Festival ລະດູໃບໄມ້ຫຼົ່ນຮ່າໂນ້ຍ ປີ 2023

Diệu Hồng
Chia sẻ
(VOVWORLD) -

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 395 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 15 ສະບັບຈາກທ່ານຜູ້ຟັງ.

Festival ລະດູໃບໄມ້ຫຼົ່ນຮ່າໂນ້ຍ ປີ 2023 - ảnh 1ເດັກນ້ອຍ ຫວຽດນາມ (ພາບປະກອບຈາກອິນເຕີເນັດ)

ອາທິດຜ່ານມາ, ຈາກ Bolivia, ຜູ້ຟັງ Mario Muñoz Mendoza, ໃຫ້ຮູ້ວ່າ: ການຢ້ຽມຢາມ ອີຣານ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນການສ້າງຂີດໝາຍເອກະລາດຢ່າງແທ້ຈິງໃຫ້ທັງສອງປະເທດ ທີ່ພວມຊອກຫາການພັດທະນາຂອງປະເທດຕົນ. ອີຣານ ສາມາດສະໜອງນ້ຳມັນ, ສ່ວນ ຫວຽດນາມ ມີວັດຖຸດິບຜະລິດການຢາສຳຄັນເຊິ່ງ ອີຣານ ມີຄວາມຕ້ອງການ ແລະ ສິ່ງດັ່ງກ່າວກໍ່ເປັນຜົນປະໂຫຍດທີ່ດີໃຫ້ແກ່ສອງປະເທດຊາດ”.

ສ່ວນທ່ານ Juan Diez, ຈາກນະຄອນ Santande, ປະເທດ ແອັດສະປາຍ ໄດ້ຂຽນຈົດໝາຍເຊິ່ງມີເນື້ອໃນກ່ຽວຂ້ອງເຖິງເວທີປາໄສເດັກນ້ອຍ ຫວຽດນາມ 2023,  ທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເດັກນ້ອຍ ແມ່ນອະນາຄົດຂອງມວນມະນຸດ, ຕ້ອງໄດ້ພັດທະນາໃນສະພາບເງື່ອນໄຂດ້ານວັດຖຸ ແລະ ສະພາບແວດລ້ອມດ້ານການສິດສອນໃຫ້ທີ່ດີສຸດ. ນັ້ນແມ່ນພື້ນຖານເພື່ອໃຫ້ລຸ້ນຄົນຕໍ່ໄປໄດ້ຮັບການສຶກສາ, ບຳລຸງສ້າງຮອບດ້ານ ຕາມຈິດໃຈວິທະຍາສາດ ແລະ ແມ່ນການສືບທອດມໍລະດົກຂອງປະທານ ໂຮ່ຈີມິນ, ນັກວິລະຊົນຜູ້ຍິ່ງໃຫຍ່ຂອງຊາດ ຫວຽດນາມ ແລະ ຂອງລຸ້ນຄົນອື່ນໆອີກ. ເດັກນ້ອຍ - ອະນາຄົດຂອງປະເທດຊາດ, ຂອງມວນມະນຸດ, ດ້ວຍແນວຄວາມຄິດ, ຄຸນສົມບັດ ແລະ ຄວາມສຸດຈິດສຸດໃຈຂອງຕົນ ຈະສ້າງໂລກໃໝ່, ຢຸດຕິການກົດຂີ່ຂູດຮີດ, ລ່າເມືອງຂຶ້ນ, ຈັກກະພັດ… ແນວຄວາມຄິດນັ້ນຈະໄດ້ແຜ່ກະຈາຍ ແລະ ແມ່ນພື້ນຖານເພື່ອສ້າງສັດຈະທຳ ແລະ ຄວາມຜາສຸກ.

++++++

ອາທິດຜ່ານມາ, ທາງລາຍການກໍ່ໄດ້ຮັບຈົດໝາຍຈາກທ່ານຜູ້ຟັງລາວ, ຊຶ່ງໄດ້ແບ່ງປັນກ່ຽວກັບສະພາບການຝົນຕົກ, ນ້ຳຖ້ວມ, ດິນເຊາະເຈື່ອນຢູ່ບາງທ້ອງຖິ່ນທາງພາກເໜືອລາວ, ໃນນັ້ນ, ທ່ານ ວັນໄຊ ສີວົງ, ຢູ່ແຂວງ ຫຼວງພະບາງ ໃຫ້ຮູ້ວ່າ: ອາທິດຜ່ານມາ, ຫຼວງພະບາງ ຝົນຕົກໝົດທິດ, ດັ່ງນັ້ນ, ເຮັດໃຫ້ຖະໜົນຫົນທາງສາຍຕ່າງໆ, ທາງເຂົ້າບ້ານຖືກເປ່ເພ. ຕາດກວາງຊີ ກໍ່ມີນ້ຳຫຼາຍ ແຕ່ນ້ຳບໍ່ໃສຄືທຸກປີ. ຫວັງວ່າ, ສະພາບຝົນຈະຄ່ອຍໆຫລຸດລົງ ເພື່ອໃຫ້ອຳນາດການປົຄອງມີເວລາເພື່ອປົວແປງທາງເຂົ້າບ້ານແຫ່ງຕ່າງ ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ຊາວກະສິກອນ ຈະໄດ້ກັບຄືນູ່ການຜະລິດກະສິກຳໂດຍໄວ”.

ສ່ວນທ່ານ ບຸນຫຼວງ, ແຂວງ ວຽງຈັນ ໄດ້ໃຫ້ຮູ້ວ່າ: ຂ້າພະເຈົ້າບໍ່ເຄີຍເຫັແມ່ນ້ຳຂອງຍື່ງຂຶ້ນສູງປານນີ້, ບາງສະຖານທີ່ຫຼິ້ນຢູ່ລຽບຕາມແມ່ນ້ຳຂອງ ຖືກນ້ຳຖ້ວມ ກໍ່ຜົນເສຍຫາຍເຖິງ ຊີວິດການເປັນຢູ່ຂອງຫຼາຍຄົນ. ເມື່ອບໍ່ມີຝົນ ກໍ່ຈະມີຄວາມເປັນຫ່ວງຂາດນ້ຳ ເພື່ອຜະລິດໄຟຟ້າ, ບໍ່ມີນ້ຳເພື່ອທຳການຜະລິດກະສິກຳ ແຕ່ເມື່ອນ້ຳຂຶ້ນຫຼາຍແບບນີ້ ກໍ່ສົ່ງຜົນສະທ້ອນໜັກໜ່ວງເຖິງຜົນລະປູກຂອງພໍ່ແມ່ປະຊົນຊາວກະສິອນ. ຕົວຢ່າງຊັດເຈນທີ່ສຸດນັ້ນແມ່ນ ອາທິດຜ່ານມາ, ລາຄາພັກຜືດ, ສະບຽງອາຫານໃນທ້ອງຕະຫຼາດໄດ້ເພີ່ມຂຶ້ນຫຼາຍ.

ຂໍຂອບໃຈທ່ານ ວັນໄຊ ແລະ ທ່ານ ບຸນຫຼວງ ທີ່ໄດ້ຝາກຈົດໝາຍ, ອີເມວແຈ້ງສະພາບການຕ່າງໆໃຫ້ແກ່ພວກຂ້າພະເຈົ້າ. ພວກຂ້າພະເຈົ້າກໍ່ຫວັງວ່າ ສະພາບອາກາດຈະເອື້ອອຳນວຍ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວກະສິກອນອຸ່ນອ່ຽນໃຈທຳການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍ່ກັບຄືນສູ່ສະພາບປົກກະຕິໂດຍໄວ.

Festival ລະດູໃບໄມ້ຫຼົ່ນຮ່າໂນ້ຍ ປີ 2023 - ảnh 2ພາບປະກອບ

ເພື່ອນ ວັນແສງ, ອະດິດນັກສຶກສາລາວ ເຄີຍຮຽນຢູ່ ຫວຽດນາມ ຢາກແບ່ງປັນຄວາມຮູ້ສຶກກ່ຽວກັບລະດູໃບໄມ້ຫຼົ່ນຢູ່ ຮ່າໂນ້ຍ, ເພື່ອນໄດ້ຂຽນວ່າ: ຂ້າພະເຈົ້າເຄີຍຮຽນຢູ່ ຮ່າໂນ້ຍ ແລະ ລະດູໃບໄມ້ຫຼົ່ນຂອງຮ່າໂນ້ຍ ໄດ້ສ້າງເປັນອະນຸສອນຫຼາຍຢ່າງໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າຄິດຮອດອາກາດທີ່ີເຢັນສະບາຍຂອງລະດູໃບໄມ້ຫຼົ່ນ, ຄິດຮອດສີເຫຼືອງງາມຕາຂອງຕົ້ນໄມ້ໃບຫຍ້າຢູ່ອ້ອມແອ້ມໜອງເກືອມທີ່ຂຽວໃສ, ຄິດຮອດຖະໜົນສາຍນ້ອຍຂອງຄຸ້ມເມືອງເກົ່າຮ່າໂນ້ຍເມື່ອລະດູໃບໄມ້ຫຼົ່ນວຽນມາ, ເກືອບຄືວ່າທຸກໆການເຄື່ອນໄຫວຂອງຊາວ ຮ່າໂນ້ຍ ໄດ້ຊ້າລົງ ເພື່ອແກ່ດຶງລະດູໃບໄມ້ຫຼົ່ນໃຫ້ຢູ່ດົນກ່ວາ. ຂ້າພະເຈົ້າຄິດຮອດຮ່າໂນ້ຍ, ຄິດຮອດລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ ຫຼາຍ.

ເພື່ອນ ວັນແສງ ທີ່ຮັກແພງ, ຂ້າພະເຈົ້າຂໍຂອບອົກ ຂອບໃຈຕໍ່ຄວາມຮູ້ສຶກທີ່ດີຂອງ ເພື່ອນທີ່ມີຕໍ່ລະດູໃບໄມ້ຫຼົ່ນ ຢູ່ຮ້າໂນ້ຍ ແລະ ຮ່າໂນ້ຍແຫ່ງອະລິຍະທຳນັບພັນປີ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຂໍແຈ້ງໃຫ້ເພື່ອນໄດ້ຊາບ ກ່ຽວກັບ Festival ດ້ວຍບັນດາຫົວຂໍ້ກ່ຽວກັບລະດູໃບໄມ້ຫຼົ່ນ ເຊິ່ງໄດ້ຮັບການຈັດຂຶ້ນຄັ້ງທຳອິດຢູ່ ຮ່າໂນ້ຍ ໃນເວລາ 3 ວັນ (ແຕ່ວັນທີ 29 ກັນຍາ - 1 ຕຸລາ) ຢູ່ອ້ອມແອ້ມຖະໜົນທາງຍ່າງ ຮວ່ານກຽມ ແລະ ບັນດາເມືອງອື່ນໆຢູ່ນະຄອນຫຼວງ ຮ່າໂນ້ຍ. Festival ລະດູໃບໄມ້ຫຼົ່ນຮ່າໂນ້ຍ ປີ 2023 ດ້ວຍຫົວຂໍ້ “ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ - ມາເພື່ອຄວາມຮັກ” ເພື່ອແນະນຳບັນ ດາຄຸນຄ່າທີ່ເປັນເອກະລັກສະເພາະຂອງມໍລະດົກວັດທະນະທຳ ຮ່າໂນ້ຍ, ຄຸນຄ່າເຊິ່ງ ໄດ້ຮັບຖືວ່າ ແມ່ນຈຸດຍອດຢ້ຽມຂອງທົ່ວ ປະເທດດ້ວຍບັນດາຈຸດເອກະລັກສະເພາະທີ່ ບໍ່ເຄີຍເຫັນຢູ່ບ່ອນ ໃດ ແລະ ປູຊະນີຍະສະຖານຫຼາຍແຫ່ງ, ສະຖານທີ່ດຶງດູດແຂກ ທ່ອງທ່ຽວຢູ່ນະຄອນຫຼວງ. ຄຽງຄູ່ກັບ ພິທີໄຂ ແລະ ລາຍການສະແດງສິລະປະ “ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ” ຍັງມີເຂດວາງສະແດງ, ຂາຍເຄື່ອງດ້ວຍ 150 ຮ້ານ ຢູ່ລຽບຕາມຖະໜົນ ດິງຕຽນຮວ່າງ. ໃນຂອບເຂດ Festival ລະດູໃບໄມ້ຫຼົ່ນຮ່າໂນ້ຍ, ຍັງມີຫຼາຍການເຄື່ອນໄຫວເຊື່ອມຕໍ່, ສົ່ງເສີມການທ່ອງທ່ຽວ ຈະຈັດຂຶ້ນຄື: ກອງປະຊຸມພັດທະນາການທ່ອງທ່ຽວ; ການສວນສະໜາມ, ການຟ້ອນສິງໂຕ, ແຫ່ໂຄມໄຟ... ພ້ອມກັນນັ້ນແມ່ນການເຄື່ອນໄຫວວາດຄືນບັນຍາກາດງານດອງຂອງ ສະໄໝກ່ອນ ແລະ ປະຈຸບັນ, ການສະແດງຊຸດເສື້ອຍາວ, ການເຄື່ອນໄຫວຕ່າງໆຂອງເດັກນ້ອຍອີກດ້ວຍ. ຫວັງວ່າ, ເພື່ອນ ວັນແສງ ຈະຍາດເວລາມາເຂົ້າຮ່ວມບັນດາການເຄື່ອນໄຫວດຶງດູດໃຈຂອງ Festival ລະດູ ໃບໄມ້ຫຼົ່ນຮ່າໂນ້ຍ ປີ 2023 ແລະ ຢ່າລືມຂຽນຈົດໝາຍປະກອບຄຳເຫັນ, ສະແດງຄວາມຮູ້ສຶກຂອງເພື່ອນ ກັບພວກຂ້າພະເຈົ້າແດ່ເດີ.

ທ່ານຜູ້ຟັງທີ່ເຄົາລົບ, ເນື້ອໃນກ່ຽວກັບ  Festival ລະດູໃບໄມ້ຫຼົ່ນຮ່າໂນ້ຍ ດັ່ງທີ່ກ່າວມາຂ້າງເທິງ ກໍ່ເປັນການປິດທ້າຍລາຍລາຍການຕອບຄຳຖາມຂອງທ່ານຜູ້ ຟັງໃນອາທິດນີ້ແລ້ວ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍໃຫ້ລາຍການຂອງພວກເຮົານັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ລາຍການກະຈາຍສຽງ ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ.

 

ຕອບກັບ