ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ສືບຕໍ່ໄດ້ຈັດຂຶ້ນສຳລັບຜູ້ຟັງ VOV

Chia sẻ
(VOVWORLD) -ມີທ່ານຜູ້ຟັງຫຼາຍທ່ານໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກມາຢ້ຽມຢາມ ແລະ ໄດ້ເຫັນປະຈັກຕາຜົນງານໃນການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 319 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ.

ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ສືບຕໍ່ໄດ້ຈັດຂຶ້ນສຳລັບຜູ້ຟັງ VOV - ảnh 1 ທ່ານອະດີດຫົວໜ້າຫ້ອງວ່າການຂອງສະພາແຫ່ງຊາດຫວຽດນາມ ຫວູມ້າວ ເຖິງແກ່ມໍລະນະກຳ

(ພາບ: tienphong.vn)

ຫວ່າງມໍ່ໆມານີ້, ເມື່ອໄດ້ຮັບຂ່າວວ່າ: ທ່ານອະດີດຫົວໜ້າຫ້ອງວ່າການຂອງສະພາແຫ່ງຊາດຫວຽດນາມ ຫວູມ້າວ ເຖິງແກ່ມໍລະນະກຳ. ເພື່ອນ ສຸພາພອນ, ຢູ່ແຂວງວຽງຈັນ; ເພື່ອນ ດາລາວັນ ພິຈິດ, ຢູ່ແຂວງ ຈຳປາສັກ; ເພື່ອນ ເພັດສະໝອນ, ຢູ່ແຂວງ ຄຳມ່ວນ… ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການ ເພື່ອສະແດງຄວາມເສົ້າສະຫຼົດໃຈມາຍັງຍາດຕິພີ່ນ້ອງ ແລະ ຄອບຄົວຂອງທ່ານ ຫວູມ້າວ.

        ເພື່ອນແສງທອງ, ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ Facebook ໂດຍແບ່ງປັນວ່າ: “ຂ້າພະເຈົ້າເຄີຍຟັງລາຍການກະຈາຍສຽງຂອງ VOV ມາເປັນເວລາຫຼາຍປີລ້ວ. VOV ໄດ້ອອກຂ່າວ, ເຫດການຕ່າງໆໄດ້ຢ່າງທັນການຊ່ວຍໃຫ້ຂ້າພະເຈົ້າສາມາດກຳແໜ້ນຂໍ້ມູນຂ່າວສານຂອງຫວຽດນາມ ແລະ ໃນໂລກຢ່າງຄົບຖ້ວນ. ຂ້າພະເຈົ້າກໍ່ໄດ້ຮັບຟັງລາຍການທາງອອນລາຍຜ່ານເວັບໄຊ vovworld.vn ນຳອີກ. ເວັບໄຊຂອງພວກເພື່ອນແມ່ນມີຄວາມດູດດື່ມໃຈຫຼາຍ ແລະ ມີຂໍ້ມູນຂ່າວຫຼາຍຢ່າງ, ປະຈຸບັນ, ເວັບໄຊນີ້ໄດ້ກາຍເປັນເວັບໄຊທີ່ຂ້າພະເຈົ້າໄດ້ເຂົ້າເບິ່ງເປັນປະຈຳ.”

        ເພື່ອນວັນນະ ກໍ່ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ Facebook ໂດຍແບ່ງປັນວ່າ: “ບັນດາຂໍ້ມູນຂ່າວສານໂດຍ VOV ອອກອາກາດນັ້ນມີລັກສະນະສະຖານະການການເມືອງສູງ. ໃນນັ້ນຍັງມີລາຍການດົນຕີທີ່ດູດດື່ມອີກ. ຂໍຊົມເຊີຍຜົນສຳເລັດທາງລາຍການພວກເພື່ອນ. ຜ່ານນີ້, ໄດ້ຊ່ວຍໃຫ້ທ່ານຜູ້ຟັງທີ່ຮັບຟັງວິທະຍຸຄືຂ້າພະເຈົ້າມີໂອກາດຊອກຮູ້ກ່ຽວກັບວັດທະນະທຳ ແລະ ຊາວຫວຽດນາມ ຫຼາຍກວ່າ”.

ເພື່ອນຄຳພັນ ວິໄລຈິດ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການໂດຍໃຫ້ຮູ້ວ່າ, ເພື່ອນຢາກມາທ່ຽວຢູ່ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ທາງທິດຕາເວັນຕົກພາກໃຕ້ຫວຽດນາມ, ເພື່ອນຢາກໃຫ້ບັນນາທິການລາຍການພາກພາສາລາວ ແນະນຳໃຫ້ກ່ຽວກັບບາງສະຖານທີ່ທ່ອງທ່ຽວຢູ່ເຂດດັ່ງກ່າວ.

ເພື່ອນ ຄຳພັນ ວິໄລຈິດ ທີ່ຮັກແພງ, ຢູ່ເຂດທາງທິດຕາເວັນຕົກພາກໃຕ້ຫວຽດນາມ ມີສະຖານທີ່ທ່ອງທ່ຽວດູດດື່ມຫຼາຍແຫ່ງ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຈະແນະນຳໃຫ້ເພື່ອນ ກໍ່ຄືບັນດາທ່ານຜູ້ຟັງກ່ຽວກັບສະຖານທີ່ທ່ອງທ່ຽວບາງແຫ່ງທີ່ມີຊື່ສຽງຄືດັ່ງນີ້.

ທຳອິດແມ່ນ ທົ່ງກັງຫັນລົມທີ່ມີຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ ເຊິ່ງຕັ້ງຢູ່ແຂວງ ບາກລຽວ ແລະ ຫ່າງຈາກນະຄອນບາກລຽວ ໄປບໍ່ຮອດ 20 ກມ; ປ່າສະເມັດ ຈ່າສື, ຂຶ້ນກັບເມືອງ ຕິ້ງບຽນ, ມີເນື້ອທີ່ປະມານ 850 ເຮັກຕາ ດ້ວຍລະບົບຊີວະພາບທີ່ອຸດົມສົມບູນ, ແມ່ນສັນຍາລັກໃຫ້ແກ່ຄວາມສວຍງາມຂອງລະດູນ້ຳຂຶ້ນສູງຂອງແຂວງ ອານຢາງ; ໝູ່ບ້ານຢູ່ເທິງໜ້ານ້ຳ ເຕີນເລີບ ຫຼື ເອີ້ນວ່າ ປ່າສະເມັດ ເຕີນເລີບ, ຂຶ້ນກັບເມືອງ ມົກຮ໊ວາ, ແຂວງ ລອງອານ; ເຂດອະນຸລັກປ່າສະຫງວນແຫ່ງຊາດ ຈ່າມຈິມ ຂຶ້ນກັບເມືອງ ຕາມນົງ, ແຂວງດົ່ງທ໊າບ; ຕະຫຼາດໜ້ານ້ຳ ກ໊າຍຣັງ ຢູ່ເກິນເທີ ເຊິ່ງແມ່ນ 1 ໃນຈຳນວນ 5 ຕະຫຼາດໜ້ານ້ຳໃຫຍ່ກວ່າໝູ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ…

ດັ່ງທີ່ກ່າວມາຂ້າງເທິງແມ່ນສະຖານທີ່ທ່ອງທ່ຽວບາງແຫ່ງທີ່ມີຊື່ສຽງຢູ່ທິດຕາເວັນຕົກສ່ຽງໃຕ້ຫວຽດນາມ. ຫວັງວ່າ, ໃນການໄປທ່ອງທ່ຽວຄັ້ງນີ້ ເພື່ອນ ຄຳພັນ ວິໄລຈິດ  ຈະຊອກຫາໄດ້ສິ່ງໃໝ່ໆດຶງດູດໃຈກວ່າ.

ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ສືບຕໍ່ໄດ້ຈັດຂຶ້ນສຳລັບຜູ້ຟັງ VOV - ảnh 2ລາງວັນຂອງການເສັງປີນີ້ແມ່ນໄດ້ໄປທ່ອງທ່ຽວຫວຽດນາມ ເປັນເວລາ 5 ວັນໂດຍບໍ່ເສຍຄ່າ

(ພາບປະກອບ)

ເພື່ອນ ນິດາວັນ, ພວມດຳລົງຊີວິດຢູ່ແຂວງ ບໍລິຄຳໄຊ, ໄດ້ສົ່ງອີແມວມາຫາລາຍການຢາກຊອກຮູ້ກ່ຽວກັບການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ເຊິ່ງໄດ້ເລີ່ມຈັດຕັ້ງມາແຕ່ປີໃດ? ເປົ້າໝາຍຜູ້ເຂົ້າຮ່ວມການເສັງແມ່ນໃຜ?

        ເພື່ອນ ນິດາວັນ ທີ່ຮັກແພງ, ປີ 1980, ເປັນຄັ້ງທຳອິດພະແນກບັນດາລາຍການພາສາຕ່າງປະເທດ, VOV ຈັດການເສັງດ້ວຍຊື່ວ່າ “ຊອກຮູ້ຫວຽດນາມ” ທີ່ສະຫງວນໃຫ້ທ່ານຜູ້ຟັງແມ່ນຊາວຕ່າງປະເທດຢູ່ທົ່ວທຸກທະວີບ ແລະ ຊາວຫວຽດນາມ ທີ່ພວມເຮັດຽກ, ດຳລົງຊີວິດຢູ່ຕ່າງປະເທດ. ນີ້ແມ່ນໂອກາດເພື່ອໃຫ້ບັນດາທ່ານຜູ້ຟັງສະແດງຄວາມເຂົ້າໃຈຂອງຕົນກ່ຽວກັບຫວຽດນາມ, ນີ້ກໍ່ແມ່ນວິທີເພື່ອໃຫ້ VOV ຊອກຮູ້ການແຜ່ຂະຫຍາຍຂອງຄື້ນກະຈາຍສຽງພາກພາສາຕ່າງປະເທດໃນຈິດໃຈເພື່ອນມິດສາກົນ. ໃນການເສັງນີ້, ມີທ່ານຜູ້ຟັງໃນທຸກເກນອາຍຸ, ອາຊີບ ໄດ້ສົ່ງບົດເສັງມາຫາ VOV. ເຂົາເຈົ້າແມ່ນນັກສຶກສາ, ນັກຮຽນ, ຊາວກະສິກອນ, ຄູອາຈານ, ແມ່ຄົວ, ນັກທຸລະກິດ, ພາລະກອນ… ພິເສດ, ມີທ່ານຜູ້ຟັງເຖິງວ່າມີອາຍຸ 90 ປີແລ້ວກໍ່ຕາມ ແຕ່ກໍ່ຍັງສະໜັບສະໜູນ, ເຂົ້າຮ່ວມການເສັງໂດຍ VOV ຈັດຕັ້ງຢ່າງສຸດຈິດສຸດໃຈ. ມີທ່ານຜູ້ຟັງຫຼາຍທ່ານໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກມາຢ້ຽມຢາມ ແລະ ໄດ້ເຫັນປະຈັກຕາຜົນງານໃນການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ. ການເສັງ “ຊອກຮູ້ກ່ຽວກັບຫວຽດນາມ” ໄດ້ຈັດຕັ້ງຂຶ້ນ 5 ປີເທື່ອໜຶ່ງ, ຕໍ່ມາໄດ້ປ່ຽນຊື່ເປັນ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”.

        ປີ 2020 ນີ້, ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ສືບຕໍ່ໄດ້ຈັດຂຶ້ນສຳລັບຜູ້ຟັງ VOV, ມີຄຳຖາມ 6 ຂໍ້ ທີ່ກ່ຽວຂ້ອງເຖິງບັນດາບັນຫາຂອງຫວຽດນາມ ຄື: ກາເມືອງ, ການຕ່າງປະເທດ, ວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ, ນ້ຳໃຈຂອງທ່ານຜູ້ຟັງທີ່ສະຫງວນໃຫ້ VOV… ການເສັງປີນີ້, ບັນດາລາຍການຂອງ VOV5 ຍາມໃດກໍ່ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວໂຄສະນາ, ແນະນຳກ່ຽວກັບການເສັງນີ້ໃນລາຍການໂອ້ລົມກັບທ່ານຜູ້ຟັງ ໃນຄື້ນກະຈາຍສຽງ, ໃນເວັບໄຊ vovworld.vn. ລາງວັນຂອງການເສັງປີນີ້ແມ່ນໄດ້ໄປທ່ອງທ່ຽວຫວຽດນາມ ເປັນເວລາ 5 ວັນໂດຍບໍ່ເສຍຄ່າ.

        ຖ້າຫາກທ່ານຜູ້ຟັງຢາກຊອກຮູ້ຂໍ້ມູນ, ການໜູນຊ່ວຍຈາກລາຍການໃນເວລາເຂົ້າຮ່ວມການເສັງ, ທ່ານຈົ່ງສົ່ງຈົດໝາຍມາແບ່ງປັນກັບພວກຂ້າພະເຈົ້າ. ບັນດາຜູ້ຈັດທຳລາຍການຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍພວກເພື່ອນຢ່າງສຸດຈິດສຸດໃຈເພື່ອໃຫ້ການເສັງນີ້ບັນລຸຜົນສຳເລັດຢ່າງຈົບງາມ.

        ຂໍອວຍພອນໃຫ້ພວກເພື່ອນຈົ່ງບັນລຸຜົນສຳເລັດ.

ຕອບກັບ