ເມືອງ ກວ໋ານບະ ເສີມຂະຫຍາຍບົດບາດຂອງ ຊຸມຊົນ ໃນການຫລຸດຜ່ອນໄພທຳມະຊາດ

Le Phuong
Chia sẻ

(VOVWORLD) -ເມືອງ ກວ໋ານບະ ແຂວງ ຮ່າຢາງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນຜັນຂະຫຍາຍໂຄງການປ້ອງກັນ, ຕ້ານໄພທຳມະຊາດທີ່ອີງໃສ່ຊຸມຊົນ ໂດຍອົງການ ActionAid ສາກົນ ປະຈຳ ຫວຽດນາມ ຫນູນຊ່ວຍແຕ່ປີ 2007 ມາຮອດປະຈຸບັນ. ຜ່ານໂຄງການ, ວົງຄະນາຍາດຊຸມຊົນຢູ່ທ້ອງຖິ່ນ ໄດ້ເສີມຂະຫຍາຍລັກສະນະເປັນເຈົ້າການໃນການຂຶ້ນແຜນເພື່ອຮັບມື ແລະ ປ້ອງກັນຕ້ານໄພທຳມະຊາດ ຜ່ານນັ້ນ ກໍ່ປະກອບສ່ວນຊ່ວຍຫລຸດຜ່ອນໄພທຳມະຊາດຢູ່ບັນດາບ້ານໃນບໍລິເວນເມືອງ.

ເມືອງ ກວ໋ານບະ ເສີມຂະຫຍາຍບົດບາດຂອງ ຊຸມຊົນ ໃນການຫລຸດຜ່ອນໄພທຳມະຊາດ - ảnh 1ຂົວເກົ່າຢູ່ ບ້ານທັງ ໄດ້ຮັບການກໍ່ສ້າງແຕ່ປີ 2012. ພາບ:Đức Anh/VOV5

ກວ໋ານບະ ເປັນເມືອງຊາຍແດນ, ຕັ້ງຢູ່ທາງທິດເໜືອຂອງແຂວງ ຮ່າຢາງ, ລວມມີ 12 ຕາແສງ, 1 ເທດສະບານ ດ້ວຍ 107 ບ້ານ, ໝູ່ບ້ານ. ແຕ່ລະປີ, ເມືອງ ກວ໋າງບະ ເຄີຍປະສົບກັບໄພທຳມະຊາດເປັນຕົ້ນແມ່ນ: ຝົນຫມາກເຫັບ, ລົມພາຍຸຫມູນ, ນ້ຳຖ້ວມ, ດິນເຊາະເຈື່ອນ, ອາກາດໜາວຈັດ, ອາກາດໜາວທີ່ຮ້າຍແຮງ... ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ກໍ່ຄວາມສູນເສຍຕໍ່ຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ. ນັບແຕ່ປີ 2007 ມາຮອດປະຈຸບັນ, ທ້ອງຖິ່ນຈຳນວນໜຶ່ງຂອງເມືອງໄດ້ຮັບການຄັດເລືອກຈາກອົງການ ActionAid ສາກົນ ຢູ່ ຫວຽດນາມ ເພື່ອຜັນຂະຫຍາຍການປະຕິບັດໂຄງການປ້ອງກັນ ແລະ ຕ້ານໄພພິບັດທຳມະຊາດອີງໃສ່ຊຸມຊົນ, ໂດຍສຸມໃສ່ 3 ເນື້ອໃນຄື: ການກະກຽມ, ຮັບມື ແລະ ຟື້ນຟູ. ທ່ານນາງ ຮວ່າງເຟືອງຖາວ, ຫົວໜ້າຜູ້ຕາງໜ້າອົງການ ActionAid ສາກົນ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

 “ສຳລັບໂຄງການຮັບມື, ພວກຂ້າພະເຈົ້າສຸມໃສ່ກະກຽມກຳລັງຄວາມອາດສາມາດໃຫ້ແກ່ຊຸມຊົນ, ມຸ່ງເຖິງເລື່ອງຊຸມຊົນກຳໄດ້ວ່າ ເຂດທີ່ເຂົາເຈົ້າດຳລົງຊີວິດເຄີຍເກີດໄພທຳມະຊາດຫຍັງ ແລະ ເປັນເຈົ້າການກຳນົດວ່າໃກ້ຈະເກີດໄພພິບັດທຳມະຊາດປະເພດໃດ ເພື່ອເປັນເຈົ້າການຮັບມື, ກ່ຽວກັບການຮັບມື, ພວກຂ້າພະເຈົ້າມີຫລາຍການເຄື່ອນໄຫວຫນູນຊ່ວຍດ້ານວັດຖຸ, ຂໍ້ມູນ ແລະ ສ້າງກຳລັງຄວາມສາມາດ”.

ໃນວິວັດການຜັນຂະຫຍາຍໂຄງການ, ບັນດາທ້ອງຖິ່ນໃຫ້ບຸລິມະສິດດຳເນີນການຝືກຊ້ອມການປ້ອງກັນຕ້ານໄພທຳມະຊາດຢູ່ບັນດາຊຸມຊົນ ແລະ ໂຮງຮຽນ, ຊ່ວຍຍົກສູງລັກສະນະເປັນເຈົ້າການຂອງຊຸມຊົນໃນການປ້ອງກັນຕ້ານໄພທຳມະຊາດ. ທ່ານ ລຸກຢາງບັ່ງ, ຮອງເລຂາພັກ ຕາແສງ ຕຸ່ງວາຍ, ເມືອງ ກວ໋ານບະ, ໃຫ້ຮູ້ວ່າ:

“ແຕ່ລະປີ, ຕາແສງ ໄດ້ສົມທົບກັບອົງການຂອງເມືອງ ແລະ ແຂວງ ຈັດຕັ້ງການຝືກຊ້ອມການປ້ອງກັນຕ້ານໄພທຳມະຊາດໃຫ້ປະຊາຊົນ. ສ່ວນປະຊາຊົນ, ໃນຊຸມປີມໍ່ໆມານີ້, ພໍ່ແມ່ປະຊາຊົນຮັບຮູ້ໄດ້ຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະ ມີວິທີປ້ອງກັນ, ຕ້ານດີທີ່ສຸດ, ສຳລັບຜົນການຜະລິດ, ປະຊາຊົນມີຄວາມເປັນເຈົ້າການໃນການເກັບກ່ຽວກ່ອນລະດູຝົນ ເພື່ອຮັບປະກັນສະບຽງດ້ານອາຫານໃຫ້ແກ່ການດຳລົງຊີວິດ”.

         ນັບແຕ່ເມື່ອປະຕິບັດໂຄງການປ້ອງກັນ ແລະ ຕ້ານໄພທຳມະຊາດອີງໃສ່ຊຸມຊົນມາຮອດປະຈຸບັນ, 100% ຕາແສງຂອງເມືອງ ກວ໋ານບະ ໄດ້ຈັດຕັ້ງສຳເລັດຄະນະຊີ້ນຳການຮັບມືກັບໄພທຳມະຊາດ, ສ້າງແຜນການປ້ອງກັນ ແລະ ຮັບມືກັບໄພພິບັດຢ່າງເປັນແບບເປັນແຜນ, ອັບເດດສະພາບການພະຍາກອນອາກາດເປັນປະຈຳ, ເພື່ອໃຫ້ປະຊາຊົນເປັນເຈົ້າການໃນການປົກປັກຮັກສາເຮືອນຊານ ແລະ ສັດລ້ຽງຂອງຕົນ. ທ່ານ ໂດ້ກວາງຢຸງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ກວ໋ານບະ ແບ່ງປັນວ່າ:

 “ປະຈຸບັນ, ເມືອງໄດ້ສ້າງຕັ້ງໜ່ວຍກູ້ໄພກູ້ຊີບດ້ວຍສະມາຊິກ 80 ຄົນ; ໜ່ວຍງານປ້ອງກັນໄພທຳມະຊາດ ແລະ ຄົ້ນຫາກູ້ໄພກູ້ຊີບຂັ້ນບ້ານ ດ້ວຍສະມາຊິກ 20 ຄົນຂຶ້ນໄປ. ນີ້ແມ່ນກຳລັງຊາວໜຸ່ມ ແລະ ທະຫານປະຊາຊົນທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ດັ່ງກ່າວ. ດັ່ງນັ້ນ, ຍາມອາກາດໜາວຈັດທີ່ຜ່ານມາ ພວກຂ້າພະເຈົ້າບໍ່ມີຄວາມສູນເສຍດ້ານຊີວິດອິນຊີ ຫຼື ສັດລ້ຽງ”.

ເມືອງ ກວ໋ານບະ ເສີມຂະຫຍາຍບົດບາດຂອງ ຊຸມຊົນ ໃນການຫລຸດຜ່ອນໄພທຳມະຊາດ - ảnh 2ກິດຈະກຳກໍ່ສ້າງ ລະບົບໄຟແສງສີ ດ້ວຍພະລັງແສງຕາເວັນ. ພາບ:Đức Anh/VOV5

ຕາມການສະຖິຕິ, ໃນໄລຍະ 7 ປີ, ແຕ່ປີ 2016 – 2023, ໂຄງການປ້ອງກັນ ແລະ ຕ້ານໄພພິບັດທຳມະຊາດຂອງຊຸມຊົນ ໄດ້ຫນູນຊ່ວຍ ແລະ ແຜ່ຂະຫຍາຍໄປສູ່ປະຊາຊົນຫຼາຍກວ່າ 40.000 ເທື່ອຄົນ, ໃນນັ້ນ ມີເດັກນ້ອຍອາຍຸແຕ່ 6 – 14 ປີ ຈຳນວນ 11.152 ຄົນ. ໂຄງການປ້ອງກັນ ແລະ ຕ້ານໄພທຳມະຊາດອີງໃສ່ຊຸມຊົນ ໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນຢູ່ຕາແສງ ຕຸ່ງວາຍ, ເມືອງ ກວ໋ານບະ.

ຍ້ອນມີການຊີ້ນຳຢ່າງທັນການຂອງອຳນາດການປົກຄອງທຸກຂັ້ນ ກໍຄືການໜູນຊ່ວຍຢ່າງມີປະສິດທິຜົນຈາກໂຄງການປ້ອງກັນ ແລະ ຕ້ານໄພທຳມະຊາດໂດຍອີງໃສ່ຊຸມຊົນ ຂອງ ActionAid ສາກົນ ປະຈຳຫວຽດນາມ, ໃນຊຸມປີຜ່ານມາ, ຢູ່ເມືອງ ກວ໋ານບະ ບໍ່ຄ່ອຍຖືກຄວາມເສຍຫາຍອັນຫນັກຫນ່ວງໃດໆກ່ຽວກັບຊີວິດອິນຊີ ແລະ ຊັບສິນ ເຖິງວ່າ  ແມ່ນວ່າທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດດ້ວຍຫລາຍຮູບແບບ. ໂຄງການດັ່ງກ່າວໄດ້ສ້າງເງື່ອນໄຂໃຫ້ປະຊາຊົນທ້ອງຖິ່ນເສີມຂະຫຍາຍລັກສະນະເປັນເຈົ້າການໃນການປ້ອງກັນ, ຕ້ານໄພທຳມະຊາດ, ປະກອບສ່ວນຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ./.

ຕອບກັບ