ທົ່ງນາຫລາຍແຫ່ງຢູ່ເຂດທົ່ງພຽງແມ່ນ້ຳຂອງຖືກຜົນສະທ້ອນຢ່າງແຮງຍ້ອນຂາດແຄນນ້ຳຈືດ. ພາບ: VOV |
ບໍລິສັດນ້ຳປະປາ ຊອກຈັງ ປະຈຸບັນພວມຄຸ້ມຄອງ ແລະ ຂຸດຄົ້ນ 24 ໂຮງງານຜະລິດນ້ຳປະປາ/ສະຖານີແຈກຢາຍນ້ຳປະປາ ດ້ວຍຍອດສະມັດຕະພາບທີ່ໄດ້ຮັບການອະນຸຍາດແມ່ນເກືອບ 98.000 m3/ວັນແລະ ຄືນ. ເຖິງຢ່າງໃດກໍຕາມ, ຕໍ່ໜ້າການຜັນແປຂອງໄພແຫ້ງແລ້ງ, ນ້ຳເຄັມຊືມເຂົ້າ, ຊອັກຈັງ ປະສົບກັບຄວາມຫຍຸ້ງຍາກໃນການສະຫນອງນ້ຳສະອາດ.
ທ່ານ ດັ້ງວັນເຫງາະ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນນ້ຳປະປາ ຊອັກຈັງ ໃຫ້ຮູ້ວ່າ: ໃນໄລຍະຍາວ ທ້ອງຖິ່ນ ຈະປະເຊີນຫນ້າກັບຄວາມຫຍຸ້ງຍາກຍ້ອນ ນ້ຳເຄັມຊືມເຂົ້າ ບໍ່ພຽງແຕ່ຊືມເຂົ້າເທິງຫນ້ານ້ຳຂອງບັນດາລຳແມ່ນ້ຳເທົ່ານັ້ນ ຫາກນ້ຳເຄັມຍັງຊືມເລິກໃຕ້ພື້ນດິນນຳອີກ. ເພາະສະນັ້ນ ບໍລິສັດໄດ້ສະເຫນີການວາງແຜນຜັງທີ່ຕັ້ງ, ເນື້ອທີ່ດິນເພື່ອລົງທຶນກໍ່ສ້າງໂຮງງານຜະລິດນ້ຳປະປາຈາກສາຍນ້ຳດ້ວຍສະມັດຕະພາບການຜະລິດແມ່ນ 200.000 m3/ວັນແລະ ຄືນ ຢູ່ຕາແສງ ໂຮ່ດັກກ້ຽນ ເມືອງ ເຈົາແທ່ງ ດ້ວຍຍອດເນື້ອທີ່ແມ່ນ 110 ເຮັກຕາ. ພ້ອມກັນນັ້ນ ເມື່ອໂຄງການ ກາຍເລີນ- ກາຍແບ ນຳເຂົ້າເຄື່ອນໄຫວ ກໍ່ຈະຊ່ວຍໃຫ້ການດັດປັບນ້ຳ ແລະ ສະກັດກັ້ນນ້ຳເຄັມໃຫ້ທັງເຂດ.
“ໃນໄລຍະກາງຂອງປີນີ້ ຈະມີບັນດາຂົວເຊື່ອມຕໍ່ ຕຽນຢາງ, ເບນແຈ ແລະ ຈ່າວິງ ເພື່ອສ້າງເປັນເສັ້ນທາງຫຼວງແຄມທະເລ, ໃນອະນາຄົດ ຈະໄປເຖິງ ກາເມົາ ຜ່ານກຽນຢາງ. ແທນທີ່ສ້າງເປັນຂົວ ພວກເຮົາຈະກໍ່ສ້າງເປັນຮ່ອງລະບາຍສົມທົບກັບຂົວ ຈະຊ່ວຍດັດປັບນ້ຳ, ເກັບຮັກສານ້ຳໃນລະດູຝົນ ນຳໃຊ້ໃນລະດູແລ້ງ, ຫລຸດຜ່ອນເລື່ອງເປັນຫ່ວງຕໍ່ແຫຼ່ງນ້ຳຈາກຍ່ານເຫນືອໄຫລລົງມາ”.
ສຳລັບປະຊາຊົນ,ໃນຊຸມປີຜ່ານມາ ປະຊາຊົນຢູ່ແຄມທະເລເຂດທົ່ງພຽງແມ່ນ້ຳຂອງ ລ້ວນແຕ່ເກັບກັກນ້ຳເພື່ອຮັບໃຊ້ຊີວິດການເປັນຢູ່; ຫັນປ່ຽນການຜະລິດຄື ປູກເຂົ້າສົມທົບກັບລ້ຽງກຸ້ງເພື່ອປັບໃຫ້ແທດເໝາະກັບເລື່ອງນ້ຳເຄັມຊືມເຂົ້າ. ຕາມທ່ານ ຮອງສາດສະດາຈານ ປອເລແອັງຕວນ, ທີ່ປຶກສາດ້ານວິທະຍາສາດ ສະຖາບັນຄົ້ນຄ້ວາການປ່ຽນແປງຂອງດິນຟ້າອາກາດ, ມະຫາວິທະຍາໄລ ເກີນເທີ ແລ້ວ, ຕາມຮອບວຽນແຕ່ປີ 2016, 2020 ແລະ ປະຈຸບັນ ແມ່ນ 2024, ເຊິ່ງ 4 ປີຈະເກີດໄພແຫ້ງແລ້ງນ້ຳເຄັມຊືມເຂົ້າດ້ວຍລະດັບສູງກວ່າເມື່ອທຽບໃສ່ລະດັບສະເລ່ຍຂອງຫລາຍປີເທື່ອຫນຶ່ງ. ສະນັ້ນ ຄວນມີບັນດາກິດຈະກຳສະກັດກັ້ນນ້ຳເຄັມຢ່າງມີປະສິດທິຜົນ.
“ພວກຂ້າພະເຈົ້າເຫັນວ່າ ເປັນຫນ້າເສຍດາຍສຳລັບບັນດາກິດຈະກຳສະກັດກັ້ນນ້ຳເຄັມໄດ້ ແຕ່ການສະຫນອງນ້ຳຈືດເພີ່ມເຕີມພັດບໍ່ພຽງພໍ ສະນັ້ນ ຈຶ່ງຖືກຜົນກະທົບ ແລະ ຫຼົ່ມ ເຊາະເຈື່ອນ. ບາງເທື່ອພວກເຮົາຢາກສະກັດກັ້ນນ້ຳເຄັມ, ຮັກສານ້ຳຈືດໄວ້ແຕ່ບໍ່ພັດມີຜົນກະທົບອື່ນຕາມມາ ຊ້ຳບໍ່ໜຳມັນສົ່ງສະທ້ອນບໍ່ແມ່ນຫນ້ອຍ, ດິນຫຼົ່ມ ແມ່ນບໍ່ມີວິທີການໃດທີ່ຈະສາມາດຍົກຂຶ້ນໄດ້. ເພາະສະນັ້ນ ຕ້ອງເລືອກເອົາບັນດາມາດຕະການສະກັດກັ້ນນ້ຳເຄັມໃຫ້ມີປະສິດທິຜົນ”.
ນ້ຳສະອາດໄດ້ສົ່ງເຖິງເຂດຂາດແຄນນ້ຳໃຊ້. ພາບ: VOV |
ປີ 2020 ທົ່ວເຂດທົ່ງພຽງແມ່ນ້ຳຂອງມີ 18.000 ບໍ່ນ້ຳບາດານຂອງຄອບຄົວ. ນອກນັ້ນລັດໄດ້ກໍ່ສ້າງໂຮງງານນ້ຳປະປາ ແລະ ມີ 30% ຈຳນວນປະຊາຊົນຢູ່ແຄມເຂດຊົນນະບົດ, ແຄມທະເລ ໄດ້ນຳໃຊ້ແຫລ່ງນ້ຳນີ້. ທ່ານ ເຈີນແອງຕວັນ, ຮອງປະທານ ສະມາຄົມສະໜອງນ້ຳປະປາ ແລະ ລະບາຍນ້ຳ ຫວຽດນາມ ແລ້ວ, ເຂດທົ່ງພຽງແມ່ນ້ຳຂອງຄວນຄິດໄລ່ເຖິງແຫລ່ງນ້ຳສະຫນອງໃຫ້ທັງເຂດຊຸມຊົນ, ອຸດສາຫະກຳ, ນ້ຳໃຊ້ໃນການດຳລົງຊີວິດ ແລະ ການຜະລິດ; ແຫລ່ງນ້ຳສະຫນອງໃຫ້ບັນດາໂຮງຈັກໂຮງງານ ຄວນສົມທົບໃຫ້ທັງການຜະລິດນຳອີກ.
“ພວກເຮົາຄວນຄິດເຖິງການສະຫນອງນ້ຳທຳມະຊາດໃຫ້ບັນດາໂຮງງານ. ແລະ ເຮັດແນວໃດແຫລ່ງນ້ຳບໍ່ຖືກນ້ຳເຄັມຊືມເຂົ້າ. ສະນັ້ນ ຫນ້ານ້ຳທີ່ຖືກນ້ຳເຄັມປົນເຂົ້າ ຕ້ອງມີການລົງທຶນທໍ່ສົ່ງນ້ຳຈາກຍ່ານເຫນືອຂອງແມ່ນ້ຳຕຽນ, ແມ່ນ້ຳເຮົ້າ ສົ່ງມາໃຫ້ບັນດາໂຮງງານບຳບັດແລ້ວສະຫນອງໃຫ້ປະຊາຊົນ”.
ໄລຍະຈະມາເຖິງຕາມການຄາດຄະເນ, ປີ 2030 ເຂດນີ້ຈະມີ 45% ປະຊາກອນໃນເຂດຕົວເມືອງແມ່ນມີຢ່າງຫນ້ອຍສຸດ 7-8 ລ້ານຄົນ. ສະນັ້ນເລື່ອງກໍ່ສ້າງແລະປັບປຸງລະບົບກິດຈະກຳຮັກສານ້ຳຈືດຢູ່ເຂດທົ່ງພຽງແມ່ນ້ຳຂງກໍ່ຄືບັນດາໂຄງການນ້ຳປະປາເຊື່ອມຕໍ່ເຂດແມ່ນເພື່ອຮັບປະກັນຊີວິດສັງຄົມຮັບປະກັນການຜະລິດແລະນ້ຳໃຊ້ໃຫ້ແກ່ປະຊາຊົນ, ວິສາຫະກິດຢູ່ທີ່ນີ້.