ບັນ​ດາ​ຄ້າຍ​ຄຸມ​ຂັງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ອະ​ໄພ​ຍະ​ໂທດ

Vinh Phong
Chia sẻ
(VOVWORLD) -  ການອະໄພຍະໂທດແມ່ນເພື່ອແນໃສ່ຫັນເປັລະອຽດ ນະໂຍບາຍອະໄພຍະໂທດມະນຸດສະທຳຂອງພັກ ແລະ ລັດ ຫວຽດນາມ ສຳລັບບັນດາຜູ້ທີ່ທຳໂທດທີ່ຮູ້ກິນແໜງປີ 2024, ໂດຍປະຕິບັດຂໍ້ຕົກລົງຂອງທ່ານປະທານປະເທດຫວຽດນາມ ກ່ຽວກັບການອະໄພຍະໂທດ ແລະ ບັນດາແຜນການທີ່ກ່ຽວຂ້ອງນັ້ນບັນດາຄ້າຍຄຸຂັງຂອງກະຊວງຕຳຫຼວດ ຫວຽດນາມ ແລະ ຕຳຫຼວດທ້ອງຖິ່ນຕ່າງໆ ໄດ້ຜັນຂະຫຍາຍວຽກງານອະໄພຍະໂທດຮັບປະກັນຄວາມອັດຕະວິເປີດເຜີຍຖືກຕາມເປົ້າໝາຍຖືກຕ້ອງຕາມເງື່ອນໄຂທີ່ໄດ້ກຳນົດ.
ບັນ​ດາ​ຄ້າຍ​ຄຸມ​ຂັງ​ຜັນ​ຂະ​ຫຍາຍ​ວຽກ​ງານ​ອະ​ໄພ​ຍະ​ໂທດ - ảnh 1ພະນັກງານຄ້າຍຄຸມຂັງ ຕຳຫຼວດແຂວງ ແຄັງຮວ່າ ໃຫ້ຄຳປຶກສາກ່ຽວກັບອາຊີບໃຫ້ແກ່ບັນດານັກໂທດ ຜູ້ທີ່ໄດ້ຮັບການອະໄພນະໂທດ (ພາບ: bocongan.gov.vn)

ພາຍຫຼັງມີຂໍ້ຕົກລົງວ່າດ້ວຍການອະໄພຍະໂທດຂອງທ່ານປະທາປະເທດ ແລະ ການແນະນຳຂອງສະພາທີ່ປຶກສາການອະໄພຍະໂທດ, ຄ້າຍຄຸມຂັງ, ຕຳຫຼວດແຂວງ ແຄັງຮວ່າ ໄດ້ຕັ້ງໜ້າກະກຽມ ດ້ວຍບັນດາຂັ້ນຕອນຄັດເລືອກພິຈາລະນາຢ່າງເຄັ່ງຂັດ, ສະເໜີອະໄພຍະໂທດໃຫ້ແກ່ບັນດານັກໂທດທີ່ມີເງື່ອນໄຂ, ມາດຕະຖານຢ່າງພຽງພໍ ເພື່ອແນໃສ່ຮັບປະກັນໃຫ້ວຽກງານອະໄພຍະໂທດໄດ້ຮັບການປະຕິບັດຖືກຕາມເປົ້າໝາຍ, ຖືກຕ້ອງຕາມການກຳນົດຂອງກົດໝາຍ. ຄຽງຂ້າງນັ້ນ, ຄ້າຍຄຸມຂັງຍັງສ້າງແຜນການຈັດຕັ້ງການໂຄສະນາ, ເຜີຍແຜ່ເຖິງນັກໂທດແຕ່ລະຄົນ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງວຽກງານ ອະໄພຍະໂທດ ເພື່ອໃຫ້ບັນດານັກໂທດກຳໄດ້ແຜນນະໂຍບາຍ, ຈາກນັ້ນຈຶ່ງຕີລາຄາຕົນເອງ ແລະ ຂຽນໃບຮ້ອງຂໍດ້ວຍຄວາມສະຫມັກໃຈ ຖ້າເຫັນວ່າມີເງື່ອນໄຂຢ່າງພຽງພໍ. ເພື່ອກະກຽມທຸກສິ່ງທຸກຢ່າງໃຫ້ບັນດານັກໂທດສາມາດເຊື່ອມໂຍງເຂົ້າກັບປະຊາຄົມໄດ້, ພະນັກງານຄ້າຍຄຸມຂັງ ພວມຕັ້ງໜ້າຈັດຕັ້ງບັນດາການເຄື່ອນໄຫວໃຫ້ຄຳປຶກສາດ້ານກົດໝາຍສັງຄົມ, ວິຊາຊີບໃຫ້ແກ່ນັກໂທດ, ຊ່ວຍໃຫ້ນັກໂທດມີຄວາມຮູ້ຕື່ມອີກ ເພື່ອສາມາດເຊື່ອມໂຍງເຂົ້າກັບປະຊາຄົມແບບຍືນຍົງໄດ້. ທ່ານພັນໂທ ຟ້າມຮຸ່ງແມັ້ງ, ຫົວໜ້າຄ້າຍຄຸມຂັງຊົ່ວຄາວ ຕຳຫຼວດແຂວງ ແຄັງຮວາ ໃຫ້ຮູ້ວ່າ:

 ເລື່ອງຄ້າຍຄຸຂັງໄດ້ຈັດຕັ້ງການຮຽນບັນດານະໂຍບາຍຂໍ້ກຳນົດຂອງກົດໝາຍໃຫ້ແກ່ນັກໂທດ ແມ່ນເພື່ອຈຸດປະສົງຊ່ວຍໃຫ້ເຂົາເຈົ້າກັບມາບ່ອນຢູ່ອາໄສຢູ່ທ້ອງຖິ່ນ ສາມາດຮູ້ເຖິງບັນດາຂໍ້ກຳນົດຂອງກົດໝາຍ ເພື່ອບໍ່ລະເມີດກົດໝາຍຄືນໃໝ່ ກໍ່ຄືເຂົ້າໃຈນະໂຍບາຍກົດໝາຍຂອງພັກ, ລັດ, ມີສ່ວນກ່ຽວຂ້ອງເຖິງການເຊື່ອມໂຍງເຂົ້າກັບວົງຄະນະຍາດຄືນໃໝ່, ຊ່ວຍນັກໂທດສາມາດຮູ້ບັນດານະໂຍບາຍກູ້ຢືມທຶນ, ກຳນົດທິດດ້ານວິຊາຊີ

     ປີນີ້, ຄ້າຍຄຸມຂັງຕຳຫຼວດແຂວງ ແຄັງຮວາ ມີນັກໂທດ 3 ຄົນມີເງື່ອນໄຂພຽງພໍເພື່ອພິຈາລະນາອະໄພຍະໂທດ. ເຂົາເຈົ້າຍາມໃດກໍ່ມານະພະຍາຍາມ ດັດສ້າງເປັນຢ່າງດີ, ລໍຖ້າຮອດວັນໄດ້ກັບມາສ້າງຊີວິດຄືນໃໝ່. ນັກໂທດ ຫວໍ້ທິເຟືອງອວຽນ, ຢູ່ນະຄອນ ຍາຈາງ, ໜຶ່ງໃນຈຳນວນນັກໂທດ 3 ຄົນມີຊື່ໃນບັນຊີລາຍຊື່ໄດ້ພິຈາລະນາອະໄພຍະໂທດປີ 2024 ແບ່ງປັນວ່າ:

    ນ້ອງມີຄວາມພາກພູມໃຈທີ່ສຸດ ຍ້ອນມີຊື່ໃນບັນຊີລາຍຊື່ອະໄພຍະໂທດປີ 2024 ຂອງປະທານປະເທດ, ລັດຖະບານ. ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກຄະນະຄຸ້ມຄອງ, ພະນັກງານ, ັກຮົບໃນຄ້າຍຄຸຂັງ, ພວກນ້ອງໄດ້ຮ່ຳຮຽນ, ຮັບຮູ້ໂທດຂອງຕົນ, ພະຍາຍາມແກ້ໄຂຜົນຕາມມາໂດຍຕົນເອງກໍ່ຂຶ້ນ.

    ໃນຈຳນວນນັກໂທດ 4.000 ຄົນຂອງຄ້າຍຄຸມຂັງ ຫວິ້ງກວາງ, ກະຊວງຕຳຫຼວດ ຫວຽດນາມ,  ມີ 100 ຄົນມີເງື່ອນໄຂພຽງພໍເພື່ອສະເໜີໄດ້ຮັບອະໄພຍະໂທດ. ນັກໂທດ ຫງວຽນວັນເລືອງ, ຖືກຕັດສິນລົງໂທດຈຳຄຸກ 8 ປີ, ໄດ້ປະຕິບັດເກືອບ 5 ປີແລ້ວ. ໃນເວລາດັດສ້າງ, ນັກໂທດຜູ້ນີ້ໄດ້ຈັດໃນອັນດັບດີເປັນປະຈຳ ແລະ ມີເງື່ອນໄຂພຽງພໍເພື່ອສະເໜີໄດ້ຮັບອະໄພຍະໂທດ:

   ຂ້າພະເຈົ້າຮູ້ສຶກກິນແໜງທີ່ສຸດ, ຢາກກັບເມືອຫາຄອບຄົວ, ກາຍເປັນພົນລະເມືອງທີ່ດີ, ມີປະໂຫຍດໃຫ້ແກ່ສັງຄົມ.

     ໂດຍຕີລາຄາກ່ຽວກັບວຽກງານກະກຽມອະໄພຍະໂທດໃນທົ່ວປະເທດ, ທ່ານພົນຈັດຕະວາ ເຈິ່ນວັນທ້ຽນ, ຮອງຫົວໜ້າກົມຄຸ້ມຄອງຄ້າຍຄຸມຂັງ, ກະຊວງຕຳຫຼວດ ຫວຽດນາມ ໃຫ້ຮູ້ວ່າ:

  ພວກຂ້າພະເຈົ້າພວມຄົ້ນຄ້ວາ, ພິຈາລະນາ, ສ້າງບັນຊີລາຍຊື່ຜູ້ທີ່ມີເງື່ອນໄຂພຽງພໍໄດ້ຮັບຂໍ້ເໜີອະໄພຍະໂທດ. ສຳເນົາເອກະສານຜູ້ທີ່ມີເງື່ອນໄຂພຽງພໍເພື່ອສະເໜີໄດ້ຮັບອະໄພຍະໂທດປີ 2024 ໄດ້ດຳເນີນໄປຢ່າງຖືກຕ້ອງຕາມການກຳນົດ ແລະ ຮັບປະກັນລັກສະນະເຄັ່ງຂັດ, ປະຊາທິປະໄຕ, ສະເໝີພາບ ແລະ ຈະແຈ້ງ.

     ນັບແຕ່ປີ 2009 ມາຮອດປະຈຸບັນ, ທ່ານປະທານປະເທດໄດ້ເຊັນຂໍ້ຕົກລົງວ່າດ້ວຍການອະໄພຍະໂທດໃຫ້ແກ່ນັກໂທດກ່ວາ 92.000 ຄົນທີ່ມີວິວັດການດັດສ້າງ, ອອກແຮງງານ, ຮ່ຳຮຽນທີ່ດີ ສາມາດກັບເມືອຫາຄອບຄົວ, ປະຊາຄົມ, ເປັນພົນລະເມືອງທີ່ມີປະໂຫຍດໃຫ້ແກ່ສັງຄົມ. ການອະໄພຍະໂທດໄດ້ນຳມາເຊິ່ງໂອກາດສ້າງຊີວິດຄືນໃໝ່ໃຫ້ແກ່ຫຼາຍຄົນ. ມີຫຼາຍຄົນເມື່ອໄດ້ກັບມາວົງຄະນະຍາດ, ໄດ້ດຳລົງຊີວິດທີ່ເປັນຄົນດີ ແລະ ອັດຕາສ່ວນລະເມີດກົດໝາຍຄືນ ແມ່ນຕ່ຳທີ່ສຸດ (ກວມເອົາ 0,08%). ສິ່ງດັ່ງກ່າວຍິ່ງຢັ້ງຢືນຄວາມໝາຍຂອງນະໂຍບາຍວັດທະນະທຳມະນຸດຂອງ ຫວຽດນາມ./.

ຕອບກັບ