ແຂວງລ້າງເຊີນນຳແຫລ່ງທຶນບຸລິມະສິດມາໃຫ້ຜູ້ທຸກຍາກ

Quang Huy - Ngoc Anh
Chia sẻ

(VOVWORLD) -ແຂວງລ້າງເຊີນ ໄດ້ປະຕິບັດເລື່ອງນຳແຫລ່ງທຶນບຸລິມະສິດມາໃຫ້ຜູ້ທຸກຍາກ ແລະເປົ້າໝາຍນະໂຍບາຍເປັນຢ່າງດີ. ຍ້ອນມີແຫລ່ງທຶນນີ້ ສະນັ້ນຫລາຍຄອບຄົວໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງແຂວງ.

ແຂວງລ້າງເຊີນນຳແຫລ່ງທຶນບຸລິມະສິດມາໃຫ້ຜູ້ທຸກຍາກ - ảnh 1ພາບປະກອບ: baolangson.vn

ກ່ອນນີ້, ຄອບຄົວອ້າຍເລືອງວັນຈ່ອນ, ຢູ່ບ້ານຄວຍມ໋າ, ຕາແສງບິ່ງຈູງ, ເມືອງກາວລົກ, ເປັນຄອບຄົວທຸກຍາກທີ່ມີເນື້ອທີ່ປ່າກວ້າງຂວາງ ແຕ່ຍັງຂາດທຶນຮອນເພື່ອລົງທຶນບົວລະບັດ. ກ່ອນນີ້ 5 ປີ (2019), ລາວໄດ້ກ້າເຮັດໜັງສືຂໍກູ້ຢຶມທຶນຈາກທະນາຄານນະໂຍບາຍສັງຄົມໃຫ້ບັນດາຄອບຄົວທຸກຍາກດ້ວຍຈຳນວນເງິນ 50 ລ້ານດົ່ງ (ກວ່າ 2.000 USD) ເພື່ອລົງທຶນລ້ຽງສັດແລະປູກຕົ້ນໂປ້ຍກັກ ກວ່າ 1 ເຮັກຕາ. ພາຍຫຼັງ 2 ປີ, ລາຍຮັບສະເລ່ຍຂອງຄອບຄົວໄດ້ເພີ່ມຂຶ້ນເກືອບ 100 ລ້ານດົ່ງ/ປີ (ກວ່າ 4000 USD/ປີ). ຮອດທ້າຍປີ 2021, ຄອບຄົວຂອງລາວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ອ້າຍເລືອງວັນຈ່ອນໃຫ້ຮູ້ວ່າ:

 “ຖ້າບໍ່ມີການໜູນຊ່ວຍຈາກທະນາຄານນະໂຍບາຍ, ຄອບຄົວກໍ່ບໍ່ມີເງື່ອນໄຂພຽງພໍເພື່ອລ້ຽງໝູແລະປູກຕົ້ນ ໂປ້ຍກັກ ແລະບໍ່ມີເງື່ອນໄຂກູ້ຢືມທຶນ. ຖ້າເຮັດນາແມ່ນເຮັດຕະຫລອດປີກໍ່ບໍ່ພໍກິນປະຈຸບັນຖ້າມີທຶນແລ້ວ, ຂ້າພະເຈົ້າຈະລົງທຶນລ້ຽງໝູແລະພັດທະນາການປູກພືດ, ເຊິ່ງດີກວ່າການເຮັດນາ. ຂ້າພະເຈົ້າຈະພະຍາຍາມລ້ຽງສັດແລະພັດທະນາຝູງຫມູແລະໄກ່, ຫຼັງຈາກນັ້ນປູກຕົ້ນ ໂປ້ຍກັກ”.

ກໍເຊັ່ນດຽວກັນກັບຄອບຄົວອ້າຍເລືອງວັນຈ່ອນ, ປ້າ ຮ່ວາງທິເຟີ່ນຢູ່ ບ້ານຈູ B, ຕາແສງຄວັດຊາເມືອງລົກບິ່ງ,ກ່ອນນີ້ ກໍ່ແມ່ນຄອບຄົວທຸກຍາກ. ຍ້ອນໄດ້ນຳໃຊ້ແຫລ່ງທຶນກູ້ຈາກທະນາຄານຢ່າງມີປະສິດທິຜົນ 4 ປີກ່ອນນີ້ ຄອບຄົວປ້າກໍ່ຫລຸດພົ້ນອອກຈາກຄວາມທຸກຍາກ. ນອກຈາກໄດ້ກູ້ຢຶມທຶນດ້ວຍອັດຕາບຸລິມະສິດ, ຄອບຄົວປ້າຍັງໄດ້ຮັບຄວາມເອົາໃຈໃສ່ຫນູນຊ່ວຍຄວາມຮູ້ພັດທະນາຮູບແບບເສດຖະກິດຢ່າງເປັນປະຈຳ.

ຍ້ອນມີຄວາມເອົາໃຈໃສ່ຈາກຕາແສງແລະລັດຄອບຄົວຂ້າພະເຈົ້າໄດ້ກູ້ຢຶມທຶນຈາກທະນາຄານມາລ້ຽງໝູ, ໄກ່, ເປີດຮ້ານຂາຍເຄື່ອງແຫ້ງ. ມາຮອດປະຈຸບັນ, ເສດຖະກິດຂອງຄອບຄົວແມ່ນພໍຢູ່ພໍກິນແລະໄດ້ຫລຸດພົ້ນອອກຈາກຄວາມທຸກຍາກແລ້ວ”.

ຊຸມປີຜ່ານມາ, ແຫລ່ງທຶນສິນເຊື່ອບຸລິມະສິດຂອງທະນາຄານນະໂຍບາຍສັງຄົມໄດ້ຮັບຖືວ່າແມ່ນຜູ້ຫນູນຊ່ວຍຢ່າງສຸດໃຈໃຫ້ຫລາຍຄອບຄົວທຸກຍາກ ແລະເປົ້າໝາຍນະໂຍບາຍຢູ່ບໍລິເວນແຂວງລ້າງເຊີນ. ໄລ່ມາຮອດປະຈຸບັນ, ທະນາຄານນະໂຍບາຍສັງຄົມແຂວງລ້າງເຊີນປ່ອຍເງິນໄດ້ກວ່າ 1.500 ຕື້ດົ່ງ (ເກືອບ 61 ລ້ານ USD) ໃຫ້ແກ່ຄອບຄົວທຸກຍາກກູ້ຢຶມ 34.000ເທື່ອຄັ້ງ. ໃນ 5 ປີຜ່ານມາ, ແຫລ່ງທຶນໂດຍໂຄງການໃຫ້ຄອບຄົວທຸກຍາກກູ້ຢຶມນັ້ນໄດ້ຊ່ວຍໃຫ້ນັບພັນໆຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ໄດ້ມີຄວາມເປັນປົກກະຕິເທື່ອລະກ້າວ. ທ່ານນາງຫງວຽນທິເຟືອງ, ຜູ້ອຳນວຍການທະນາຄານນະໂຍບາຍສັງຄົມແຂວງລ້າງເຊີນໃຫ້ຮູ້ວ່າ:

“ທຶນກູ້ບຸລິມະສິດຊ່ວຍໃຫ້ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊົນນະບົດພັດທະນາການຜະລິດ, ປູກຝັງ, ລ້ຽງສັດ. ໂສມຫນ້າຂອງຊົນນະບົດນັບມື້ນັບໄດ້ປັບປຸງ, ສ້າງຄວາມປິຕິຊົມຊື່ນ, ຄວາມເຫັນດີເຫັນພ້ອມໃນປະຊາຊົນ, ຊ່ວຍໃຫ້ຫລາຍຄອບຄົວມີເງື່ອນໄຂຫລຸດພົ້ນອອກຈາກຄວາມທຸກຍາກ, ສືບຕໍ່ບືນຕົວຂຶ້ນໃນຊີວິດ. ນອກນັ້ນ ສິນເຊື່ອນະໂຍບາຍຍັງປະກອບສ່ວນຫລາຍສົມຄວນໃນການຮັດແຄບຄວາມແຕກໂຕນລະຫວ່າງຜູ້ຮັ່ງມີ ແລະຜູ້ທຸກຍາກ. ປະກອບສ່ວນຫລຸດຜ່ອນອັດຕາຜູ້ວ່າງງານ, ເຮັດສຳເລັດມາດຖານການກໍ່ສ້າງຊົນນະບົດໃຫມ່ ແລະສວມບົດບາດສຳຄັນໃນການຮັກສາແລະພັດທະນາເສດຖະກິດຢູ່ທ້ອງຖິ່ນ”.

ຄຽງຄູ່ກັນນັ້ນ, ສິນເຊື່ອນະໂຍບາຍກໍ່ໄດ້ລະດົມກຳລັງແຮງສັງລວມຂອງທັງລະບົບການເມືອງ ແລະທັງສັງຄົມ ເຂົ້າຮ່ວມການປະຕິບັດໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳແລະຮັບປະກັນຊີວິດສັງຄົມຢູ່ບໍລິເວນແຂວງ. ເພື່ອພັດທະນາແຫລ່ງກຳລັງສິນເຊື່ອນະໂຍບາຍໃຫ້ມີປະສິດທິຜົນກວ່າອີກ, ທ່ານເຢືອງຊວນຮວຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງລ້າງເຊີນສະເຫນີວ່າ:

 “ແຂວງສະເຫນີຕໍ່ທະນາຄານນະໂຍບາຍສັງຄົມຫວຽດນາມວາງອອກບັນດາແຜນນະໂຍບາຍ, ນະໂຍບາຍຢ່າງທັນການເພື່ອສືບຕໍ່ຫນູນຊ່ວຍພໍ່ແມ່ປະຊາຊົນໃຫ້ໄດ້ກູ້ຢືມທຶນເພື່ອຫາເງິນລ້ຽງຊີບໃນການຜະລິດດຳເນີນທຸລະກິດ.ດ້ານອື່ນ, ແຫລ່ງທຶນນະໂຍບາຍສັງຄົມກໍ່ສືບຕໍ່ສະແດງໃຫ້ເຫັນລັກສະນະມະນຸດສາດຂອງລັດຖະບານເພື່ອຫນູນຊ່ວຍຊາວຊົນເຜົ່າສ່ວນຫນ້ອຍ ແລະເຂດພູດອຍມີໂອກາດພັດທະນາ”.

ບັນດາໂຄງການໃຫ້ກູ້ຢຶມຂອງທະນາຄານນະໂຍບາຍສັງຄົມໄດ້ຊ່ວຍຫລຸດຜ່ອນອັດຕາຄອບຄົວທຸກຍາກຂອງແຂວງລ້າງເຊີນສະເລ່ຍແຕ່ 3- 5%/ປີ, ອັນໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງແຂວງ.

ຕອບກັບ