ການເຄື່ອນໄຫວຕອບບຸນແທນຄຸນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ຫວຽດນາມ ແລະ ລາວ

Minh Duc
Chia sẻ
(VOVWORLD) - ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນ ປາກເຊ, ແຂວງ ຈຳປາສັກ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ແຂວງ ຈຳປາສັກ ຈັດການເຄື່ອນໄຫວຕອບບຸນແທນຄຸນ, ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 368 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 19 ສະບັບຈາກທ່ານຜູ້ຟັງລາວ.

ການເຄື່ອນໄຫວຕອບບຸນແທນຄຸນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ຫວຽດນາມ ແລະ ລາວ - ảnh 1ວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ
(ພາບປະກອບ: TTXVN)

ເພື່ອນ ຄຳຫຼ້າ ທອງສຸກ, ຢູ່ແຂວງ ສາລາວັນ ໄດ້ສົ່ງຈົດໝາຍມາຍັງລາຍການ ແບ່ງປັນຄວາມປະທັບໃຈກ່ຽວກັບພິທີເລີ່ມລົງມືກໍ່ສ້າງກິດຈະກຳຫໍວັດທະນະທຳມິດຕະພາບເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຢູ່ຕາແສງ ເປີ ອີ, ເມືອງ ງອັກໂຮ້ຍ, ແຂວງ ກອນຕຸມ ວ່າ: “ກິດຈະກຳແມ່ນສັນຍາລັກຂອງຄວາມສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງກອງທັບ ແລະ ປະຊາຊົນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ”.

ໃນຈົດໝາຍສົ່ງເຖິງລາຍການພາກພາສາ ລາວ, ເພື່ອນ ບຸນຄຳ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນວ່າ: “ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຕິດຕາມເວັບໄຊຂອງ VOV5 ແລະ ໄດ້ຮູ້ວ່າ ໃນໂອກາດເດືອນ ກໍລະກົດ ທຸກປີ, ພັກ, ລັດ, ຫຼາຍອົງການ, ໝູ່ຄະນະ ແລະ ປະຊາຊົນ ຫວຽດນາມ ໄດ້ຈັດການເຄື່ອນໄຫວສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ. ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ ແລະ ຍາມໃດກໍ່ຮູ້ບຸນຄຸນຕໍ່ບັນດາທະຫານອາສາສະໝັກ ຫວຽດນາມ ທີ່ໄດ້ຕໍ່ສູ້, ເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອຊ່ວຍເຫຼືອປະຊາຊົນ ລາວ ຕ້ານສັດຕູຜູ້ຮຸກຮານ, ປົດປ່ອຍປະເທດຊາດ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສົ່ງຄຳຂອບໃຈມາຍັງບັນດາຄອບຄົວ, ທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ແລະ ຢາກເຊີນຊວນພວກລຸງມາຢ້ຽມຢາມສະໜາມຮົບເກົ່າຢູ່ ລາວ ເພື່ອຫວນຄືນໄລຍະສະຫງ່າອົງອາດ”.

ເພື່ອນ ບຸນຄຳ, ທີ່ຮັກແພງ, ຂອບໃຈເພື່ອນທີ່ໄດ້ສົ່ງຈົດໝາຍມາຍັງລາຍການ ເພື່ອສະແດງຄວາມຮູ້ບຸນຄຸນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ເນື່ອງໃນໂອກາດວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ. ເນື່ອງໃນໂອກາດນີ້, ລາຍການພາກພາສາລາວ ຂໍແຈ້ງຂ່າວຕ່ືມອີກກ່ຽວກັບການເຄື່ອນໄຫວຕອບບຸນແທນຄຸນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດ ຢູ່ ຫວຽດນາມ ແລະ ລາວ.

ວັນທີ 20 ກໍລະກົດ, ຢູ່ແຂວງ ຫຼວງພະບາງ, ທາງພາກເໜືອຂອງ ລາວ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ປະຈຳ ຫຼວງພະບາງ ແລະ ສະມາຄົມນັກທຸລະກິດ ຫວຽດນາມ ປະຈຳທາງພາກເໜືອຂອງ ລາວ ໄດ້ຈັດພິທີສູດອະນິດຈາອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຂອງ 2 ປະເທດ ຫວຽດນາມ ແລະ ລາວ ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບ ແລະ ຄວາມຜາສຸກຂອງ 2 ຊາດ ລາວ - ຫວຽດນາມ ອ້າຍນ້ອງ.

ໃນລະຫວ່າງວັນທີ 20 - 21 ກໍລະກົດ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນ ປາກເຊ, ແຂວງ ຈຳປາສັກ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ແຂວງ ຈຳປາສັກ ຈັດການເຄື່ອນໄຫວຕອບບຸນແທນຄຸນ, ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ບັນດາຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນນະຄອນ.

ແລະກໍ່ໃນວັນທີ 20 – 21 ກໍລະກົດ, ຢູ່ ຫວຽດນາມ, ຄະນະປະສານງານອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍເຫຼືອ ລາວ ແຂວງ ບັກຢາງ ກໍ່ໄດ້ຈັດຕັ້ງຄະນະປະຕິບັດງານໄປໄວ້ອາໄລ, ຖະຫວາຍທູບທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ, ຢູ່ເມືອງ ແອັງເຊີນ ແລະ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ເມືອງ ໂດເລືອງ (ແຂວງ ເງະອານ). ຢູ່ທີ່ນີ້, ຄະນະຜູ້ແທນໄດ້ຖະຫວາຍທູບທຽນ, ດອກໄມ້ອາໄລຫາດວງວິນຍານບັນດາເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢ່າງພິລະອາດຫານ ເພື່ອເອກະລາດ, ເພື່ອອຸດົມຄະຕິປະຕິວັດຂອງພັກ ແລະ ພາລະກິດປົດປ່ອຍປະເທດ ລາວ ອ້າຍນ້ອງ.

ການເຄື່ອນໄຫວຕອບບຸນແທນຄຸນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ຫວຽດນາມ ແລະ ລາວ - ảnh 2ແຂກທ່ອງທ່ຽວໄປຢ້ຽມຢາມ ໜອງ ບາເບ໋
(ພາບ: backan.gov.vn)

ຕໍ່ໄປນີ້ແມ່ນຈົດໝາຍຂອງເພື່ອນຜູ້ຝັງ, ຜູ້ອ່ານທີ່ໄດ້ສົ່ງມາຫາລາຍການຢາກຊອກຮູ້ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ.

ເພື່ອນ ດາລາວັນ ສີຫາລາດ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮັບຟັງການແນະນຳກ່ຽວກັບເຂດທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງຂອງ ຫວຽດນາມ, ໃນນັ້ນຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ບັນດາສະຖານທີ່ທ່ອງທ່ຽວເຂດແມ່ນ້ຳ, ເຂດພູ ແລະ ພິເສດແມ່ນທິວທັດທຳມະຊາດຢູ່ໜອງ ບາເບ໋, ເຊິ່ງແມ່ນແຫ່ງທີ່ແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນມາຢ້ຽມຢາມ. ຂ້າພະເຈົ້າປາດຖະໜາວ່າ, ບັນນາທິການລາຍການພາກພາສາລາວ ຈະແນະນຳລະອຽດກ່ຽວກັບເຂດທ່ອງທ່ຽວດັ່ງກ່າວ.

ເພື່ອນ ດາລາວັນ ສີຫາລາດ ທີ່ຮັກແພງ, ໜອງ ບາເບ໋ ແມ່ນເຂດທ່ອງທ່ຽວຊີວະພາບທີ່ມີຊື່ສຽງຢູ່ທິດຕາເວັນອອກສ່ຽງເໜືອ ຫວຽດນາມ, ຫ່າງຈາກນະຄອນ ບັກກ້ານ, ແຂວງ ກາວບັ່ງ ປະມານ 70 ກມ ໄປທາງທິດຕາເວັນຕົກສ່ຽງເໜືອ, ນອນຢູ່ເຂດໃຈກາງສວນແຫ່ງຊາດ ບາເບ, ຂຶ້ນກັບຕາແສງ ນາມເມົາ, ເມືອງ ບາເບ໋, ດ້ວຍທິວທັດທຳມະຊາດທີ່ສວຍງາມ ແລະ ມີຊີວະນາໆພັນທີ່ຫຼາກຫຼາຍ. ປີ 1995, ທີ່ກອງປະຊຸມໜອງນ້ຳຈືດໂລກ ເຊິ່ງຈັດຂຶ້ນຢູ່ ອາເມລິກາ ໄດ້ຮັບຮູ້ວ່າ ໜອງ ບາເບ໋ ແມ່ນໜຶ່ງໃນຈຳນວນ 20 ໜອງນ້ຳຈືດພິເສດຂອງໂລກ ທີ່ຕ້ອງໄດ້ຮັບການປົກປັກຮັກສາ.

ຕາມຂໍ້ມູນໃນປະຕູຖານຂໍ້ມູນເອກເລັກໂຕນິກແຂວງ ບັກກ້ານ ແລ້ວ, ໜອງ ບາເບ໋ ໄດ້ມີມາກ່ອນນີ້ປະມານ 200 ລ້ານປີ, ນອນຢູ່ໃຈກາງເຂດພູຫີນ ແລະ ບັນດາເຂດປ່າດົງດິບ. ຢູ່ອ້ອມເຂດໜອງນີ້ ແມ່ນບັນດາບ້ານ, ເຮືອນຮ້ານຂອງຊາວເຜົ່າ ໄຕ. ມາແຫ່ງນີ້, ແຂກທ່ອງທ່ຽວຈະໄດ້ຮັບຊົມທິວທັດທຳມະຊາດສວຍສົດງົດງາມ, ໄດ້ຊິມບັນດາເຍື່ອງອາຫານພື້ນເມືອງ ແລະ ຄົ້ນຫາສີສັນວັດທະນະທຳຂອງບັນດາເຜົ່າທີ່ດຳລົງຊີວິດຢູ່ເຂດນີ້… ນອກນັ້ນ, ຢູ່ແຫ່ງນີ້ຍັງມີນ້ຳຕົກຕາດ ບ້ານຢົກ ນອນຢູ່ຕາແສງ ດ່າມຖຸຍ, ເມືອງ ຈູງແຄງ, ແຂວງ ກາວບັ່ງ, ເຊິ່ງໄດ້ຮັບຖືວ່າແມ່ນນ້ຳຕົກຕາດງາມທີ່ສຸດຢູ່ ຫວຽດນາມ.

ຕອບກັບ