ກະຊວງຕຳຫຼວດ ຫວຽດນາມ - ລາວ ຮ່ວມມືປ້ອງກັນ, ຕ້ານຢາເສບຕິດ

Minh Duc
Chia sẻ
(VOVWORLD) -ດ້ວຍຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຈາກຕຳຫຼວດ ລາວ ແລະ  ຫວຽດນາມ ໃນການຜັນຂະຫຍາຍແຜນການກໍ່ສ້າງຫ້ອງການຕຳຫຼວດບ້ານທີ່ຢູ່ຕິດກັບຊາຍແດນ, ມາຮອດປະຈຸບັນ 2 ຝ່າຍໄດ້ກໍ່ສ້າງ 174 ຫຼັງ (ໃນນັ້ນໄດ້ຈັດພິທີມອບ-ຮັບສຳເລັດແລ້ວ 156 ຫຼັງ)
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 328 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 18 ສະບັບຈາກທ່ານຜູ້ຟັງລາວ.
ກະຊວງຕຳຫຼວດ ຫວຽດນາມ - ລາວ ຮ່ວມມືປ້ອງກັນ, ຕ້ານຢາເສບຕິດ - ảnh 1ກອງປະຊຸມສະຫຼຸບໄລຍະ 1 ກ່ຽວກັບການຈັດຕັ້ງການຜັນຂະຫຍາຍໂຄງການໜູນຊ່ວຍກະຊວງຕຳຫຼວດ ລາວ
(ພາບ: baovanhoa.vn)

ໃນອາທິດຜ່ານມາ, ເພື່ອນສຸວັນນາ ໄດ້ສົ່ງຂໍ້ຄວາມຜ່ານທາງ FB ມາຫາລາຍການ, ໂດຍແບ່ງປັນເນື້ອໃນທີ່ວ່າ: ດ້ວຍຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຈາກຕຳຫຼວດ ລາວ ແລະ  ຫວຽດນາມ ໃນການຜັນຂະຫຍາຍແຜນການກໍ່ສ້າງຫ້ອງການຕຳຫຼວດບ້ານທີ່ຢູ່ຕິດກັບຊາຍແດນ, ມາຮອດປະຈຸບັນ 2 ຝ່າຍໄດ້ກໍ່ສ້າງ 174 ຫຼັງ (ໃນນັ້ນໄດ້ຈັດພິທີມອບ-ຮັບສຳເລັດແລ້ວ 156 ຫຼັງ) ແລະ ພວມກໍ່ສ້າງ 10 ຫຼັງ. ມີ 56 ຫຼັງຍັງບໍ່ທັນໄດ້ລົງມືກໍ່ສ້າງເທື່ອ ຍ້ອນສະພາບດິນຟ້າອາກາດ, ມາດຕະການຄວບຄຸມໂລກລະບາດ ແລະ ເສັ້ນທາງໄປເຖິງເຂດກໍ່ສ້າງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທີ່ກອງປະຊຸມສະຫຼຸບໄລຍະ 1 ກ່ຽວກັບການຈັດຕັ້ງການຜັນຂະຫຍາຍໂຄງການໜູນຊ່ວຍກະຊວງຕຳຫຼວດ ລາວ ແລະ ສະຫຼຸບ 6 ເດືອນຕົ້ນປີ ກ່ຽວກັບການປະຕິບັດການຜັນຂະຫຍາຍບົດບັນທຶກຊ່ວຍຈຳລະຫວ່າງກະຊວງຕຳຫຼວດ ລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດຜ່ານມາ, ທ່ານພົນຕີ, ປະລິນຍາເອກ ທອງເຫຼັກ ມັງໝໍ່ເມກ, ຮອງລັດຖະມົນຕີກະຊວງຕຳຫຼວດລາວໃຫ້ຮູ້ວ່າ, ນີ້ແມ່ນການຊ່ວຍເຫຼືອທີ່ລ້ຳຄ່າ ແລະ ມີຄວາມໝາຍສຳຄັນ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳຢູ່ເຂດຊາຍແດນລະຫວ່າງ 2 ປະເທດ ລາວ - ຫວຽດນາມ. ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງການນຳພັກ, ລັດ ກໍຄືການນຳກະຊວງຕຳຫຼວດ ຫວຽດນາມ ສຳລັບປະຊາຊົນ 2 ປະເທດທີ່ດຳລົງຊີວິດຢູ່ເຂດຊາຍແດນ.

ກະຊວງຕຳຫຼວດ ຫວຽດນາມ - ລາວ ຮ່ວມມືປ້ອງກັນ, ຕ້ານຢາເສບຕິດ - ảnh 2ງານມະຫາກຳກິລາຊີເກມຄັ້ງທີ 31
(ພາບປະກອບ: vietnamplus.vn)

ໃນຈົດໝາຍຂອງເພື່ອນ ກິຕາ ສົ່ງມາຍັງລາຍການ ຢາກຊອກຮູ້ສະພາບຈຳນວນແຂກທ່ອງທ່ຽວສາກົນ ມາຢ້ຽມຢາມ ຫວຽດນາມ ໃນຊ່ວງເວລາມໍ່ໆມານີ້.

ເພື່ອນ ກິຕາ ທີ່ຮັກແພງ, ຕາມຂ່າວຄາວທີ່ຂ້າພະເຈົ້າໄດ້ຮູ້ຈາກກົມໃຫຍ່ທ່ອງທ່ຽວ ຫວຽດນາມ ແລ້ວ, ແຂກຕ່າງປະເທດເດີນທາງມາ ຫວຽດນາມ ເພີ່ມຂຶ້ນຢ່າງວ່ອງໄຫວໃນເດືອນ ພຶດສະພາ 2022 ບັນລຸ 172,9 ພັນເທື່ອຄົນ, ເພີ່ມຂຶ້ນ 70,6% ເມື່ອທຽບໃສ່ເດືອນກ່ອນ ແລະ ຫຼາຍກວ່າ 12,8 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ເຖິງວ່າຍັງຕ່ຳກວ່າຫຼາຍເມື່ອທຽບໃສ່ໄລຍະທີ່ຍັງບໍ່ທັນເກີດໂລກລະບາດໂຄວິດ-19, ແຕ່ນີ້ແມ່ນສັນຍານທີ່ດີຕໍ່ກັບຂະແໜງການທ່ອງທ່ຽວ ພາຍຫຼັງເກືອບ 3 ເດືອນທີ່ ຫວຽດນາມ ປະກາດເປີດກວ້າງການທ່ອງທ່ຽວ, ພິເສດ ແມ່ນງານມະຫາກຳກິລາຊີເກມຄັ້ງທີ 31 ຜ່ານມາ, ຫວຽດນາມ ແມ່ນໃຈກາງດຶງດູດບັນດາຄະນະນັກກະລາກອງເຊຍ, ເຈົ້າໜ້າທີ່ກິລາ, ແຂກທ່ອງທ່ຽວໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເດີນທາງມາເຕົ້າໂຮມ, ແຂ່ງຂັນ ແລະ ທ່ຽວຊົມທັດສະນີຍະພາບຢູ່ ຫວຽດນາມ.

ໃນໄລຍະ 5 ເດືອນຕົ້ນປີ, ບັນດາຕະຫຼາດໃນພາກພື້ນທົ່ວໂລກແມ່ນເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ບັນດາຕະຫຼາດມີລະດັບເພີ່ມຂຶ້ນຫຼາຍທີ່ສຸດແມ່ນ: ອາເມລິກາ ບັນລຸ 49,675 ເທື່ອຄົນ, ເພີ່ມຂຶ້ນ 22,9 ເທົ່າ, ຕໍ່ມາແມ່ນ ເອີລົບ, ອາຊີ…

        ຕາມລາຍງານຄັ້ງຫຼ້າສຸດຂອງເວທີປາໄສເສດຖະກິດສາກົນ, ດັດຊະນີຄວາມສາມາດພັດທະນາຂອງຂະແໜງທ່ອງທ່ຽວ ຫວຽດນາມ ປີ 2021 ຈັດຢູ່ອັນດັບທີ 52, ເລື່ອນຂຶ້ນ 8 ຂັ້ນເມື່ອທຽບໃສ່ປີ 2019, ນອນຢູ່ໃນກຸ່ມ 3 ປະເທດມີລະດັບປົວແປງດີ່ທີ່ສຸດຂອງໂລກ.

ກະຊວງຕຳຫຼວດ ຫວຽດນາມ - ລາວ ຮ່ວມມືປ້ອງກັນ, ຕ້ານຢາເສບຕິດ - ảnh 3ຂົວແກ້ວ ແບກລອງ ຢູ່ຕາແສງ ເມື່ອງຊາງ, ເມືອງ ມົກເຈົາ, ແຂວງເຊີນລາ
(ພາບ: dulichmocchau)

ເພື່ອນ ທິດາ ກິດຈະເລີນ, ໄດ້ສົ່ງຂໍ້ຄວາມມາຫາລາຍການ ດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບຂົວແກ້ວທີ່ຫາກໍ່ເປີດນຳໃຊ້ຢູ່ ມົກເຈົາ, ແຂວງ ເຊີນລາ, ປະຈຸບັນ ຂົວແກ້ວແຫ່ງນີ້ໄດ້ຮັບການຮັບຮອງວ່າແມ່ນຂົວແກ້ວຍາວທີ່ສຸດໃນໂລກແມ່ນບໍ່?

ເພື່ອນ ທິດາ ກິດຈະເລີນ ທີ່ຮັກແພງ! ວັນທີ 28 ພຶດສະພາ ຜ່ານມາ, ຄະນະກຳມະການປະຊາຊົນແຂວງ ເຊີນລາ ໄດ້ຈັດພິທີເປີດສະຫຼອງຂົວແກ້ວ ແບກລອງ ຢູ່ຕາແສງ ເມື່ອງຊາງ, ເມືອງ ມົກເຈົາ, ແຂວງເຊີນລາ. ຂົວແກ້ວ ແບກລອງ ມີລວງຍາວ 632 ມ, ແມ່ນກິດຈະກຳນອນໃນກຸ່ມ “ເຂດທ່ອງທ່ຽວ ມົກເຈົາ Island” ໂດຍບໍລິສັດຫຸ້ນສ່ວນ 26 ມົກເຈົາ ເປັນເຈົ້າຂອງໂຄງການ. ເລື່ອງເປີດສະຫຼອງ, ນຳຂົວແກ້ວ ແບກລອງ ເຂົ້າໃຊ້ງານ ແມ່ນໜຶ່ງໃນບັນດາເຫດການໃຫຍ່ຂອງເມືອງ ມົກເຈົາ, ແຂວງ ເຊີນລາ ເພື່ອປະກອບສ່ວນພັດທະນາການທ່ອງທ່ຽວຂອງແຂວງ ແລະ ເຂດ ໄຕບັກ. ແຂວງ ເຊີນລາ ໄດ້ກຳນົດເປົ້າໝາຍສູ້ຊົນນຳການທ່ອງທ່ຽວແຂວງ ເຊີນລາ ໃຫ້ກາຍເປັນສະຖານທີ່ປອດໄພ, ດູດດື່ມຂອງເຂດ ໄຕບັກ.

ທີ່ພິທີເປີດສະຫຼອງຂົວແກ້ວ ແບກລອງ, ຜູ້ຕາງໜ້າອົງການສະຖິຕິໂລກໄດ້ມອບ 3 ໃບຢັ້ງຢືນໃຫ້ແກ່ຂົວແຫ່ງນີ້, ລວມມີ: ຂົວແກ້ວຍາວກວ່າໝູ່ໃນໂລກ ດ້ວຍລວງຍາວ 632 ມ; ຂົວພື້ນແກ້ວຍາວກວ່າໝູ່ໃນໂລກ; ຂົວພື້ນແກ້ວແລ່ນອ້ອມຜາຫີນຍາວທີ່ສຸດໃນໂລກ 327ມ.

ເພື່ອນ ວິໄລພອນ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍຂຽນວ່າ: ຜ່ານລາຍການ, ຂ້າພະເຈົ້າຂໍສົ່ງຄຳອວຍພອນເຖິງບັນດານ້ອງນ້ອຍເຍົາວະຊົນ, ອະນຸຊົນ ຫວຽດນາມ ແລະ ລາວ ເນື່ອງໃນໂອກາດວັນເດັກສາກົນ ຍາມໃດກໍ່ມີຄວາມເບີກບ່ານມ່ວນຊື່ນ ແລະ ໄດ້ຮັບຂອງຂວັນທີ່ມີຄວາມໝາຍຈາກຍາດຕິພີ່ນ້ອງ. ເຍົາວະຊົນ, ອະນຸຊົນແມ່ນອະນາຄົດຂອງປະເທດຊາດ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ເຫັນສັງຄົມເອົາໃຈໃສ່ເດັກໃນປະຈຸບັນນັບມື້ນັບຫຼາຍຂຶ້ນ.

ຕອບກັບ