ພັດທະນາແຫລ່ງຊັບພະຍາກອນມະນຸດຂະແຫນງອຸດສາຫະກຳ Microchip ເຄິ່ງຊັກນຳໄຟຟ້າ ຫວຽດນາມ

Anh Huyen
Chia sẻ

(VOVWORLD) -ຍຸດທະສາດພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຮອດປີ 2030 ໄດ້ກຳນົດເຕັກໂນໂລຊີຜະລິດ ຊິບ ບັນຊາ, ຊີ້ນສ່ວນເຄິ່ງຊັກນຳໄຟຟ້າ ແມ່ນຫນຶ່ງໃນບັນດາເຕັກໂນໂລຊີຫລັກໂດຍໄດ້ກຳນົດທິດພັດທະນາໃນທົດສະຫວັດຈະມາເຖິງ, ດ້ວຍເປົ້າໝາຍສ້າງຂອບຂະຫນາດຂະແຫນງເຄິ່ງຊັກນຳໄຟຟ້າບັນລຸ 20-30 ຕື້  USD ໃນປີ 2030, ເປັນເຈົ້າຂອງເຕັກໂນໂລຊີຈາກຕ່າງປະເທດເຂົ້າມາ ຫວຽດນາມ. ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ຕ້ອງການນັກວິສະວະກອນຢ່າງຫນ້ອຍສຸດ 50.000 ຄົນໃນປີ 2030, ສູງທົບ 10 ເທົ່າຕົວເລກປະຈຸບັນ. ສະນັ້ນ ການພັດທະນາແຫລ່ງຊັບພະຍາກອນມະນຸດໃຫ້ແກ່ຂະແຫນງອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ພວມແມ່ນບຸລິມະສິດແຖວຫນ້າ.

ພັດທະນາແຫລ່ງຊັບພະຍາກອນມະນຸດຂະແຫນງອຸດສາຫະກຳ Microchip ເຄິ່ງຊັກນຳໄຟຟ້າ ຫວຽດນາມ - ảnh 1ຕ່ອງໂສ້ການຜະລິດ ຊິບເຄິ່ງຊັກນຳໄຟຟ້າ ຕາມມາດຖານ.ພາບ: Ngọc Hà/TTXVN

ຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ພວມມີບົດບາດນັບມື້ນັບສູງສຳລັບພື້ນຖານເສດຖະກິດທົ່ວໂລກ ດ້ວຍຂອບຂະຫນາດຕະຫລາດທົ່ວໂລກບັນລຸກວ່າ 520 ຕື້  USD ໃນປີ 2023 ແລະ ຍັງຄົງສືບຕໍ່ເຕີບໂຕວ່ອງໄວ. ຍ້ອນການກຳນົດທີ່ຕັ້ງຕະຫລາດພາຍຫລັງໂລກລະບາດໂຄວິດ 19 ແລະ ການແກ້ງແຍ່ງລະຫວ່າງບັນດາປະເທດໃຫຍ່, ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນປະເທດມີຫລາຍກາລະໂອກາດ ແລະ ບັນດາປັດໄຈຈຳເປັນເພື່ອພັດທະນາລະບົບນິເວດຂະແຫນງອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ, ມີຄວາມບົ່ມຊ້ອນຍົກສູງທີ່ຕັ້ງໃນລະບົບສະຫນອງ ເຄິ່ງຊັກນຳໄຟຟ້າ.

ຕໍ່ຫນ້າກາລະໂອກາດໃຫຍ່ນັ້ນ ເດືອນກັນຍາຜ່ານມາ ລັດຖະບານໄດ້ເຊັນອະນຸມັດໂຄງການ “ພັດທະນາແຫລ່ງຊັບພະຍາກອນມະນຸດຂະແຫນງອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ຮອດປີ 2030, ການກຳນົດທິດຮອດປີ 2050”. ທ່ານ ດ່າວຈ້ອງໂດ້, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

“ລັດຖະບານ ໄດ້ມີການກຳນົດທິດຈະສ້າງ 3 ສູນຢູ່ 3 ພາກ ເພື່ອສຸມໃສ່ໃຫ້ແກ່ບັນດາມະຫາວິທະຍາໄລຢູ່ບັນດາເຂດຮ່ຳຮຽນເຕັກໂນໂລຊີໃຫມ່. ທີສອງ ໃນໄລຍະຕົ້ນຈະມີໂຮງຮຽນ 45 ແຫ່ງໄດ້ຄັດເລືອກບໍ່ພຽງແຕ່ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ ຕອບສະຫນອງຄວາມຕ້ອງການພາຍໃນປະເທດເທົ່ານັ້ນ ຫາກຍັງມີລະດັບຄວາມຮູ້ເທົ່າທຽມກັບພາກພື້ນ ແລະ ສາກົນ ອີກດ້ວຍ”

ມາຮອດປະຈຸບັນ ຫວຽດນາມ ມີປະມານ 50 ວິສາຫະກິດ ເຮັດວຽກງານກ່ຽວກັບການບໍລິການອອກແບບ Microchip, ໃນນັ້ນ ສ່ວນໃຫຍ່ແມ່ນ ວິສາຫະກິດ FDI  ໃນຂະແຫນງ Microchip ເຄິ່ງຊັກນຳໄຟຟ້າຈາກບັນດາປະເທດ, ເຂດແຄ້ວນພັດທະນາຄື: ອາເມລິກາ, ສ. ເກົາຫລີ, ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ໂຮນລັງ.. ດ້ວຍກຳລັງແຮງງານແມ່ນນັກວິສະຫະກອນຄາດວ່າເກືອບ 5.000 ຄົນ, ມີຫລາຍບໍລິສັດຢູ່ພາຍໃນປະເທດກໍ່ເລີ່ມເຂົ້າຮ່ວມຕະຫລາດຄື: Viettel, FPT, VNChip,…ແລະຄາດວ່າ ປີນີ້ ອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຫວຽດນາມ ຈະລື່ນກາຍມູນຄ່າ 6,16 ຕື້  USD.

ເຖິງຢ່າງໃດກໍຕາມ, ເພື່ອເຂົ້າຮ່ວມຢ່າງເລິກເຊິ່ງກວ່າເຂົ້າທັງໝົດຂັ້ນຕອນຂອງຂະແຫນງອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ, ຄຽງຄູ່ກັບການຫນູນຊ່ວຍຈາກລັດຖະບານ, ບັນດາວິສາຫະກິດ ຫວຽດນາມ ເອງ ກໍ່ພວມຮີບເຮັ່ງສ້າງແຫລ່ງຊັບພະຍາກອນມະນຸດ. ທ່ານ ເຈີນຈູງຕິງ, ຜູ້ອຳນວຍການມະຫາວິທະຍາໄລ ເກີນເທີ ແບ່ງປັນວ່າ:

 “ພວກຂ້າພະເຈົ້າ ພ້ອມແລ້ວທີ່ຈະເຊື້ອເຊີນວິສາຫະກິດມາໂຮງຮຽນ ເພື່ອພ້ອມກັນບຳລຸງສ້າງບັນດາຊຸດຮຽນ ຊື່ງວິສາຫະກິດມີຄວາມປາດຖະຫນາ, ຕ້ອງການ. ພວກນ້ອງທັງໄດ້ຮຽນຫລັກສູດຂອງໂຮງຮຽນ ແລະ ຂອງວິສາຫະກິດ, ເມື່ອຮຽນຈົບ ພວກນ້ອງສາມາດຕອບສະຫນອງຄວາມຕ້ອງການຂອງວຽກງານໃນທັນທີໄດ້”

ພັດທະນາແຫລ່ງຊັບພະຍາກອນມະນຸດຂະແຫນງອຸດສາຫະກຳ Microchip ເຄິ່ງຊັກນຳໄຟຟ້າ ຫວຽດນາມ - ảnh 2ທ່ານ ເຈີນຈູງຕິງ, ຜູ້ອຳນວຍການມະຫາວິທະຍາໄລ ເກີນເທີ, (ພາບ:  website ມະຫາວິທະຍາໄລເກີນເທິ)

ສູນນະວັດຕະກຳແຫ່ງຊາດ (NIC), ຂຶ້ນກັບ ກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ຈັດຕັ້ງບັນດາຊຸດບຳລຸງສ້າງເປັນປະຈຳ, ສະເລ່ຍແຕ່ລະປີ ບຳລຸງສ້າງປະມານ 500 – 600 ນັກວິສາວະກອນຂະແຫນງ Microchip, ເຄິ່ງຊັກນຳໄຟຟ້າ, ສະຫນອງທຶນການສຶກສາໃຫ້ແກ່ນັກສຶກສາ, ນັກວິສະວະກອນທີ່ເກັ່ງກ້າ. ທ່ານ ຈິ້ງຄັກເຮ່ວ, ຜູ້ອຳນວຍການໃຫຍ່ ບໍລິສັດ Qorvo ຫວຽດນາມ ຢືນຢັນ:

“ຫລັກສູດບຳລຸງສ້າງແມ່ນໃກ້ຊິດຕິດແທດກັບຄວາມຕ້ອງການຕົວຈິງຂອງວິສາຫະກິດ.ຈາກນັ້ນບັນດານັກວິສາວະກອນ ພາຍຫລັງການບຳລຸງສ້າງຈະສາມາດເຂົ້າຮ່ວມຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າຢູ່ພາຍໃນປະເທດ”

ເພື່ອໃຫ້ມີຖັນແຖວຊັບພະຍາກອນມະນຸດມີຄຸນນະພາບສູງ ຕອບສະຫນອງຄວາມຕ້ອງການຂອງບັນດາກຸ່ມບໍລິສັດເຕັກໂນໂລຊີແຖວຫນ້າໂລກກໍ່ຄືສ້າງຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າຢູ່ພາຍໃນປະເທດ, ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບສາກົນເປັນສຳຄັນ. ທ່ານປອ ເຈີນເທເຊີນ, ຜູ້ອຳນວຍການໂຮງຮຽນເຕັກໂນໂລຊີຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ - ສ.ເກົາຫລີ ຖືວ່າ:

 “ ການຮ່ວມມືສາກົນໃນການບຳລຸງສ້າງ ແມ່ນມີຄວາມສຳຄັນຍິ່ງ. ຜ່ານການຮ່ວມມືສາກົນ ພວກເຮົາ ຈຶ່ງເຂົ້າເຖິງເຕັກໂນໂລຊີ, ໄດ້ພົບປະກັບຜູ້ຊ່ຽວຊານແຖວຫນ້າໂລກໃນຂົງເຂດນີ້. ນອກຈາກນະໂຍບາຍຂອງລັດຖະບານ, ອຳນາດການປົກຄອງທ້ອງຖິ່ນ, ພວກຂ້າພະເຈົ້າຍັງຫນູນຊ່ວຍຄ່າຮຽນ, ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ພວກນ້ອງນັກຮຽນໃນຂະແຫນງນີ້”

ຕາມຜູ້ຊ່ຽວຊານຫລາຍທ່ານໃຫ້ຂໍ້ສັງເກດວ່າ: ຊາວ ຫວຽດນາມ ມີທ່າໄດ້ປຽບໃຫຍ່ກ່ຽວກັບແຫລ່ງຊັບພະຍາກອນມະນຸດ, ດ້ວຍພອນສະຫວັນໃນບັນດາຂະແຫນງຄື: ເຕັກນິກ, ເຕັກໂນໂລຊີ ແລະ ວິທະຍາສາດ (STEAM). ນີ້ແມ່ນປັດໄຈພື້ນຖານໃນການຜະລິດ ແລະ ອອກແບບ ຊິບເຄິ່ງຊັກນຳໄຟຟ້າ.

ຫວຽດນາມ ໄດ້ ແລະ ພວມສຸມໃສ່ພັດທະນາແຫລ່ງຊັບພະຍາກອນມະນຸດໃນຂົງເຂດອອກແບບ ແລະ ຜະລິດ ຮາດແວ Microchip, ສ້າງວິສາຫະກິດໃນຂົງເຂດ Microchip ເອເລັກໂຕນິກ, ປະຕິບັດຄາດໝາຍຮອດປີ 2050 ຫວຽດນາມ ມີຖັນແຖວຊັບພະຍາກອນມະນຸດເຂັ້ມແຂງ, ເຂົ້າຮ່ວມລະບົບມູນຄ່າຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າທົ່ວໂລກ.

ຕອບກັບ