອງທ່ຽວໄປທົ່ວປະເທດ. ເພື່ອບັນລຸໄດ້ບັນດາໝາກຜົນນັ້ນຕ້ອງອີງໃສ່ຍຸດທະສາດຫັນປ່ຽນໂຄງປະກອບເສດຖະກິດ ຂອງການນຳແຂວງກ໋ວາງນິງໂດຍໄດ້ວາງອອກກ່ອນນີ້ 10 ປີ, ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດ, “ເວົ້າໄປຄຽງຄູ່ກັບການກະທຳ” ຂອງກົງຈັກອຳນາດການປົກຄອງ ແລະ ພິເສດແມ່ນການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດລົງທຶນຍຸດທະສາດ, ດ້ວຍບັນດາໂຄງການຊ່ວຍປ່ຽນແປງໂສມໜ້າດ້ານການທ່ອງທ່ຽວຂອງແຂວງກ໋ວາງນິງ, ເພື່ອດຶງດູດວິສາຫະກິດຕ່າງປະເທດມາລົງທຶນຢູ່ແຂວງ ກ໋ວາງນິງ ການນຳທ້ອງຖິ່ນໄດ້ສ້າງສະພາບແວດລ້ອມແຫ່ງການລົງທຶນກໍ່ຄືສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ຈັດຕັ້ງກອງປະຊຸມສຳມະນາ, ການໂອ້ລົມສົນທະນາໂດຍມີການເຂົ້າຮ່ວມຂອງບັນດານັກລົງທຶນ ແລະ ບັນດາການນຳ ເພື່ອພ້ອມກັນແກ້ໄຂບັນດາຂໍ້ຕິດຂັດໃນວິວັດການລົງທຶນ ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ຕັ້ງໜ້າຂອງອຳນາດການປົກຄອງແຂວງ ທີ່ມີຕໍ່ຂະແໜງທ່ອງທ່ຽວ. ນອກຈາກນັ້ນ, ປີ 2014 ທາງແຂວງກ໋ວາງນິງ ໄດ້ຈ້າງຫົວໜ່ວຍຕ່າງປະເທດມາ ໃຫ້ຄຳປຶກສາພັດທະນາ ແລະ ວາງແຜນການທ່ອງທ່ຽວຈົນຮອດປີ 2020 ແລະ ວິໄສທັດປີ 2030. ມາຮອດປັດຈຸບັນ, ບັນດາເປົ້າໝາຍໃນການວາງແຜນນີ້ສ່ວນຫຼາຍກໍ່ໄດ້ຮັບການປະຕິບັດລື່ນກາຍຄາດໝາຍທີ່ໄດ້ວາງອອກ.

         ເພື່ອນ ກອນ ມະນີວົງ ທີ່ ຮັກແພງ ດັ່ງທີ່ກ່າວມາຂ້າງເທິງແມ່ນບັນດາຂໍ້ມູນພື້ນຖານກ່ຽວກັບບັນດາການກຳນົດທິດ ແລະ ໜູນຊ່ວຍຂອງ ແຂວງກ໋ວາງນິງສຳລັບການພັດທະນາຂະແໜງທ່ອງທ່ຽວ ຫວັງວ່າຈະເຮັດໃຫ້ເພື່ອນມີຄວາມພໍໃຈ.

ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: າກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ