ແຂວງ ຮວ່າບິ່ງ ຮັບປະກັນການຫາເງິນລ້ຽງຊີບ, ສະຫວັດດີການສັງຄົມໃຫ້ແກ່ປະຊາຊົນ

Ngoc Anh
Chia sẻ
(VOVWORLD) - ໂດຍແມ່ນທ້ອງຖິ່ນ ມີຊາວຊົນເຜົ່າສ່ວນຫນ້ອຍ ກວ່າ 74%, ແຂວງ ຮວ່າບິ່ງ ມີຄວາມເອົາໃຈໃສ່ໃນການປະຕິບັດບັນດານະໂຍບາຍຊົນເຜົ່າ. ແຂວງຖືເປັນສຳຄັນບັນຫາການຮັບປະກັນການຫາເງິນລ້ຽງຊີບ, ສະຫວັດດີການສັງຄົມໃຫ້ແກ່ປະຊາຊົນ ພິເສດແມ່ນເຂດຊົນເຜົ່າສ່ວນຫນ້ອຍ, ເຂດຫ່າງໄກສອກຫລີກ.

ແຂວງ ຮວ່າບິ່ງ ຮັບປະກັນການຫາເງິນລ້ຽງຊີບ, ສະຫວັດດີການສັງຄົມໃຫ້ແກ່ປະຊາຊົນ - ảnh 1ປະຊາຊົນ ຕາແສງ ດິ້ງກື ເມືອງ ລາກເຊີນ ຫລິ້ນກິລາ ບານສົ່ງ. ພາບ:  Ngoc Anh

ປະຈຸບັນ ແຂວງ ຮວ່າບິ່ງ ມີພົນລະເມືອງກວ່າ 870.000 ຄົນ, ລວມມີຊາວຊົນເຜົ່າກິງ: ເມື່ອງ, ຜູ້ໄທ, ໄຕ່, ຢ້າວ, ມົ້ງ ແລະ ບາງຊົນເຜົ່າອື່ນ. ເພື່ອຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ, ແຂວງມານະພະຍາຍາມປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ, ລວມມີ: ການກໍ່ສ້າງຊົນນະບົດໃຫມ່, ຫລຸດຜ່ອນຄວາມອຶດຫິວແບບຍືນຍົງ; ພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ. ມີຫລາຍທ້ອງຖິ່ນ ໄດ້ນຳຫນ້າໃນການກໍ່ສ້າງຊົນນະບົດໃຫມ່, ພົ້ນເດັ່ນແມ່ນ ຕາແສງບັກຟອງ,ເມືອງ ກາວຟອງ. ທ່ານ ເຄືອງຊວນລິກ, ຮອງເລຂາພັກ, ປະທານ ຄະນະກຳມະການປະຊາຊົນ ຕາແສງບັກຟອງ ໃຫ້ຮູ້ວ່າ:

ຕາແສງ ບັກຟອງໄດ້ໝູນໃຊ້ທັງ 3 ໂຄງການເປົ້າໝາຍແຫ່ງຊາດ ຫນູນຊ່ວຍຊາວກະສິກອນ. ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງ. ປີ 2021 ລາຍຮັບສະເລ່ຍໃສ່ຫົວຄົນແມ່ນ 40 ລ້ານດົງ/ປີ (1.700 USD)ແຕ່ມາເຖິງປີ 2023 ແມ່ນ 51 ລ້ານດົ່ງ/ປີ (2.170 USD). ໄຟຟ້າ, ເສັ້ນທາງ, ໂຮງຮຽນ, ຫໍວັດທະນະທຳລ້ວນແຕ່ໄດ້ຮັບການກໍ່ສ້າງໃຫຍ່ໂຕສວຍງາມ ແລະ ຕາແສງ ມີໂຮງຮຽນ 2 ແຫ່ງບັນລຸມາດຕະຖານລະດັບຊາດ. ປີ 2023 ຕາແສງ ບັກຟອງ ບັນລຸມາດຖານກ່ຽວກັບການກໍ່ສ້າງຊົນນະບົດໃຫມ່ລະດັບຍົກສູງ

ກ່ຽວກັບການຫນູນຊ່ວຍ, ຢື້ຢາມຖາມຂ່າວມອບຂອງຂວັນໃຫ້ບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ, ອຸປະກະລະສັງຄົມ, ຄອບຄົວທຸກຍາກ, ປະຊາຊົນດຳລົງຊີວິດຢູ່ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກ ລ້ວນແຕ່ໄດ້ຮັບການປະຕິບັດຢ່າງທັນການຈາກທຸກຂັ້ນ, ຂະແຫນງການ, ອົງການການເມືອງສັງຄົມໃນແຂວງ ກໍ່ຄືຢູ່ຂັ້ນຮາກຖານ. ພິເສດໃນງານບຸນຕ່າງໆ, ບຸນເຕັດ. ຮັບປະກັນໃຫປະຊາຊົນຄອບຄົວທຸກຍາກ, ຄອບຄົວໃກ້ລະດັບທຸກຍາກໄດ້ຮັບການຫນູນຊ່ວຍປະກັນສຸຂະພາບ 100%.

ໂຄງການເປົ້າໝາຍແຫ່ງຊາດ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021 – 2025 ຂອງແຂວງ ຮ່ວາບິ່ງ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ກວ້າງຂວາງ ສະນັ້ນ ອັດຕາຄອບຄົວທຸກຍາກຫລຸດລົງສະເລ່ຍແຕ່ 2,5% -3%/ປີ, ຫລຸດ 50% ຈຳນວນຕາແສງ, ບ້ານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ບັນດາເປົ້າໝາຍແຫ່ງຊາດ ບໍ່ພຽງແຕ່ຊ່ວຍຮັບປະກັນຊີວິດສັງຄົມເທົ່ານັ້ນ ຫາກຍັງຮັດແຄບຊ່ອງຫວ່າງກ່ຽວກັບລະດັບຄອງຊີບ, ລາຍຮັບສະເລ່ຍຂອງປະຊາຊົນລະຫວ່າງເຂດຕົວເມືອງ ແລະຊົນນະບົດ, ເຂດພູດອຍ ອີກດ້ວຍ. ທ່ານ ເລຈີຮວຽນ, ຮອງປະທານ ຄະນະກຳມະການປະຊາຊົນ ເມືອງ ເຕີນລາກ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າໄດ້ຜັນຂະຫຍາຍປະຕິບັດບັນດາໂຄງການຢ່າງຄົບຊຸດ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງໂຄງການຫາເງິນລ້ຽງຊີບ, ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ. ປະຈຸບັນ ບັນດາຕາແສງ, ບ້ານຢູ່ບໍລິເວນເມືອງມີເສັ້ນທາງຄົມມະນາຄົມໄປມາຢ່າງສະດວກ. 16/16 ຕາແສງບັນລຸມາດຖານຂອງຊາດກ່ຽວກັບດ້ານສາທາລະນະສຸກ. ສ່ວນດ້ານວັດທະນະທຳສັງຄົມ, ເມືອງ ກໍ່ເອົາໃຈໃສ່ຮັກສາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ ພິເສດ ແມ່ນວັດທະນະທຳເຜົ່າເມື່ອງ. ປີ 2022 ອັດຕາຄອບຄົວທຸກຍາກແມ່ນ 12,53% ແຕ່ມາເຖິງປີ 2023 ອັດຕາຄອບຄົວທຸກຍາກຫລຸດລົງຍັງເຫລືອພຽງ 9,45%”.

ແຂວງ ຮວ່າບິ່ງ ຮັບປະກັນການຫາເງິນລ້ຽງຊີບ, ສະຫວັດດີການສັງຄົມໃຫ້ແກ່ປະຊາຊົນ - ảnh 2ເດັກນ້ອຍເຂດພູສູງ ແຂວງຮ່ວາບິ່ງ. ພາບ: Ngoc Anh

ເພື່ອເສີມຂະຫຍາຍທ່າແຮງໃນການປູກຕົ້ນຫມາກກ້ຽງ, ຫມາກກ້ຽງນ້ອຍ, ຫມາກກ້ຽງໃຫຍ່... ພິເສດແມ່ນຕົ້ນຫມາກກ້ຽງນ້ອຍ ເຊິ່ງແມ່ນຕົ້ນໄມ້ເສດຖະກິດປາຍແຫຼມຢູ່ທ້ອງຖິ່ນ, ຕາແສງ ເວິນເຊີນ, ເມືອງ ເຕີນລາກ ໄດ້ປູກຕົ້ນຫມາກກ້ຽງນ້ອຍໃນເນື້ອທີ່ ກວ່າ 500 ເຮັກຕາ. ເມື່ອຮອດລະດູເກັບກູ້, ພໍ່ຄ້າກໍ່ຈະມາຊອກເກັບຊື້ຫມາກກ້ຽງນ້ອຍເຖິງສວນ ດ້ວຍລາຄາ 40.000 ດົງ/kg (ກວ່າ 1,6 USD/kg). ຍ້ອນມີສົ້ນອອກທີ່ເປັນປົກກະຕິ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກອຳນາດການປົກຄອງ, ສະນັ້ນ ໂສມຫນ້າຊົນນະບົດ, ເຂດພູສູງໄດ້ມີການປ່ຽນແປງ, ຊີວິດຂອງປະຊາຊົນດີຂຶ້ນຢ່າງເຫັນໄດ້ຊັດ. ເອື້ອຍ ດິງທິກວຽດ, ຊາວເຜົ່າເມື່ອງ ຢູ່ຕາແສງ ເວິນເຊີນ, ເມືອງ ເຕີນລາກ, ໃຫ້ຮູ້ວ່າ:

       “ອຳນາດການປົກຄອງໄດ້ເປີດບັນດາຊຸດຝຶກອົບຮົມກ່ຽວກັບການປູກຕົ້ນໄມ້ໃຫ້ພໍ່ແມ່ປະຊາຊົນ. ຜ່ານນັ້ນ ພໍ່ແມ່ປະຊາຊົນກໍ່ມີບົດຮຽນປະສົບການ, ນຳໃຊ້ເພື່ອທຳການປູກຝັງ. ຕາແສງ ກໍ່ໄດ້ຫນູນຊ່ວຍບັນດາຄອບຄົວໃນການກູ້ຢຶມ. ຄອບຄົວຂ້າພະເຈົ້າປູກຕົ້ນຫາກກ້ຽງ, ຫມາກກ້ຽງນ້ອຍ ກວ່າ 1.000 ຕົ້ນ, ລະດູຫນຶ່ງກໍ່ສາມາດເກັບກູ້ໄດ້ປະມານ 20 ໂຕນ. ຄອບຄົວຂ້າພະເຈົ້າມີ 6 ຄົນ, ສະເລ່ຍລາຍຮັບຈາກຜົນກຳໄລ ແມ່ນ 200 ລ້ານ ດົົງ/ຄົນ/ປີ (ເກືອບ 8.200 USD/ຄົນ/ປີ). ຍ້ອນທຳການປູກຕົ້ນຫາກກ້ຽງ, ຫມາກກ້ຽງນ້ອຍ, ຄອບຄົວຂອງຂ້າພະເຈົ້າ ຈິ່ງສາມາດປຸກເຮືອນ, ຊື້ລົດ, ຊື້ຈັກຕັດຫຍ້າໄດ້”.

ເລື່ອງ ແຂວງ ຮວ່າບິ່ງ ມີການວາງແຜນທີ່ເຫມາະສົມ, ບູລິມະສິດຈັດແບ່ງແຫລ່ງກຳລັງແຮງໃຫ້ບັນດາລາຍການ, ໂຄງການຫນູນຊ່ວຍໃນການພັດທະນາການຜະລິດ, ບຳລຸງສ້າງວິຊາຊີບ, ຫນູນຊ່ວຍໃນການຫາລ້ຽງຊີບ... ສະນັ້ນ ມາຮອດປັດຈຸບັນ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ຮວ່າບິ່ງ ກໍ່ໄດ້ຮັບການປັບປຸງ ແລະ ຍົກສູງເປັນເທື່ອລະກ້າວ.

       

ຕອບກັບ