ແຜ່ຂະຫຍາຍແບບຢ່າງດີເດັ່ນ “ຢູ່ໃນສິນກິນໃນທຳ” ໃນວົງຄະນາຍາດຊາວຄຼິດ

Le Phuong
Chia sẻ

(VOVWORLD) -ປະຈຸບັນ ຫວຽດນາມ ມີຊາວຄຼິດ ເກືອບ 7 ລ້ານຄົນ ພວມດຳລົງຊີວິດຢູ່ທຸກແຖບຖິ່ນຂອງປະເທດຊາດ. ໃນຊຸມປີຜ່ານມາ, ຊາວຄຼິດ ຍາມໃດກໍ່ປະຕິບັດທິດນຳ “ເຄົາລົບນັບຖືພະເຢຊູ ແລະ ຮັກຊາດ”; ຢູ່ໃນສິນກິນທຳ, ເສີມຂະຫຍາຍຈິດໃຈສາມັກຄີລະຫວ່າງຊາວຄຼິດ ແລະ ຊາວກິງ,  ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນ. ພ້ອມກັບປະຊາຊົນທຸກຊັ້ນວັນນະ, ຊາວຄຼິດໃນທົ່ວປະເທດ ຍາມໃດກໍ່ປະກອບສ່ວນຕັ້ງຫນ້າເຂົ້າໃນການພັດທະນາລວມຂອງປະເທດຊາດ. ມີຊາວຄຼິດ ຫລາຍຄົນ ໄດ້ກາຍເປັນແບບຢ່າງດີເດັ່ນໃນຂະບວນການຮັກຊາດ; ພັດທະນາເສດຖະກິດ ສັງຄົມ.

ແຜ່ຂະຫຍາຍແບບຢ່າງດີເດັ່ນ “ຢູ່ໃນສິນກິນໃນທຳ” ໃນວົງຄະນາຍາດຊາວຄຼິດ - ảnh 1ບັນຍາກາດວັນບຸນຄຼິດສະມາດ ຢູ່ ໂບດໃຫຍ່ ຮ່າໂນ້ຍ. ພາບ:VOV2.

ເມື່ອເວົ້າເຖິງ ລຸງ ຟ້າມວັນຢ້ຽມ ຢູ່ ຕາແສງ ງອກໂຮ່ຍ ເມືອງ ແທງຈີ່ ຮ່າໂນ້ຍ, ປະຊາຊົນທຸກຄົນໃນຕາແສງ ລ້ວນແຕ່ຮູ້ຈັກເຖິງລຸງແມ່ນແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ, ພັດທະນາເສດຖະກິດ, ເຂົ້າຮ່ວມການເຄື່ອນໄຫວສັງຄົມ. ໃນຊຸມປີຜ່ານມາ, ລຸງ ຢ້ຽມ ຍາມໃດກໍ່ໂຄສະນາ, ຂົນຂວາຍໃຫ້ຊາວຄຼິດ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ, ຂອງທ້ອງຖິ່ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງຊາວຄຼິດ ກັບບັນດາຄະນະ, ຂະແຫນງການ, ໝູ່ຄະນະ, ຄວາມສາມັກຄີລະຫວ່າງຊາວຄຼິດ ກັບຊາວກິງ. ລຸງກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າໃນການເຄື່ອນໄຫວວຽກງານການກຸສົນ, ຊ່ວຍພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນ ພັດທະນາເສດຖະກິດ.

 “ເມື່ອຄະນະກຳມະການສາມັກຄີ ຊາວຄຼິດ ຢູ່ ນະຄອນ ປຸກລະດົມການສະຫນັບສະຫນູນກອງທຶນເພື່ອຜູ້ທຸກຍາກ ຫລື ປະຊາຊົນທີ່ຖືກຜົນສະທ້ອນຈາກໄພທຳມະຊາດ, ຄອບຄົວຂ້າພະເຈົ້າລ້ວນຍັງສ້າງກອງທຶນເພື່ອຄົນທຸກຍາກໃນທຸກປີເພື່ແບ່ງປັນຄວາມຫຍຸ້ງຍາກກັບຜູ້ທຸກຍາກ”.

          ຢູ່ ບ້ານ ເຕີນເຊີນ, ຕາແສງ ຫວ້ານທັງ ເມືອງນົງກົງ ແຂວງແທງຮ່ວາ, ລຸງ ຫງວຽນວັນຫວນ, ຫົວຫນ້າກຸ່ມ ຊາວຄຼິດ ເຕີນດ້າວ ແມ່ນແບບຢ່າງດີເດັ່ນ “ຢູ່ໃນສິນກິນໃນທຳ” ຂອງທ້ອງຖິ່ນ. ພ້ອມກັບເລື່ອງ ຍາມໃດກໍ່ປະຕິບັດທຸກແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ, ລຸງ ຫງວຽນວັນຫວນ ຍາມໃດກໍ່ເສີມຂະຫຍາຍບົດບາດສາມັກຄີໃນທົ່ວປວງຊົນ, ຮັກສາຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ ຄຸ້ມ, ບ້ານ, ນຳຫນ້າໃນຂະບວນການພັດທະນາເສດຖະກິດສັງຄົມ ແລະ ເຂົ້າຮ່ວມການເຄື່ອນໄຫວຢູ່ທ້ອງຖິ່ນ. ລຸງ ຫງວຽນວັນຫວນ ແບ່ງປັນວ່າ:

 “ເພື່ອປະຕິບັດບົດບາດຂອງ ຊາວຄຼິດຄົນຫນຶ່ງໃຫ້ເປັນຢ່າງດີ ຂ້າພະເຈົ້າຕ້ອງແມ່ນຄົນດີສາກອ່ນ. ຕົນເອງເປັນແບບຢ່າງດີເດັ່ນ  ເວລານັ້ນ ພໍ່ແມ່ປະຊາຊົນຈຶ່ງຈະປະຕິບັດຕາມ”.

ກໍ່ຄ້າຍຄືກັນກັບ ລຸງ ຫງວຽນວັນຫວນ, ທ່ານ ຫງວຽນຮົ່ວເຟືອກ, ປະທານ ສະພາຊາວຄຼິດ ເຂດ ອຽນແຄງ ເມືອງ ອຽນດິ້ງ ແຂວງ ແທງຮ່ວາ ແມ່ນຫນຶ່ງໃນບັນດາບຸກຄົນດີເດັ່ນທີ່ຕັ້ງຫນ້າພ້ອມກັບອຳນາດການປົກຄອງທ້ອງຖິ່ນ, ຄຸນພໍ່ ແລະ ຫົວຫນ້າກຸ່ມ ຊາວຄຼິດ ເຂົ້າຮ່ວມການຂົນຂວາຍພໍ່ແມ່ປະຊາຊົນ ຊາວຄຼິດ ໂດຍແມ່ນຊາວປະມົງທີ່ດຳລົງຊີວິດລຽມຕາມແມ່ນ້ຳ ມ້າ ຂຶ້ນມາປຸກສ້າງເຮືອນຢູ່ເຂດດິນ ເພື່ອນຳມາເຊິ່ງຊີວິດທີ່ເປັນປົກກະຕິ. ທ່ານ ຫງວຽນຮົ່ງເຟືອກ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າໄດ້ປຶກສາຫາລືກັບ ນພໍ່ ແລະ ບັນດາຜູ້ມີຍົສັກຕຳແຫນ່ງໃນເຂດຊາວຄຼິດ ປະຕິບັດຂັ້ນຕອນເພື່ອສະເຫນີອຳນາດການປົກຄອງ ເມືອງ ອຽນດິ້ງ ມອບດິນ 179 ຕອນໃຫ້ພໍ່ແມ່ປະຊາຊົນ ຊາວຄຼິດ. ມາຮອດປະຈຸບັນ ໄດ້ປຸກສ້າງສຳເລັດເຮືອນຢູ່ກວ່າ 130 ຫລັງແລ້ວ. ສ່ວນຍັງເຫລືອ ພວກຂ້າພະເຈົ້າພວມມານະພະຍາຍາມປະຕິບັດສຳເລັດໂດຍໄວເພື່ອໃຫ້ພໍ່ແມ່ປະຊາຊົນຂຶ້ນດຳລົງຊີວິດຢູ່ຫນ້າດິນ, ສ້າງຊີວິດການເປັນຢູ່ທີ່ເປັນປົກກະຕິ”.

ແຜ່ຂະຫຍາຍແບບຢ່າງດີເດັ່ນ “ຢູ່ໃນສິນກິນໃນທຳ” ໃນວົງຄະນາຍາດຊາວຄຼິດ - ảnh 2ຄູນພໍ່ ເຈີນຊວນແມ້ງ, ປະທານ ຄະນະກຳມະການສາມັກຄີຊາວຄຼິດ ຫວຽດນາມ.ພາບ:TTXVN

          ໄລຍະຈະມາເຖິງ, ຄະນະກຳມະການສາມັກຄີ ຊາວຄຼິດ ທຸກຂັ້ນ ຈະສືບຕໍ່ຜັນຂະຫຍາຍຫລາຍກິດຈະກຳເຄື່ອນໄຫວເພື່ອສືບຕໍ່ແຜ່ຂະຫຍາຍ ແລະ ເສີມຂະຫຍາຍບົດບາດຂອງ ພໍ່ແມ່ປະຊາຊົນ ຊາວຄຼິດທີ່ເປັນແບບຢ່າງດີເດັ່ນ, ຜ່ານນັ້ນ ກໍ່ປະກອບສ່ວນເຂົ້າໃນການພັດທະນາ, ຄວາມກ້າວຫນ້າ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດແນວທາງ “ຢູ່ເຢັນເປັນສຸກກັບຈິດໃຈຊາດ”. ຄຸນພໍ່ ເຈີ່ນຊວນແມ້ງ, ປະທານ ຄະນະກຳມະການສາມັກຄີ ຊາວຄຼິດ ຫວຽດນາມ ໃຫ້ຮູ້ວ່າ:                 “ພວກຂ້າພະເຈົ້າ ລະດົມກຳລັງໃຈພໍ່ແມ່ປະຊາຊົນຕັ້ງຫນ້າເຂົ້າຮ່ວມຂະບວນການກໍ່ສ້າງຊົນນະບົດໃຫມ່, ຕົວເມືອງສິວິໄລ, ບັນດາກິດຈະກຳສະຫວັດດີການ, ໃຫ້ກຳລັງໃຈທຸກຄົນເຂົ້າຮ່ວມໃນວຽກງານສັງຄົມຢ່າງຕັ້ງຫນ້າ. ຕ້ອງມີຄວາມສາມັກຄີ ລະຫວ່າງ ຊາວຄຼິດ ກັບຊາວກິງ ເພື່ອສ້າງສາ, ປົກປັກຮັກສາປະເທດຊາດ, ຕັ້ງຫນ້າເຂົ້າຮ່ວມການປົກປັກຮັກສາປະເທດຊາດ”.

ດ້ວຍທິດນຳ “ຢູ່ໃນສິນກິນໃນທຳ”, ຊາວຄຼິດ ເປັນຄົນດີກໍ່ແມ່ນພົນລະເມືອງດີ”, ໃນຊຸມປີຜ່ານມາ, ພໍ່ແມ່ປະຊາຊົນ ຊາວຄຼິດ ໃນທົ່ວປະເທດ ໄດ້ຕັ້ງຫນ້າພັດທະນາເສດຖະກິດ, ຮ່ວມເດີນທາງພ້ອມກັບບັນດາຂະບວນການ, ເຄື່ອນໄຫວຮ່ວມກັບທົ່ວປະເທດ. ການເຂົ້າຮ່ວມຢ່າງຕັ້ງຫນ້າ, ເປັນເຈົ້າການຂອງ ຊາວຄຼິດ ໃນທົ່ວປະເທດ ໃນບັນດາຂົງເຂດຊີວິດສັງຄົມໃນຊຸມປີຜ່ານມາ ສະແດງໃຫ້ເຫັນວ່າ ຊາວຄຼິດ ພວມນັບມື້ນັບຢັ້ງຢືນວ່າ ເຂົາເຈົ້າແມ່ນພາກສ່ວນຫນຶ່ງທີ່ບໍ່ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາລວມຂອງປະເທດຊາດ.

ຕອບກັບ