ເຈດຈຳນົງ ແລະ ມານະຈິດຂອງບັນດາສະມາຊິກສະຫະກອນທະຫານເສຍອົງຄະ 27/07

Long - Anh
Chia sẻ
(VOVWORLD) - ປະຈຸບັນ, ເນື້ອທີ່ປູກຕົ້ນໄມ້ກິນໝາກທີ່ຜະລິດຕາມມາດຕະຖານ VietGAP ຂອງສະຫະກອນທັງໝົດແມ່ນ 60 ເຮັກຕາ, ໃນນັ້ນ ມີ 30 ເຮັກຕາ ປູກໝາກໜອດ, 15 ເຮັກຕາປູກໝາກລຳໄຍ ແລະ 15 ເຮັກຕາປູກໝາກມ່ວງ.

  ສະຫະກອນທະຫານເສຍອົງຄະ 27/07 ຢູ່ເທດສະບານເມືອງ ຫ໊າດລ໊ອດ, ເມືອງ ມາຍເຊີນ, ແຂວງ ເຊີນລາ ໄດ້ຮັບການສ້າງຕັ້ງມາແຕ່ປີ 1989. ປະຈຸບັນ, ສະຫະກອນດັ່ງກ່າວມີສະມາຊິກ 39 ຄົນ, ໃນນັ້ນ 50% ແມ່ນທະຫານເສຍອົງຄະ ແລະ ສະມາຊິກສະມາຄົມນັກຮົບເກົ່າເມືອງ ມາຍເຊີນ. ບັນດານັກຮົບທີ່ກັບມາຈາກສະໜາມຮົບໄດ້ຕັ້ງໜ້າພົວພັນແລກປ່ຽນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນການຜະລິດດຳເນີນທຸລະກິດ, ພັດທະນາເສດຖະກິດ.

ເຈດຈຳນົງ ແລະ ມານະຈິດຂອງບັນດາສະມາຊິກສະຫະກອນທະຫານເສຍອົງຄະ 27/07 - ảnh 1 ສະຫະກອນທະຫານເສຍອົງຄະ 27/07 ຢູ່ເທດສະບານເມືອງ ຫ໊າດລ໊ອດ, ເມືອງ ມາຍເຊີນ, ແຂວງ ເຊີນລາ

ເມື່ອຫາກໍ່ສ້າງຕັ້ງ, ສະຫະກອນປະສົບກັບຄວາມຫຍຸ້ງຍາກຫລາຍທີ່ສຸດ ຍ້ອນວ່າ ອ້າຍນ້ອງທະຫານເສຍອົງຄະຫລາຍຄົນທີ່ກັບມາຈາກສະໜາມຮົບ ນັ້ນຍັງບໍ່ມີວຽກເຮັດງານທຳ, ເສດຖະກິດປະສົບກັບຄວາມຫຍຸ້ງຍາກ. ສະຫະກອນໄດ້ກຳນົດທິດໃຫ້ບັນດາສະມາຊິກຫັນປ່ຽນການປູກຝັງ ແລະ ລ້ຽງສັດ, ພ້ອມທັງຍູ້ແຮງການຜະລິດ, ຮ່ວມສຳພັນຕາມລະບົບ. ມາຮອດປະຈຸບັນ, ສະຫະກອນໄດ້ທຳການຜະລິດ, ດຳເນີນທຸລະກິດຫລາຍຂະແໜງອາຊີບ, ລວມມີ: ການປູກຝັງ, ລ້ຽງສັດ, ການທ່ອງທ່ຽວຊີວະພາບ, ການບໍລິການສັດຕະວະແພດ, ອຸປະກອນກະສິກຳ, ປຸງແຕ່ງຜະລິດຕະພັນກະເສດ. ໃນນັ້ນ ຈຸດພົ້ນເດັ່ນແມ່ນການປູກຕົ້ນໄມ້ກິນໝາກ, ລ້ຽງປູກສິນໃນນ້ຳ ແລະ ການບໍລະການທ່ອງທ່ຽວຊີວະພາບ. ລາຍຮັບຂອງສະຫະກອນສະເລ່ຍແລ້ວ ບັນລຸໄດ້ຫລາຍກ່ວາ 10 ຕື້ດົ່ງ/ປີ, ໄດ້ສ້າງວຽກເຮັດງານທຳເປັນປະຈຳໃຫ້ແກ່ແຮງງານ 30 ຄົນ ແລະ ແຮງງານຕາມລະດູການຢູ່ທ້ອງຖິ່ນ 70 ຄົນ, ດ້ວຍລະດັບເງິນເດືອນແຕ່ 3 – 4 ລ້ານດົ່ງ/ເດືອນ. ລຸງ ລໍ່ວັນສຶກ, ທະຫານເສຍອົງຄະ ເຊິ່ງແມ່ນໜຶ່ງໃນຈຳນວນບຸກຄົນທຳອິດສ້າງຕັ້ງສະຫະກອນໃຫ້ຮູ້ວ່າ:

 “ຈາກຄວາມຫຍຸ້ງຍາກ, ລົບລ້າງລະບອບເກື້ອກູນ ອ້າຍນ້ອງໄດ້ພະຍາຍາມສ້າງຕັ້ງສະຫະກອນ, ບອກສອນກັນ ເພື່ອບືນຕົວຂຶ້ນ, ເຮັດເສດຖະກິດ, ດຳເນີນທຸລະກິດດ້ວຍຫລາຍຮູບການ. ເປັນການນຳສະຫະກອນທະຫານເສຍອົງຄະມາເປັນເວລາ 32 ປີນີ້, ຂ້າພະເຈົ້າ ອ້າຍນ້ອງຢູ່ ມາຍເຊີນ ຮູ້ສຶກມີຄວາມເອກອ້າງທະນົງໃຈ  ຍ້ອນມີວຽກເຮັດງານທຳ, ມີສຸຂະພາບແຂງແຮງດີ, ເສດຖະກິດພໍຢູ່ພໍກິນ, ບໍ່ມີຄອບຄົວໃດທຸກຍາກ. ຂ້າພະເຈົ້າພາກພູມໃຈທີ່ສຸດ.

ຮູບແບບປູກຕົ້ນໄມ້ກິນໝາກ ແມ່ນໜຶ່ງໃນບັນດາຮູບແບບຜະລິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນຂອງສະຫະກອນ. ສະຫະກອນໄດ້ຫັນປ່ຽນເນື້ອທີ່ປູກສາລີທີ່ມີປະສິດທິຜົນຕ່ຳໄປປູກໝາກໜອດ; ເຊັນສັນຍາສະໜອງແນວພັນ ແລະ ຈຳໜ່າຍໝາກໜອດກັບບໍລິສັດຫຸ້ນສ່ວນ Nafoods ໄຕບັກ ເພື່ອແນໃສ່ຮັບປະກັນໃຫ້ຜະລິດຕະພັນມີທັງສົ້ນເຂົ້າ ແລະ ສົ້ນອອກເປັນປົກກະຕິ. ສະເລ່ຍແລ້ວ ເນື້ອທີ່ດິນປູກໝາກໜອດ 1 ເຮັກຕາໄດ້ຊ່ວຍໃຫ້ສະມາຊິກສະຫະກອນສ້າງລາຍຮັບໄດ້ປະມານ 100 ລ້ານດົ່ງ. ປະຈຸບັນ, ເນື້ອທີ່ປູກຕົ້ນໄມ້ກິນໝາກທີ່ຜະລິດຕາມມາດຕະຖານ VietGAP ຂອງສະຫະກອນທັງໝົດແມ່ນ 60 ເຮັກຕາ, ໃນນັ້ນ ມີ 30 ເຮັກຕາ ປູກໝາກໜອດ, 15 ເຮັກຕາປູກໝາກລຳໄຍ ແລະ 15 ເຮັກຕາປູກໝາກມ່ວງ. ປະລິມານໝາກໄມ້ທຸກຊະນິດສະເລ່ຍແມ່ນບັນລຸໄດ້ 450 ໂຕນ/ປີ, ເຊິ່ງໄດ້ສົ່ງໄປຈຳໜ່າຍຢູ່ຕາມຕະຫລາດແຂວງພາກໃຕ້ ແລະ ສົ່ງອອກໄປຍັງຕ່າງປະເທດ.

ເຈດຈຳນົງ ແລະ ມານະຈິດຂອງບັນດາສະມາຊິກສະຫະກອນທະຫານເສຍອົງຄະ 27/07 - ảnh 2 ສະຫະກອນໄດ້ໜູນຊ່ວຍຫລາຍຄອບຄົວສະມາຊິກທີ່ປະສົບກັບໄພທຳມະຊາດດ້ວຍຈຳນວນເງິນຫລາຍຮ້ອຍລ້ານດົ່ງ

ໂດຍເຫັນໄດ້ກຳລັງຄວາມສາມາດບົ່ມຊ້ອນການທ່ອງທ່ຽວຈາກໜອງ ຕ່ຽນຟອງ (ຕາແສງ ເມືອງບອນ, ເມືອງ ມາຍເຊີນ) ນັບແຕ່ປີ 2017 ເປັນຕົ້ນມາ, ບັນດາສະມາຊິກສະຫະກອນໄດ້ປະກອບທຶນເພື່ອພັດທະນາການທ່ອງທ່ຽວຊີວະພາບສົມທົບກັບການລ້ຽງປູກສິນໃນນ້ຳ, ເປີດ tour ທ່ອງທ່ຽວຊີວະພາບ, ການບໍລິການກິນດື່ມ, ຕຶກເບັດ. ນອກຈາກນັ້ນ ສະຫະກອນຍັງໄດ້ຈັດຕັ້ງຮູບແບບທັດສະນະສຶກສາຄົ້ນຫາສວນຕົ້ນໄມ້ກິນໝາກ ສົມທົບກັບການທ່ອງທ່ຽວຊີວະພາບ, ມີຮ້ານວາງສະແດງຜະລິດຕະພັນກະເສດຂອງບັນດາສະມາຊິກຢູ່ສະຖານທີ່ທ່ອງທ່ຽວຊີວະພາບເພື່ອໂຄສະນາຜະລິດຕະພັນ, ຊຸກຍູ້ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນ. ສະມາຊິກຂອງສະຫະກອນລຸ້ນຕ່າງໆໄດ້ເສີມຂະຫຍາຍມູນເຊື້ອອ້າຍທະຫານ “ລຸງໂຮ່” ເພື່ອບືນຕົວຂຶ້ນ, ຜ່ານຜ່າຄວາມຫຍຸ້ງຍາກ, ມີຄວາມຂະຫຍັນຂັນເຄື່ອນ, ກ້າວຂຶ້ນສ້າງຄວາມຮັ່ງມີອັນຊອບທຳ. ນັກຮົບເກົ່າ ຫງວຽນແອ໊ງດັງ, ສະມາຊິກສະຫະກອນໃຫ້ຮູ້ວ່າ:

 “ສຳລັບຂ້າພະເຈົ້າແລ້ວ ແມ່ນມີຄວາມຜາສຸກທີ່ສຸດ, ຍ້ອນຕົນເອງໄດ້ເປັນທະຫານທີ່ກັບມາຈາກສະໜາມຮົບ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ລູກຫຼານຄອບຄົວນະໂຍບາຍ, ຊ່ວຍໃຫ້ເຂົາເຈົ້າຫລຸດພົ້ນອອກຈາກຄວາມທຸກຍາກ, ສະນັ້ນ ຂ້າພະເຈົ້າຈຶ່ງມີຄວາມເອກອ້າງທະນົງໃຈທີ່ສຸດຕໍ່ສະຫະກອນຂອງພວກຂ້າພະເຈົ້າ.”

ສະຫະກອນໄດ້ໜູນຊ່ວຍຫລາຍຄອບຄົວສະມາຊິກທີ່ປະສົບກັບໄພທຳມະຊາດດ້ວຍຈຳນວນເງິນຫລາຍຮ້ອຍລ້ານດົ່ງ. ນັກຮົບເກົ່າ ໂດ໋ຮົ່ງເຟືອງ, ຫົວໜ້າສະຫະກອນທະຫານເສຍອົງຄະ 27/7 ໃຫ້ຮູ້ວ່າ:

ໃນຊຸມວັນບຸນ, ປີໃໝ່ປະຈຳຊາດ, ພິເສດແມ່ນເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/7, ສະຫະກອນລ້ວນແຕ່ລົງປຸກລະດົມໃຫ້ກຳລັງໃຈ, ຢື້ຢາມຖາມຂ່າວ ແລະ ມີຂອງຂວັນມອບໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ. ຜ່ານນັ້ນ, ຊ່ວຍໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈທຳການຜະລິດ, ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ.

ສະຫະກອນທະຫານເສຍອົງຄະ 27/7 ໄດ້ຮັບນາມມະຍົດໝູ່ຄະນະແຮງງານກ້າວໜ້າ, ໝູ່ຄະນະແຮງງານດີເດັ່ນ, ໃບຍ້ອງຍໍຈາກຄະນະກຳມະການປະຊາຊົນແຂວງ ເຊີນລາ ແລະ ສະຫະພັນສະຫະກອນ ຫວຽດນາມ ໃນຫລາຍປີຕິດຕໍ່ກັນ. ຮູບແບບການຜະລິດຂອງສະຫະກອນທະຫານເສຍອົງຄະ 27/7 ຢູ່ເທດສະບານ ຮ໊າດລ໊ອດ ໄດ້ປະກອບສ່ວນເຂົ້າໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ຫັນປ່ຽນໂຄງປະກອບເສດຖະກິດຊົນນະບົດຢູ່ທ້ອງຖິ່ນ./.

ຕອບກັບ